ວັນ​ທີ 16 ມິ​ຖຸ​ນາ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຢູ່​ນະ​ຄອນ Kazan, ສະ​ຫະ​ພັນ ລັດ​ເຊຍ. ໃນ​ສະ​ພາບ ອາ​ຊຽນ ແລະ ລັດ​ເຊຍ ພວມ​ຊອກ​ຫາ​ກຳ​ລັງ​ໜູນ​ຮ່ວມ​ມື​ໃໝ່ ຕໍ່​ໜ້າ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ໂລກ, ການ​ໄປ​ປະ​ຕິ​ບັດ​ງານ (ແຕ່​ວັນ​ທີ 16 – 18 ມິ​ຖຸ​ນາ) ສະ​ແດງ​ໃຫ້​ເຫັນ​​ຄວາມ​ເປັນເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກຳ​ນົດ​ທິດ​ທາງຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ ພາຍ​ຫຼັງ 35 ປີແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມືຄູ່​ເຈ​ລະ​ຈາ (1991 – 2026), ອາ​ຊຽນ ແລະ ລັດ​ເຊຍ ພວມ​ຊອກ​ຫາ​ບັນ​ດາ​ກຳ​ລັງ​ໜູນ​ຮ່ວມ​ມື​ໃໝ່ ເພື​່ອສືບ​ຕໍ່​ເຮັ​ດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ລະ​ຫວ່າງ 2 ຝ່າຍ​ທີ່​ໄດ້​ສ້າງ​ຂຶ້ນ​ແຕ່​ປີ 2005 ເລິກ​ເຊິ່ງກວ່າ. ສະ​ນັ້ນ, ກອງ​ປະ​ຊຸມ​ຢູ່ Kazan ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ການ​ນຳ​ປຶກ​ສາ​ຫາ​ລື​ບັນ​ດາບຸ​ລິ​ມະ​ສິດ​​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ລັດ​ເຊຍ ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບົດ​ບາດ​ຂອງ ຫວຽດ​ນາມ​ ໃນ​ການ​ພົວ​ພັນ ອາ​ຊຽນ - ສະ​ຫະ​ພັນ ລັດ​ເຊຍ

ໃນ​ວິ​ວັດ​ແຫ່ງກາ​ນ​ພັດ​ທະ​ນາ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ. ຕາມ​ທ່ານ ດັ້ງ​ມິນ​ຄອຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ແລ້ວ, ບົດ​ບາດ​ຂອງ ຫວຽດ​ນາມ ຄື​ດັ່ງ “ຂົວ​ເຊື່ອມ​ຕໍ່” ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ ​ໄດ້ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່​ຊຸມ​ປີ​ທຳ​ອິດ​ທີ່ ລັດ​ເຊຍ ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ ອາ​ຊຽນ.

“35 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ລິ​ເລີ່ມ​ແນ​ໃສ່ຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ, ສະ​ໜັບ​ສະ​ໜູນ​ເລື່ອງ ລັດ​ເຊຍ ​ຕັ້ງ​ໜ້າເຂົ້າ​ຮ່ວມ​ບັນ​ດາລະ​ບອບ​ລະ​ບຽບ​ຂອງ ອາ​ຊຽນ​ກວ່າ. ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ສະ​ຫະ​ພັນ ລັດ​ເຊຍ, ສະ​ນັ້ນ, ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ພວກ​ເຮົາ​ຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ ​ໃຫ້ຂຶ້​ນ​ສູ່​ລະ​ດັບ​ສູງກວ່າ. ດ້ານ​ອື່ນ, ໃນ​ ອາ​ຊຽນ, ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ມີທັດ​ສະ​ນະສຳ​ຄັນ, ສະ​ນັ້ນ ບົດ​ບາດ​ຂອງ​ ຫວຽດ​ນາມ ໃນ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ ມີ​ລັກ​ສະ​ນະ​ຕັ້ງ​ໜ້າ ແລະ ສ້າງ​ສັນ, ເຊິ່ງໄດ້​ຮັບ​ການຕີ​ລາ​ຄາ​ສູງຈາກ​ ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ”.

ບັນ​ດາ​ປັດ​ໃຈນັ້ນ​ຍິ່ງ​ມີ​ຄວາມ​ໝາຍເມື່ອ ຫວຽດ​ນາມ ຈະ​ຮັບ​ບົດ​ບາດ​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ໄລ​ຍະ 2027 – 2030. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້ ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ຝ່າຍ, ພ້ອມ​ທັງ, ຊຸກ​ຍູ້ການ​ໂອ້​ລົມ​ສົນ​ທະ​ນາ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ. ທ່ານ​ ດັ້ງ​ຮ່​ວາງ​ຢາງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ຫວຽດ​ນາມ ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ຊຸ​ກ​ຍູ້​ວິ​ທີເຂົ້າ​ເຖິງທີ່​ແທ້​ຈິງ, ສົມ​ດຸນ ແລະ ມຸ່ງ​ໄປ​ເຖິງ​ໝາກ​ຜົນ​ລະ​ອ​ຽດ​ໃນ​ການ​ຮ່ວມ​ມື ອາ​ຊຽນ - ລັດ​ເຊຍ. ຈຸດ​ສຸມ​ແມ່ນສ້າງ​ຄວາມ​ສະ​ດວກ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​​ແຕ່ຍັງ​ບໍໍ່​ທັນ​ໄດ້​ຮັບ​ການຂຸ​ດ​ຄົ້ນ​ຢ່າງ​ຄົບ​ຖ້ວນ, ຄື: ການ​ຄ້າ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ໝັ້ນ​ຄົງ​ບໍ່​ແມ່ນ​ການ​ທະ​ຫານ, ການ​ສຶກ​ສາ, ພະ​ລັງ​ງານ".

ສືບ​ຕໍ່​ປັບ​ປຸງ​​ສາຍ​ພົວ​ພັນ​ອັນ​ດີ​ງາມ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ

ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ສື​ບ​ຕໍ່​ຮັ​ບ​ຮູ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ພວມຄ່ອຍໆ​ຟື້​ນ​ຟູ​ທ່າ​ເຕີບ​ໂຕ, ດ້ວຍ​ວົງ​ເງິນ​ການ​ຄ້າ 2 ຝ່າ​ຍ​ບັນ​ລຸ 4,77 ຕື້ USD ໃນ​ປີ 2025 ແລະ ບັນ​ລຸ 1,72 ຕື້ USD ໃນ 4 ເດືອນ​ຕົ້ນ​ປີ 2026.

ໃນ​ສະ​ພາບ​ການນັ້ນ, ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ຢູ່ສະ​ຫະ​ພັນ ລັດ​ເຊຍ ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ປະ​ກ​ອບ​ສ່ວ​ນ​ຮັກ​ສາ​ທ່າ​ພັດ​ທະ​ນາ​ທີ່​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ 2 ຝ່າຍ, ພ້ອມ​ທັງ ສ້າງ​ກຳ​ລັງ​ໜູນ​ຕື່ມ​ອີກໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​​ທິດ​ທາງ​ຮ່ວມ​ມື​ເຊິ່ງ​ການ​ນຳ 2 ປະ​ທດ​ໄດ້​ເປັນ​ເອ​ກະ​ພາບ. ທ່ານ ດັ້ງ​ມິນ​ຄອຍ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ຖື​ວ່າ:

“ຢູ່ນອກກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເລ​ມິນ​ຮຶງ ຈະ​ມີ​ການ​ພົບ​ປະ​ກັບ​ການ​ນຳ​ຫຼາຍ​ປະ​ເທດ, ໃນ​ນັ້ນ​ມີ​ການ​ພົບ​ປະ​ກັບ​ການ​ນຳ ສະ​ຫະ​ພັນ ລັດ​ເຊຍ. ຈຸດ​ສຸມ​ຂອງ​ການ​ພົບ​ປະ​ນີ້​ແມ່ນ​ເພື່ອ​ຫວນ​ຄືນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ ແລະ ປຶກ​ສາ​ຫາ​ລື​ທິດ​ທາງໃນ​ໄລ​ຍະ​ຈະ​ມາ​ເຖິງ. ຂ້​າ​ພະ​ເຈົ້າ​ຫວັງ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຈະ​ບັນ​ລຸ​ໝາກ​ຜົນ​ແທ​້​ຈິງ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໃຫ້ພັດ​ທະ​ນາ​ຢ່າງ​ແຮງ, ມີ​ປະ​ສິດ​ທິ​ຜົນ, ໝັ້ນ​ແກ່ນ​ໃນ​ທຸກ​ຂົງ​ເຂດ, ພ​ິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ທີ່​ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ”.

ດ້ວຍ​ພື້ນ​ຖານ​ອັນ​ດີ​ງາມ​ທີ​່​ໄດ​້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຫຼາຍ​ປີ​ຜ່ານ​ມານັ້ນ, ຫວຽດ​ນາມ ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ສະ​ຫະ​ພັນ ລັດ​ເຊຍ ໃນ​ໄລ​ຍະ​ໃໝ່.