ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ກອບ​ສຽງ​ເວົ້າ​ເຂົ້າ​ບັນ​ຫາ​ລວມ​ຂອງ​ສາ​ກົນ​, ສົ່ງ​ສານກ່ຽວກັບບັນດາ​ບັນ​ຫາ​ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາ​ຂອງ ປະ​ເທດ​ຊາດ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມລິ​ກາ​.

ດ້ວຍ​ຫົວ​ຂໍ້​ວ່າ “ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ຄຸ້ມ​ຄອງ​ການ​ຫັນ​ປ່ຽນ​: ສະ​ຫະ​ປະ​ຊາ​ຊາດ ເຄື່ອນ​ໄຫວ​ເພື່ອ​ທຸກໆ​ຄົນ​”, ວາ​ລະ​ປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສປຊ ຄັ້ງ​ທີ 81 ໄດ້​ເນັ້ນ​ໜັກ​ບົດ​ບາດ​ຂອງ ສປຊ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​, ຄວາມ​ໝັ້ນ​ຄົງ​, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປົກ​ປ້ອງ​ບັນ​ດາ​ຄຸນ​ຄ່າ​ລວມ​ຂອງ​ມະ​ນຸດ​.

​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ຈະສືບ​ຕໍ່​ຢັ້ງ​ຢືນ​ການ​ຮ່ວມ​ມື​ກັບ ສປຊ ແມ່ນ​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ​; ເຊີດຊູ​ລັດ​ທິ​ຫຼາຍ​ຝ່າຍ​, ບົດ​ບາດ​ໃຈ​ກາງ​ຂອງ ສປຊ ແລະ ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​, ແທດ​ຈິງ ເຂົ້າໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ເ​ພື​ື່ອ​ສັນ​ຕິ​ພາບ​, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​.

ຢັ້ງ​ຢືນ​ປະ​ເທດ ຫວຽດ​ນາມ ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​

ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​, ພິ​ເສດ​ແມ່ນ ສປຊ ນັບ​ມື້​ນັບ​ຫັນ​ຈາກ​ການ​ເຂົ້າ​ຮ່ວມ ໄປສູ່ຄວາມ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​, ສ້າງ​ໂຄງ​ການ​ດຳ​ເນີນ​ງານ​, ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ຮັບ​ຜິດ​ຊອບ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ໃນ​ບັນ​ດາ​ກົນ​ໄກ​ຂອງ ສປຊ.

ທີ່​ກອງ​ປະ​ຊຸມສຳຫຼວດກວດຄືນ​​ສົນ​ທິ​ສັນ​ຍາ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ (NPT) ຄັ້ງ​ທີ 11 (ຈັດ​ຂຶ້ນ​ແຕ່​ວັນ​ທີ 27 ເມ​ສາ - 23 ພຶດ​ສະ​ພາ​) ປີ​ນີ້​, ຫວຽດ​ນາມ ຮັບ​ຜິດ​ຊອບ​ຕຳ​ແໜ່ງ​ເປັນ​ປະ​ທານ​, ຜ່ານ​ນັ້ນ​ສະ​ແດງ​ບົດ​ບາດ​ນັບ​ມື້​ນັບ​ເປັນ​ເຈົ້າ​ການ ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ​.

ຫວຽດ​ນາມ ກໍ່​ໄດ້ຮັບ​ຜິດ​ຊອບ​ຫຼາຍ​ຕຳ​ແໜ່ງ​ຢູ່​ບັນ​ດາ​ກົນ​ໄກ​ຫຼາຍ​ຝ່າຍ​, ໃນ​ນັ້ນ​ມີ​ສະ​ພາ​ສິດ​ທິ​ມະ​ນຸດ​, ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ອົງ​ການ​ຂອງ UNESCO. ພິ​ເສດ​, ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ມີ​ຜູ້​ພິ​ພາກ​ສາ​ຢູ່​ສານ​ກົດ​ໝາຍ​ວ່າ​​ທະ​ເລສາກົນອາ​ຍຸ​ການ 2026 – 2035. ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບ​, ມາ​ຮອດ​ປະ​ຈຸ​ບັນ​, ມີ​ພະ​ນັກ​ງານ​, ນັກ​ຮົບ ຫວຽດ​ນາມ ປະ​ມານ​ເກືອບ 1.400 ເທື່ອ​ຄົນ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ສປຊ, ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ອົງ​ການ​ນີ້​. ທ່ານ Kamal Malhotra, ອະ​ດິດ​ຜູ້​ປະ​ສານ​ງານ​ຂອງ ສປຊ ປະ​ຈຳ ຫວຽດ​ນາມ​, ໃຫ້​ຂໍ້​ສັງ​ເກດ​ວ່າ​:

“ໃນ​ຕະ​ຫຼອດ​ອາ​ຍຸ​ການ 4 ປີ​ເຄິ່ງ​ທີ່​ເປັນ​ຜູ້​ນຳ​ຂອງ ສປຊ ປະ​ຈຳ ຫວຽດ​ນາມ​, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ເຂົ້າ​ພາ​ລະ​ກຳ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສປຊ. ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ບັນ​ລຸ​ຜົນ​ສຳ​ເລັດ​ໃນ 2 ລະ​ດັບ​. ທີ​ໜຶ່ງ​ແມ່ນ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ປະ​ກອບ​ສ່ວນ​ຕົ້ນ​ຕໍ​ໃຫ້​ແກ່​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສປຊ ຢູ່ ຊູ​ດານ ໃຕ້​. ທີ​ສອງ​, ຫວຽດ​ນາມ ຍັງ​ໄດ້​ສົ່ງ​ພະ​ນັກ​ງານ​ເຮັດ​ວຽກ​ຢູ່​ສຳ​ນັກ​ງານ​ອົງ​ການ​ສະ​ເພາະ​ກິດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສປຊ ຢູ່​ນິວ​ຢອກ​. ຫວຽດ​ນາມ ໄດ້​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ເຂົ້າ​ວຽກ​ງານ​ລວມ​ຂອງ ສປຊ ຫຼາຍພໍ​ສົມ​ຄວນ​”.

ປີ 2026 ກໍ່​ແມ່ນ​ປີ​ທຳ​ອິດ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ມຸ່ງ​ໄປ​ເຖິງ​ຂີດ​ໝາຍ 50 ປີ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ສປຊ ໃນ​ປີ 2027. ຍ້ອນ​ເຫດ​ນັ້ນ​, ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂັ້ນ​ສູງ​ຂອງ ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81 ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ແບ່ງ​ປັນ​ປະ​ສົບ​ການ​, ປະ​ກອບ​ຂໍ້​ລິ​ເລີ່ມ ແລະ ສຽງ​ເວົ້າ​ເຂົ້າ​ໃນບັນ​ດາ​ບັນ​ຫາ​ທົ່ວ​ໂລກ​. ນັ້ນ​ກໍ່​ແມ່ນ​ບັນ​ດາ​ບັນ​ຫາ​​ຕິດ​ພັນ​ໂດຍ​ກົງ​ກັບຜົນ​ປະ​ໂຫຍດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ​, ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມະ​ນາ​ພະ​ຍາ​ຍາມ​ລວມ​, ທັງ​ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ​, ເຕັກ​ໂນ​ໂລ​ຊີ​, ພູມ​ປັນ​ຍາ ແລະ ເປີດ​ກ້ວາງ​ການ​ຮ່ວມ​ມື​ສາ​ກົນ​, ຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ​. ທ່ານ​ນາງ ຟ້າມ​ທູ​ຮັ່ງ​, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ​:

“ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຂອງ ສະ​ມັດ​ຊາ​ໃຫຍ່ ສປຊ, ພົບ​ປະສອງ​ຝ່າຍ​ກັບ​ການ​ນຳ​ບາງ​ປະ​ເທດ​, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​. ຜູ້​ນຳ​ພັກ​, ລັດ ກໍ່​ຈະ​ມີ​ການ​ພົບ​ປະ​ກັບ​ການ​ນຳ​ອຳ​ນາດ​ການ​ປົກ​ຄອງ ແລະ ສະ​ພາ​ແຫ່ງ​ຊາດ ອາ​ເມລິ​ກາ ອິກ​ດ້ວຍ​”.

​ສະ​ພາບ​ແວດ​ລ້ອມ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມລິ​ກາ​

ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຢູ່ ນິວ​ຢອກ ໄດ້ດຳເນີນ​ໃນ​ສະ​ພາບ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມລິ​ກາ ສືບ​ຕໍ່​ໄດ້​ຊຸກ​ຍູ້​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂດ​, ພາຍ​ຫຼັງ​ທີ່​ສອງ​ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.

ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ​ ​ຄັ້ງ​ນີ້, ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພະ​ລັງ​ງານ​, ເຕັກ​ໂນ​ໂລ​ຊີ​, ການ​ບິນ ແລະ ການ​ເງິນ​ບາງ​ສະ​ບັບ​ຄາດ​ວ່າ​ຈະ​ໄດ້​ປະ​ກາດ​, ຜ່ານ​ນັ້ນ​, ເປີດ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ເມລິ​ກາ​. ທ່ານ ຫງວຽນ​ກວັກ​ຢູ້ງ​, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ອາ​ເມລິ​ກາ ໃຫ້​ຮູ້​ວ່າ​:

“ການ​ຢ້ຽມ​ຢາມ​, ເຮັດ​ວຽກ​ຢູ່ ອາ​ເມລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕເລີມຈະ​ສ້າງ​ກຳ​ລັງ​ໜູນ​, ມາດ​ຕະ​ການ​ລະ​ອຽດ​ໃໝ່​, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມລິ​ກາ ສືບ​ຕໍ່​ພັດ​ທະ​ນາ​ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ​. ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​, ເມື່ອ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນາ​ໄວ​, ແຮງ​, ສົ່ງ​ຜົນ​ກະ​ທົບ​ເລິກ​ເຊິ່ງ​, ກ້ວາງ​ຂວາງ​ເຖິງ​ອະ​ນາ​ຄົດ​ຂອງ​ມະ​ນຸດ​, ສະ​ພາບ​ການ​ການ​ເມືອງ​, ຄວາມ​ໝັ້ນ​ຄົງ​, ເສດ​ຖະ​ກິດ​ໂລກ​ມີ​ການ​ຜັນ​ແປ​ສັບ​ສົນ​ທີ່​ສຸດ​, ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແທດ​ຈິງ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມລິ​ກາ ມີ​ຄວາມ​ໝາຍ​ສຳ​ຄັນ​, ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ​, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​ອີກ​ດ້ວຍ​”.

ການ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ທ່ົວ​ໂລກ​ຄື ສປຊ ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​ບັນ​ຫາ​ລວມ​ເທົ່າ​ນັ້ນ​, ຫາກ​ຍັງ​ເປີດ​ກ້ວາງ​ສະ​ພາບ​ແວດ​ລ້ອມ​ການ​ສຳ​ຜັດ​, ການ​ໂອ້​ລົມ​ເຈລະ​ຈາ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​, ພິ​ເສດ​ແມ່ນ​ກັບ ອາ​ເມລິ​ກາ ອີກ​ດ້ວຍ​. ຜ່ານ​ນັ້ນ​, ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປັນ​ເຈົ້າ​ການ​, ຕັ້ງ​ໜ້າ​ເຊື່ອມ​ໂຍງ​, ເຊີດຊູ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​, ພ້ອມ​ທັງ​ຍາດ​ແຍ່ງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສາ​ກົນ​ໃຫ້​ແກ່​ການ​ພັດ​ທະ​ນາ​./.

Huyen - Q.Trung