ວັນ​ທີ 14 ກັນ​ຍາ, ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະ​ມະເຫສີ ເລີ່ມ​ປະ​ຕິ​ບັດ​ການ​ຢ້ຽມ​ຢາມ ທາງລັດຖະກິດຫວຽດ​ນາມ, ແຕ່​ວັນ​ທີ 14 – 16 ກັນ​ຍາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ.ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ໄດ້​ດຳ​ເນີນ​ໃນ​ຂີດ​ໝາຍກວ່າ 5 ທົດ​ສະ​ວັດ​ແຫ່ງການ​ພົວ​ພັນທາງ​ການ​ທູດ ຫວຽດ​ນາມ - ໄທ. ການ​ຢ້ຽມ​ຢາມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າ​ງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ເປ​ີດ​ຂີດ​ໝາຍ​ໃໝ່, ສ້າງ​ກຳ​ລັງ​ໜູນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ໄທ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ.

ຫວຽດ​ນາມ ແລະ ໄທ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ​ຢູ່​ພາກ​ພື້​ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສອງ​ຊາ​ດມີ​ຈຸດ​ຄ້າຍ​ກັນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ມູນ​ເຊື້ອ ແລະ ແງ່​ຫວັງ​ສັນ​ຕິ​ພາບ, ພັດ​ທະ​ນາ. ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງານ​ທູດ​ໃນ​ປີ 1976, ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຜ່າ​ນ​ຜ່າ​ເສັ້ນ​ທາງ​ຍາວ​ໄກ ດ້ວຍຫຼາຍ​ຂີດ​ໝາຍ​ທີ່​ເປັນ​ໜ້າ​ຈົດ​ຈຳ. ສິ່ງ​ພິ​ເສດແມ່ນ, ເລື່ອງ​ສອງ​ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານໃນ​ປີ 2025 ໄດ້​ເປີດ​ໜ້າປະຫວັດສາດໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ໄທ.

ຄ​ວາມ​ໝາຍ​ສັນ​ຍາ​ລັກ​ເລິກ​ເຊິ່ງ

ການ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ​ຂອງ ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ແລະ ພະ​ມະເຫສີໄທ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພິ​ເສດ, ໃນ​ຈຸດ​ເວ​ລາ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ((1976-2026).

ເລື່ອງ​ ພະບໍລົມວົງສານຸວົງ​ໄທ ເລືອກ ຫວຽດນາມ​ເປັນ​ຈຸດ​​ນັດ​ພົບ ໄດ້​ຢັ້ງ​ຢືນການ​ຖື​ເປັນ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເປັນ​ມູນ​ເຊື້ອ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢູ່​ລະ​ດັບ​ສູງ​ສຸດ; ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ເພື່ອ​ຫັນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ ແຕ່​ເດືອນ​ພຶດ​ສະ​ພາ 2025 ມາ​ຮອດ​ປັດ​ຈຸ​ບັນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຕີ​ລາ​ຄາ​ກ່ຽວ​ກັບ​ຄວ​າມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ, ທ່ານ​ ຟ້າມ​ຫວຽດ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ​ແບ່ງ​ປັນ​ວ່າ:

ໃນ​ຕະຫຼອດ​ໄລ​ຍະ 50 ປີ​ຜ່ານ​ມາ, ນີ້​ເປັນ​ຄັ້ງ​ທຳ​ອິດ ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ແລະ ພະ​ມະເຫສີ ໄທ ປະ​ຕິ​ບັດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ທາງ​ລັດ​ຖະ​ກິດ. ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວອົງນີ້​ເປັນ​ຄັ້​ງ​ທີ​ສາມ ມາ ຫວຽດ​ນາມ, ແຕ່​ສອງ​ຄັ້ງ​ກ່ອນ​ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ ມົງກຸດລາຊະກຸມມານ, ຄັ້ງ​ນີ້​ ພະອົງມາ​ດ້ວຍ​ຖາ​ນະ​ເປັນ​ຜູ້​ນຳ​ລັດ, ຂີດ​ໝາຍ​ທີ່​ມີ​ລັກ​ສະ​ນະ​ສັນ​ຍາ​ລັກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ. ນັບ​ແຕ່​ຕົ້ນ​ປີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢ້ຽມ​ຢາມ ໄທ. ເລື່ອງ​ຜູ້​ນຳ​ລັດ​ທັງສອງ​ພ້ອມ​ກັນ​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນໃນ​ປີ​ໜຶ່ງ ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໝັ້ນ​ແກ່ນ ແລະ ຈະ​ແຈ້ງ​ຂອງ​ສອງ​ລັດ, ສອງ​ລັດ​ຖະ​ບານ ສືບ​ຕໍ່​ຮ່ວມ​ເດີນ​ທາງ, ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ 50 – 100 ປີ​ຈະ​ມາ​ເຖິງ.

ການ​ມີ​ໜ້າ​ຂອງ ພະບາດສົມເດັດ ພຣະວະຊິ ຣະເກົ້າເຈົ້າຢູ່ຫົວ ໄທ ປະ​ກອບ​ສ່ວນ​ຫັນ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ທູດ​ຂັ້ນ​ສູງ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ເປັນ​ລະ​ອຽດ, ເປັນ​ຕົ້ນ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ຢ່າງ​ມີ​ປະ​ສິດ​ທິ​ຜົນ. ນັ້ນ​ແມ່ນ​ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ: ເຊື່ອມ​ຕໍ່​ການ​ຜະ​ລິດ ແລະ ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ: ຊຸກ​ຍູ້​ການ​ຮ່ວມ​ມື​ຂັ້ນ​ແຂວງ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ; ເຊື່ອມ​ຕໍ່​ບັນ​ດາ​ຍຸດ​ທະ​ສາດ ເຕີບ​ໂຕ​ແບບ​ຍືນ​ຍົງ: ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ສີ​ຂຽວ, ໝູນວ​ຽນ ແລະ ນະ​ວັດ​ຕະ​ກຳ.

ບັນ​ດາ​ຂົວ​ຕໍ່​ຈາກ​ປະ​ຊາ​ຊົນ

ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ລັດ, ບັນ​ດາ​ຂີດ​ໝາຍ​ຮ່ວມ​ມື ຫວຽດ​ນາມ ໄທ​ຍັງ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ຈາກ​ຊີ​ວິດ​ປະ​ຊາ​ຄົມ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ພະບໍລົມວົງສານຸວົງ ໄທ ໄດ້​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ ປະ​ຊາ​ຄົມ​ຢູ່ ຫວຽດ​ນາມ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ວຽດ​ຮຸ່ງ ໃຫ້​ຮູ້​ຕື່ມ​ອີກວ່າ:

ນີ້​ແມ່ນ​ບັນ​ດາ​ໂຄງ​ການ​ທີ່​ແທ້​ຈິງ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ. ຈາກ​ປີ 2006 ມາ​ຮອດ​ປັດ​ຈຸ​ບັນ, ມະ​ຫາ​ຈັກ​ກ​ຣີ​ສີ​ຣິນ​ທອນໄດ້​ອຸ​ປະຖຳ ແລະ ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ຢູ່​ບັນ​ດາ​ໂຮງ​ຮຽນ​ຢູ່​ນິງ​ບິ່ງ, ຮ່​ວາ​ບິ່ງ, ກ໋​ວາງ​ນິງ… ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ແທ້​ຈິງ​ເພື່ອ​ປັບ​ປຸງ​ໂພ​ຊະ​ນາ​ການ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ນ້ຳ​ສະ​ອາດ, ປູກ​ຝັງ, ລ້ຽງ​ສັດ ແລະ ທັກ​ສະ​ດຳ​ລົງ​ຊີ​ວິດ. ສິ່ງ​ທີ່​ເປັນ​ໜ້າ​ເຄົາ​ລົບ​ກວ່າ​ນັ້ນ​ແມ່ນ​ບັນ​ດາ​ໂຄງ​ການ​ນີ້​ບໍ່​ພຽງ​ແຕ່​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ສະ​ເພາະ​ໜ້າ, ຫາກ​ຍັງ​ຕິດ​ພັນ​ກັບ​ຮູບ​ແບບ​ບຳ​ລຸງ​ສ້າງ​ທັກ​ສະ​ດຳ​ລົງ​ຊີ​ວິດ ແລະ ຮັບ​ໃຊ້​ໃຫ້​ເປົ້າ​ໝາຍ​ພັດ​ທະ​ນາ​ຍາວ​ນານ ແລະ ຮອບ​ດ້ານ​ຂອງ​ລຸ້ນ​ຄົນ​ອະ​ນາ​ຄົດ.

ບັນ​ດາ​ນ້ຳ​ໃຈ ແລະ ຂີດ​ໝາຍ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ ກໍ່​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ຊາດ. ຢູ່​ແຂວງ ອູ​ດອນ​ທາ​ນີ, ເຫດ​ເປີດ​ນຳ​ໃຊ້ “ເສັ້ນ​ທາງ​ຫວຽດ​ນາມ” ແຕ່​ປີ 2026 ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ການ​ມີ​ໜ້າ ແລະ ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ. ທ່ານ ກາ​ວີ ຈອງ​ກິດ​ຕະ​ວົນ, ນັກ​ຊ່ຽວ​ຊານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ຄວາມ​ໝັ້ນ​ຄົງ ແລະ ສາ​ກົນ​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ຈຸ​ລາ​ລົງ​ກອນ, ໄທ ເນັ້ນ​ໜັກ​ວ່າ:

ນີ້​ແມ່ນ​ເສັ້ນ​ທາງ​ທີ່​ໃສ່​ຊື່​ຫວຽດ​ນາມ ທຳ​ອິດ​ຢູ່​ພາກ​ພື້ນ, ມັນ​ສະ​ແດງ​ໃຫ້​ເຫັນ​ການ​ມີ​ໜ້າ ແລະ ບັນ​ດາ​ຂີດ​ໝາຍ​ເຂັ້ມ​ຂຸ້ມ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ນີ້​ກໍ່​ແມ່ນ​ການ​ຮັບ​ຮູ້​ຂອງ​ອຳ​ນາດ​ການ​ປົ​ກ​ຄອງ ຢູ່​ໄທ, ພິ​ເສດ​ແມ່ນ​ລັດ​ຖະ​ບານ​ແຂວງ ອຸ​ດອນ​ທາ​ນີ, ກ່ຽວ​ກັບ​ສະ​ຖານ​ທີ່​ທີ່​ໄດ້​ເອີ້ນ​ວ່າ ຖະ​ໜົນ ຫວຽດ​ນາມ. ສິ່ງ​ນີ້​ມີ​ຄວາມ​ໝາຍຢູ່​ໄທ, ຍ້ອນ​ວ່າ​ມີ​ຊາວ​ຫວຽດ​ນາມກວ່າ 100.000 ຄົນ​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ມີ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ເຂົ້າ​ການ​ພັດ​ທະ​ນາ ຂອງ​ເຂດ​ປະ​ຈ​ຳ​ຖິ່ນ.

ຈາກ​ບັນ​ດາ​ຂີດ​ໝາຍ​ຢູ່​ລະ​ດັບ​ສູງ​ຕະຫຼອດ​ຮອດ​ບັນ​ດາ​ການ​ເຊື່ອມ​ຈອດ​ໃນ​ຊີ​ວິດ​ປະ​ຊາ​ຄົມ, ການ​ພົວ​ພັນ ຫວຽດ​ນາມ ໄທ​ພວມ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ນັບ​ມື້​ນັບ​ໝັ້ນ​ແກ່ນ. 50 ປີ​ແມ່ນ​ຂີດ​ໝາຍ​ຂອງ​ໄລ​ຍະ​ທາງໜຶ່ງ, ແຕ່​ກໍ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ການ​ເດີນ​ທາງ​ໃໝ່; ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນ​າ​ຄົດ. ໃນ​ສະ​ພາບ​ການ​ນັ້ນ, ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະ​ມະເຫສີ ມີ​ຄວາມ​ໝາຍ​ສັນ​ຍາ​ລັກ​ໃຫຍ່, ໂດຍ​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ຈະ​ສືບ​ຕໍ່​ປັບ​ປຸງ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ສອງ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.