ໃນ​ນັ້ນ​, ມີ​ເນື້ອ​ໃນ​ພົ້ນ​ເດັ່ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຫັນ​ປະ​ສິດ​ທິ​ຜົນ​ບັນ​ດາ​ແຫຼ່ງ​ກຳ​ລັງ ກາຍ​ເປັນ​ສະ​ມັດ​ຕະ​ພາບ​, ກຳ​ລັງ​ຄວາມສາມາດໃນການ​ຜະ​ລິດ ແລະ ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ໄດ້​.

ປີ 2026, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​, ຈາກ​ສະ​ພາບ​ການ​ເສດ​ຖະ​ກິດ​, ຄວາມ​ກົດດັນ​ຈາກ​ໄພ​ເງິນ​ເຟີ້​, ລາຍ​ຈ່າຍ​ສົ້ນ​ເຂົ້າ ແລະ ບັນ​ດາ​ບັນ​ຫາ​ກີດ​ຂວາງ​ໃນ​ການ​ສຳ​ຜັດ​ແຫຼ່ງ​ທຶນ​ຮອນ​, ທີ່​ດິນ​ຂອງ​ວິ​ສາ​ຫະ​ກິດ​. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ​, ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ແລ້ວ​, ເສດ​ຖະ​ກິດ - ສັງ​ຄົມ​ຍັງ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ​, ຄາດ​ວ່າ​ຈະ​ສຳ​ເລັດ ແລະ ລື່ນ​ກາຍ 14/15 ຄາດ​ໝາຍ​ຕົ້ນ​ຕໍ່​.

ປີ 2027, ລັດ​ຖະ​ບານ​ໄດ້​ວາງ​ອອກ​ຄາດ​ໝາຍ​ການ​ເຕີບ​ໂຕ​ຈາກ 10% ຂຶ້ນ​ໄປ​, ພ້ອມ​ທັງ​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ບັນ​ດາ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຂອງ​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​.

​ປ່ຽນ​ແປງ​ວິທີ​ສ້າງ​ການ​ເຕີບ​ໂຕ​

ເພື່ອ​ຮັກ​ສາ​ກຳ​ລັງ​ແຮງ​ຍາວ​ນານ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​, ໄປ​ຄຽງ​ຄູ່​ກັບ​ເປີດ​ກ້ວາງ​ເງິນ​ລົງ​ທຶນ​, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​, ເພີ່ມ​ທະ​ວີ​ແຮງ​ງານ​ຕາມ​ລວງ​ເລິກ​, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ແຕ່​ລະ​ແຫຼ່ງ​ກຳ​ລັງ ແລະ ຄວາມ​ສາ​ມາດ​ສ້າງ​ມູນ​ຄ່າ​ເພີ່ມ​ຈາກ​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ ມີ​ຄວາມ​ໝາຍ​ຫຼັກ​ແຫຼ່ງ​. ເມື່ອເນັ້ນ​ໜັກ ເຖິງປັດ​ໄຈ​ລະ​ບອບລະບຽບການ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ​, ທ່ານ ຫຼ້າ​ແທັງ​ເຕີນ​, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຫາຍ​ຟ່ອງ​, ຖື​ວ່າ​:

“ພື້ນ​ຖານ​ເສດ​ຖະ​ກິດ​ໜຶ່ງ​ອາດ​ຈະ​ຫຼາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ມີ​ແຫຼ່ງ​ກຳ​ລັງ​, ມີ​ວິ​ສາ​ຫະ​ກິດ ແລະ ມີ​ແງ່​ຫວັງ​ບື່ນ​ຕົວ​. ແຕ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ນັ້ນ ອາດ​ສາ​ມາດ​ຫັນ​ເປັນ​ການ​ເຕີບ​ໂຕ​ໄດ້​ຫຼື​ບໍ່​, ແຫຼ່ງ​ກຳ​ລັງ​ໜູນ​ໄດ້​ສ້າງ​ຄວາມ​ສະ​ດວກ ຫຼື​ບໍ່ ແມ່ນ​ອີງ​ໃສ່​ສວ່ນ​ໃຫຍ່​ຕໍ່ຄຸນ​ນະ​ພາບ​ຂອງ​ລະ​ບອບລະບຽບການ​. ຍ້ອນ​ເຫດ​ນັ້ນ​, ຂ້າ​ພະ​ເຈົ້າ​ຖື​ວ່າ​, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ສ້າງ​ລະ​ບອບ​ລະບຽບການໃຫ້​ສົມບຸນແບບໃນ​ປີ 2027 ຕ້ອງ​ໄດ້​ວາງ​ອອກ​ໃນແຜນສັງລວມປະ​ຕິ​ບັດ​ໂຄງ​ສ້າງລະ​ບົບ​ກົດ​ໝາຍ ຫວຽດ​ນານ ໃຫ້ສົມບູນແບບ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ມີ​ລັກ​ສະ​ນະ​ພື້ນ​ຖານ ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ລະ​ບອບ​ລະບຽບການ”.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕິດ​ຂັດ​ກ່ຽວ​ກັບ​ລະ​ບອບ​ຕ້ອງ​ໄດ້​ຕີ​ລາ​ຄາ​ດ້ວຍ​ຄວາມ​ສາ​ມາດ​ແກ້​ໄຂ​ຕົວ​ຈິງ​ຫາກ​ບໍ່​ແມ່ນ​ອີງ​ໃສ່​ຈຳ​ນວນ​ເອ​ກະ​ສານ​ໄດ້​ປະ​ກາດ​ໃຊ້​ເທົ່າ​ນັ້ນ​. ສຳ​ລັບ​ແຕ່​ລະ​ໝວດ​ບັນ​ຫາ​ຕ້ອງ​ກຳ​ນົດ​ແຈ້ງ​ຂໍ້​ກຳ​ນົດ​, ບັນ​ຫາ​ຄົງ​ຄ້າງ​, ສາຍ​ເຫດ​, ວິ​ທີ​ການ​ແກ້​ໄຂ​, ອົງ​ການ​ຮັບ​ຜິດ​ຊອບ ແລະ ເວລາ​ສຳ​ເລັດ​. ໂດຍ ເຫັນ​ດີ​ກັບ​ຄຳ​ເຫັນ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຄຸນ​ນະ​ພາບ ກົດ​ໝາຍ​, ທ່ານ ເລ​ຮ່ວາງ​ແອັງ​, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ຢາ​ລາຍ​, ເນັ້ນ​ໜັກ​ວ່າ​:

“ຄວນ​ຮັບ​ປະ​ກັນ​ເງື່ອນ​ໄຂ​ພື້ນ​ຖານ​, ຄວາມ​ມີສະ​ຖຽນ​ລະ​ພາບ ແລະ ສາ​ມາດ​ຄາດ​ຄະ​ເນລ່ວ​ງ​ໜ້າ​ໄດ້​ຂອງ​ກົດ​ໝາຍ​. ຖືກ​ກັບ​ນຳ​້​ໃຈ​ມະ​ຕິ​ເລກ​ທີ 66 ແລະ ມະ​ຕິ​ເລກ​ທີ 68 ຂອງ​ກົມ​ການ​ເມືອງ​, ນະ​ໂຍ​ບາຍ​ຕ້ອງ​ໄດ້​ຕີ​ລາ​ຄາ​ຜົນ​ກະ​ທົບ​ແທດ​ຈິງ​ມີ​ຂັ້ນ​ຕອນ​ຫັນ​ປ່ຽນ​, ບໍ່​ສົ່ງ​ຜົນ​ໄຮ້ປະໂຫຍດໃຫ້​ວິ​ສາ​ຫະ​ກິດ​. ກົດ​ໝາຍ​ຊ່ວຍ​ບໍ​ລິ​ຫານ​ມີ​ໄຫວ​ພິບ ແຕ່​ສິດ​ພື້ນ​ຖານ​ຂອງ​ວິ​ສາ​ຫະ​ກິດ​ຍິ່ງ​ຕ້ອງ​ໄດ້​ລະ​ບຸ​ແຈ້ງ​ໃນ​ກົດ​ໝາຍ​. ຍ້ອນ​ນັ້ນ​, ວິ​ສາ​ຫະ​ກິດ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ ເມື່ອ​ສິດ​ຂອງ​ເຂົາ ໄດ້​ລະ​ບຸ​ໃນ​ກົດ​ໝາຍ ຫາກ​ບໍ່​ແມ່ນ​ວ່າ​ນອນ​ໃນ​ເອ​ກະ​ສານ​ແນະ​ນຳ​ອາດ​ສາ​ມາດ​ປ່ຽນ​ແປງ​ເລື້ອຍໆ​”.

​ເຕີບ​ໂຕ​ແທດ​ຈິງ​

ບັນ​ດາ​ບັນ​ຫາ​ໄດ້​ວາງ​ອອກ​ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ຕອນ​ບ່າຍ​ວັນ​ທີ 30 ຕຸ​ລາ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕິດ​ພັນ​ແໜ້ນ​ແຟ້ນ​ລະ​ຫວ່າງ​ນະ​ໂຍ​ບາຍ​ປີ​ການ​ເງິນ​, ການ​ລົງ​ທຶນສາທາລະນະ​, ປະ​ຕິ​ຮູບ​ລະ​ບອບລະບຽບການ ແລະ ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​. ທ່ານ ຫງວຽນ​ແມ້ງ​ຮູ່ງ​, ສະ​ມາ​ຊິ​ິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ເກີນ​ເທີ​, ເນັ້ນ​ໜັກ​ວ່າ​:

“ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ​ໃຫ້​ທັງ​ໄລ​ຍະ 2026 – 2030, ພວກ​ເຮົາ​ຕ້ອງ​ມີ​ແຫຼ່ງ​ທຶນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ຫຼາຍ​ກວ່າ​. ທີ​ໜຶ່ງ​, ຄວນ​ຂຸດ​ຄົ້ນ​ແຫຼ່ງ​ທຶນ​ຈາກ​ພັນ​ທະ​ບັດ​ຂອງ ວິ​ສາ​ຫະ​ກິດ​, ສ້າງ​ຕະ​ຫຼາດ​ທຶນ​ຈາກ​ພັນ​ທະ​ບັດ​ໂປ່ງ​ໃສ ແລະ ດຶງ​ດູດ​ຫຼາຍ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​. ທີ​ີ​ສອງ​, ເຮັດ​ແນວ​ໃດ​ເພື່ອ​ຫັນ​ຈາກ​ແຫຼ່ງ​ທຶນ​ປະ​ຢັດ​ຂອງ​ປະ​ຊາ​ຊົນ ກາຍ​ເປັນ​ແຫຼ່ງ​ເງິນ​ລົງ​ທຶນ​. ທີ​ສາມ​ແມ່ນ​, ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ກອງ​ທຶນ​ລົງ​ທຶນ​, ພິ​ເສດ​ແມ່ນ​ກອງທຶນຜະ​ຈົນ​ໄພ​, ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ມີ​ແຫຼ່ງ​ທຶນ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ​”.

ໄມ້​ວັດ​ແທກ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ບໍ່​ພຽງ​ແຕ່​ນອນໃນຈຳນວນ​ທຶນ​ຮອນ​ໄດ້​ລະ​ດົມ​, ຈຳ​ນວນ​ໂຄງ​ການ​ໄດ້​ຜັນ​ຂະ​ຫຍາຍ ຫຼື ຂອບ​ຂະ​ໜາດ​ການ​ຜະ​ລິດ​ໄດ້​ເປີດ​ກ້ວາງ​ເທົ່າ​ນັ້ນ​, ຫາກ​ຍັງ​ມີ​ຄວາມ​ສາ​ມາດ​ຫັນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​, ເຕັກ​ໂນ​ໂລ​ຊີ​, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ່ງ​ແຍ້ງທີ່​ແທດ​ຈິງ​ອີກ​ດ້ວຍ​. ນັ້ນ ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ວາງ​ອອກ​ສຳ​ລັບ​ການ​ວວາງກຳນົດ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ./.

Huyen