ວັນທີ 09 ມິຖຸນາ, ເວທີປາໄສອະນາຄົດ ອາຊຽນ (AFF) 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ຮ່າໂນ້ຍ, ໂດຍມີຜູ້ແທນກວ່າ 500 ທ່ານ ເຊິ່ງແມ່ນການນຳ, ເຈົ້າໜ້າທີ່, ນັກຮຽນຮູ້, ວິສາຫະກິດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ນອກພາກພື້ນເຂົ້າຮ່ວມ. ໃນສະພາບເປັນປີທຳອິດທີ່ ອາຊຽນ ເລີ່ມຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ເວທີປາໄສສືບຕໍ່ຢືນຢັນບົດບາດແມ່ນແຫ່ງໂອ້ລົມສົນທະນາເປີດ ເພື່ອພ້ອມກັນສ້າງແນວຄວາມຄິດ, ຂໍ້ລິເລີມ ແລະ ມາດຕະການໃຫ້ແກ່ອະນາຄົດຢູ່ພາກພື້ນ, ພ້ອມກັນນັ້ນ ສ່ອງແສງບົດບາດທີ່ນັບມື້ນັບເປັນເຈົ້າການຂອງ ຫວຽດນາມ ໃນບັນດາວິວັດແຫ່ງການຮ່ວມມື ອາຊຽນ.
ເມື່ອສະພາບແວດລ້ອມຍຸດທະສາດຢູ່ພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ, ຄວາມຕ້ອງການປັບປຸງຄວາມເຫັນດີເຫັນພ້ອມ, ເພີ່ມທະວີຄວາມສາມາດຮັບມື ແລະ ຊອກຫາກຳລັງໜູນພັດທະນາໃໝ່ ພວມກາຍເປັນຄວາມຮຽກຮ້ອງທີ່ຈຳເປັນສຳລັບ ອາຊຽນ. ນີ້ກໍ່ແມ່ນບັນດາຈຸດສຸມທີ່ໄດ້ວາງອອກທີ່ AFF 2026.
ຮ່ວມສ້າງອະນາຄົດ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ
ຫົວຂໍ້ຂອງ AFF 2026 ແມ່ນ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ທີ່ມີຄວາມຄ້າຍຄືກັນ ແລະ ຮ່ວມກັນກັບຫົວຂໍ້ຂອງປີປະທານ ອາຊຽນ 2026 ຂອງ ຟິລິບປີນ ນັ້ນແມ່ນ “ພ້ອມກັນສ້າງອະນາຄົດລວມ” (Navigating Our Shared Future). ບົນຈິດໃຈນັ້ນ, AFF 2026 ໄດ້ຮັບການອອກແບບຄືດັ່ງບ່ອນໂອ້ລົມສົນທະນາເປີດ, ແຫ່ງທີ່ບັນດາການນຳ, ນັກວາງແຜນນະໂຍບາຍ, ນັກຮຽນຮູ້, ວິສາຫະກິດ, ຊາວໜຸ່ມ ແລະ ບັນດາອົງການຈັດຕັ້ງໃນສັງຄົມພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາສ້າງອະນາຄົດ ອາຊຽນ. ກ່າວຄຳເຫັນທີ່ພິທີໄຂ AFF 2026, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ຖ້າໃນໄລຍະເກືອບ 6 ທົດສະວັດຜ່ານມາແມ່ນວິວັດແຫ່ງການສ້າງສີສັນຂອງ ອາຊຽນ, ໃນຊຸມທົດສະວັດຕໍ່ໄປ ຈະແມ່ນວິວັດແຫ່ງການສ້າງອະນາຄົດຂອງ ອາຊຽນ ໃນໂລກທີ່ບັນດາກົດຂໍ້ບັງຄັບພື້ນຖານຂອງເສດຖະກິດ, ເຕັກໂນໂລຊີ ແລະ ສິດອຳນາດທົ່ວໂລກພວມຖືກຈົດໄວ້. ເຕັກໂນໂລຊີພວມກຳນົດຄວາມສາມາດແກ່ງແຍ້ງຄືນໃໝ່, ປັນຍາປະດິດພວມນິຍາມກຳນົດສະມັດຕະພາບຄືນໃໝ່, ຂໍ້ມູນພວມກຳນົດສິດອຳນາດຄືນໃໝ່ ແລະ ການຫັນເປັນສີຂຽວພວມກຳນົດຮູບແບບການພັດທະນາຄືນໃໝ່. ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເອກະພາບໃນຫຼາຍຮູບຫຼາຍແບບ, ບັນດາຄຸນຄ່າສ້າງເປັນຜົນສຳເລັດຂອງຕົນ”.
ຈິດໃຈນັ້ນກໍ່ໄດ້ສະແດງອອກຜ່ານໂຄງການດຳເນີນງານຂອງ AFF 2026 ດ້ວຍຫຼາຍຫົວຂໍ້ທີ່ພວມສ້າງອະນາຄົດພາກພື້ນ, ຄື: ການຄຸ້ມຄອງປັນຍາປະດິດ, ເຕັກໂນໂລຊີການເງິນ, ຄວາມໝັ້ນຄົງດ້ານພະລັງງານ, ການພັດທະນາແບບຍືນຍົງ… ທຸກສິ່ງເຫຼົ່ານັ້ນລ້ວນແຕ່ມຸ່ງໄປເຖິງການຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມາດຮັບມື ແລະ ບົດບາດກໍ່ສ້າງຂອງ ອາຊຽນ.
ຈາກຂໍ້ລິເລີມໄປສູ່ການກະທຳ
ໃນສະພາບທີ່ ອາຊຽນ ເລີ່ມຜັນຂະຫຍາຍວິໄສທັດ ອາຊຽນ 2045 ພ້ອມກັບບັນດາແຜນການຍຸດທະສາດໃໝ່, AFF ຊີ້ໃຫ້ເຫັນບາດກ້າວພັດທະນາໃໝ່ດ້ວຍການປະກອບຂອງ ຫວຽດນາມ ໃນການຮ່ວມມືຢູ່ພາກພື້ນ: ບໍ່ພຽງແຕ່ເຂົ້າຮ່ວມບັນດາກົນໄກທີ່ມີຢູ່ແລ້ວ ຫາກຍັງເປັນເຈົ້າການສະເໜີຂໍ້ລິເລີ່ມ, ສ້າງການໂອ້ລົມສົນທະນາ ແລະ ເຊື່ອມຕໍ່ບັນດາຊັບພະຍາກອນເພື່ອເພີ່ມເຕີມໃຫ້ແກ່ວິວັດທະນາການທາງການຂອງ ອາຊຽນ.
(ພາບ: TTXVN))
ໃນຕົວຈິງ, ພາຍຫຼັງໄດ້ຈັດຕັ້ງ 2 ຄັ້ງໃນປີ 2024 ແລະ 2025, ມີຫຼາຍແນວຄວາມຄິດ, ຂໍ້ສະເໜີແນະ ແລະ ເນື້ອໃນປຶກສາຫາລືຢູ່ AFF ແມ່ນໄດ້ລະບຸໄວ້ໃນບັນດາເອກະສານຂອງ ອາຊຽນ. ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ຕີລາຄາວ່າ:
“ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີມສຳຄັນຂອງ ຫວຽດນາມ ເພື່ອຊຸກຍູ້ການທູດ ອາຊຽນ ຢູ່ພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຄິດວ່າ ນີ້ແມ່ນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ອາຊຽນ. ເວທີປາໄສພິເສດນີ້ແມ່ນໜຶ່ງໃນບັນດາເວທີປາໄສສຳຄັນ, ແຫ່ງທີ່ຂ້າພະເຈົ້າຄິດວ່າ ຫວຽດນາມ ພວມສວມບົດບາດທີ່ມີລັກສະນະກໍ່ສ້າງຂອງຕົນ ເພື່ອສ້າງສານຍຸດທະສາດຂອງ ອາຊຽນ. ພວກເຮົາຕ້ອງຮັບປະກັນວ່າ ອາຊຽນ ມີທັດສະນະຢ່າງແຮງໃນບັນດາບັນຫາທົ່ວໂລກ”.
(ພາບ: baoquocte.vn)
ກຳລັງດຶງດູດນັບມື້ນັບໃຫຍ່ຫຼວງຂອງເວທີປາໄສ ຍັງສະແດງອອກຜ່ານການເຂົ້າຮ່ວມຂອງບັນດາການນຳ, ນັກຮຽນຮູ້, ວິສາຫະກິດ ແລະ ຄູ່ຮ່ວມມືສາກົນ. ທ່ານ Alex Strugnell, ອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ, ຖືວ່າ:
“ສິ່ງທີ່ດີເລີດກ່ຽວກັບເວທີປາໄສນັ້ນແມ່ນ ໃນການຫັນເປັນທົ່ວໂລກ, ແຫ່ງທີ່ພວກເຮົາຮັບຮູ້ໄດ້ຄວາມຈຳເປັນຕ້ອງເຊື່ອມຕໍ່ການ ຮ່ວມມືແມ່ນສຳຄັນກວ່າເວລາໃດໝົດ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ເວທີປາໄສຈະຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີລາຊະອານາຈັກ ອັງກິດ ເພື່ອພ້ອມກັບແກ້ໄຂບັນດາສິ່ງທ້າທາຍລວມໃນປະຈຸບັນ”.
ດ້ວຍບັນດາຂໍ້ລິເລີມໂອ້ລົມສົນທະນາທີ່ນັບມື້ນັບກວມລວມ ແລະ ແທດຈິງນັ້ນ, AFF 2026 ສືບຕໍ່ຢືນຢັນຄຸນຄ່າຂອງການຮ່ວມມື, ຄວາມເຫັນດີເຫັນພ້ອມ ແລະ ວິໄສທັດໄລຍະຍາວ, ບັນດາພື້ນຖານທີ່ໄດ້ສ້າງເປັນສີສັນ ແລະ ພະລັງຊີວິດຂອງປະຊາຄົມ ອາຊຽນ.
