ກອ​ງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ໄດ້​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 11 – 13 ພຶດ​ສະ​ພາ. ກອງ​ປະ​ຊຸມ​ໃຫຍ່ ມີ​ຄວາມ​ໝາຍ​ສຳ​ຄັນ, ແນ​ໃສ່​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຊີ້​ຂາດ, ທັດ​ສະ​ນະ​ໃໝ່​ຂອງ​ພັກ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດເປັນ​ລະ​ອຽດ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ໄລ​ຍະ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່. ກອງ​ປະ​ຊຸມ​ໃຫຍ່​ແມ່ນ​ໂອ​ກາດ​ປຸກ​ລຸກ​ກຳ​ລັງ​ແຮງ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວຂອງ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ສ້າງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຍາມ​ໃດ​ກໍ​ແມ່ນ​ກົກ​ເຄົ້າ​ຂອງ​ກຳ​ລັງ​ແຮງ, ແມ່ນ​ປັດ​ໄຈ​ຕັດ​ສິນ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ. ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່, ສັງ​ກາດ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ຄຳ​ຮຽກ​ຮ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ ຍິ່ງ​ມີ​ຄວາມ​ຈຳ​ເປັນ​ກວ່າ​ເວ​ລາ​ໃດ​ໝົດ. ໃນ​ສະ​ພາ​ບ​ການ​ນັ້ນ, ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ການ​ເມືອງ​ທີ່​ສຳ​ຄັນເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ປຸກ​ລຸກຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​, ການ​ຮ່ວມ​ແຮງ​ຮ່ວມ​ໃຈຂອງ​ທົ່ວ​ປວງ​ຊົນ ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ວັດ​ທະ​ນາ​ຖາ​ວອນ​ຮຸ່ງ​ເຮືອງ​ສີ​ວິ​ໄລອີກ​ດ້ວຍ.

ມະ​ຫາ​ສາ​ມັກ​ຄີ​ແມ່ນ​ກົກ​ເຄົ້າ​ຂອງ​ກຳ​ລ​ັງ​ແຮງ​ຂອງ​ຊາດ

ນັບ​ແຕ່​ຊຸມ​ວັນ​ເດືອນ​ປີ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ ຕະຫຼອດ​ຮອດ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າ​ງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຄື​ໃນ​ປັດ​ຈຸ​ບັນ, ຈິດ​ໃຈ​ສາ​ມັກ​ຄີ​ໄດ້​ກາຍ​ເປັນ​ຄຸນ​ຄ່າ​ທີ່​ຍືນ​ຍົງ, ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ທີ່​ໄດ້ຫຼໍ່ຫຼອມ​ຜ່ານຫຼາຍ​ລຸ້ນ​ຄົນ. ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ແນວ​ຄິດ​ໃຫຍ່, ລຸ​ລ່ວງ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແລະ ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ທ່ານ ຮອງ​ສາດ​ສະ​ດາ​ຈານ, ປອ. ຫງວຽນ​ແມ້ງ​ຮ່າ, ອະ​ດີດ​ຫົວ​ໜ້າ​ສະ​ຖ​າ​ບັນ​ປະ​ຫວັດ​ສາດ​ພັກ, ຢັ້ງ​ຢືນ​ວ່າ:

“ປ​ະ​ທານ ໂຮ່​ຈີ​ມິນ ໄດ້​ຢ້ຳ​ຄືນ​ຫຼາຍ​ຄັ້ງ​ຄຳ​ເວົ້າ​ທີ່​ວ່າ: “ສາ​ມັກ​ຄີ, ສາ​ມັກ​ຄີ, ມະ​ຫາ​ສາ​ມັກ​ຄີ; ສຳ​ເລັດ, ສຳ​ເລັດ, ມະ​ຫາ​ສຳ​ເລັດ”. ສາ​ມັກ​ຄີ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ ແລະ ມະ​ຫາ​ສາ​ມັກ​ຄີ ຈະ​ບັນ​ລຸ​ມະ​ຫາ​ຜົນ​ສຳ​ເລັດ. ພັກ​ຍາມ​ໃດ​ກ​ກໍ​ເອົາ​ໃຈ​ໃສ່, ສ້າງ​ແນວ​ໂຮມ​ປະ​ເທດ​ຊາດ​ນັບ​ມື້​ນັບ​ຍືນ​ຍົງ​ບົນ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ - ກະ​ສິ​ກຳ​ຮ່ວມ​ສຳ​ພັນ, ມີ​ພູມ​ປັນ​ຍາ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່​ປະ​ຕິ​ວັດ​ໃນ​ແຕ່​ລະ​ໄລ​ຍະ”.

ຈາ​ກ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່ ຫວຽດ​ນາມ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ເມື່ອ​ປະ​ຊາ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ ປະ​ເທດ​ຊາດ​ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ.

ປັດ​ຈຸ​ບັນ, ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ກາ​ລະ​ໂອ​ກາ ແລະ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ​ສະຫຼັບ​ກັນ, ວາງ​ອອກຫຼ​າຍ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ນັ້ນ ຫາກ​ຍັງ​ແມ່ນ​ກຳ​ລັງ​ໜູນຍ​ຸດ​ທະ​ສາດ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ນັ້ນ​ແມ່​ນ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ຊົນ​ຊັ້ນ, ຊັ້ນ​ວັນ​ນະ​ໃນ​ສັງ​ຄົມ, ລະ​ຫວ່າງ​ພໍ່​ແມ່​ພີ່​ນ້ອງ​ບັນ​ດາ​ເຜົ່າ, ສາ​ສະ​ໜາ, ລະ​ຫວ່າງ​ຊາວ ຫວຽດ​ນາມ ຢູ່​ພາຍ​ໃນ​ປະ​ເທດ ແລະ ຢູ່​ຕ່າງ​ປະ​ເທດ; ແມ່ນ​ການ​ຜູກ​ພັນ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ. ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ​ກົມ​ກ່ຽວ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ລວມ​ເພື່ອ​ປະ​ເທດ​ຊາດ.

ຄວາມ​ຮັບ​ຜິດ​ຊອບ ແລະ ພາ​ລະ​ກຳ​ປະ​ຫວັດ​ສາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ, ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ “ຊາຍ​ຄາ​ລວມ” ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ.

ດ້ວຍ​ບົດ​ບາດ​ເຕົ້າ​ໂຮມ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ ແລະ ລັດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ ຫງວຽນ​ບິ່ງ​ມິງ, ຫົວ​ໜ້າ​ຫ້ອງ​ການ ຄະ​ນະ​ກຳ​ມະ​ກາ​ນ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ ທິດ​ທາງ, ເປົ້າ​ໝາຍ, ໜ້າ​ທີ​່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ຄວາມ​ເປັນ​ໄປ​ໄດ້​ສູງກວ່າ, ກຳ​ນົດ 3 ບຸກ​ທະ​ລ​ຸ​ຈຸດ​ສຸມ, ຕິດ​ພັນ​ກັບ​ຄຳ​ຮຽກ​ຮ້ອງ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ຕ​າມ​ທິດ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ ແລະ ຂັ້ນ​ຮາກ​ຖານ​ຢ່າງ​ແຮງ.

“ອະ​ຍຸ​ການນ​ີ້​ໄດ້​ສ້າງ 3 ບຸກ​ທະ​ລຸ. ບຸກ​ທະ​ລຸ​ທີ 1 ແມ່ນ​ຕ້ອງ​ປັບ​ປຸງ​ກົນ​ໄກ​ໃຫ້​ສົມ​ບູນ​ແບບ ແລະ ພ​ິ​ເສດ​ແມ່ນ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແບບ​ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ທຸກ​ຂັ້ນຢ່າງ​ແຮງ. ເນື້ອ​ໃນ​ທີ 2 ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຕິດ​ຕາມກວດ​ກາ​ການ​ຕີ​ລາ​ຄາ​ສັງ​ຄົມ ຕາມ​ທິດ​ເປັນ​ເຈົ້າ​ການ​ແຕ່​ໄວ, ແຕ່​ໄກ ແຕ່​ຂອດ​ກໍ່​ສ້າງ ຕະຫຼອດ​ຮອດ​ຂອດ​ປະ​ຕິ​ບັດ​ນະ​ໂຍ​ບາຍ. ເນື້ອ​ໃນ​ສຸດ​ທ້າຍ​ຂອງ​ການ​ບຸກ​ທະ​ລຸ​ແມ່ນ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເປັນ​ມື​ອາ​ຊີບ, ສຸດ​ຈິດ​ສຸດ​ໃຈ, ຕອບ​ສະ​ໜອງ​ຕາມ​າ​ຮຽກ​ຮ້ອງ​ຂອງ​ສ​ະ​ພາບ​ການ​ໃໝ່”.

ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ​ໃນ​ສັງ​ກາດ​ໃໝ່ ທັງ​ແມ່ນ​ຄຳ​ຮຽກ​ຮ້ອງ​ພາ​ວະ​ວິ​ໄສ, ທັງ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ຍາວ​ນານ. ດ້ວຍ​ບົດ​ບາດ​ແກ່ນ​ສານ​ຂອງ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ກໍ​ຄື​ການ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຂອງ​ທົ່ວ​ປວງ​ຊົນ, ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປ​ັບ​ປຸງ​ຢ່າງ​ໝັ້ນ​ແກ່ນ, ສ້າງ​ກຳ​ລັງ​ໜູນ​ນຳ​ປະ​ເທ​ດ​ຊາດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ./.