ສະພາແຫ່ງຊາດ ຫວຽດນາມ ຫາກໍ່ຮັບຮອງເອົາຂໍ້ຕົກລົງທີ່ມີລັກສະນະຍຸດທະສາດຢ່າງເປັນທາງການ: ໂຮມເຂົ້າກັນ ແລະ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດພັດທະນາວັດທະນະທຳ-ສັງຄົມ, ຊົນນະບົດ, ຊົນຊາດ ແລະ ເຂດພູດອຍໄລຍະ 2026-2035 ດ້ວຍແຫຼ່ງກຳລັງຂຶ້ນເຖິງປະມານ 32 ຕື້ USD, ໃຫ້ບຸລິມະສິດບັນດາບໍລິເວນປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນນະໂຍບາຍຊີ້ຂາດດ້ານງົບປະມານທີ່ມີຂອບຂະໜາດໃຫຍ່, ສະແດງໃຫ້ເຫັນວິໄສທັດການຄຸ້ມຄອງບໍລິຫານທີ່ທັນສະໄໝ: ຫັນແຫຼ່ງກຳລັງເປັນດີເລີດເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ.
ໂຄງການໄດ້ປະຕິບັດໃນທົ່ວປະເທດ, ໃຫ້ບຸລິມະສິດບັນດາຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ຊາຍແດນ, ໝູ່ເກາະ. ໂຄງການນີ້ແມ່ນໂຮມເຂົ້າຈາກ 4 ໂຄງການຄື: ການພັດທະນາວັດທະນະທຳ, ການຫັນເປັນທັນສະໄໝ, ຍົກສູງຄຸນນພາບການສຶກສາ ແລະ ບຳລຸງສ້າງ; ກໍ່ສ້າງຊົນນະບົດໃໝ່, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ; ສົ່ງເສີມສຸຂະພາບ, ປະຊາກອນ ແລະ ພັດທະນາ.
ໂຮມເຂົ້າກັນເພື່ອທະວີຄູນປະສິດທິຜົນ
ຈຸດບຸກທະລຸຂອງໂຄງການແມ່ນຈິນຕະນາການໂຮມເຂົ້າກັນ. ແທນທີ່ໄດ້ເຄື່ອນໄຫວ 4 ໂຄງການເປົ້າໝາຍແຫ່ງຊາດສະເພາະ (ວັດທະນະທຳ; ການສຶກສາ; ຊົນນະບົດໃໝ່-ຫລຸດຜ່ອນຄວາມທຸກຍາກ-ຊົນເຜົ່າສ່ວນໜ້ອຍ; ສາທາລະນະສຸກ-ປະຊາກອນ), ສະພາແຫ່ງຊາດໄດ້ໂຮມເຂົ້າເປັນໂຄງການສັງລວມເອກະພາບກັນ.
ນັບແຕ່ເວລາສ້າງໂຄງການເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານໄດ້ກຳນົດການຄຸ້ມຄອງບໍລິຫານໂຮມເຂົ້າແມ່ນຄວາມຮຽກຮ້ອງແກ່ນສານ. ເມື່ອເນັ້ນໜັກເຖິງຄວາມຕັດສິນໃຈນີ້, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:
ຕ້ອງມີການປະສານສັງລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ, ໂດຍສະເພາະແມ່ນບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດບໍລິເວນຊົນນະບົດເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ. ຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງຖືກຕ້ອງຕາມເປົ້າໝາຍ, ຈຸດສຸມ ແລະ ຮັບປະກັນບໍ່ທັບຊ້ອນກັນ, ບໍ່ກະແຈກກະຈາຍ.
ການເຕີບໂຕເສດຖະກິດຈະມີຄວາມໝາຍຢ່າງແທ້ຈິງກໍ່ຕໍ່ເມື່ອໝາກຜົນໄດ້ແບ່ງປັນໂດຍມີຄວາມຍຸດຕິທຳ. ດ້ວຍແຫຼ່ງກຳລັງ 32 ຕື້ USD, ນະໂຍບາຍໄດ້ມຸ່ງໄປສູ່ບັນດາເຂດທຸກຍາກ, ເຂດຊາວຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ ແລະ ໝູ່ເກາະ.
ບັນດາເປົ້າໝາຍນີ້ ໄດ້ລົບລ້າງຄວາມສົງໄສກ່ຽວກັບໄລຍະຫວ່າງຄວາມຮັ່ງມີ ຄວາມທຸກຍາກໃນວິວັດການຫັນເປັນຕົວເມືອງ, ຢັ້ງຢືນຮູບແບບພັດທະນາຂອງ ຫວຽດນາມ ແມ່ນຍາມໃດກໍ່ໄດ້ຖືມະນຸດເປັນໃຈກາງ.
ວິໄສທັດໄລຍະຍາວເພື່ອແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ວັດທະນຳທຳກຳລັງພາຍໃນ
ບໍ່ພຽງແຕ່ຢຸດຢູ່ການຫລຸດຜ່ອນຄວາມທຸກຍາກແບບເກົ່າ, ໂຄງການໄດ້ວາງວິໄສທັດໃນໄລຍະຍາວ ເພື່ອແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ວັດທະນຳທຳກຳລັງພາຍໃນ, ຊື່ງແມ່ນສອງເສົາຄ້ຳເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນກາຍເປັນປະເທດພັດທະນາ. ລະອຽດຄື: ຫວຽດນາມ ຈະນຳພາສາອັງກິດກາຍເປັນພາສາທີສອງໃນໂຮງຮຽນເທື່ອລະກ້າວ. ຮອດປີ 2035, ມີ 60 ໂຮງຮຽນວິທະຍາໄລຈະເຂົ້າເຖິງລະດັບ ASEAN-4, 6 ໂຮງຮຽນຫຍັບເຂົ້າໃກ້ກັບກຸ່ມ G20; ຢ່າງໜ້ອຍສຸດ 12 ມະຫາວິທະຍາໄລຂະແໜງປາຍແຫຼມຈຳນວນໜຶ່ງ ນອນໃນ top 200 ຂອງອາຊີ ແລະ 2 ໂຮງຮຽນນອນໃນ top 100 ຂອງໂລກ.
ເລື່ອງກົດປຸ່ມຮັບຮອງເອົາມະຕິສະບັບໃໝ່ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນເທົ່ານັ້ນ, ບົດໂຈດການຕັດສິນແມ່ນຢູ່ໃນຄວາມສາມາດນຳນະໂຍບາຍເຂົ້າສູ່ພຶດຕິກຳຕົວຈິງ. ເມື່ອຕີລາຄາກ່ຽວກັບຄວາມຮັບຜິດຊອບຂອງກົງຈັກປະຕິບັດ, ທ່ານ ໂງວັນຕວັນ ລັດຖະມົນຕີກະຊວງການເງິນ ຫວຽດນາມ ຊີ້ແຈ້ງວ່າ:
ຄຸນຄ່າຂອງການໂຮມບັນດາໂຄງການເຂົ້ານຳກັນ ບໍ່ນອນໃນຊື່ເອີ້ນລວມ ຫາກໄດ້ວັດແທກດ້ວຍນະໂຍບາຍຄົບຊຸດກ່ວາ, ແຫຼ່ງກຳລັງມາໄວກວ່າ ແລະ ຖືກກັບເປົາໝາຍກວ່າ, ທ້ອງຖິ່ນເປັນເຈົ້າການກວ່າ, ມີລະບຽບການໜ້ອຍກວ່າ, ຄວາມຮັບຜິດຊອບແຈ້ງກວ່າ ແລະ ສຸດທ້າຍແມ່ນ ປຊຊ ໄດ້ຊົມໃຊ້ເປັນຢ່າງດີກວ່າ. ພາຍຫຼັງສະພາແຫ່ງຊາດຮັບຮອງເອົາມະຕິສະບັບນີ້, ລັດຖະບານຈະຮີບເຮັ່ງສ້າງມະຕິຂອງລັດຖະບານໃຫ້ສົມບູນແບບ ຮັບປະກັນໃຫ້ຖືກຕ້ອງກັບຂອບເຂດທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້, ຈັດຕັ້ງປະຕິບັດຢ່າງຄົບຊຸດ.
ເລື່ອງສະພາແຫ່ງຊາດຮັບຮອງເອົາການໂຮມໂຄງການພັດທະນາວັດທະນະທຳ, ສັງຄົມ, ຊົນນະບົດ ແລະ ເຂດຊາວຊົນເຜົ່າສ່ວນໜ້ອຍເຂົ້ານຳກັນ ໄດ້ປ່ຽນແປງມາດຕະການແກ້ໄຂເລື່ອງບໍ່ແຈກຢາຍແຫຼ່ງກຳລັງ ຫາກໄດ້ສຸມໃສ່ການລົງທຶນທີ່ມີຈຸດສຸມ. ດ້ວຍເລື່ອງຕັ້ງການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ ເປັນຖານຄຽງຄູ່ກັບການເຕີບໂຕ, ຫວຽດນາມ ກຳລັງສ້າງຮູບແບບການພັດທະນາກວມລວມຢ່າງແທ້ຈິງ, ແຫ່ງທີ່ທຸກໄລຍະຫວ່າງດ້ານພູມສາດ ຫຼືຊົນຊາດ ກໍ່ລ້ວນແຕ່ໄດ້ຮັດແຄບລົງ./.
