ວັນທີ 7 ກັນຍາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ , ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສະຫະພັນ ລັດເຊຍ. ການຢ້ຽມຢາມໄດ້ດຳເນີນໃນໄລຍະເຊິ່ງການພົວພັນ ຫວຽດນາມ - ລັດເຊຍພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການປ່ຽນແປງຕົນເອງ: ຈາກພື້ນຖານມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ເພີ່ມພູນຄູນສ້າງ ໃນໄລຍະກວ່າ 75 ປີຜ່ານມາ, ໄປຍັງໄລຍະຮ່ວມມືໃໝ່, ແທ້ຈິງກວ່າ, ມີປະສິດທິຜົນກວ່າ ແລະ ຮັບມືກັບບັນດາການຫັນປ່ຽນຂອງໂລກໃຫ້ດີກວ່າເກົ່າ.
ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ລັດເຊຍຄັ້ງທຳອິດຂອງການນຳພັກ, ລັດ, ຫວຽດນາມ ນັບແຕ່ປີ 1991. ການຢ້ຽມຢາມໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI. ການຢ້ຽມຢາມບໍ່ພຽງແຕ່ສືບຕໍ່ຮັກສາບັນດາການພົບປະຂັ້ນສູງລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງນຳຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໄດ້ກຳນົດໃນຫຼາຍປີຜ່ານມາກາຍເປັນກຳລັງໜູນພັດທະນາໃໝ່.
ພື້ນຖານຂອງການພົວພັນທີ່ເປັນມູນເຊື້ອ
ວັນທີ 30 ມັງກອນ 1950, ຫວຽດນາມ ແລະ ໂຊວຽດ ໃນເມື່ອກ່ອນ (ສະຫະພັນລັດເຊຍປັດຈຸບັນ) ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ. ເດືອນພຶດສະພາ 2025, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບບັນດາການກຳນົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ລັດເຊຍ ໃນໄລຍະຮ່ວມມືໃໝ່, ຢັ້ງຢືນຄວາມຕັດສິນສິນຍາດແຍ່ງເອົາຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືຢ່າງສຸດຂີດ, ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ເພາະສະນັ້ນ, ການຢ້ຽມຢາມ ລັດເຊຍຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍສຳຄັນພິເສດ. ທ່ານ Gennady Bezdetko ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ເປີດເຜີຍວ່າ:
ພວກຂ້າພະເຈົ້າຖືການຢ້ຽມຢາມລັດເຊຍ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນຂີດໝາຍສຳຄັນໃນວິວັດການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຫວຽດນາມ. ພວກຂ້າພະເຈົ້າມີຄຄວາມຫວັງຢ່າງຍິ່ງວ່າ ສອງຝ່າຍຈະປຶກສາຫາລືບັນດາບັນຫາທັງໝົດໃນໂຄງການດຳເນີນງານສອງຝ່າຍຢ່າງແທ້ຈິງ, ເປັນເອກະພາບບັນດາທິດທາງຮ່ວມມືໃໝ່ໃນໄລຍະຍາວ ແລະ ຍົກອອກບັນດາການຕັດສິນລະອຽດເພື່ອແນໃສ່ສືບຕໍ່ປັບປຸງການພົວພັນສອງປະເທດຢ່າງໝັ້ນແກ່ນ.
ບັນດາຄວາມມຸ່ງຫວັງນັ້ນ ກໍ່ວາງອອກບັນຫາຫຼັກຂອງການພົວພັນຫວຽດນາມ - ລັດເຊຍໃນປັດຈຸບັນແມ່ນ ເຮັດແນວໃດເພື່ອຫັນບັນດາຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ກາຍເປັນບັນດາໝາກຜົນຮ່ວມມືລະອຽດ.
ຫວຽດນາມ ແລະ ລັດເຊຍ ມີການພົວພັນດ້ານການເມືອງອັນດີງາມ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືເສດຖະກິດຍັງໃຫຍ່ຫຼວງທີ່ສຸດ. ປີ 2025, ວົງເງິນການຄ້າສອງຝ່າຍບັນລຸເກືອບ 4,8 ຕື້ USD. ໃນ 5 ເດືອນຕົ້ນປີ 2026, ວົງເງິນການຄ້າບັນລຸ 2,16 ຕື້ USD, ເພີ່ມຂຶ້ນ 6,4%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ບັນດາຕົວເລກນີ້ໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ແມ່ນສອງປະເທດຕ້ອງສ້າງຂອບເຂດການຮ່ວມມືເສດຖະກິດໃຫຍ່ກວ່າ. ສິ່ງທີ່ຈຳເປັນນັ້ນແມ່ນສອງຝ່າຍຕ້ອງຊອກຫາບັນດາວິທີການຮ່ວມມືໃໝ່, ສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ ແລະ ບັນດາຄວາມຜັນແປຂອງເສດຖະກິດໂລກ.
ກຳລັງໜູນໃໝ່ ຈາກວິທະຍາສາດ - ເຕັກໂນໂລຢີ
ໜຶ່ງໃນບັນດາທິດກ້າວເດີນທີ່ມີຫຼາຍແງ່ຫວັງນັ້ນແມ່ນວິທະຍາສາດ - ເຕັກໂນໂລຢີ. ທ່ານ Gennady Bezdetko ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ຢັ້ງຢືນວ່າ:
ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືໃນບັນດາຂະແໜງເຕັກໂນໂລຢີສູງ, ເປັນຕົ້ນແມ່ນໃນສະພາບການ “ການປະຕິວັດອຸດສາຫະກຳ 4.0”. ບັນດາສຳນັກງານ ແລະ ອົງການທີ່ມີສິດອຳນາດຂອງສອງຝ່າຍພວມສ້າງການຮ່ວມມືໃນການໝູນໃຊ້ບັນດາປັດໄຈ ຂອງ “ນະຄອນອັດສິລະຍະ”, ກົນໄກສະໜອງການບໍລິການສາທາລະນະ ຕາມລະບົບ “ປະຕູດຽດ”, ຮັບປະກັນຄວາມປອດໄພດ້ານຖານຂໍ້ມູນ, ກໍ່ຄືໝູນໃຊ້ບັນດາວິທີການດີຈີຕອນ ໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ຂົງເຂດອຸດສາຫະກຳ. ປັນຍາປະດິດ ແລະ ຄວາມໝັ້ນຄົງດ້ານຂໍ້ມູນກໍ່ນອນໃນກຸ່ມບັນດາຂົງເຂດຮ່ວມມືທີ່ໃຫ້ບຸລິມະສິດໃນສະພາບການການເມືອງປັດຈຸບັນ.
ສະຖານທີ່ຮ່ວມມື ຫວຽດນາມ - ລັດເຊຍພວມເປີດກວ້າງຈາກບັນດາຂົງເຂດແບບເກົ່າໄປຍັງບັນດາຂົງເຂດຂອງອະນາຄົດດ້ວຍບັນດາການຮ່ວມມື ແລະ ເຊື່ອມຕໍ່ຢ່າງແທ້ຈິງ. ທ່ານ Evgeny Vlasov, ຮອງອະທິການບໍດີມະຫາວິທະຍາໄລ ສະຫະພັນ ຕາເວັນອອກໄກ ຮັບຜິດຊອບການພົວພັນສາກົນ, ຫົວໜ້າສະຖາບັນທິດຕາເວັນອອກ, ປະທານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ຖືວ່າ:
ການພົວພັນມິດຕະພາບດ້ານການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາການນຳສອງປະເທດຈະໄດ້ຮັບການແຜ່ກະຈາຍໄປເຖິງທຸກຂັ້ນໃນການຮ່ວມມື. ຍ້ອນວ່າຖ້າການນຳສອງປະເທດລົງນາມຂໍ້ຕົກລົງສະບັບໜຶ່ງ ນັ້ນພຽງແຕ່ແມ່ນສ່ວນໜຶ່ງຂອງວຽກງານ. ຖ້າຈິດໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈນັ້ນໄດ້ແຜ່ກະຈາຍລົງແຕ່ລະຂັ້ນ, ໄປເຖິງບັນດາຜູ້ຄົນເຮັດວຽກ, ຜັນຂະຫຍາຍໂດຍກົງ ແລະ ບັນດາປະຊາຊົນ, ແນ່ນອນວ່າໝາກຜົນນັ້ນຈະຢູ່ລະດັບທີ່ດີກວ່າຫຼາຍ, ພ້ອມທັງສ້າງກຳລັງໜູນຢ່າງແຮງກວ່າໃຫ້ແກ່ການເຕີບໂຕທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດ.
ໄປຄຽງຄູ່ກັນນັ້ນ, ມີປັນຍາຊົນ, ນັກທຸລະກິດ, ນັກຊ່ຽວຊານ ຫວຽດນາມ ຫຼາຍຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດເຊຍ ອາດສາມາດປະກອບສ່ວນໂດຍກົງເຂົ້າການເຊື່ອມຕໍ່ສອງພື້ນຖານເສດຖະກິດ ແລະ ສອງພື້ນຖານວິທະຍາສາດ. ທ່ານ ຫງວຽນກວັກຮຸ່ງ, ຜູ້ອຳນວຍການກອງທຶນ “ມູນເຊື້ອ ແລະ ມິດຕະພາບ”, ຮອງປະທານສະຫະພັນ ບັນດາອົງການຈັດຕັ້ງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ, ຖືວ່າການຢ້ຽມຢາມລັດຖະກິດຢູ່ ສະຫະພັນລັດເຊຍ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຄວາມຫວັງຈະສ້າງກຳລັງຜັກດັນສຳຄັນໃຫ້ແກ່ວິວັດການນີ້.
ການຢ້ຽມຢາມແມ່ນແຫຼ່ງກຳລັງຈິດໃຈອັນຍິ່ງໃຫຍ່ໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. ຂໍ້ລິເລີ່ມຂອງກອງທຶນມູນເຊື້ອມິດຕະພາບສ້າງແມ່ນສ້າງເຄືອຂ່າຍປັນຍາຊົນ ຫວຽດນາມ - ລັດເຊຍ ແລະ ພິທີເປີດຕົວໃນຂອບເຂດເວທີປາໄສເຕັກໂນໂລຢີຍຸດທະສາດ ດ້ວຍການເຂົ້າຮ່ວມຂອງການນຳສອງປະເທດ ຈະສ້າງກຳລັງຜັກດັນຜູກມັດປະຊາຄົມປັນຍາຊົນຫວຽດນາມ, ເປີດພາກໃໝ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ທັງສອງຊາດ ແລະ ປະຊາຄົມຊາວຫວຽດນາມຢູ່ທີ່ນີ້.
ຈາກຄວາມໄວ້ເນື້ອເຊື່ອຕະຫຼອດຮອດການຮ່ວມມື, ຈາກການຮ່ວມມືຕະຫຼອດຮອດປະສິດທິຜົນ, ຈາກປະສິດທິຜົນຕະຫຼອດຮອດບັນດາກຳລັງໜູນພັດທະນາໃໝ່, ຫວຽດນາມ ແລະ ລັດເຊຍພວມຂຽນໜ້າພັດທະນາໃໝ່ ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ.
