ໂດຍ​ໄດ້​ຮັບ​ຄຳເຊີນຂອງ ທ່ານ Narendra Modi, ນາຍົກລັດຖະມົນຕີ ສ. ດິນ​ເດຍ ທ່ານ ເລ​ມິ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ແລະ ເຮັດ​ວຽກສອງຝ່າຍຢູ່ ອິນເດຍ ໃນວັນທີ 12 ແລະ 13 ກັນຍາ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການພົວພັນກັບບັນດາປະເທດ ສະມາຊິກ BRICS, ພ້ອມ​ກັນ​ນັ້ນ, ກໍ່ເປີດກວ້າງເຄືອຂ່າຍຄູ່ຮ່ວມມື, ຊອກຫາກຳລັງ​ໜູນ​ເຕີບໂຕໃໝ່ ແລະ ປະກອບສ່ວນສຽງເວົ້າເຂົ້າ​ໃນບັນ​ດາບັນຫາທີ່ປະຊາຄົມ​ສາ​ກົນ, ພິ​ເສດແມ່ນບັນດາປະເທດພວມພັດທະນາ ມີຄວາມສົນໃຈ.

ນັບແຕ່ເມື່ອກາຍເປັນປະເທດຄູ່ຮ່ວມມືຂອງ BRICS ໃນເດືອນ ມິຖຸນາ 2025, ຫວຽດນາມ ຍາມ​ໃດ​ກໍ່​ໄດ້ຈັດສົ່ງຄະນະຜູ້ແທນຂັ້ນນາຍົກລັດຖະມົນຕີ​ເຂົ້າຮ່ວມ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ເລ​ມິນ​ຮຶງ ໃນກອງປະຊຸມ​ຢູ່ ອິນເດຍ ​ຄັ້ງນີ້ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຂງແຮງຂອງ ຫວຽດນາມ ຕໍ່ກົນໄກການຮ່ວມມືຂອງ BRICS ​ກໍ​ຄືບົດບາດເປັນປະທານຂອງ ອິນເດຍ.

BRICS: ຕື່ມຕະຫຼາດທີ່ມີກຳລັງບົ່ມຊ້ອນໃຫ້ແກ່ ຫວຽດນາມ ອີກຕະຫຼາດໜຶ່ງ

BRICS ພວມ​ນັບ​ມື້​ນັບມີ​ທີ່​ຕັ້ງ​ທີ່​ໜ້າ​ສົ​ນ​ໃຈໃນຊີວິດເສດຖະກິດ ແລະ ການເມືອງສາກົນ. ບັນ​ດາປະ​ເທດສະມາຊິກ ແລະ ຄູ່ຮ່ວມມືຂອງ BRICS ມີປະຊາກອນ​ຫຼວງຫຼາຍ, ມີຄວາມຕ້ອງການພັດທະນາທີ່ຫຼາກຫຼາຍຮູບແບບ ແລະ ມີຫຼາຍ​ທ່າ​ໄດ້ປຽບດ້ານຊັບພະຍາກອນ, ເຕັກໂນໂລຊີ, ​ແຫຼ່ງທຶນ, ຕະຫຼາດ. ນີ້ແມ່ນບັນດາປັດໄຈທີ່ ຫວຽດນາມ ສາມາດຂຸດ​ຄົ້ນເພື່ອຮັບໃຊ້​ວິ​ວັດ​ການພັດທະນາ. ທ່ານ ຈິ້ງ​ມິນ​ແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຢືນຢັນວ່າ:

​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນການຮ່ວມມືຢູ່ທີ່ນີ້ໃຫຍ່​ຫຼວງ​ທີ່​ສຸດ. ສະເພາະ 11 ປະເທດສະມາຊິກ BRICS ​ໄດ້ກວມເອົາເກືອບເຄິ່ງໜຶ່ງປະຊາກອນໂລກ, ປະມານ 40% ຂອງ GDP ທົ່ວໂລກ ແລະ ການ​ຄ້າ​ທົ່ວ​ໂລກປະມານ ¼. ຖ້າຄິດ​ໄລ່​ທັງບັນດາປະເທດຄູ່ຮ່ວມມື, ຂອບຂະໜາດ ແລະ ​ກຳລັງຜົ​ນ​ສະ​ທ້ອນຂອງ BRICS ​ຍັງ​ກວ້າງໃຫຍ່ກວ່າອີກ. ບັນດາປະເທດສະມາຊິກ ແລະ ບັນດາປະເທດຄູ່ຮ່ວມມືຂອງ BRICS ລ້ວນແຕ່ມີ​ທ່າ​ແຮງ​ດ້ານຕະຫຼາດ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກໍາ, ພະລັງງານ, ຊັບພະຍາກອນ ແລະ ແຫຼ່ງຊັບພະຍາກອນມະນຸດ. ນີ້​ລ້ວນ​ແຕ່ແມ່ນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ເຊິ່ງ ຫວຽດນາມ ສາມາດຍາດ​ແຍ່ງ​ໄດ້​ໃຫ້​ແກ່ເປົ້າໝາຍ ພັດທະນາໃນໄລຍະໃໝ່.

ໂດຍ​ສັງ​ເກດ​ຈາກ​ແງ່​ມູມ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ທ່ານສາດສະດາຈານ Sonu Trivedi, ມະຫາວິທະຍາໄລ ເດລີ, ນັກຄົ້ນ​ຄວ້າ​ຂັ້ນ​ສູງກອງ​ທຶນ ອິນເດຍ, ຫົວ​ໜ້າ​ຜູ້ກໍ່ຕັ້ງສູນຄົ້ນ​ຄວ້າ ຫວຽດນາມ, ຖືວ່າ:

ເລື່ອງ ຫວຽດນາມ ເຂົ້​າ​ຮ່ວມກຸ່ມ BRICS ຈະເປີດໂອກາດໃຫ້ການຫັນ ຜະລິດຕະພັນ ແລະ ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ພ້ອມທັງເປີດອອກສູ່ຕະຫຼາດ ໃໝ່​ອ່ຽມ. ມີ​ແງ່​ມູມ​ສຳຄັນອື່ນທີ່ຂ້າພະເຈົ້າຢາກເນັ້ນໜັກ​ ນັ້ນຄື​ການ​​ຊຳລະດີຈິຕອນ, ເຊິ່ງເປັນມາດຕະ​ການແກ້ໄຂ ທີ່ບັນ​ດາປະເທດສະມາຊິກ BRICS ເກືອບ​ທັງ​ໝົດກໍ​ຄື ຫວຽດ​ນາມ ພວມ​ນຳ​ໃຊ້, ນີ້​ແມ່ນ​ຂົງ​ເຂດ​ເປີດ​ອອກ​ບັນ​ດາ​ແງ່​ຫວັງ​​ຢ່າງໃຫຍ່ຫຼວງ.

ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ປາດ​ຖະ​ໜາວ່າ ຈະປະກອບສ່ວນເຂົ້າໃນ ຜົນສຳເລັດລວມ BRICS ຜ່ານບັນ​ດາຂໍ້ສະເໜີ​ແນະ, ຂໍ້ລິເລີ່ມລະ​ອຽດ, ທັງເພີ່ມທະວີການເຊື່ອມຕໍ່ກັບບັນ​ດາ​ພື້ນ​ຖານເສດຖະກິດ BRICS, ​ຊຸກ​ຍູ້ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ຕື່ມ​ອີກ

ສຳ​ລັບ ອິນເດຍ ເປັນ​ປະ​ເທດປະທານ BRICS ປີ 2026 ແລະ ການພົວພັນ ລະຫວ່າງ ຫວຽດນາມ - ອິນເດຍ ຫາກໍ່ໄດ້​ຮັບ​ການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານເພີ່ມທະວີ ໃນເດືອນ ພຶດສະພາ 2026, ການເຂົ້າຮ່ວມກອງປະຊຸມສຸດຍອດຂອງ ທ່ານນາຍົກລັດຖະມົນຕີ ເລມິນ​ຮຶງ ຄັ້ງນີ້ ຈະສ້າງກຳລັງໜູນໃໝ່​ຕື່ມ​ອີກ ໃຫ້ແກ່ການພົວພັນສອງຝ່າຍ, ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ​້​ລວມ ແລະ ຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ແລ້ວໃຫ້​ເປັນ​ລະ​ອຽດ. ທ່ານ​ ຈິ້ງ​ມິນ​ແມ້ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໃຫ້​ຮູ້​ວ່າ:

ກ່ອນອື່ນໝົດແມ່ນ​ໄດ້ສ້າງການຫັນປ່ຽນ​ຢ່າງ​ແຮງກວ່າ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍໃຫ້ບັນ​ລຸ 25 ຕື້ USD ໃນປີ 2030, ພ້ອມກັນ​ນັ້ນ, ກໍສ້າງຄວາມສະດວກໃຫ້ແກ່ສິນຄ້າຈາກ 2 ປະເທດເຂົ້າເຖິງຕະຫຼາດ ຂອງກັນ ແລະ ສົ່ງເສີມການລົງທຶນ 2 ສົ້ນຫຼາຍກວ່າອີກ. 2 ຝ່າຍກໍ່​ມີຍັງ​ມີ​ຫຼາຍ​ຂົງ​ເຂດ​ເພື່ອ​ສາ​ມາດ​ສ້າງ​ກຳ​ລັງ​ໜູນ​ກາ​ນ​ເຕີບ​ໂຕ​ໃໝ່ດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເຄິ່ງ​ຊັກ​ນຳ​ໄຟ້​າ, ​ການຢາ... ນີ້ແມ່ນ​ບັນ​ດາ​ຂົງ​ເຂດສອດຄ່ອງກັບຄວາມຕ້ອງການພັດທະນາຂອງ ຫວຽດນາມ, ທັງ​ແມ່ນ​ບັນ​ດາ​ກຳ​ລັງ​ແຮງທີ່ນັບ​ມື້​ນັບໂດດເດັ່ນຂອງ ອິນເດຍ.

BRICS ໄດ້ເປີດ​ຂົງ​ເຂດການຮ່ວມມືໃໝ່ໃຫ້​ແກ່ ຫວຽດນາມ ໃນ​ນັ້ນ ອິນເດຍ ເປັນຈຸດເຊື່ອມຕໍ່ທີ່ສຳຄັນ. ການເຂົ້າຮ່ວມກອງປະຊຸມສຸດຍອດ BRICS 2026 ຂອງທ່ານນາຍົກລັດຖະມົນຕີ ຫວຽດ​ນາມ ຄັ້ງນີ້ ບໍ່ພຽງແຕ່ເປີດກວ້າງການຮ່ວມມື ຫຼາຍຝ່າຍເທົ່ານັ້ນ, ຫາກຍັງເປັນກຳ​ລັງ​ໜູນ​ເຮັດ​ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ເລິກ​ເຊິ່ງ​ຂຶ້​ນ​ຕື່ມ, ​ຈາກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຕະ​ຫຼອດ​ຮອດການເຊື່ອມ​ຕໍ່ດ້ານເສດຖະກິດ, ເຕັກໂນໂລຢີ ແລະ ບັນ​ດາຂົງເຂດໃໝ່./.