ໃນ​ການ​ພົວ​ພັນ ຫວຽດ​ນາມ - ຈີນ, ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນ​ແຫ່ງຊາດຈີນ​ແມ່ນ​ພາກ​ສ່ວນ​ສຳ​ຄັນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ທາງ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ອົງ​ການນ​ິ​ຕິ​ບັນ​ຍາດ, ຫາກຍັງ​ແມ່ນ​ຊ່ອງ​ທາງ​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ສ້າງລະບົບ​ນິ​ຕິ​ກຳ​ທີ່​ສະ​ດວກ​ໃຫ້​ແກ່​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ.

ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານໃຫ້​ເລິກ​ເຊິ່ງກວ່າ​ອີກ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ​ທີ່​ມີ​ຄວາມ​ໝ​າຍ​ຍຸດ​ທະ​ສາດ​ຢູ່​ລະ​ດັບ​ສູງ​ກວ່າ​ໃນ​ສັງ​ກາດ​ໃໝ່.

ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ສວມ​ບົດ​ບາດຫຼັກ​ແຫຼ່ງ

ຕາມ​ຂໍ້​ສັງ​ເກດ​ຂອງ​ທ່ານ​ສາດ​ສະ​ດາ​ຈານ Mi Liang ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລພາ​ສາຕ່າງ​ປະ​ເທດ ປັກ​ກິ່ງ, ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV ປະ​ຈຳ​ປັກ​ກິ່ງ ກ່ອນ​ການ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ, ການຮ່ວມ​ມື​ລັດ​ຖະ​ສະ​ພາ ຈີນ - ຫວຽດ​ນາມນັບ​ມື້​ນັບ​ຕິດ​ພັນ​ກັບ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ:

ການ​ພົວ​ພັນ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນແຫ່ງຂາດ ຈີນ ແມ່ນ​ພາກ​ສວ່ນ​ສຳ​ຄັນ ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຈີນ - ຫວຽດ​ນາມ, ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຜ່ານ​ການ​ສ້າງ​ນິ​ຕິ​ກຳ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ປັບ​ປຸງ​ພື້ນ​ຖານ​ໃນ​ໃຈ​ປະ​ຊາ​ຊົນ. ຜ່ານ​ບັນ​ດາ​ກົນ​ໄກ​ແລກ​ປ່ຽນ​ໂດຍ​ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ, ສອ​ງ​ອົງ​ການ​ໄດ້​ໜູນ​ຊ່ວຍ​ຢ່າງ​ແຮງ​ຜ່ານ​ການ​ສ້າ​ງປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.

ຈາກ​ແງ່​ມູມ​ນັ້ນ, ການ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ບໍ່​ພຽງ​ແຕ່​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ລັດ​ຖະ​ສະ​ພາເທົ່າ​ນັ້ນ, ຫາກ​ຍັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫງ່​ຊາດ​ໃນ​ການ​ຫັນ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ເປັນ​ລະ​ອຽດ. ເມື່ອ​ການ​ຮ່ວມ​ມື ຫວຽດ​ນາມ - ຈີນ​ນັບ​ມື້​ນັບ​ເປີດກວ້າງ​ໃນຫຼາຍ​ຂົງ​ເຂດ, ຮຽກ​ຮ້ອງ​ຕ້ອງ​ສ້າງກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ​ຍິ່ງ​ມ​ີ​ຄວາມ​ຈຳ​ເປັນ​. ຜ່ານ​ການ​ສ້າງ​ນິ​ຕິ​ກຳ, ຕິດ​ຕາມກວດ​ກາ ແລະ ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ, ສອງ​ອົງ​ການ​ສ້າງ​ນິ​ຕິ​ກຳ​ປະ​ກອ​ບ​ສ່ວນ​ແກ້​ໄຂ​ຈຸດ​ອຸດ​ຕັນ​ກ່ຽວ​ກັ​ບ​ລະ​ບອບ​ລະ​ບຽບ​ການ, ສ້າງ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂັ້ນ​ສູງ​ເຂົ້າ​ສູ່​ຕົວ​ຈິງ. ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 1 ປີ 2025, ກອງ​ປະ​ຊຸມ​ຄັ້ງ​ທີ​ສອງ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນແຫ່ງຊາດ ຈີນ ໄດ້​ສ້າງ​ກຳ​ລັງ​ໜູນ​ນຳ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ເຂົ້າ​ສູ່​ລວງ​ເລິກ, ແທດຈິງ. ທ່ານ​ຟ້າມ​ແທັງ​ບິ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ປະ​ຈຳ ຈີນ ຊີ້​ແຈ້ງວ່າ:

ກອງ​ປະ​ຊຸມ​ຄັ້ງ​ທີ 2 ຈະ​ສືບ​ຕໍ່​ນຳ​ກົນ​ໄກ​ນີ້​ເຄື່ອນ​ໄຫວ​ເປັນ​ປະ​ຈຳ, ມີ​ໂຄງ​ການ, ເນື້ອ​ໃນ ແລະ ຈຸດ​ສຸມ​ລະ​ອຽດ. ຜ່ານກອງ​ປະ​ຊຸມ​ຄັ້ງ​ທີ 2, ສອ​ງ​ຝ່າຍ​ຈະ​ສຳຫຼວດກວດ​ຄືນໝາກ​ຜົນ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ, ກຳ​ນົດ​ບັນ​ດາ​ຈຸດ​ສຸມ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພ້ອມ​ທັງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສອງ​ອົງ​ການ​ນິ​ຕິ​ບັນ​ຍັດ​ໃນ​ການ​ສ້າງ​ແລວ​ນິ​ຕິ​ກຳ ແລະ ຕິດ​ຕາມກວດ​ກາ ການ​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ, ໂຄງ​ການ​ຮ່ວມ​ມື​ທີ່ແທດຈິງ​ລະ​ຫວ່າງ​ສອງ​ປະ​ເທດ; ຮັບ​ຮູ້ ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ນະ​ໂຍ​ບາຍ, ກົດ​ໝາຍຢ່າງ​ທັນ​ການ; ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທ​ະ​ສາດ​ພັດ​ທະ​ນາ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ຈີນ​ຫຍັບ​ເຂົ້າ​ໃກ້ກັບ​ປະ​ຊາ​ຊົນ​ກວ່າ

ໃນ​ສະ​ພາບ​ການ​ໂລກ​ພວມ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ບັນ​ດາ​ປະ​ເທດ​ຢື່ນ​ຢູ່​ຕໍ່​ໜ້າບັນດາຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື, ການ​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ, ເພີ່ມທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍິ່ງ​ມີ​ຄວາມ​ໝາຍ; ໃນ​ນັ້ນ, ຊ່ອງ​ແທງ​ແລກ​ປ່ຽນ​ເປັນ​ປະ​ຈຳ​ລະ​ຫວ່າງ​ສອງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ - ຈີນ ສວມ​ບົດ​ບາດ​ສຳ​ຄັນ. ຈາກ​ບັນ​ດາ​ການ​ແລກ​ປ່ຽນ​ກ່ຽວ​ກັບ​ກົດ​ໝາຍ, ນະ​ໂຍ​ບາຍ ແລະ ບົດ​ຮຽນ​ປະ​ສົບ​ການໃນ​ການ​ຄຸ້ມ​ຄອງ; ຈາກ​ການ​ປະ​ສານ​ສົມ​ທົບ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ໃນ​ພາກ​ພື້ນ ແລະ ສາ​ກົນ; ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມາ​ທິ​ການ​ວິ​ຊາການແລະ ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສ​ະ​ພາ ຫວຽດ​ນາມ - ຈີນ, ເຄືອ​ຂ່າຍ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ, ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ໜູນ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ.

ເພາະ​ສະ​ນັ້ນ, ໃນ​ການ​ຢ້ຽມ​ຢາມ​ຈີນ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2, ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນ ທົ່ວ​ປະ​ເທດ ຈີນ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ນຳ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂອງ​ຂັ້ນ​ສູງ ກາຍ​ເປັນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ອຽດ, ບັນ​ດາ​ກອບ​ນິ​ຕິ​ກຳ​ທີ່​ເໝາະ​ສົມ ແລະ ບັນ​ດາ​ໝາກ​ຜົນ​ອາດ​ສາ​ມາ​ຮູ້​ສຶກ​ໄດ້​ໃນ​ຕົວ​ຈິງ. ທ່ານ ສ​າດ​ສະ​ດາ​ຈານ Mi Liang ໃຫ້​ຂໍ້​ສັງ​ເກດ​ວ່າ:

ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້​ອ​ອັນ​ດີ​ງາມ​ກ່ຽວ​ກັບ​ບັນ​ດາ​ການ​ແລກ​ປ່ຽນ​ເປັນ​ປະ​ຈຳ​ລະ​ຫວ່າງ​ກາ​ນຳ​ນ​ສອງ​ພັກ, ສອງ​ລັດ; ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ຢູ່​ຂັ້ນ​ສູງ​ສຸດ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ; ຫັນ​ປ່ຽນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຍຸດ​ທະ​ສາດ​ ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ ກາຍ​ເປັນ​ເຈດ​ຕະ​ນາ​ການ​ລວມ​ຢູ່​ຂັ້ນ​ນິ​ຕິ​ບັນ​ຍັດ, ບໍ່​ພຽງ​ແຕ່​ປັບ​ປຸງ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ໃນ​ນັ້ນ​ແຕ່​ລະ​ຝ່າຍ​ລ້ວນ​ແຕ່​ຖື​ຝ່າຍ​ອື່ນ​ແມ່ນ ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ກັນ.

ສຳ​ລັບ ຫວຽດ​ນາມ, ເລື່ອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ໄປ​ຢ້ຽມ​ຢາມ​ຈີນ ຢັ້ງ​ຢືນ​ຄືນ​ເລື່ອງ ຫວຽດ​ນາມ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຖື​ການ​ພົວ​ພັນ​ກັບ ຈີນ ແມ່ນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ ແລະ ບຸ​ລິມ​ະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ; ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ຈີນ ນຳ​ການ​ພົວ​ພັນ​ຄູ່​ຮ​ວ່ມ​ມື ຍຸດ​ທ​ສາດ​ຮອບ​ດ້ານ ແລະ ຊຸກ​ຍູ້​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ​ມີ​ຄວາມ​ໝາຍ​ຍຸດ​ທ​ະ​ສາດ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ໃນ​ສັງ​ກາດ​ໃໝ່.