ວັນ​ທີ 8 ຕຸ​ລາ​, ທ່ານ Maros Sefcovic, ກຳ​ມະ​ການ​ການ​ຄ້າ ອີ​ຢູ ໄດ້​ໄປ​ຍັງ ປັກ​ກິ່ງ​, ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ຄ້າ​ເປັນ​ເວລາ 2 ວັນ​ລະ​ຫວ່າງ ອີ​ຢູ ແລະ ຈີນ​, ໃນ​ຈຸດ​ເວລາ​ຄວາມ​ກົດ​ດັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ມີ​ລັກ​ສະ​ນະ​ບຸກທະລຸລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​.

​ໝາກ​ຜົນ​ລະ​ອຽດ

ກ່ອນ​ການ​ເດີນ​ທາງ​ຂອງ​ທ່ານ Maros Sefcovic, ຝ່າຍ ອີ​ຢູ ໄດ້​ມີ​ຫຼາຍ​ການ​ແຈ້ງ​ເຕືອນ​. ວັນ​ທີ 7 ຕຸ​ລາ​, ລັດ​ຖະ​ສະ​ພາ ເອີ​ລົບ (EP) ໄດ້​ດຳ​ເນີນ​ການ​ປຶກສາຫາລືຄົບ​ຄະ​ນະ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ - ຈີນ ແລະ ໄດ້​ປ່ອນ​ບັດ​ຮັບ​ຮອງ​ເອົາ (ດ້ວຍ​ອັດ​ຕາ​ບັດ​ສະ​ໜັບ​ສະ​ໜູນ 454 ບັດ ແລະ ບັດຄັດຄ້ານ 86 ບັດ​) ມະ​ຕິ​ຮຽກ​ຮ້ອງ “ການ​ຕອບ​ແທນ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​” ລະ​ຫວ່າງ ອີ​ຢູ ແລະ ຈີນ​. ເປັນ​ໜ້າ​ສົນ​ໃຈ​ກວ່າ​ນັ້ນ​ແມ່ນ​, ໃນ​ຕົ້ນ​ເດືອນ​ຕຸ​ລາ​ນີ້​, ສອງ​ປະ​ເທດ​ນຳ​ໜ້າ​ຂອງ ອີ​ຢູ​, ນັ້ນ​ແມ່ນ ເຢຍ​ລະ​ມັນ ແລະ ຝລັ່ງ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​, ຮຽກ​ຮ້ອງ​ຕ້ອງ ສ້າງ​ກົນ​ໄກ​ຂອງ ອີ​ຢູ ເພື່ອ​ອາດ​ສາ​ມາດ​ປິດ​​ຕະ​ຫຼາດ ເອີ​ລົບ ສຳ​ລັບ​ບາງ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ຖ້າ​ຫາກ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ມາດ​ຖານ​ໃດ​ໜຶ່ງ​ຢ່າງ​ສົມ​ບຸນ​. ທ່ານ Friedrich Merz, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ຊີ້​ແຈ້ງ​ວ່າ​:

“ກ່ອນ​ອື່ນ​ໝົດ​, ພວກ​ຂ້າ​ພະ​ເຈົ້າ​ຢາກ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ກຳ​ມະ​ການ ເອີ​ລົບ ອາດ​ຈະ​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ​ເມ​ືື່ອ​ມີ​ຄວາມ​ຈຳ​ເປັນ​. ສິ່ງ​ທີ່​ສະ​ກັດ​ກັ້ນ​ໃນ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ ເອີ​ລົບ ໃນ​ຊຸມ​ປີ​ມໍ່​່ໆ​ມາ​ນີ້​ແມ່ນ​ຂັ້ນ​ຕອນ​ອອກ​ຂໍ້​ຕົກ​ລົງ​ເຄີຍ​ແກ່​ຍາວ​. ຈຸດ​ໝາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ສະ​ໜອງ​ໃຫ້​ຄະ​ນະ​ກຳ​ມະ​ການ ເຄື່ອງ​ມື​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ມີ​ປະ​ຕິ​ກິ​ລິ​ຍາ​ໄວ​, ແນ່​ນອນ​ວ່າ​ຍາມ​ໃດ​ກໍ່​ຕ້ອງ​ມີ​ການ​ຕິດ​ຕາມ​ກວດ​ກາ​ຂອງ​ສະ​ພາ ເອີ​ລົບ​, ເພື່ອ​ອາດ​ຈະ​ຍົກ​ອອກ​ມາ​ຕັດ​ສິນ​ໃຈ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ ໃນ​ຂະ​ນະ​ທີ່​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຄ້າ​ຮຽກ​ຮ້ອງ​ສິ່ງ​ດັ່ງ​ກ່າວ​. ແລະ​ນັ້ນ​ແມ່ນ​ເນື້ອ​ໃນ​ຈະ​ໄດ້​ປຶກ​ສາ​ຫາ​ລື​ໃນ​ອາ​ທິດ​ຈະ​ມາ​ເຖິງ​”.

ບັນ​ດາ​ການ​ກະ​ທຳ​ຈາກ ເອີ​ລົບ ປະ​ກົດ​ຂຶ້ນ​ໃນ​ສະ​ພາບ​ການ​ທີ່​ປະ​ຈຸ​ບັນ ເອີ​ລົບ ຮັບ​ຮູ້​ລະ​ດັບ​ຂາດ​ດຸນ​ການ​ຄ້າ​ກັບ ຈີນ ຂຶ້ນ​ເຖິງ​ກວ່າ 1 ຕື້ ເອີ​ໂຣ/​ວັນ (1,1 ຕື້​ໂດລາ​ສະ​ຫະ​ລັດ​), ແລະ ຄາດ​ວ່າ​, ລະ​ດັບ​ການ​ຂາດ​ດຸນ​ຈະ​ລື່ນ​ກາຍ​ລະ​ດັບ 400 ຕື້​ໂດລາ​ສະ​ຫະ​ລັດ ໃນ​ປີ​ນີ້​. ໄປ​ຄຽງ​ຄູ່​ກັນ​ນັ້ນ​, ອີ​ຢູ ກໍ່​ຖື​ວ່າ ກຸ່ມ​ນີ້​ບໍ່​ທັນ​ໄດ້​ຮັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ “ຜົນ​ປະ​ໂຫຍດ​ທີ່​ຕ້ອງ​ໄດ້​ຮັບ​” ກ່ຽວ​ຂ້ອງ​ເຖິງ​ການ​ເຂົ້າເຖິງຕະ​ຫຼາດ​ມີ​ພົນ​ລະ​ເມືອງ 1,4 ຕື​້ື້​ຄົນ​ຂອງ ຈີນ​, ພ້ອມ​ນັ້ນ ສືບ​ຕໍ່​ເອືີອຍອີງ​ສ່ວນ​ຫຼາຍຕໍ່​ແຫຼ່ງ​ສະ​ໜອງ​ດິນປະເສີດ ຫຼື ວັດ​ຖຸ​ດິບ​ຍຸດ​ທະ​ສາດ​ບາງ​ປະ​ເພດ​ຈາກ ຈີນ​.

ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ - ການ​ຄ້າ​ກັບ ຈີນ​, ຝ່າຍ ອີ​ຢູ ກຳ​ນົດ 3 ບຸ​ລິ​ມະ​ສິດ​ຈຸດ​ສຸມ​ໃນ​ບັນ​ດາ​ການ​ເຈລະ​ຈາ​, ລວມ​ມີ​: ຄວບ​ຄຸມ​ການ​ເພີ່ມ​ຂຶ້ນ​ດ້ານ​ການ​ນຳ​ເຂົ້າ ຢູ່​ບັນ​ດາ​ຂະ​ແໜງ​ຍຸດ​ທະ​ສາດ​, ຊຸກ​ຍູ້​ການ​ສົ່ງ​ອອກ​ຂອງ ເອີ​ລົບ ໄປ​ຍັງ ຈີນ ແລະ ຮັບ​ປະ​ກັນ​ຄວາມ​ສາ​ມາດ​ສຳ​ຜັດ​ບັນ​ດາ​ວັດ​ຖຸ​ດິບ​ສຳ​ຄັນ​. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​, ຄື​ດັ່ງ​ນັກ​ການ​ທູດ ເອີ​ລົບ ຫຼາຍ​ທ່ານ​ໄດ້​ເນັ້ນ​ໜັກ​ນັ້ນ​ແມ່ນ​, ຕ້ອງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ລະ​ອຽດ​ໂດຍໄວພາຍ​ຫຼັງ​​ປຶກ​ສາ​ຫາ​ລືເປັນ​ເວລານານ.

ບຸລິມະສິດການປຶກສາຫາລື

ບັນ​ຫາ​ໃຫຍ່​ໄດ້​ວາງ​ອອກ​ກັບ ເອີ​ລົບ ແມ່ນ​ຕ້ອງ​ສ້າງ​ການ​ສຳ​ຜັດ​ແນວ​ໃດ ໃນ​ບັນ​ດາ​ການ​ເຈລະ​ຈາ​ກັບ ຈີນ​. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​, ເອີ​ລົບ ໄດ້​ເດີນ​ຕາມ​ທິດ​ສະ​ດີ “​ຫລຸດ​ຜ່ອນ​ຄວາມ​ສ່ຽງ​, ບໍ່​ແບ່ງ​ແຍກ​ຄວາມ​ສຳ​ພັນ​” (de-risking, not decoupling) ຂອງ ທ່ານ​ນາງ Ursula von der Leyen, ປະ​ທານ ຄະ​ນະ​ກຳ​ມະ​ການ ເອີ​ລົບ​. ທິດ​ສະ​ດີ​ນີ້​ສະ​ແດງ​ໃຫ້​ເຫັນ ເອີ​ລົບ ຮັບ​ຮູ້​ໄດ້​ວ່າ​ຕ້ອງ​ແກ້​ໄຂ​ບັນ​ຫາ​ການ​ຄ້າ​ກັບ ຈີນ ຢ່າງ​ຄ່ອງ​ແຄ້ວ​ໃນ​ສະ​ພາບ​ການ​ກຸ່ມ​ນີ້​ຍັງ​ຖືກ​ຄອບ​ງຳ​ຍ້ອນ​ຕ້ອງ​ອ້າງ​ອີງ​ສ່ວນ​ໃຫຍ່​ຕໍ່ບັນ​ດາ​ວັດ​ຖຸ​ດິບ​ສຳ​ຄັນ​ຂອງ ຈີນ​, ຈຳ​ເປັນ​ໃຫ້​ການ​ຫັນ​ເປັນ​ສີ​ຂຽວ​, ຈາກ lithium ໄດ້​ປຸງ​ແຕ່ງ​ຕະ​ຫຼອດ​ຮອດ ແມ່​ເຫຼັກ​ຈາກ​ດິນປະເສີດ​. ບັນ​ດາ​ເຈົ້າ​ໜ້າ​ທີ່ ເອີ​ລົບ ໄດ້​ດຳ​ເນີນ​ການ​ເຈລະ​ຈາ​ການ​ຄ້າ​ກັບ ຈີນ ໂດຍ​ກົງ​ກໍ່​ໄດ້​ຖື​ວ່າ ບັນ​ດາ​ການ​ປຶກ​ສາ​ຫາ​ລື​, ເຖິງ​ວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ແຕ່​ພວມ​ມີ​ຄວາມ​ຄີບ​ໜ້າ​ແທດ​ຈິງ​. ທ່ານ Maros Sefcovic, ກຳ​ມະ​ການ​ການ​ຄ້າ​ຂອງ ອີ​ຢູ​, ໃຫ້​ຮູ້​ວ່າ​:

“ພວກ​ຂ້າ​ພະ​ເຈົ້າ​ອາດ​ຈະ​ເວົ້າ​ໄດ້​ວ່າ ພວກ​ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ການ​ເຂົ້າ​ຮ່ວມ​ແທດ​ຈິງ ຈາກ​ຝ່າຍ​ຄູ່​ຮ່ວມ​ມື ຈີນ​, ແລະ ແນ່​ນອນ​ວ່າ​ຈາກ​ຝ່າຍ​ພວກ​ຂ້າ​ພະ​ເຈົ້າ​ນຳ​ອີກ​. ແນ່​ນອນ​, ສິ່ງ​ສຳ​ຄັນ​ທີ່​ສຸດ​ຕ້ອງ​ແມ່ນ​ການ​ໝູນ​ໃຊ້​ກົນ​ໄກ​ປຶກ​ສາ​ຫາ​ລື​ການ​ຄ້າ ແລະ ການ​ລົງ​ທຶນ ອີ​ຢູ - ຈີນ (TIC) ຄັ້ງ​ທີ 2 ນີ້​ເພື່ອ​ຫັນ​ການ​ຖະ​ແຫຼງ​ການ​ທຳ​ມະ​ດາ​ໄປ​ເປັນ​ການ​ບັນ​ລຸ​ໝາກ​ຜົນ​ລະ​ອຽດ​, ຍ້ອນ​ນັ້ນ​ແມ່ນ​ສິ່ງ​ທີ່​ທຸກ​ຄົນ​ລໍ​ຄອຍ​ຈາກ​ຂ້າ​ພະ​ເຈົ້າ​”.

ສຳ​ລັບ ຝ່າຍ ຈີນ ແລ້ວ​, ຫຼັກ​ການ​ຕະ​ຫຼອດ​ແມ່ນ​ການ​ເຈລະ​ຈາ​. ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ການ​ກະ​ທຳ​ມໍ່ໆ​ມາ​ນີ້​ຂອງ ອີ​ຢູ​, ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ຍາມ​ໃດ​ກໍ່​ເນັ້ນ​ໜັກ​ເຖິງ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​. ທ່ານ​ນາງ ໝາວ​ໜິງ​, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ​, ຖະ​ແຫຼງ​ວ່າ:

“ບົນ​ຈິດ​ໃຈ​ຫຼັກ​ການ​, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເອີ​ລົບ ຈະ​ພ້ອມ​ກັບ ຈີນ ມາ​ນະ​ພະ​ຍາ​ຍາມ​ຕາມ​ທິດ​ດຽວ​, ແກ້​ໄຂ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ​ຂອງ​ແຕ່​ລະ​ຝ່າຍ​ຜ່ານ​ການ​ເຈລະ​ຈາ ແລະ ທາບ​ທາມ​ຄວາມ​ເຫັນ​, ພ້ອມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໂປງ​ໃສ​, ສະ​ຖຽນ​ລະ​ພາບ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ - ການ​ຄ້າ ລະ​ຫວ່າງ ຈີນ - ເອີ​ລົບ​. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສິ່ງ​ດັ່ງ​ກ່າວ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ​ສອງ​ຝ່າຍ​”.

ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ​, ກໍ່​ຄື​ກັນ​ບັນ​ດາ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ “ຫລຸດ​ຜ່ອນ​ຄວາມ​ສ່ຽງ​, ບໍ່ຕັດ​ແຍກ​​” ຈາກ​ຝ່າຍ ເອີ​ລົບ​, ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ​ຂອງ ຈີນ ບໍ່​ວ່າ​ກັບ​ຄູ່​ຮ່ວມ​ມື​ໃດໆ​ກໍ່​ໝູນອ້ອມ​ບັນ​ດາ​ເສົາ​ຄຳ​້, ລວມ​ມີ​: “ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ​” ແລະ “ເປັນ​ເຈົ້າ​ຍຸດ​ທະ​ສາດ​”, ເຊິ່ງ​ເປັນ​ສິ່ງ​ທີ່ ປັກ​ກິ່ງ ໄດ້​ສະ​ແດງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ໃນ​ການ​ພົວ​ພັນ​ກັບ ອາ​ເມລິ​ກາ ໃນ​ສອງ​ປີ​ຜ່ານ​ມາ​./.

Quang Dung