ວັນທີ 8 ຕຸລາ, ທ່ານ Maros Sefcovic, ກຳມະການການຄ້າ ອີຢູ ໄດ້ໄປຍັງ ປັກກິ່ງ, ເລີ່ມຕົ້ນການປຶກສາຫາລືດ້ານການຄ້າເປັນເວລາ 2 ວັນລະຫວ່າງ ອີຢູ ແລະ ຈີນ, ໃນຈຸດເວລາຄວາມກົດດັນບັນລຸໄດ້ຂໍ້ຕົກລົງມີລັກສະນະບຸກທະລຸລະຫວ່າງສອງຝ່າຍນັບມື້ນັບເພີ່ມຂຶ້ນ.
ໝາກຜົນລະອຽດ
ກ່ອນການເດີນທາງຂອງທ່ານ Maros Sefcovic, ຝ່າຍ ອີຢູ ໄດ້ມີຫຼາຍການແຈ້ງເຕືອນ. ວັນທີ 7 ຕຸລາ, ລັດຖະສະພາ ເອີລົບ (EP) ໄດ້ດຳເນີນການປຶກສາຫາລືຄົບຄະນະ ກ່ຽວກັບການພົວພັນລະຫວ່າງ ອີຢູ - ຈີນ ແລະ ໄດ້ປ່ອນບັດຮັບຮອງເອົາ (ດ້ວຍອັດຕາບັດສະໜັບສະໜູນ 454 ບັດ ແລະ ບັດຄັດຄ້ານ 86 ບັດ) ມະຕິຮຽກຮ້ອງ “ການຕອບແທນເຊິ່ງກັນ ແລະ ກັນໃນການພົວພັນດ້ານເສດຖະກິດ” ລະຫວ່າງ ອີຢູ ແລະ ຈີນ. ເປັນໜ້າສົນໃຈກວ່ານັ້ນແມ່ນ, ໃນຕົ້ນເດືອນຕຸລານີ້, ສອງປະເທດນຳໜ້າຂອງ ອີຢູ, ນັ້ນແມ່ນ ເຢຍລະມັນ ແລະ ຝລັ່ງ ໄດ້ອອກຖະແຫຼງການຮ່ວມ, ຮຽກຮ້ອງຕ້ອງ ສ້າງກົນໄກຂອງ ອີຢູ ເພື່ອອາດສາມາດປິດຕະຫຼາດ ເອີລົບ ສຳລັບບາງຜະລິດຕະພັນສົ່ງອອກຂອງຄູ່ຮ່ວມມືເສດຖະກິດ ຖ້າຫາກບໍ່ສາມາດຕອບສະໜອງໄດ້ມາດຖານໃດໜຶ່ງຢ່າງສົມບຸນ. ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ຊີ້ແຈ້ງວ່າ:
“ກ່ອນອື່ນໝົດ, ພວກຂ້າພະເຈົ້າຢາກສ້າງເງື່ອນໄຂເພື່ອໃຫ້ຄະນະກຳມະການ ເອີລົບ ອາດຈະເຄື່ອນໄຫວຢ່າງວ່ອງໄວເມືື່ອມີຄວາມຈຳເປັນ. ສິ່ງທີ່ສະກັດກັ້ນໃນນະໂຍບາຍການຄ້າຂອງ ເອີລົບ ໃນຊຸມປີມໍ່່ໆມານີ້ແມ່ນຂັ້ນຕອນອອກຂໍ້ຕົກລົງເຄີຍແກ່ຍາວ. ຈຸດໝາຍຂອງພວກຂ້າພະເຈົ້າແມ່ນສະໜອງໃຫ້ຄະນະກຳມະການ ເຄື່ອງມືອະນຸຍາດໃຫ້ເຂົາເຈົ້າມີປະຕິກິລິຍາໄວ, ແນ່ນອນວ່າຍາມໃດກໍ່ຕ້ອງມີການຕິດຕາມກວດກາຂອງສະພາ ເອີລົບ, ເພື່ອອາດຈະຍົກອອກມາຕັດສິນໃຈຍິ່ງໄວກໍ່ຍິ່ງດີ ໃນຂະນະທີ່ບັນດາສິ່ງທ້າທາຍກ່ຽວກັບນະໂຍບາຍການຄ້າຮຽກຮ້ອງສິ່ງດັ່ງກ່າວ. ແລະນັ້ນແມ່ນເນື້ອໃນຈະໄດ້ປຶກສາຫາລືໃນອາທິດຈະມາເຖິງ”.
ບັນດາການກະທຳຈາກ ເອີລົບ ປະກົດຂຶ້ນໃນສະພາບການທີ່ປະຈຸບັນ ເອີລົບ ຮັບຮູ້ລະດັບຂາດດຸນການຄ້າກັບ ຈີນ ຂຶ້ນເຖິງກວ່າ 1 ຕື້ ເອີໂຣ/ວັນ (1,1 ຕື້ໂດລາສະຫະລັດ), ແລະ ຄາດວ່າ, ລະດັບການຂາດດຸນຈະລື່ນກາຍລະດັບ 400 ຕື້ໂດລາສະຫະລັດ ໃນປີນີ້. ໄປຄຽງຄູ່ກັນນັ້ນ, ອີຢູ ກໍ່ຖືວ່າ ກຸ່ມນີ້ບໍ່ທັນໄດ້ຮັບບັນດາຄຳໝັ້ນສັນຍາ “ຜົນປະໂຫຍດທີ່ຕ້ອງໄດ້ຮັບ” ກ່ຽວຂ້ອງເຖິງການເຂົ້າເຖິງຕະຫຼາດມີພົນລະເມືອງ 1,4 ຕື້ື້ຄົນຂອງ ຈີນ, ພ້ອມນັ້ນ ສືບຕໍ່ເອືີອຍອີງສ່ວນຫຼາຍຕໍ່ແຫຼ່ງສະໜອງດິນປະເສີດ ຫຼື ວັດຖຸດິບຍຸດທະສາດບາງປະເພດຈາກ ຈີນ.
ເພື່ອແນໃສ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໃນການພົວພັນເສດຖະກິດ - ການຄ້າກັບ ຈີນ, ຝ່າຍ ອີຢູ ກຳນົດ 3 ບຸລິມະສິດຈຸດສຸມໃນບັນດາການເຈລະຈາ, ລວມມີ: ຄວບຄຸມການເພີ່ມຂຶ້ນດ້ານການນຳເຂົ້າ ຢູ່ບັນດາຂະແໜງຍຸດທະສາດ, ຊຸກຍູ້ການສົ່ງອອກຂອງ ເອີລົບ ໄປຍັງ ຈີນ ແລະ ຮັບປະກັນຄວາມສາມາດສຳຜັດບັນດາວັດຖຸດິບສຳຄັນ. ສິ່ງທີ່ສຳຄັນທີ່ສຸດ, ຄືດັ່ງນັກການທູດ ເອີລົບ ຫຼາຍທ່ານໄດ້ເນັ້ນໜັກນັ້ນແມ່ນ, ຕ້ອງບັນລຸໄດ້ຂໍ້ຕົກລົງລະອຽດໂດຍໄວພາຍຫຼັງປຶກສາຫາລືເປັນເວລານານ.
ບຸລິມະສິດການປຶກສາຫາລື
ບັນຫາໃຫຍ່ໄດ້ວາງອອກກັບ ເອີລົບ ແມ່ນຕ້ອງສ້າງການສຳຜັດແນວໃດ ໃນບັນດາການເຈລະຈາກັບ ຈີນ. ໃນຊຸມປີມໍ່ໆມານີ້, ເອີລົບ ໄດ້ເດີນຕາມທິດສະດີ “ຫລຸດຜ່ອນຄວາມສ່ຽງ, ບໍ່ແບ່ງແຍກຄວາມສຳພັນ” (de-risking, not decoupling) ຂອງ ທ່ານນາງ Ursula von der Leyen, ປະທານ ຄະນະກຳມະການ ເອີລົບ. ທິດສະດີນີ້ສະແດງໃຫ້ເຫັນ ເອີລົບ ຮັບຮູ້ໄດ້ວ່າຕ້ອງແກ້ໄຂບັນຫາການຄ້າກັບ ຈີນ ຢ່າງຄ່ອງແຄ້ວໃນສະພາບການກຸ່ມນີ້ຍັງຖືກຄອບງຳຍ້ອນຕ້ອງອ້າງອີງສ່ວນໃຫຍ່ຕໍ່ບັນດາວັດຖຸດິບສຳຄັນຂອງ ຈີນ, ຈຳເປັນໃຫ້ການຫັນເປັນສີຂຽວ, ຈາກ lithium ໄດ້ປຸງແຕ່ງຕະຫຼອດຮອດ ແມ່ເຫຼັກຈາກດິນປະເສີດ. ບັນດາເຈົ້າໜ້າທີ່ ເອີລົບ ໄດ້ດຳເນີນການເຈລະຈາການຄ້າກັບ ຈີນ ໂດຍກົງກໍ່ໄດ້ຖືວ່າ ບັນດາການປຶກສາຫາລື, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ແຕ່ພວມມີຄວາມຄີບໜ້າແທດຈິງ. ທ່ານ Maros Sefcovic, ກຳມະການການຄ້າຂອງ ອີຢູ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າອາດຈະເວົ້າໄດ້ວ່າ ພວກຂ້າພະເຈົ້າເຫັນໄດ້ການເຂົ້າຮ່ວມແທດຈິງ ຈາກຝ່າຍຄູ່ຮ່ວມມື ຈີນ, ແລະ ແນ່ນອນວ່າຈາກຝ່າຍພວກຂ້າພະເຈົ້ານຳອີກ. ແນ່ນອນ, ສິ່ງສຳຄັນທີ່ສຸດຕ້ອງແມ່ນການໝູນໃຊ້ກົນໄກປຶກສາຫາລືການຄ້າ ແລະ ການລົງທຶນ ອີຢູ - ຈີນ (TIC) ຄັ້ງທີ 2 ນີ້ເພື່ອຫັນການຖະແຫຼງການທຳມະດາໄປເປັນການບັນລຸໝາກຜົນລະອຽດ, ຍ້ອນນັ້ນແມ່ນສິ່ງທີ່ທຸກຄົນລໍຄອຍຈາກຂ້າພະເຈົ້າ”.
(ພາບ: ກະຊວງການຕ່າງປະເທດ ຈີນ)
ສຳລັບ ຝ່າຍ ຈີນ ແລ້ວ, ຫຼັກການຕະຫຼອດແມ່ນການເຈລະຈາ. ປະຕິກິລິຍາຕໍ່ບັນດາການກະທຳມໍ່ໆມານີ້ຂອງ ອີຢູ, ບັນດາເຈົ້າໜ້າທີ່ ຈີນ ຍາມໃດກໍ່ເນັ້ນໜັກເຖິງການຮັກສາສະຖຽນລະພາບໃນການພົວພັນສອງຝ່າຍ. ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ, ຖະແຫຼງວ່າ:
“ບົນຈິດໃຈຫຼັກການ, ພວກຂ້າພະເຈົ້າຫວັງວ່າ ເອີລົບ ຈະພ້ອມກັບ ຈີນ ມານະພະຍາຍາມຕາມທິດດຽວ, ແກ້ໄຂບັນດາຄວາມວິຕົກວັງວົນຂອງແຕ່ລະຝ່າຍຜ່ານການເຈລະຈາ ແລະ ທາບທາມຄວາມເຫັນ, ພ້ອມທັງຊຸກຍູ້ການພັດທະນາໂປງໃສ, ສະຖຽນລະພາບຂອງການພົວພັນເສດຖະກິດ - ການຄ້າ ລະຫວ່າງ ຈີນ - ເອີລົບ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງດັ່ງກ່າວເໝາະສົມກັບຜົນປະໂຫຍດລວມຂອງທັງສອງຝ່າຍ”.
ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຄືກັນບັນດາການຜັນຂະຫຍາຍຍຸດທະສາດ “ຫລຸດຜ່ອນຄວາມສ່ຽງ, ບໍ່ຕັດແຍກ” ຈາກຝ່າຍ ເອີລົບ, ບັນດາຄູ່ຮ່ວມມືເສດຖະກິດ - ການຄ້າຂອງ ຈີນ ບໍ່ວ່າກັບຄູ່ຮ່ວມມືໃດໆກໍ່ໝູນອ້ອມບັນດາເສົາຄຳ້, ລວມມີ: “ຄວາມໝັ້ນຄົງດ້ານເສດຖະກິດ” ແລະ “ເປັນເຈົ້າຍຸດທະສາດ”, ເຊິ່ງເປັນສິ່ງທີ່ ປັກກິ່ງ ໄດ້ສະແດງຈະແຈ້ງ ແລະ ຕັດສິນໃຈໃນການພົວພັນກັບ ອາເມລິກາ ໃນສອງປີຜ່ານມາ./.
Quang Dung
