(ພາບ: TTXVN)
ທີ່ກອງປະຊຸມສຸດຍອດດ້ານອາວະກາດ ທີ່ຫາກໍ່ຈັດຂຶ້ນຢູ່ ປາຣີ, ປະເທດຝຣັ່ງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ສະເໜີກ່ຽວກັບການຄົ້ນຄວ້າສ້າງເຄືອຂ່າຍ "ພື້ນທີ່ເພື່ອການພັດທະນາ ແລະ ຄວາມສາມາດຕ້ານທານ", ກ່ອນອື່ນໝົດແມ່ນສຸມໃສ່ຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້, ເພື່ອແນໃສ່ແບ່ງປັນຂໍ້ມູນດ້ານອາວະກາດ, ຍົກສູງຄວາມສາມາດ ແລະ ເຊື່ອມຕໍ່ການຄົ້ນຄວ້າ, ບຳລຸງສ້າງ, ທຸລະກິດ, ການລົງທຶນ. ເພື່ອໃຫ້ຂໍ້ສະເໜີດັ່ງກ່າວເປີດທິດທາງຮ່ວມມືໃໝ່ເພື່ອໃຫ້ ຫວຽດນາມ ພ້ອມກັບບັນດາ ຄູ່ຮ່ວມມືສາມາດຂຸດຄົ້ນຜົນສຳເລັດຂອງເຕັກໂນໂລຊີອາວະກາດເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ເພີ່ມຄວາມສາມາດຕ້ານທານຕໍ່ບັນດາສິ່ງທ້າທາຍໃນໜ່ວຍໂລກ.
ຂໍ້ສະເໜີກ່ຽວກັບເຄືອຂ່າຍການຮ່ວມມືໃໝ່ແມ່ນບໍ່ສາມາດຕັດແຍກອອກຈາກວິວັດແຫ່ງການ ຫວຽດນາມ ພັດທະນາຄວາມສາມາດດ້ານອາວະກາດໃນຊຸມປີຜ່ານມາໄດ້. ຈາກການຮ່ວມມືກັບບັນດາຄູ່ຮ່ວມມີືສາກົນ, ໃນນັ້ນມີ ຝຣັ່ງ, ຫວຽດນາມ ພວມຄ່ອຍໆ ຮັບເອົາເຕັກໂນໂລຊີ, ບຳລຸງສ້າງຊັບພະຍາກອນມະນຸດ, ເຄື່ອນໄຫວ ແລະ ເປັນເຈົ້າບັນດາເຕັກໂນໂລຊີດາວທຽມ.
ຈາກການຮ່ວມມືດ້ານເຕັກໂນໂລຢີໄປສູ່ການເຊື່ອມຕໍ່ແຫຼ່ງກຳລັງ
ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ອາວະກາດພວມເປີດຫຼາຍໂອກາດໃໝ່ໃຫ້ແກ່ການພັດທະນາ, ພ້ອມກັນນັ້ນກໍ່ວາງອອກຄວາມຮຽກຮ້ອງໃໝ່ກ່ຽວກັບການຄຸ້ມຄອງ, ຄວາມປອດໄພ ແລະ ຄວາມຮັບຜິດຊອບ. ສຳລັບ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າ ເຕັກໂນໂລຊີອາວະກາດ ແມ່ນນອນກຸ່ມເຕັກໂນໂລຊີຍຸດທະສາດ ທີ່ໄດ້ຮັບບຸລິມະສິດພັດທະນາ.
ທີໜຶ່ງ: ຍົກສູງຄວາມສາມາດເປັນເຈົ້າດ້ານເຕັກໂນໂລຊີອາວະກາດ ແລະ ຂໍ້ມູນອາວະກາດ. ທີສອງ: ພັດທະນາລະບົບນິເວດເສດຖະກິດອາວະກາດ, ສົ່ງເສີມບັນດາຮູບແບບການເງິນໃຫ້ແກ່ການໝູນໃຊ້ເພື່ອຮັບໃຊ້ຜົນປະໂຫຍດສາທາລະນະ. ທີສາມ: ປັບປຸງລະບອບລະບຽບການ ແລະ ຄວາມສາມາດຄຸ້ມຄອງບໍລິຫານ ການເຄື່ອນໄຫວອາວະກາດໃຫ້ສອດຄ່ອງກັບກົດໝາຍສາກົນ. ການຮ່ວມມືກັບສາກົນ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດແຫ່ງການ ຫວຽດນາມ ການນຳໃຊ້ອາວະກາດ ເພື່ອປະຊາຊົນ, ເພື່ອສັນຕິພາບ ແລະ ການພັດທະນາ.
ຕໍ່ໜ້າບັນດາປະມຸກລັດ, ຜູ້ນຳລັດຖະບານ, ການນຳບັນບັນດາອົງການອາວະກາດແຫ່ງຊາດ, ອົງການຈັດຕັ້ງສາກົນ, ນັກທຸລະກິດ, ນັກຄົ້ນຄວ້າດ້ານອາວະກາດທີ່ມາຈາກຈາກປະມານ 130 ໃນໂລກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກສານທີ່ວ່າ ບັນດາປະເທດຕ້ອງມີຂອບເຂດຄຸ້ມຄອງບໍລິຫານຫຼາຍຝ່າຍ , ເພື່ອຮັບປະກັນໃຫ້ອາວະກາດແຫ່ງສັນຕິພາບ, ປອດໄພ, ຍືນຍົງ, ຮ່ວມນຳໃຊ້ດ້ວຍຈິດໃຈ ພັດທະນາຄວາມສາມາດ ໄປຄຽງຄູ່ກັບຄວາມຮັບຜິດຊອບ, ຜົນປະໂຫຍດແຫ່ງຊາດ ຕິດພັນກັບຜົນປະໂຫຍດລວມຂອງປະຊາຄົມສາກົນ. ນີ້ຍັງເປັນພື້ນຖານເພື່ອໃຫ້ ຫວຽດນາມ ສະເໜີກ່ຽວກັບການຄົ້ນຄວ້າສ້າງເຄືອຂ່າຍ "ພື້ນທີ່ເພື່ອການພັດທະນາ ແລະ ຄວາມສາມາດຕ້ານທານ".
ຈາກພື້ນຖານການຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ຕະຫຼອດຮອດການເປີດກວ້າງພື້ນທີ່ການຮ່ວມມື
ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທີ່ກອງປະຊຸມສຸດຍອດອາວະກາດ ແມ່ນບາດກ້າວຢືນຢັນວິໄສທັດ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ທີ່ຈະເຂົ້າຮ່ວມບັນດາຂົງເຂດ ເຕັກໂນໂລຊີຍຸດທະສາດ ທີ່ພວມກຳນົດອະນາຄົດຢ່າງເລິກເຊິ່ງກວ່າ. ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:
ການນຳ ແລະ ອົງການຈັດຕັ້ງຕ່າງໆຂອງ ຝລັ່ງ ຕີລາຄາສູງຕໍ່ການເຂົ້າຮ່ວມ ກອງປະຊຸມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ. ປະຈຸບັນ, ອາວະກາດບໍ່ພຽງແຕ່ເປັນບັນຫາວິທະຍາສາດເທົ່ານັ້ນ, ຫາກຍັງແມ່ນເປັນຂົງເຂດ ໃໝ່, ແມ່ນພື້ນທີ່ໃໝ່ໃຫ້ແກ່ການພັດທະນາອີກດ້ວຍ. ນີ້ກໍ່ແມ່ນຂົງເຂດເຊິ່ງ ພັກ ແລະ ລັດ ຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດ ແລະ ຢາກຍາດແຍ່ງໂອກາດເພື່ອເປີດພື້ນທີ່ໃໝ່ໃຫ້ແກ່ການພັດທະນາ, ເພີ່ມທະວີການຮ່ວມມືກັບສາກົນເພື່ອຍາດແຍ່ງແຫຼ່ງກຳລັງ.
ຕາມຂໍ້ສະເໜີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລ້ວ, ເຄືອຂ່າຍ "ພື້ນທີ່ເພື່ອການພັດທະນາ ແລະ ຄວາມສາມາດຕ້ານທານ" ຈະໄດ້ສ້າງຂຶ້ນໂດຍອີງໃສ່ ການຮ່ວມມືຄົ້ນຄວ້າລະຫວ່າງ ຫວຽດນາມ ກັບ ຝລັ່ງ, ສະຫະປະຊາຊາດ, ອາຊຽນ ແລະ ຄູ່ຮ່ວມມືອື່ນໆ. ຝລັ່ງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ. ທ່ານສາດສະດາຈານ, ດຣ ເຈິ່ນຕວັນແອງ, ຮອງປະທານສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຖືວ່າ:
ໃນການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ, ການຮ່ວມມືສາກົນ ໄດ້ສວມບົດບາດສຳຄັນທີ່ສຸດເພື່ອໃຫ້ພວກເຮົາສາມາດຍາດແຍ່ງແຫຼ່ງກຳລັງ. ຜ່ານບັນດາສາຍພົວພັນຮ່ວມມືກັບສາກົນ, ພວກເຮົາຈະມີໂອກາດບຳລຸງສ້າງຊັບພະຍາກອນມະນຸດໄດ້, ພິເສດແມ່ນຊັບພະຍາກອນມະນຸດມີ ເຕັກໂນໂລຊີ ສູງ. ທີສອງ, ຮັບເອົາເຕັກໂນໂລຊີທີ່ມີຢູ່ແລ້ວ ແລະ ຄ່ອຍໆພັດທະນາເຕັກໂນໂລຊີສະເພາະຂອງຕົນເທື່ອລະກ້າວ.
ຂໍ້ສະເໜີສ້າງເຄືອຂ່າຍ "ພື້ນທີ່ເພື່ອການພັດທະນາ ແລະ ຄວາມສາມາດຕ້ານທານ" ສະແດງໃຫ້ເຫັນວ່າ ຫວຽດນາມ ພວມເປັນເຈົ້າການເປີດກວ້າງການຮ່ວມມືໃນຂົງເຂດເຕັກໂນໂລຊີຍຸດທະສາດ, ຈາກການຮ່ວມມືສອງຝ່າຍເຖິງການເຊື່ອມຕໍ່ພາກພື້ນ ແລະ ສາກົນ. ນີ້ກໍ່ເປັນທິດທາງໃຫ້ ໃຫ້ຫວຽດນາມ ພ້ອມກັບບັນດາ ຄູ່ຮ່ວມມີນຳ ຜົນງານດ້ານເຕັກໂນໂລຊີອາວະກາດເຂົ້າໃນການຮັບໃຊ້ການພັດທະນາ, ເພື່ອປະໂຫຍດຂອງປະຊາຊົນ ແລະ ປະຊາຄົມສາກົນ.
