ບົດສະຫຼຸບຂອງກົມການເມືອງຮຽກຮ້ອງໃຫ້ຍູ້ແຮງວຽກງານຊັບສິນທາງປັນຍາ ຖືນີ້ແມ່ນແຫຼ່ງກຳລັງຍຸດທະສາດແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຊຸກຍູ້ການພັດທະນາແບບຍືນຍົງ; ແມ່ນປັດໄຈແກ່ນສານເພື່ອເປັນເຈົ້າຍຸດທະສາດ ແລະ ການແກ້ງແຍ້ງການຄ້າສາກົນ, ປະກອບສ່ວນປົກປ້ອງຄວາມໝັ້ນຄົງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
ຄຳຮຽກຮ້ອງເປັນຕາຍກ່ຽວກັບ “ຄວາມເປັນເຈົ້າຍຸດທະສາດ” ໃນສັງກາດເຕັກໂນໂລຢີໃໝ່
ເມື່ອກ່າວເຂົ້າສູ່ສັງກາດປັນຍາປະດິດ (AI) ປະເທດໜຶ່ງທີ່ບໍ່ມີເຕັກໂນໂລຢີເຄົ້າ ຫຼື ຂາດກຳລັງຄວາມສາມາດປົກປ້ອງຊັບສິນທາງປັນຍາ, ປະເທດນັ້ນ ຈະໄປຕາມຫຼັງໂດຍຕະຫຼອດ, ເອື່ອຍອີງໃສ່ເຕັກໂນໂລຢີຕ່າງປະເທດ ແລະ ຖືກບັນດາຜົນກະທົບບໍ່ດີຕໍ່ບັນດາການຜັນແປດ້ານພູມີສາດການເມືອງ. ໃນສະພາບການນັ້ນ, ບົດສະຫຼຸບເລກທີ 51 -KT/TW ໄດ້ຍົກລະດັບຊັບສິນທາງປັນຍາກາຍເປັນແນວຮົບຄວາມໝັ້ນຄົງທີ່ເປັນແກ່ນສານ, ຕິດພັນກັບ “ຄວາມເປັນເຈົ້າຍຸດທະສາດ” ແນໃສ່ປົກປ້ອງຂໍ້ມູນ big data, ຄວາມລັບດໍາເນີນທຸລະກິດ ແລະ ບັນດາຜົນງານປະດິດແຕ່ງຢູ່ພາຍໃນປະເທດແຕ່ໄວ, ແຕ່ໄກ.
ພ້ອມດຽວກັນນັ້ນ, ນີ້ກໍແມ່ນ “ໜັງສືຜ່ານແດນ” ທີ່ຈຳເປັນ ເພື່ອໃຫ້ພື້ນຖານເສດຖະກິດທີ່ມີລະດັບເປີດປະຕູຢ່າງກວ້າງຂວາງຄື ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່, ສິນຄ້າ ຫວຽດນາມ ຢາກໄປໄກ ໂດຍບໍ່ຖືກປະສົບກັບຄວາມສ່ຽງດ້ານນິຕິກຳ, ຫຼືຢາກຕ້ອນຮັບກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງຈາກບັນດາບໍລິສັດ “ນົກອິນຊີ” ທາງດ້ານເຕັກໂນໂລຢີນັ້ນ, ລະບົບກົດໝາຍພາຍໃນປະເທດຕ້ອງກ້າວເຂົ້າສູ່ບັນດາມາດຕະຖານສາກົນຢ່າງເຄັ່ງຄັດທີ່ສຸດ. ເລື່ອງເປັນເຈົ້າການສ້າງສະພາບແວດລ້ອມປັນຍາປະດິດປອດໄພ ແມ່ນວິທີ ຫວຽດນາມ ຢັ້ງຢືນທີ່ຕັ້ງ ແລະ ກຳລັງຄວາມສາມາດແກ້ງແຍ້ງໃນເວທີສາກົນ.
ບົດສະຫຼຸບສະບັບເລກທີ 51 – KL/TW ໄດ້ສ້າງບາດກ້າວບຸກທະລຸທີ່ໃຫຍ່ ເມື່ອຮຽກຮ້ອງໃຫ້ມີການຫັນປ່ຽນໄປສູ່ຈິນຕະນາການສ້າງລະບົບນິເວດຢ່າງຮອບດ້ານ, ນຳຊັບສິນທາງປັນຍາກາຍເປັນປະເພດຊັບສິນທາງດ້ານເສດຖະກິດທີ່ພິເສດ. ປັດຈຸບັນນີ້, ຊັບສິນທາງປັນຍາ ຕ້ອງໄດ້ກຳນົດລາຄາຢ່າງຊັດເຈນ ເພື່ອໃຫ້ວິສາຫະກິດນຳໃຊ້ເພື່ອລະດົມທຶນ, ປະກອບທຶນຮ່ວມທຸລະກິດ, ພ້ອມທັງຊຸກຍູ້ຕະຫຼາດເຕັກໂນໂລຢີພັດທະນາ ແນໃສ່ຫັນບັນດາຫົວຂໍ້ຄົ້ນຄວ້າວິທະຍາສາດກາຍເປັນວັດຖຸສິ່ງຂອງຕົວຈິງ, ຕິດພັນກັບຄວາມຕ້ອງການຂອງຕະຫຼາດຢ່າງແໜ້ນແຟ້ນ.
ກົດບັງຄັບລະຫວ່າງຂະແໜງຢ່າງແຂງແຮງ
ກົມການເມືອງ ຮຽກຮ້ອງໃຫ້ປັບປຸງກົດໝາຍຢ່າງຮີບດ່ວນ ເພື່ອປັບຕົວ, ປະສານສົມທົບກັບບັນດາກົດບັງຄັບລະຫວ່າງຂະແໜງຢ່າງແຮງ. ເລື່ອງຕັດສິນໃຈສະກັດກັ້ນໄພລ່ວງລະເມີດລິຂະສິດ, ການລະເມີດໃນສະພາບແວດລ້ອມອິນເຕີເນັດ ບໍ່ພຽງແຕ່ແນໃສ່ປົກປ້ອງວົງການປະດິດຄິດສ້າງເທົ່ານັ້ນ, ເປົ້າໝາຍອັນແກ່ນສານແມ່ນເພື່ອສ້າງ “ວັດທະນະທຳເຄົາລົບພູມປັນຍາ” ໃນທົ່ວສັງຄົມອີກດ້ວຍ.
ໃນຕົວຈິງ, ຊຸມເດືອນຜ່ານມາ, ບັນດາກະຊວງ, ຂະແໜງການທ້ອງຖິ່ນຂອງ ຫວຽດນາມ ໄດ້ເພີ່ມທະວີການຕໍ່ສູ້ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາ. ທ່ານ ພົນຈັດຕະວາ ຫງວຽນກວັກຕວານ ຫົວໜ້າຫ້ອງການ, ໂຄສົກກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງຕຳຫຼວດ ຫວຽດນາມ ພວມສົມທົບກັບກະຊວງຍຸຕິທຳ ສ້າງສຳເນົາເອກະສານທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການປັບໄໝກໍລະນີລະເມີດດ້ານບໍລິຫານ ແລະ ປັບປຸງປະມວນກົດໝາຍວ່າດ້ວຍອາຍາ; ຜັນຂະຫຍາຍບັນດາມາດຕະການກວດພົບ ແລະ ຕໍ່ສູ້ແກ້ໄຂບັນດາກໍລະນີລະເມີດໃນຂົງເຂດຊັບສິນທາງປັນຍາຢ່າງເຂັ້ມງວດ, ສຸມໃສ່ບັນດາການກະທຳທີ່ກ່ຽວຂ້ອງເຖິງສິດປະດິດແຕ່ງ, ການລະເມີດບັນດາສິດຊັບສິນທາງປັນຍາອຸດສາຫະກຳ.
“1 ເດືອນຜ່ານມາໄດ້ຜັນຂະຫຍາຍສະກັດກັ້ນ 194 ເວັບໄຊ, ໃນນັ້ນ ມີ 8 ເວັບໄຊ ສາຍຮູບເງົາ, 27 ເວັບໄຊຂາຍເຄື່ອງໂດຍລະເມີດສິດຊັບສິນທາງປັນຍາອຸດສາຫະກຳ ແລະ 159 ເວັບໄຊຖ່າຍທອດສົດບານເຕະທີ່ລະເມີດສິດຊັບສິນທາງປັນຍາ; ປະສານສົມທົບກັບບັນດາກຳລັງໃນວຽກງານກວດກາ, ກວດພົບ ແລະ ຕໍ່ສູ້ແກ້ໄຂບັນດາກໍລະນີລະເມີດ.”
ທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະມຸ່ງໄປເຖິງເລື່ອງໝູນໃຊ້ເຕັກໂນໂລຢີດີຈີຕອນແມ່ນແກ່ນສານ, ສ້າງຖານຂໍ້ມູນຂ່າວສານທີ່ເຊື່ອມຕໍ່ກັນ ແລະ ຮັດແໜ້ນຄວາມຮັບຜິດຊອບຂອງບັນດາ ພລາດຟອມການຄ້າເອເລັກໂຕນິກ. ສຳລັບຂໍ້ສະເໜີແນະ, ທ່ານນາຍົກລັດຖະມົນຕີອະນຸຍາດໃຫ້ຄົ້ນຄວ້າຜັນຂະຫຍາຍທົດລອງລະບົບຊອບແວສຳຫຼວດກວດກາ ແລະ ສະແກນຂໍ້ມູນຂ່າວສານແບບອັດຕະໂນມັດ, ໝູນໃຊ້ເຕັກໂນໂລປັນຍາປະດິດ ເພື່ອກວດພົບບັນດາກໍລະນີພວມຂາຍເຄື່ອງອອນໄລ ຫຼື ດຳເນີນທຸລະກິດສິນຄ້າປອມ, ເປັນເຈົ້າການສະໜອງຂໍ້ມູນຂ່າວສານກ່າວເຕື່ອນໃຫ້ກຳລັງປະຕິບັດແກ້ໄຂຢ່າງເຖິງກົກເຖິງປາຍ ໂດຍໄວ.”
ບົດສະຫຼຸບເລກທີ 51 – KL/TW ບໍ່ພຽງແຕ່ແມ່ນເອກະສານກຳນົດທິດໃນຂະແໜງວິທະຍາສາດເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນການຢັ້ງຢືນບົດບາດສຳຄັນຂອງວຽກງານຊັບສິນທາງປັນຍາສຳລັບຮູບແບບການເຕີບໂຕໃໝ່ຂອງ ຫວຽດນາມ. ຍູ້ແຮງວຽກງານຊັບສິນທາງປັນຍາ ແມ່ນໜຶ່ງໃນບັນດາປັດໄຈທີ່ມີລັກສະນະຕັດສິນ ເພື່ອໃຫ້ປະເທດຊາດໝັ້ນໃຈພັດທະນາແບບຍືນຍົງ, ເປັນເຈົ້າຕົນເອງດ້ານເສດຖະກິດ ແລະ ປົກປ້ອງປະເທດແຕ່ໄວ, ແຕ່ໄກ ໃນສະພາບແວດລ້ອມດີຈີຕອນ ແລະ ເຕັກໂນໂລຢີ./.
