ໃນການແຂ່ງຂັນປັນຍາປະດິດ (AI), ການລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ຂໍ້ມູນ ແລະ ເຕັກໂນໂລຊີແມ່ນເງື່ອນໄຂທີ່ຈຳເປັນ. ແຕ່ເພື່ອຫລຸດຜ່ອນໄລຍະຫ່າງດ້ານພູມປັນຍາ, ແຫຼ່ງກຳລັງສຳຄັນພິເສດແມ່ນມະນຸດ. ໃນສະພາບການນັ້ນ, ເຄືອຂ່າຍຜູ້ຊ່ຽວຊານປັນຍາປະດິດ (AI) ຫວຽດນາມ ທົ່ວໂລກ ພວມໄດ້ສ້າງໃຫ້ກາຍເປັນປະຊາຄົມຜູ້ຊ່ຽວຊານທີ່ເຄື່ອນໄຫວເປັນປະຈຳເທື່ອລະກ້າວ, ເຊື່ອມຕໍ່ຢ່າງແທດຈິງ, ບົນຫຼັກການເປີດ, ມີໄຫວພິບ ແລະ ສະໝັກໃຈ.
ກົນໄກເຊື່ອມຕໍ່ກັບຄວາມຕ້ອງການຕົວຈິງຢ່າງມີໄຫວພິບ
ສິ່ງທີ່ໜ້ານສົນໃຈແມ່ນວິທີເຊື່ອມຕໍ່. ເຄືອຂ່າຍຈະບໍ່ໄດ້ສ້າງຂຶ້ນຄືບັນຊີລາຍຊື່ເພື່ອເຕົ້າໂຮມບັນດາຜູ້ທີ່ເກັ່ງດ້ານ AI ຫາກຈຸດສຸມແມ່ນສ້າງກົນໄກເຊື່ອມຕໍ່ສອງສົ້ນລະຫວ່າງຜູ້ຊ່ຽວຊານ ແລະ ຄວາມຕ້ອງການຕົວຈິງ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຕວັນຮຶງ, ອາຈານສອນຢູ່ມະຫາວິທະຍາໄລ TohOku, ຍີ່ປຸ່ນ, ໃຫ້ຮູ້ວ່າ:
ເລື່ອງສ້າງຕັ້ງເຄືອຂ່າຍຜູ້ຊ່ຽວຊານ AI ແມ່ນບາດກ້າວເດີນທີ່ຈຳເປັນໃນໄລຍະປະຈຸບັນ. ສິ່ງສຳຄັນແມ່ນບໍ່ພຽງແຕ່ໄດ້ເຊື່ອມຕໍ່ບັນດາຜູ້ທີ່ເຮັດກ່ຽວກັບ AI ຫາກແມ່ນການໄດ້ສ້າງກົນໄກເພື່ອພ້ອມກັນແກ້ໄຂບັນດາບັນຫາທີ່ໃຫຍ່ກວ່າຂອງ ຫວຽດນາມ ໃນປະຈຸບັນ. ເລື່ອງສ້າງຕັ້ງເຄືອຂ່າຍເຊື່ອມຕໍ່ບັນດານັກວິທະຍາສາດ ຈະມຸ່ງໄປເຖິງບັນດາເປົ້າໝາຍຄື: ເຊື່ອມຕໍ່ບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເປັນກຸ່ມຄົ້ນຄ້ວາໃນແຕ່ລະຂົງເຂດສະເພາະ; ແບ່ງປັນຂໍ້ມູນພື້ນຖານໂຄງລ່າງ, ບົດຮຽນຄົ້ນຄ້ວາລະຫວ່າງບັນດານັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ….
ຄຽງຂ້າງການເຊື່ອມຕໍ່ບັນດານັກວິທະຍາສາດ, ເຄືອຂ່າຍຍັງມຸ່ງໄປເຖິງການແບ່ງປັນຂໍ້ມູນ, ພື້ນຖານໂຄງລ່າງ ແລະ ບົດຮຽນໃນການຄົ້ນຄ້ວາ; ສ້າງຕັ້ງບັນດາໂຄງການລະຫວ່າງຂະແໜງ ລະຫວ່າງ AI ກັບບັນດາຂົງເຂດອື່ນໆ; ພ້ອມທັງໜູນຊ່ວຍການບຳລຸງສ້າງບັນດານັກຄົ້ນຄ້ວາໜຸ່ມ ໂດຍຜ່ານກົນໄກພ້ອມກັນແນະນຳຄົ້ນຄ້ວາ. ທ່ານ ເຈິ່ນຝູທ້ວນ ຮອງປະທານ ທັງເປັນເລຂາທິການໃຫຍ່ສະຫະພັນບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ສະແດງຄວາມເຫັນພ້ອມກັບການປ່ຽນແປງໃນວິທີສັງເກດນີ້:
ສິ່ງທີ່ພວກຂ້າພະເຈົ້າເຫັນດີເຫັນພ້ອມແມ່ນການສ້າງລະບົບຊີວະພາບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ. ການປ່ຽນແປງນີ້ແມ່ນແກ່ນສານ, ຊ່ວຍສ້າງເຄືອຂ່າຍຊາວ ຫວຽດນາມ ອາໄສຢູ່ທົ່ວໂລກ ຕາມບັນດາວິຊາສະເພາະທີ່ຈະແຈ້ງ. ຜ່ານນັ້ນ ກໍ່ດຶງດູດບັນດານັກວິທະຍາສາດ, ວິສາຫະກິດ, ສະມາຊິກລັດຖະສະພາ, ລຸ້ນໜຸ່ມ, ບັນດານັກວິທະຍາສາດ ແລະ ຈະຈັດຂຶ້ນຕາມບັນດາຫົວເລື່ອງລະອຽດ.
ຫັນແຫຼ່ງກຳລັງເປັນກຳລັງຄວາມສາມາດເຕັກໂນໂບຊີພາຍໃນປະເທດ
ໃນຍຸກສະໂໝດີຊີຕອນ, ເມື່ອໄລຍະຫ່າງທາງພູມສາດບໍ່ແມ່ນຮົ້ວກີດຂວາງອີກແລ້ວ, ແຫຼ່ງກຳລັງປັນຍາຊົນທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນໃຫ້ແກ່ປະເທດຊາດ ບໍ່ຈຳເປັນຕ້ອງເລີ່ມຈາກການກັບເມືອ ຫວຽດນາມ. ເຄືອຂ່າຍມຸ່ງໄປສູ່ການນຳ AI ມາຮອດໂຮງຮຽນ, ວິສາຫະກິດ ແລະ ບັນດາຂົງເຂດບຸລິມະສິດ, ຊຸກຍູ້ການບຳລຸງສ້າງ, ຖ່າຍທອດພູມປັນຍາ, ນະວັດຕະກຳ ແລະ ການໝູນໃຊ້ AI. ທ່ານປະລິນຍາເອກ ຫງວຽນກວາງເຟືອກ ຫົວໜ້າຄະນະບໍລິຫານເຄືອຂ່າຍນະວັດຕະກຳ ຫວຽດນາມ ປະຈຳ ສ.ເກົາຫຼີ ຖືວ່າ:
ຫວຽດນາມ ຕ້ອງຫັນຈາກຈິນຕະນາການອຸປະຖຳໃຫ້ຫົວເລື່ອງຄົ້ນຄ້ວາ ໄປສູ່ຈິນຕະນາການລົງທຶນເພື່ອແກ້ໄຂບົດໂຈດ ແລະ ສ້າງເປັນຜະລິດຕະພັນທີ່ມີຕະຫຼາດ. ເມື່ອກຳນົດໜ້າທີ່ຄົ້ນຄ້ວາ, ນັບແຕ່ເບື້ອງຕົ້ນ, ພວກເຮົາຄວນວາງອອກ 3 ຄຳຖາມ: ໃຜຕ້ອງການເຕັກໂນໂລຊີນີ້, ໃຜຈະນຳໃຊ້ ແລະ ໃຜຈະມີຄວາມສາມາດສົ່ງມັນອອກສູ່ຕະຫຼາດ. ຖ້າຕອບໄດ້ 3 ຄຳຖາມນີ້ນັບແຕ່ເບື້ອງຕົ້ນ, ໄລຍະຫ່າງລະຫວ່າງການຄົ້ນຄ້ວາ ແລະ ການຫັນເປັນການຄ້າຈະຖືກຫລຸດລົງ.
ຫວຽດນາມ ພວມມີປະຊາຄົມຊາວ ຫວຽດນາມ ມີໜ້າຢູ່ຫຼາຍສູນວິທະຍາສາດ ແລະ ເຕັກໂນໂລຊີໃຫຍ່ໃນໂລກ. ຍ້ອນເຫດນັ້ນ, ເຄືອຂ່າຍຜູ້ຊ່ຽວຊານ AI ຫວຽດນາມ ທົ່ວໂລກ ສາມາດສ້າງໄດ້ວິທີການເຊື່ອມຕໍ່ທີ່ມີໄຫວພິບກວ່າ: ບໍ່ຈຳເປັນຕ້ອງສົ່ງຜູ້ເກັ່ງກັບເມືອປະເທດ, ຫາກກ່ອນອື່ນໝົດແມ່ນນຳພູມປັນຍາ, ບົດຮຽນປະສົບການ ແລະ ບັນດາສາຍເຊື່ອມຕໍ່ຂອງເຂົາເຈົ້າກັບມາພ້ອມກັນແກ້ໄຂບັນດາບົດໂຈດຂອງປະເທດຊາດ ແລະ ສ້າງບັນດາຄຸນຄ່າໃໝ່ໃຫ້ແກ່ ຫວຽດນາມ./.
