ໂດຍໄດ້ດຳເນີນພາຍຫຼັງຂີດໝາຍສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ( ກຸມພາ 1950 - ກຸມພາ 2026), ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືແທດຈິງ ແລະ ເປີດກ້ວາງບັນດາຂົງເຂດຮ່ວມມືທີ່ເໝາະສົມກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.
ໃນໄລຍະກວ່າ 76 ປີຜ່ານມາ, ຫວຽດນາມ ແລະ ໂປໂລຍ ໄດ້ສ້າງການພົວພັນມິດຕະພາບແໜ້ນແຟ້ນ. ໃນສະພາບການທັງ ຫວຽດນາມ ແລະ ໂປໂລຍ ລ້ວນແຕ່ພວມຊອກຫາບັນດາກຳລັງໜູນເຕີບໂຕໃໝ່, ຄຳຮຽກຮ້ອງຕ້ອງການວາງອອກໃນປະຈຸບັນ ແມ່ນ ເສີມຂະຫຍາຍພື້ນຖານມິດຕະພາບ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດເໝາະສົມກັບທ່າແຮງ ແລະ ຄວາມ ຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະຝ່າຍ.
ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດໃຫ້ມີປະສິດທິຜົນ
ນີ້ແມ່ນຄັ້ງທີສອງ, ທ່ານ Donald Tusk ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນບົດບາດເປັນນາຍົກລັດຖະມົນຕີ ໂປໂລຍ, ພາຍຫຼັງການຢ້ຽມຢາມໃນປີ 2010. ການຢ້ຽມຢາມຖືກຈັດຂຶ້ນພາຍຫຼັງສອງປະເທດອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍໃນປີ 2025, ສ້າງພື້ນຖານເພືື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດມີຫຼາຍຄວາມສາມາດບົ່ມຊ້ອນ. ທ່ານນາງ Joanna Skoczek, ເອກອັກຄະລັດຖະທູດ ໂປໂລຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ:
“ປະຈຸບັນ, ທັງສອງປະເທດລ້ວນແຕ່ມີທີ່ຕັ້ງບົດບາດຕຕ່າງເກົ່າຫຼາຍແລ້ວ. ປະຈຸບັນ, ໂປໂລຍ ແລະ ຫວຽດນາມ ແມ່ນພື້ນຖານເສດຖະກິດນຳໜ້າຢູ່ພາກພື້ນ. ໂປໂລຍ ມີລະດັບການເຕີບໂຕ GDP ສູງສຸດໃນສະຫະພາບ ເອີລົບ (ອີຢູ), ໃນຂະນະທີ່ ຫວຽດນາມ ນອນໃນກຸ່ມບັນດາພື້ນຖານເສດຖະກິດມີລະດັບການເຕີບໂຕ GDP ສູງສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ເວົ້າລວມ. ສິ່ງດັ່ງກ່າວໄດ້ເປີດໂອກາດໃໝ່ໃຫ້ທັງສອງປະເທດ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ກຳນົດ ແລະ ຢັ້ງຢືນບັນດາຂົງເຂດມີແງ່ຫວັງຮ່ວມມືໃຫຍ່ສຸດລະຫວ່າງສອງປະເທດ”
ໃນຂົງເຂດຮ່ວມມືຕ່າງໆ, ເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບຖືວ່າເປັນໜຶ່ງໃນບັນດາກຳລັງໜູນສຳຄັນເພື່ອນຳການພົວພັນ ຫວຽດນາມ - ໂປໂລຍ ກ້າວໄປໄກກ່ວາ. ປີ 2025, ວົງເງິນການຄ້າສອງຝ່າຍບັນລຸປະມານ 3,94 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ປີກ່ອນ. ໝາກຜົນນີ້ໄດ້ສະແດງໃຫ້ເຫັນການພົວພັນການຄ້າພວມພັດທະນາຕັ້ງໜ້າ, ແຕ່ຂົງເຂດການຮ່ວມມືຍັງມີຫຼາຍຢູ່.
ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໄດ້ ແລະ ພວມສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດເຂົ້າເຖິງຕະຫຼາດຂອງກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອຍາດແຍ່ງເອົາບັນດາບຸລິມະສິດຈາກສົນທິສັນຍາໄດ້ຫຼາຍກວ່ານັ້ນ, ສອງຝ່າຍພວມມານະພະຍາຍາມຍູ້ແຮງການສົ່ງເສີມການຄ້າ, ເພີ່ມທະວີການສະໜອງຂໍ້ມູນຕະຫຼາດ, ແກ້ໄຂບັນດາຮົ້ວກີດຂວາງ ແລະ ໜູນຊ່ວຍວິສາຫະກິດ ຕອບສະໜອງມາດຖານຂອງຕະຫຼາດເອີລົບ. ຄຽງຄູ່ກັບບັນດາຂົງເຂດການຄ້າແບບເກົ່າ, ຫວຽດນາມ ແລະ ໂປໂລຍ ຍັງສາມາດເປີດກ້ວາງການຮ່ວມມືໃນການປຸງແຕ່ງສະບຽງອາຫານ, ກະສິກຳ, ອຸດສາຫະກຳປະດິດສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດ - ເຕັກໂນໂລຊີ ແລະ ຫັນເປັນດີຈີຕອນ. ທ່ານນາງ ເອກອັກຄະລັດຖະທູດ Joanna Skoczek, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມຕ້ອງການຂອງຕະຫຼາດ ແລະ ຄວາມສາມາດສະໜອງຂອງສອງປະເທດອາດຈະໜູນຊ່ວຍໃຫ້ກັນ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ແລະ ໂປໂລຍ ກ່າຍເປັນບັນດາຄູ່ຮ່ວມມືມີມູນຄ່າໃນການພັດທະນາ ແລະ ສະໜອງບັນດາຜະລິດຕະພັນມີມູນຄ່າສູງກວ່າໃຫ້ແກ່ ຕະຫຼາດ ຫວຽດນາມ. ຄຽງຄູ່ກັນນັ້ນ, ການມີໜ້ານີ້ນັບມື້ນັບເພີ່ມຂຶ້ນຂອງບັນດາວິສາຫະກິດ ໂປໂລຍ ຢູ່ບັນດາງານຕະຫຼາດນັດການຄ້າສຳຄັນທີ່ສຸດຂອງ ຫວຽດນາມ, ຊຶ່ງຖືກຈັດຕັ້ງປະຈຳປີຢູ່ທັງນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ”.
(ພາບ: ຈາກສະຖານທູດ ຫວຽດນາມ ປະຈຳ ໂປໂລຍ)
ທ່ານນາງ ເອກອັກຄະລັດຖະທູດ Joanna Skoczek ກໍ່ເນັ້ນໜັກພິເສດເຖິງທ່າແຮງການຮ່ວມມືກ່ຽວກັບການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, ຖືວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໂປໂລຍ ປະມານ 25.000 ຄົນແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນເພີ່ມທະວີການເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດກວ່າອີກ:
“ພວກຂ້າພະເຈົ້າຫວັງວ່າ ນັບມື້ນັບມີຊາວ ຫວຽດນາມ ມາ ໂປໂລຍ ຫຼາຍກວ່າ. ຊາວ ຫວຽດນາມ ຍາມໃດກໍ່ໄດ້ຮັບການຂຳ່ນັບຮັບຕ້ອນຢູ່ ໂປໂລຍ, ກໍ່ຄືຊາວ ໂປໂລຍ ຍາມໃດກໍ່ໄດ້ຮັບການຕ້ອນຮັບສຸດອົກສຸດໃຈ ເມື່ອມາ ຫວຽດນາມ. ການເຄື່ອນໄຫວທ່ອງທ່ຽວລະຫວ່າງສອງປະເທດພວມນັບມື້ນັບພັດທະນາ. ຂ້າພະເຈົ້າຖືວ່າ ສອງປະເທດ ມີພື້ນຖານສະດວກເພື່ອຊຸກຍູ້ການຮ່ວມມື. ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Donald Tusk ແມ່ນໂອກາດທີ່ດີ ເພື່ອໃຫ້ສອງປະເທດປຶກສາຫາລືກ່ຽວກັບບັນດາເນື້ອໃນດັ່ງກ່າວ”.
ເພີ່ມທະວີສົມທົບກັນເພື່ອສັນຕິພາບ ແລະ ການພັດທະນາ
ການພົວພັນລະຫວ່າງ ຫວຽດນາມ - ໂປໂລຍ ບໍ່ພຽງແຕ່ຊຸກຍູ້ການຮ່ວມມືສອງຝ່າຍເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ ອີກດ້ວຍ. ດ້ວຍບົດບາດເປັນສະມາຊິກ ອີຢູ, ໂປໂລຍ ອາດຈະໜູນຊ່ວຍເປີດກ້ວາງການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ເອີລົບ ໃນຂົງເຂດ ການຄ້າ, ພັດທະນາແບບຍືນຍົງ ແລະ ຮັບມືກັບບັນດາສິ່ງທ້າທາຍທ່ົວໂລກ. ໃນສະພາບການສອງປະເທດຍາມໃດກໍ່ສະໜັບສະໜູນ ແລະ ສົມທົບນຳກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເຊີດຊູກົດໝາຍສາກົນ, ກົດບັດ ສປຊ ແລະ ລັດທິຫຼາຍຝ່າຍ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ຍັງເປັນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີແລກປ່ຽນບັນດາການກຳນົດທິດຮ່ວມມື ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນໄລຍະຈະມາເຖິງອີກດ້ວຍ.
ການຢ້ຽມຢາມຂອງທ່ານ ນາຍົກລັດຖະມົນຕີ Donald Tusk ແມ່ນໂອກາດໃຫ້ ຫວຽດນາມ ແລະ ໂປໂລຍ ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ, ເປີດກ້ວາງບັນດາຂົງເຂດການຮ່ວມມື ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດໃຫ້ມີປະສິດທິຜົນກວ່າອີກ. ເລື່ອງຫັນພື້ນຖານມິດຕະພາບ ກາຍເປັນໝາກຜົນການຮ່ວມມືແທດຈິງ ຈະສ້າງກຳລັງໜູນ ເພື່ອໃຫ້ການພົວພັນສອງປະເທດພັດທະນາແບບຍຶນຍົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງປະເທດກວ່າອີກ.
Huyen
