ການຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດດ້ານອາວະກາດສາກົນ ຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ສົ່ງສານຢ່າງແຮງທີ່ວ່າ: ຫວຽດນາມ ແລະ ຝະລັ່ງ ພວມເພີ່ມລະດັບຄວາມໄວ ໃນການຍົກການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ເປັນເຈົ້າການກ້າວເຂົ້າສູ່ສັງກາດເຕັກໂນໂລຊີສູງ, ສ້າງບັນດາບຸລິມະສິດຍຸດທະສາດໃໝ່ ເພື່ອແນໃສ່ປົກປ້ອງຜົນປະໂຫຍດຂອງຊາດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ.
ໂດຍໄດ້ຮັບຄຳເຊີນຂອງທ່ານ Emmanuel Macron, ປະທານາທິບໍດີ ສ.ຝະລັ່ງ, ແຕ່ວັນທີ 9-12 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ສ.ຝະລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດດ້ານອາວະກາດສາກົນ (ISS), ຈັດຂຶ້ນຢູ່ ປາຣີ ແຕ່ວັນທີ 9-10 ກັນຍາ.
ຍົກການພົວພັນ ຫວຽດນາມ-ຝະລັ່ງ ຂຶ້ນສູ່ລະດັບສູງໃໝ່ໃຫ້ປະກົດຜົນເປັນຈິງ
ສຳລັບການພົວພັນລະຫວ່າງ ຫວຽດນາມ-ຝະລັ່ງ, ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ແມ່ນຂີດໝາຍສຳຄັນແຫ່ງການພັດທະນາທີ່ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງຂອງການພົວພັນສອງຝ່າຍ. ການຢ້ຽມຢາມ ຝະລັ່ງ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນລະດັບຄວາມໄວ້ວາງໃຈດ້ານການເມືອງສູງສຸດລະຫວ່າງສອງປະເທດ ແລະ ການເພີ່ມທະວີລະດັບສູງສຸດຂອງການຮ່ວມມືສອງຝ່າຍທີ່ແທດຈິງດ້ານການຄ້າ-ເສດຖະກິດ-ເຕັກໂນໂລຊີ… ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນຕຸລາ ປີ 2024 ກໍ່ຄືລັກສະນະກຳນົດທິດທາງທີ່ມີລັກສະນະຍຸດທະສາດຂອງການທູດປະມຸກລັດ. ທ່ານ ຫວູ້ແອັງເຊີນ, ທີ່ປຶກສາຝ່າຍການຄ້າ-ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ເນັ້ນໜັກວ່າ:
ການພົວພັນລະຫວ່າງ ຫວຽດນາມ ແລະ ຝະລັ່ງ ພວມກ້າວເຂົ້າສູ່ໄລຍະບານພັບ, ຫັນຈາກການກຳນົດຂອບເຂດການຮ່ວມມື ໄປສູ່ການຜັນຂະຫຍາຍໃຫ້ແທດຈິງ, ເຂົ້າສູ່ລວງເລິກ. ການຢ້ຽມຢາມ ຝະລັ່ງ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ ຈະສ້າງກຳລັງໜູນດ້ານການເມືອງສຳຄັນທີ່ສຸດ ແລະ ສ້າງບາດລ້ຽວເພື່ອນຳບັນດາຄຳໝັ້ນສັນຍາຂັ້ນສູງ ກາຍເປັນບັນດາໂຄງການເສດຖະກິດລະອຽດ, ມີລັກສະນະຍຸດທະສາດ ແລະ ສ້າງບາດລ້ຽວໃຫ້ແກ່ການພົວພັນສອງປະເທດ. ໃນໄລຍະໃໝ່, ຈິດໃຈລຸລ່ວງແມ່ນຕ້ອງຜັນຂະຫຍາຍຢ່າງຂ້ຽວຂາດ, ເອົາໝາກຜົນແມ່ນໄມ້ຫຼາວັດແທກ, ວຽກງານ, ເວລາກຳນົດຕ້ອງຈະແຈ້ງ, ແລະ ຄວາມຮັບຜິດຊອບກໍ່ຕ້ອງຈະແຈ້ງເຊັ່ນດຽວກັນ.
ໃນສະພາບການໂລກມີການຜັນແປຫຼາຍຢ່າງນັ້ນ, ການເຕົ້າໂຮມກ່ຽວກັບຜົນປະໂຫຍດຍຸດທະສາດລະຫວ່າງ ຫວຽດນາມ-ຝະລັ່ງ ກໍ່ມີບັນດາຜົນກະທົບທີ່ລື່ນກາຍຂອບເຂດການພົວພັນສອງຝ່າຍ. ຫວຽດນາມ ແລະ ຝະລັ່ງ ໄດ້ແບ່ງປັນຫຼາຍວິໄສທັດ ແລະ ຄຳໝັ້ນສັນຍາກະທຳລວມ ກ່ຽວກັບບັນດາບັນຫາທົ່ວໂລກ ພ້ອມທັງນັບມື້ນັບຖືບົດບາດ, ອິດທິພົນຊື່ສຽງຂອງກັນບົນເວທີສາກົນເປັນສຳຄັນ. ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ຢືນຢັນວ່າ:
ຝະລັ່ງ ຢາກພ້ອມກັບ ຫວຽດນາມ ປັບປຸງຂອບເຂດສາກົນຊື່ງສອງຝ່າຍລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈ. ນັ້ນແມ່ນຂອບເຂດໃຫ້ອະນຸຍາດສ້າງຄວາມວັດທະນາຖາວອນ-ນີ້ແມ່ນສິ່ງທ້າທາຍຂອງພວກເພື່ອນ ກໍ່ຄືຂອງພວກຂ້າພະເຈົ້າໃນດ້ານອຸດສາຫະກຳ, ເຕັກໂນໂລຊີ ແລະ ໃຫ້ອະນຸຍາດສ້າງບັນດາຫຼັກການປອດໄພ, ໜ້າເຊື່ອຖື, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍສາກົນໄດ້ຮັບຄວາມເຄົາລົບ, ພ້ອມທັງຫລີກລ້ຽງທຸກຮູບແບບຢຶດເອົາ ຫຼືກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍນີ້.
ສ້າງຂອບເຂດການຮ່ວມມືສາກົນສຳລັບຂົງເຂດພື້ນທີ່ອາວະກາດ
ຈຸດພົ້ນເດັ່ນທີ່ມີລັກສະນະບຸກທະລຸໃນການໄປປະຕິບັດງານຄັ້ງນີ້ ແມ່ນການປະກົດຕົວຂອງການນຳພັກ ແລະ ລັດ ຫວຽດນາມ ທີ່ກອງປະຊຸມສຸດຍອດດ້ານອາວະກາດສາກົນ (ISS), ຈັດຂຶ້ນຢູ່ ປາຣີ ຊື່ງແມ່ນກອງປະຊຸມຢູ່ຂັ້ນປະມຸກລັດຄັ້ງທຳອິດໃນໂລກ ກ່ຽວກັບຂົງເຂດພື້ນທີ່ອາວະກາດ. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມ ISS ແມ່ນບາດກ້າວຍຸດທະສາດ, ຢັ້ງຢືນວ່າ ຫວຽດນາມ ບໍ່ຢືນຢູ່ນອກການຊ່ວງເສັງຂຸດຄົ້ນພື້ນທີ່, ແຫ່ງທີ່ກຳລັງສ້າງອະນາຄົດຂອງມວນມະນຸດ. ທ່ານ Olivier Brochet, ເອກອັກຄະລັດຖະທູດ ຝະລັ່ງ ປະຈຳ ຫວຽດນາມ ເນັ້ນໜັກວ່າ:
ພວກຂ້າພະເຈົ້າປາດຖະໜາຢາກຮັບຟັງ ຫວຽດນາມ ກໍ່ຄືບັນດາປະເທດຝ່າຍພາກໃຕ້ ເວົ້າລວມ ກ່ຽວກັບເລື່ອງຄວາມຕ້ອງການຂອງເຂົາເຈົ້າຕໍ່ຂົງເຂດພື້ນທີ່ອາວະກາດແມ່ນຢູ່ໃສ, ເຮັດແນວໃດເພື່ອປົກປ້ອງພື້ນທີ່ອາວະກາດ ແລະ ຮັບປະກັນການເຂົ້າເຖິງຂອງບັນດາປະເທດ ສຳລັບຊັບສິນລວມນີ້. ຝະລັ່ງ ຢາກເຮັດວຽກກັບບັນດາປະເທດພັດທະນາ, ບັນດາປະເທດມະຫາອຳນາດດ້ານອາວະກາດ ແລະ ທັງບັນດາປະເທດທີ່ອາດຈະບໍ່ທັນແມ່ນປະເທດມະຫາອຳນາດດ້ານອາວະກາດ ແຕ່ຍາມໃດກໍ່ມີສິດເຂົ້າເຖິງຂົງເຂດພື້ນທີ່ອາວະກາດຢ່າງຄົບຖ້ວນ.
ຄຽງຂ້າງກັບຄວາມຮັບຜິດຊອບຕໍ່ບັນດາບັນຫາລວມຂອງໂລກ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມ ISS ກໍ່ສົ່ງສານໃຫຍ່ກວ່າ, ນັ້ນແມ່ນ ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ ແລະ ການບິນອາວະກາດ, ຜ່ານນັ້ນ ກໍ່ຍົກສູງຄວາມສາມາດເປັນເຈົ້າການຍຸດທະສາດແຫ່ງຊາດ. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມ ISS ແມ່ນການຜັນຂະຫຍາຍລະອຽດທີ່ສຸດ, ຢູ່ຂັ້ນສູງສຸດຂອງແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ./.
