ນີ້ແມ່ນເປົ້າໝາຍທີ່ເຕັມໄປດ້ວຍສິ່ງທ້າທາຍ, ເຊິ່ງຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການຕ້ອງຜັນຂະຫຍາຍມາດຕະການຄົບຊຸດ ຢ່າງແຂງແຮງ, ຂ້ຽວຂາດ ເພື່ອສ້າງບາດກ້າວບຸກທະລຸໃນໄລຍະ 6 ເດືອນທ້າຍປີ.
ເຖິງວ່າເສດຖະກິດ 6 ເດືອນຕົ້ນປີ 2026 ຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ, ກຳລັງບົ່ມຊ້ອນໃນຊຸມເດືອນທີ່ຍັງເຫຼືອແມ່ນບໍ່ຫຼາຍ. ດັ່ງນັ້ນ, ສິ່ງທີ່ສຳຄັນບໍ່ພຽງແຕ່ແມ່ນການວາງເປົ້າໝາຍສູງເທົ່ານັ້ນ ຫາກຍັງຕ້ອງຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ
ເນື້ອໃນຈຸດສຸມທຳອິດ ແມ່ນຍົກສູງປະສິດທິຜົນການຊີ້ນຳ, ບໍລິຫານ ແລະ ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດຢູ່ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ. ທັດສະນະຖືການລົງທຶນພາກລັດ ເປັນ “ຫົວລາກ” ຂອງພື້ນຖານເສດຖະກິດນັ້ນ ສືບຕໍ່ໄດ້ຮັບການກຳນົດຈາກລັດຖະບານ ຫວຽດນາມ ວ່າ ແມ່ນໜຶ່ງໃນບັນດາກຳລັງໜູນທີ່ສຳຄັນ. ສິ່ງທີ່ໜ້າສົນໃຈແມ່ນ ເປົ້າໝາຍການເຕີບໂຕຄັ້ງນີ້ ບໍ່ແມ່ນໜ້າທີ່ຂອງສະເພາະສູນກາງອີກແລ້ວ, ຫາກໄດ້ຫັນເປັນບັນດາຄາດໝາຍລະອຽດສຳລັບແຕ່ລະທ້ອງຖິ່ນ. ໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2026 ຂອງຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ, ໂຄງການຈຸດສຸມ, ສຳຄັນລະດັບຊາດທີ່ຈັດຂຶ້ນຢູ່ຮ່າໂນ້ຍ ເມື່ອວັນທີ 27 ມິຖຸນາ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງທີ່ວ່າ:
“ທ້ອງຖິ່ນຕ່າງໆ ຕ້ອງຜັນຂະຫຍາຍບັນດາກຸ່ມໜ້າທີ່ໃນຕໍ່ໜ້າຢ່າງຂ້ຽວຂາດ ແລະ ພິເສດແມ່ນ 6 ເດືອນທ້າຍປີ. ຂ້າພະເຈົ້າສະເໜີອີກຄັ້ງໜຶ່ງວ່າ ບັນດາກະຊວງ, ພິເສດແມ່ນການນຳບັນດາທ້ອງຖິ່ນ, ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດ, ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດໃນ 6 ເດືອນທ້າຍປີ ເພື່ອປະກອບສ່ວນເຂົ້າໃນການເຕີບໂຕຂອງບັນດາທ້ອງຖິ່ນ”.
ສານຂໍ້ຄວາມດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຄຳຮຽກຮ້ອງຕ້ອງການລຸລ່ວງຂອງລັດຖະບານແມ່ນຫັນປ່ຽນຢ່າງແຮງຈາກຈິນຕະນາການບໍລິຫານໄປສູ່ຈິນຕະນາການປະຕິບັດ, ຈາກການປະກາດໃຊ້ແຜນນະໂຍບາຍໄປສູ່ການຈັດຕັ້ງປະຕິບັດດ້ວຍຈິດໃຈຂ້ຽວຂາດ, ຈະແຈ້ງ.
ໄປຄຽງຄູ່ກັນການລົງທຶນພາກລັດ, ຫວຽດນາມ ກໍໄດ້ຕັ້ງຄວາມຫວັງຕໍ່ບັນດາກຳລັງໜູນເຕີບໂຕແບບເກົ່າອື່ນອີກ, ພິເສດແມ່ນການສົ່ງອອກ ແລະ ການບໍລິໂພກຢູ່ພາຍໃນປະເທດ. ກ່າວຄຳເຫັນທີ່ກອງປະຊຸມມອບໜ້າທີ່ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ເມື່ອທ້າຍເດືອນ ມິຖຸນາ ຜ່ານມາ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ກໍຮຽກຮ້ອງວ່າ:
“ສືບຕໍ່ສຳຫຼວດກວດຄືນ, ປະຕິບັດສຳເລັດບັນດານະໂຍບາຍກ່ຽວກັບພາສີອາກອນ, ການຄືນເງິນພາສີອາກອນໃຫ້ສອດຄ່ອງກັບວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ ແນໃສ່ສ້າງເງື່ອນໄຂຍູ້ແຮງການສົ່ງອອກ, ການພັດທະນາການຜະລິດຢູ່ພາຍໃນປະເທດ; ຍູ້ແຮງການຫັນຂັ້ນຕອນ, ລະບຽບການແຈ້ງພາສີ, ການຫັນເປັນດີຈີຕອນ ແລະ ການປະຕິຮູບລະບຽບການບໍລິຫານ ເປັນທັນສະໄໝ. ພ້ອມດຽວກັນນັ້ນ, ກໍ່ຊີ້ນຳກຳລັງພາສີສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງງຍູ້ແຮງການຄຸ້ມຄອງ, ຄວບຄຸມຄຸນນະພາບສິນຄ້າໃນໄລຍະປະຕິບັດລະບຽບການແຈ້ງພາສີ, ສະກັດກັ້ນສິນຄ້າທີ່ລ່ວງລະເມີດສິດຊັບສິນທາງປັນຍາ ແລະ ສໍ້ໂກງແຫຼ່ງທີ່ມາ”.
ເປົ້າໝາຍການເຕີບໂຕສູງງ ແລະ ໂຈດຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ
6 ເດືອນທ້າຍປີ ແມ່ນໄລຍະທີ່ມີລັກສະນະຕັດສິນສຳລັບເລື່ອງປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ. ເລື່ອງໝູນໃຊ້ບັນດາກຳລັງບົ່ມຊ້ອນດ້ານນະໂຍບາຍໃຫ້ເປັນຢ່າງດີ, ຍູ້ໄວການປະຕິຮູບ, ຂຸດຄົ້ນລຸລ່ວງທຸກແຫຼ່ງກຳລັງ ແລະ ເສີມຂະຫຍາຍບັນດາກຳລັງໜູນເຕີບໂຕແບບເກົ່າ ກໍຄື ແບບໃໝ່ຢ່າງມີປະສິດທິຜົນ, ພື້ນຖານເສດຖະກິດຈະມີບ່ອນອີງຕື່ມອີກເພື່ອບຸກທະລຸ, ສ້າງປະຖົມປັດໄຈເພື່ອເຕີບໂຕແບບຍືນຍົງ.
ຕາມການຕີລາຄາຂອງຫຼາຍອົງການຈັດຕັ້ງ ແລະ ນັກຊ່ຽວຊານສາກົນແລ້ວ, ຫວຽດນາມ ຍັງມີທ່າໄດ້ປຽບຫຼາຍພໍສົມຄວນເພື່ອຮັກສາລະດັບຄວາມໄວໃນການເຕີບໂຕສູງໃນໄລຍະກາງ ແລະ ໄລຍະຍາວ. ທ່ານ Michael Kokarari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງ VinaCapital, ໃຫ້ຂໍ້ສັງເກດວ່າ:
“ກ່ຽວກັບເປົ້າໝາຍການເຕີບໂຕ GDP 10% ໃຫ້ແກ່ປີ 2026, ລັດຖະບານ ຫວຽດນາມ ໄດ້ເພີ່ມຄາດໝາຍລາຍຈ່າຍຂຶ້ນເປັນ 40% ໃຫ້ສຳລັບພື້ນຖານໂຄງລ່າງ, ສິ່ງດັ່ງກ່າວແມ່ນດີແທ້ໆ. ຈຳນວນເງິນເບີກຈ່າຍງົບປະມານທັງໝົດນີ້ ໄດ້ຮັບການຜັນຂະຫຍາຍດ້ວຍບັນດາໂຄງການຕົວຈິງ. ມີອີກປັດໄຈໜຶ່ງທີ່ຊຸກຍູ້ເຖິງການເຕີບໂຕ GDP ຂອງພື້ນຖານເສດຖະກິດ ຫວຽດນາມ ປີ 2026 ນັ້ນແມ່ນ ຫວຽດນາມ ຍັງຄົງແມ່ນປະເທດໜຶ່ງດຽວໃນໂລກທີ່ມີປະຊາກອນວິທະຍາທີ່ຕັ້ງໜ້າທີ່ສຸດ, ຍັງຄົງຢູ່ທ່າມກາງໄລຍະໂຄງປະກອບປະຊາກອນທີ່ໃນເກນອາຍຸອອກແຮງງານກວມເອົາສ່ວນຫຼາຍ ອີກປະມານ 10 ປີ. ບັນດາປັດໄຈນີ້ ຈະຊຸກຍູ້ການພັດທະນາປະເທດຊາດໃນໄລຍະເວລາ 10 ປີຈະມາເຖິງ”.
ເປົ້າໝາຍການເຕີບໂຕ 11,9% ໃນ 6 ເດືອນທ້າຍປີ ແມ່ນສິ່ງທ້າທາຍໃຫຍ່ ໃນສະພາບການເສດຖະກິດໂລກມີການຜັນແປຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ນີ້ກໍແມ່ນການທົດສອບກຳລັງຄວາມສາມາດບໍລິຫານ ແລະ ປະສິດທິຜົນຂອງການປະຕິຮູບ. ເປົ້າໝາຍຍິ່ງສູງຍິ່ງຮຽກຮ້ອງຕ້ອງມີການກະທຳທີ່ຂ້ຽວຂາດ, ຄົບຊຸດກວ່າ. ຖ້າໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ບັນດາມາດຕະການເຫຼົ່ານັ້ນ ຈະບໍ່ພຽງແຕ່ຊ່ວຍໃຫ້ປະຕິບັດສຳເລັດເປົ້າໝາຍປີນີ້ເທົ່ານັ້ນ, ຫາກຍັງຈະສ້າງພື້ນຖານໃຫ້ແກ່ການເຕີບໂຕແບບຍືນຍົງໃນຊຸມປີຕໍ່ໄປອີກດ້ວຍ./.
