(ພາບ:baoquocte.vn)
ການໄປປະຕິບັດງານຄັ້ງນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ປະກອບສຽງເວົ້າເຂົ້າບັນຫາລວມຂອງສາກົນ, ສົ່ງສານກ່ຽວກັບບັນດາບັນຫາບຸລິມະສິດການພັດທະນາຂອງ ປະເທດຊາດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.
ດ້ວຍຫົວຂໍ້ວ່າ “ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ຄຸ້ມຄອງການຫັນປ່ຽນ: ສະຫະປະຊາຊາດ ເຄື່ອນໄຫວເພື່ອທຸກໆຄົນ”, ວາລະປະຊຸມຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 81 ໄດ້ເນັ້ນໜັກບົດບາດຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ປົກປ້ອງບັນດາຄຸນຄ່າລວມຂອງມະນຸດ.
ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຈະສືບຕໍ່ຢັ້ງຢືນການຮ່ວມມືກັບ ສປຊ ແມ່ນຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ເຊີດຊູລັດທິຫຼາຍຝ່າຍ, ບົດບາດໃຈກາງຂອງ ສປຊ ແລະ ຄຳໝັ້ນສັນຍາປະກອບສ່ວນຕັ້ງໜ້າ, ແທດຈິງ ເຂົ້າໃນບັນດາຄວາມມານະພະຍາຍາມລວມເພືື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.
ຢັ້ງຢືນປະເທດ ຫວຽດນາມ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ
ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສປຊ ນັບມື້ນັບຫັນຈາກການເຂົ້າຮ່ວມ ໄປສູ່ຄວາມເປັນເຈົ້າການປະກອບສ່ວນ, ສ້າງໂຄງການດຳເນີນງານ, ຊຸກຍູ້ຄວາມເຫັນດີເຫັນພ້ອມ, ຮັບຜິດຊອບບັນດາໜ້າທີ່ສຳຄັນໃນບັນດາກົນໄກຂອງ ສປຊ.
ທີ່ກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11 (ຈັດຂຶ້ນແຕ່ວັນທີ 27 ເມສາ - 23 ພຶດສະພາ) ປີນີ້, ຫວຽດນາມ ຮັບຜິດຊອບຕຳແໜ່ງເປັນປະທານ, ຜ່ານນັ້ນສະແດງບົດບາດນັບມື້ນັບເປັນເຈົ້າການ ໃນບັນດາບັນຫາສາກົນ.
(ພາບ:Baoquocte.vn)
ຫວຽດນາມ ກໍ່ໄດ້ຮັບຜິດຊອບຫຼາຍຕຳແໜ່ງຢູ່ບັນດາກົນໄກຫຼາຍຝ່າຍ, ໃນນັ້ນມີສະພາສິດທິມະນຸດ, ຄະນະກຳມະການກົດໝາຍສາກົນ ແລະ ບັນດາອົງການຂອງ UNESCO. ພິເສດ, ເປັນຄັ້ງທຳອິດ ຫວຽດນາມ ມີຜູ້ພິພາກສາຢູ່ສານກົດໝາຍວ່າທະເລສາກົນອາຍຸການ 2026 – 2035. ໃນຂົງເຂດຮັກສາສັນຕິພາບ, ມາຮອດປະຈຸບັນ, ມີພະນັກງານ, ນັກຮົບ ຫວຽດນາມ ປະມານເກືອບ 1.400 ເທື່ອຄົນໄດ້ເຂົ້າຮ່ວມບັນດາຄະນະປະຕິບັດງານຂອງ ສປຊ, ໄດ້ຮັບການຕີລາຄາສູງຈາກອົງການນີ້. ທ່ານ Kamal Malhotra, ອະດິດຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
“ໃນຕະຫຼອດອາຍຸການ 4 ປີເຄິ່ງທີ່ເປັນຜູ້ນຳຂອງ ສປຊ ປະຈຳ ຫວຽດນາມ, ຂ້າພະເຈົ້າໄດ້ເຫັນປະຈັກຕາການປະກອບສ່ວນຂອງ ຫວຽດນາມ ເຂົ້າພາລະກຳຮັກສາສັນຕິພາບຂອງ ສປຊ. ຄວາມມານະພະຍາຍາມຂອງ ຫວຽດນາມ ບັນລຸຜົນສຳເລັດໃນ 2 ລະດັບ. ທີໜຶ່ງແມ່ນ ຫວຽດນາມ ກາຍເປັນປະເທດປະກອບສ່ວນຕົ້ນຕໍໃຫ້ແກ່ໜ້າທີ່ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດານ ໃຕ້. ທີສອງ, ຫວຽດນາມ ຍັງໄດ້ສົ່ງພະນັກງານເຮັດວຽກຢູ່ສຳນັກງານອົງການສະເພາະກິດຮັກສາສັນຕິພາບຂອງ ສປຊ ຢູ່ນິວຢອກ. ຫວຽດນາມ ໄດ້ເພີ່ມທະວີການປະກອບສ່ວນເຂົ້າວຽກງານລວມຂອງ ສປຊ ຫຼາຍພໍສົມຄວນ”.
ປີ 2026 ກໍ່ແມ່ນປີທຳອິດຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ມຸ່ງໄປເຖິງຂີດໝາຍ 50 ປີ ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ ໃນປີ 2027. ຍ້ອນເຫດນັ້ນ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ແບ່ງປັນປະສົບການ, ປະກອບຂໍ້ລິເລີ່ມ ແລະ ສຽງເວົ້າເຂົ້າໃນບັນດາບັນຫາທົ່ວໂລກ. ນັ້ນກໍ່ແມ່ນບັນດາບັນຫາຕິດພັນໂດຍກົງກັບຜົນປະໂຫຍດແຫ່ງການພັດທະນາຂອງ ຫວຽດນາມ, ທັງປະກອບສ່ວນເຂົ້າໃນຄວາມມະນາພະຍາຍາມລວມ, ທັງຍາດແຍ່ງແຫຼ່ງກຳລັງ, ເຕັກໂນໂລຊີ, ພູມປັນຍາ ແລະ ເປີດກ້ວາງການຮ່ວມມືສາກົນ, ຮັບໃຊ້ເປົ້າໝາຍພັດທະນາໄວ ແລະ ຍືນຍົງ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຈະມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ, ພົບປະສອງຝ່າຍກັບການນຳບາງປະເທດ, ອົງການຈັດຕັ້ງສາກົນ. ຜູ້ນຳພັກ, ລັດ ກໍ່ຈະມີການພົບປະກັບການນຳອຳນາດການປົກຄອງ ແລະ ສະພາແຫ່ງຊາດ ອາເມລິກາ ອິກດ້ວຍ”.
(ພາບ: TTXVN)
ສະພາບແວດລ້ອມສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ
ການປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢູ່ ນິວຢອກ ໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ອາເມລິກາ ສືບຕໍ່ໄດ້ຊຸກຍູ້ຢ່າງແຮງໃນຫຼາຍຂົງເຂດ, ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ໃນຂອບເຂດການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຄັ້ງນີ້, ຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດພະລັງງານ, ເຕັກໂນໂລຊີ, ການບິນ ແລະ ການເງິນບາງສະບັບຄາດວ່າຈະໄດ້ປະກາດ, ຜ່ານນັ້ນ, ເປີດສະພາບແວດລ້ອມແຫ່ງການຮ່ວມມືເສດຖະກິດ ຫວຽດນາມ - ອາເມລິກາ. ທ່ານ ຫງວຽນກວັກຢູ້ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ອາເມລິກາ ໃຫ້ຮູ້ວ່າ:
“ການຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມຈະສ້າງກຳລັງໜູນ, ມາດຕະການລະອຽດໃໝ່, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາແທດຈິງ, ມີປະສິດທິຜົນ. ໃນສະພາບການປະຈຸບັນ, ເມື່ອວິທະຍາສາດ, ເຕັກໂນໂລຊີພັດທະນາໄວ, ແຮງ, ສົ່ງຜົນກະທົບເລິກເຊິ່ງ, ກ້ວາງຂວາງເຖິງອະນາຄົດຂອງມະນຸດ, ສະພາບການການເມືອງ, ຄວາມໝັ້ນຄົງ, ເສດຖະກິດໂລກມີການຜັນແປສັບສົນທີ່ສຸດ, ເລື່ອງເພີ່ມທະວີການຮ່ວມມືແທດຈິງລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີຄວາມໝາຍສຳຄັນ, ບໍ່ພຽງແຕ່ເພື່ອແນໃສ່ຕອບສະໜອງຜົນປະໂຫຍດຂອງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກອີກດ້ວຍ”.
ການເຂົ້າຮ່ວມເວທີປາໄສທ່ົວໂລກຄື ສປຊ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ປະກອບສ່ວນເຂົ້າບັນດາບັນຫາລວມເທົ່ານັ້ນ, ຫາກຍັງເປີດກ້ວາງສະພາບແວດລ້ອມການສຳຜັດ, ການໂອ້ລົມເຈລະຈາ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມື, ພິເສດແມ່ນກັບ ອາເມລິກາ ອີກດ້ວຍ. ຜ່ານນັ້ນ, ຫວຽດນາມ ສືບຕໍ່ສະແດງແນວທາງການຕ່າງປະເທດເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ, ເຊີດຊູສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື, ພ້ອມທັງຍາດແຍ່ງປະສິດທິຜົນຂອງບັນດາແຫຼ່ງກຳລັງສາກົນໃຫ້ແກ່ການພັດທະນາ./.
Huyen - Q.Trung
