ວັນທີ 03 ມິຖຸນາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ກ່າວເຕືອນວ່າ ການປະທະກັນຢູ່ຕາເວັນອອກກາງ ພວມເຮັດໃຫ້ແງ່ຫວັງຂອງການເຕີບໂຕເສດຖະກິດທົ່ວໂລກຫຼຸດລົງ, ພ້ອມທັງອາດຈະກໍ່ບັນດາຜົນກະທົບທີ່ຮ້າຍແຮງກວ່າ ຖ້າ ບັນດາຝ່າຍບໍ່ບັນລຸໄດ້ຄຳສັ່ງຢຸດຍິງທີ່ມີປະສິດທິຜົນກ່ອນປີ 2027.
ຄວາມສ່ຽງແກ່ຍາວ
ໃນບົດລາຍງານແງ່ຫວັງເສດຖະກິດຫຼ້າສຸດ, ອົງການ OECD ຄາດວ່າການເຕີບໂຕເສດຖະກິດທົ່ວໂລກ ຈະຫຼຸດແຕ່ລະດັບ 3,4% ໃນປີ 2025 ລົງເຫຼືອພຽງ 2,8% ໃນປີ 2026, ກ່ອນທີ່ຈະຟື້ນຟູຂຶ້ນລະດັບປະມານ 3,1% ໃນປີ 2027 ໃນແຜນການພື້ນຖານ. ອົງການນີ້ ໃຫ້ຮູ້ວ່າ ການຄາດຄະເນໄດ້ຮັບການການສ້າງຂຶ້ນໃນສະພາບການມີສອງແຜນການຫຼັກ, ລວມມີ: ແຜນການຂາດວັກຂາດຕອນໃນໄລຍະສັ້ນ, ໃນນັ້ນ ບັນດາຜົນກະທົບຂອງການປະທະກັນໄດ້ຮັບການຄວບຄຸມ ແລະ ລາຄານ້ຳມັນຄ່ອຍໆເປັນປົກກະຕິແຕ່ກາງປີ 2026; ແລະ ອີກແຜນການໜຶ່ງແມ່ນການຂາດວັກຂາດຕອນທີ່ແກ່ຍາວ, ດ້ວຍບັນດາຜົນຕາມມາທາງດ້ານເສດຖະກິດທີ່ຮ້າຍແຮງ ແລະ ຍາວນານກວ່າ.
ໃນກໍລະນີການປະທະກັນສືບຕໍ່ແກ່ຍ່າວຮອດປີ 2027, ການເຕີບໂຕເສດຖະກິດທົ່ວໂລກອາດຈະຫຼຸດລົງຫຼາຍກວ່ານັ້ນ, ຍັງເຫຼືອພຽງແຕ່ 2,1% ເທົ່ານັ້ນ. ອົງການ OECD ກ່າວເຕືອນວ່າ ການຂາດຄວາມໝັ້ນທ່ຽງຍິ່ງແກ່ຍາວ, ຄ່າໃຊ້ຈ່າຍທາງດ້ານເສດຖະກິດ ແລະ ສັງຄົມ ກໍ່ຈະນັບມື້ນັບສູງຂຶ້ນ. ສຳລັບບັນດາພື້ນຖານເສດຖະກິດໃຫຍ່, ການເຕີບໂຕຂອງ ອາເມລິກາ ໄດ້ຮັບການຄາດຄະເນ ຈະຫຼຸດລົງເຫຼືອພຽງ ແຕ່ 2% ໃນປີນີ້ ແລະ 1,8% ໃນປີ 2027. ຢູ່ພາກພື້ນນຳໃຊ້ສະກຸນເງິນ ເອີໂຣ (Eurozone), ຄາດວ່າ GDP ຈະເພີ່ມຂຶ້ນພຽງແຕ່ 0,8% ໃນປີນີ້, ໃນສະພາບການພາກພື້ນນີ້ເອື່ອຍອີງການນຳເຂົ້າພະລັງງານເປັນຈຳນວນຫຼາຍ. ສຳລັບແຜນການປະທະກັນຢູ່ຕາເວັນອອກກາງທີ່ແກ່ຍາວ ແມ່ນຮ້າຍແຮງທີ່ສຸດສຳລັບບັນດາພື້ນຖານເສດຖະກິດ ອາຊີ. ທ່ານ Stefano Scarpetta, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ OECD, ວິເຄາະວ່າ:
“ບັນດາພື້ນຖານເສດຖະກິດ ອາຊີ ຈະຖືກຜົນກະທົບຢ່າງໜັກໜ່ວງ, ໂດຍສະເພາະແມ່ນໃນແຜນການທີ່ການຂາດວັກຂາດຕອນແກ່ຍາວ. ໂດຍພື້ນຖານແລ້ວ, ບັນດາພື້ນຖານເສດຖະກິດ ອາຊີ ແມ່ນຂຶ້ນກັບບັນດາຜະລິດຕະພັນພະລັງງານຈາກເຂດອ່າວຫຼາຍກວ່າ. ອາດເຫັນໄດ້ວ່າ ລະດັບຄວາມໄວໃນການເຕີບໂຕເສດຖະກິດ ພວມຫຼຸດລົງຫຼາຍພໍສົມຄວນ. ນີ້ແມ່ນຄວາມແຕກຕ່າງກັນ ເມື່ອທຽບໃສ່ແຜນການການຂາດວັກຂາດຕອນທີ່ມີການກຳນົດເວລາ”.
ບໍ່ພຽງແຕ່ສະເພາະແງ່ຫວັງເຕີບໂຕຫຼຸດລົງເທົ່ານັ້ນ, ອົງການ OECD ກໍເນັ້ນໜັກເຖິງບັນດາຄວາມສ່ຽງກ່ຽວກັບໄພເງິນເຟີ້ອີກດ້ວຍ. ລະອຽດ, OECD ຄາດຄະເນວ່າ ໄພເງິນເຟີ້ ຈະເພີ່ມຂຶ້ນ 0,4 ຈຸດຄະແນນສ່ວນຮ້ອຍໃນປີ 2026 ແລະ 1,3 ຄະແນນສ່ວນຮ້ອຍໃນປີ 2027.
ບ່ອນອີງທາງດ້ານເຕັກໂນໂລຢີ
ເຖິງວ່າໄດ້ເນັ້ນໜັກເຖິງປັດໄຈຍາກທີ່ຈະຄາດຄະເນໄດ້ຂອງການປະທະກັນຢູ່ຕາເວັນອອກກາງ ແລະ ຖືກຜົນກະທົບທີ່ຍາວນານເຖິງແງ່ຫວັງເສດຖະກິດທົ່ວໂລກ ພາຍຫຼັງການປະທະກັນສິ້ນສຸດລົງກໍຕາມ, ແຕ່ວ່າ ອົງການ OECD ກໍຖືວ່າ ຍັງມີບັນດາ “ສະໝໍ” ທີ່ອາດສາມາດຊ່ວຍໃຫ້ເສດຖະກິດໂລກຟື້ນຟູການເຕີບໂຕຄືນໃໝ່ໂດຍໄວ. ໜຶ່ງໃນບັນດາສະໝໍນັ້ນ ແມ່ນກະແສການລົງທຶນເຂົ້າຂົງເຂດເຕັກໂນໂລຢີ, ພິເສດແມ່ນປັນຍາປະດິດ. ຕາມທ່ານ Stefano Scarpetta ຫົວໜ້ານັກຊ່ຽວຊານດ້ານເສດຖະກິດ ແລ້ວ, ໂດຍບໍ່ຫົວຊາຕໍ່ບັນດາຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງ “ກະແສຟອງ AI”, ນີ້ຍັງຄົງແມ່ນຂົງເຂດທີ່ສ້າງກຳລັງໜູນສຳຄັນໃຫ້ແກ່ການເຕີບໂຕ.
“ບໍ່ມີສັນຍານໃດທີ່ຊີ້ໃຫ້ເຫັນທ່ວງທ່າພັດທະນາພວມຫຼຸດລົງ. ຖ້າເບິ່ງໃນແຜນການລົງທຶນຂອງບັນດາບໍລິສັດ AI ໃຫຍ່, ນັບທັງປີ 2026 ແລະ 2027, ຄາດວ່າ ຕົວເລກນີ້ຈະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2025. ດັ່ງນັ້ນ, ນີ້ແມ່ນບັນດາບ້ວງເງິນລົງທຶນຢ່າງແຮງ ແລະ ຫຼາຍພໍສົມຄວນເຂົ້າໃນຂົງເຂດປັນຍາປະດິດ. ມີຫຼາຍປັດໄຈທີ່ບໍ່ແນ່ນອນ, ແຕ່ກຳລັງບົ່ມຊ້ອນກ່ຽວກັບຜົນກຳໄລແມ່ນໃຫຍ່ຫຼວງທີ່ສຸດ”.
ໂດຍມີການຕີລາຄາທີ່ບໍ່ຫຍໍ້ທໍ້ເກີນໄປຕໍ່ກັບແງ່ຫວັງເສດຖະກິດໂລກໃນປັດຈຸບັນ, ທ່ານ Shantanu Mukherjee, ຜູ້ອຳນວຍການພາກສ່ວນວິເຄາະເສດຖະກິດ ແລະ ນະໂຍບາຍ, ຂຶ້ນກັບກົມບັນດາບັນຫາເສດຖະກິດ ແລະ ສັງຄົມຂອງ ສປຊ (DESA) ຖືວ່າ:
“ເຖິງວ່າແງ່ຫວັງ ເບິ່ງຄືວ່າ ອື້ມຄື້ມ, ແຕ່ຍັງຄົງມີບັນດາຂົງເຂດລະອຽດ ເຊິ່ງການຮ່ວມມືສາກົນໄດ້ສ້າງຄວາມແຕກຕ່າງ, ເຊັ່ນ: ບັນດາປະເທດພວມປະເຊີນໜ້າກັບກຳລັງໜູນໃໝ່ ເພື່ອສ້າງຄວາມສາມາດຟື້ນຟູ, ເຖິງວ່າ ນັ້ນແມ່ນຜ່ານການລົງທຶນເຂົ້າຂົງເຂດພະລັງງານທົດແທນ ແລະ ການປະຢັດພະລັງງານ, ການຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ປະຕິບັດການແຊກແຊງເຂົ້າບັນດາຂະແໜງທີ່ມີເປົ້າໝາຍ ຫຼື ປັບປຸງການລະດົມ ແລະ ນຳໃຊ້ແຫຼ່ງກຳລັງ. ທັງໝົດແມ່ນບັນດາບຸລິມະສິດລວມ ເຊິ່ງລະບົບສາກົນ ແລະ ສປຊ ອາດຈະໃຫ້ການໜູນຊ່ວຍ”.
ຕາມບັນດານັກຊ່ຽວຊານຂອງ ສປຊ ແລ້ວ, ບຸລິມະສິດຮີບດ່ວນໃນສະເພາະໜ້າຂອງຫຼາຍພື້ນຖານເສດຖະກິດທີ່ຖືກຜົນກະທົບຈາກການປະທະກັນທີ່ແກ່ຍາວຢູ່ຕາເວັນອອກກາງ ແມ່ນການແກ້ໄຂໄພເງິນເຟີ້ ເພາະວ່າ ນີ້ແມ່ນບັນຫາທີ່ສົ່ງຜົນກະທົບໄວກວ່າ, ໂດຍກົງກວ່າ ແລະ ມີຫຼາຍຄອບຄົວ, ໂດຍສະເພາະແມ່ນບັນດາພື້ນຖານເສດຖະກິດທີ່ພວມພັດທະນາ, ພວມນັບມື້ນັບຖືກຜົນກະທົບທີ່ໃຫຍ່ກວ່າຈາກການສະເທືອນດ້ານລາຄາທີ່ພຸ່ງຂຶ້ນ, ໂດຍເກີດຂຶ້ນຈາກລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບສະໜອງຖືກຂາດວັກຂາດຕອນ./.
