ສ້າງ​ການພົວພັນທີ່ໃກ້ຊິດ​ທີ່ບໍ່ເຄີຍມີມາກ່ອນ. ນີ້ແມ່ນ​ສານ​ທີ່ສະຫະພາບ ເອີລົບ (​ອີ​ຢູ) ແລະ ການາດາ ຢາກຢືນຢັນຜ່ານກອງປະຊຸມສຸດຍອດຄັ້ງທີ 21 ​ລະ​ຫວ່າງສອງ​ຝ່າຍ, ​ໃນສະພາບທີ່ທັງ ອີ​ຢູ ແລະ ການາດາ ພວມປະເຊີນກັບ​ຄວາມ​ກົດ​ດັນ​ດ້ານ​ເສດ​ຖະ​ກິດ, ການຄ້າ ແລະ ຄວາມໝັ້ນຄົງຢ່າງ​ໃຫຍ່​ຫຼວງ, ບໍ່ພຽງແຕ່ຈາກຄູ່ແຂ່ງເທົ່ານັ້ນ ຫາກຍັງມາຈາກ​ບັນ​ດາປະເທດພັນທະມິດ​ທີ່​ເປັນ​ມູນ​ເຊື້ອອີກດ້ວຍ.

ກອງປະຊຸມສຸດຍອດ ອີ​ຢູ - ການາດາ ຄັ້ງທີ 21 ໄດ້ຈັດຂຶ້ນເປັນເວລາສອງວັນ ແຕ່ວັນທີ 29-30 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ Montreal, ລັດ Quebec (ການາດາ).

ຫັນ​ຄູ່​ຮ່ວມ​ມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ

ໂດຍ​ໄດ້​ຈັດ​ຂຶ້ນ​ພາຍ​ຫຼັງ​ເວ​ລາ​ໜຶ່ງ​ເດືອນ​ພາຍ​ຫຼັງ​ຄຳ​ຖະ​ແຫຼງ​​ບັງ​ເອີນ​ຂອງທ່ານ​ນາງ Ursula von der Leye, ປະທານຄະນະກຳມະການ ເອີລົບ ທີ່​ສານ​ສະ​ຫະ​ລັດ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນ​ຍາ, ທີ່​ວ່າ ອີ​ຢູ​ຢາກ​ໃຫ້ ກາ​ນາ​ດາ ກາຍ​ເປັນ “ສະ​ມາ​ຊິກຮ່ວມ” ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ກຸ່ມ, ກອງປະຊຸມສຸດຍອດ ອີ​ຢູ - ການາດາ ຄັ້ງທີ 21 ຢູ່ Montreal, ໄດ້ຮັບຄວາມຄາດຫວັງ​ຫຼາຍ​ຢ່າງ. ​ເລື່ອງ​ປະ​ເທດ​ສະ​ມາ​ຊິກ​ຫຼັກ​ແຫຼ່ງຈຳ​ນວນ​ໜຶ່ງ​ຂອງ ອີ​ຢູ ຄັດຄ້ານແນວຄວາມຄິດຂອງ "ສະມາຊິກຮ່ວມ" (ຍ້ອນ​ສາຍເຫດ​ນິ​ຕິ​ກຳ) ​ໃນ​ໄລ​ຍະ​ຍາວອາດ​ສາ​ມາດ​ເຮັດ​ໃຫ້​ສອງ​ຝ່າຍ​ຕ້ອງ​ຊອກ​ຫາ​ຄຳ​ສັບ​ອື່ນ​ມີ​ລັກ​ສະ​ນະທີ່ເປັນມິດຫຼາຍກວ່າ, ແຕ່ໃນຮ່າງຖະແຫຼງການຮ່ວມ, ທັງ ​ອີ​ຢູ ແລະ ການາດາ ໄດ້ຢືນຢັນຄວາມຕັດ​ສິນໃຈສ້າງ "ການເຊື່ອມຕໍ່ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ລະ​ຫວ່າງ ການາດາ ແລະ ອີຢ, ເຖິງ​ວ່າ​ຍັງບໍ່ມັນຮອດລະດັບ​ເປັນສະມາຊິກ​ສົມ​ບູນ."

ເສົາ​ຄ້ຳ​ໃຫ້​ແກ່​ການພົວພັນນີ້ແມ່ນພັນທະມິດເພື່ອອະນາຄົດ, ກົນໄກທີ່ສອງຝ່າຍຜັນ​ຂະ​ຫຍາຍ​ບັນ​ດາ​ການ​ຮ່ວມ​ມືຍຸດທະສາດໃນທຸກຂົງເຂດທີ່​ຈຳ​ເປັນ, ລວມທັງ: ການ​ຄ້າດີ​ຈີ​ຕອນ, ພະລັງງານ, ເຕັກໂນໂລຊີ... ທ່ານ Mark Carney, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ການາດາ ຢືນຢັນວ່າ ສຳພັນທະມິດຈະນຳເອົາໂອກາດໃໝ່ມາສູ່ປະ​ຊາ​ຊົນ ການາດາ.

"ແກ່ນສານຂອງບັນຫານີ້, ​ກໍ​ແມ່ນເຫດຜົນທີ່​ເປັນ​ຫຍັງພວກເຮົາ​ໄດ້ເລີ່ມຕົ້ນ, ຫຼື ຢ່າງໜ້ອຍ​ສຸດ​ແມ່ນ​ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ໄດ້ເລີ່ມຕົ້ນດ້ວຍ​ຍຸດ​ທະ​ສາດຄວາມໝັ້ນ​ຄົງ​ແຫ່ງຊາດ, ນັ້ນ​ແມ່ນສຳພັນທະມິດໃໝ່ນີ້ບໍ່ແມ່ນການໂຄສະນາເຜີຍແຜ່. ຊື່​ເອີ້ນບໍ່ສຳ​ຄັນ; ສິ່ງທີ່ສຳຄັນແມ່ນການໜູຍຊ່ວຍເຊິ່ງກັນ ແລະ ກັນລະຫວ່າງ ສອງຝ່າຍຊ່ວຍ​ປັບ​ປຸງອະທິປະໄຕຂອງພວກເຮົາ, ​ພ້ອ​ມ​ກັນ​ນັ້ນ​ທັງ​ປັບ​ປຸງອະທິປະໄຕຂອງ ເອີລົບ ອີກ​ດ້ວຍ".

ໃນຍຸດທະສາດຫັນຄູ່ຮ່ວມມືເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ ກາ​ນາ​ດາ, ອີ​ຢູ ແມ່ນທາງ​ທາງ​ເລືອກທຳມະຊາດ ແລະ ສຳຄັນທີ່ສຸດ, ບໍ່ພຽງແຕ່ຍ້ອນວ່າ ທັງສອງຝ່າຍເປັນພັນ​ທະ​ມິດດ້ານການເມືອງ - ຄວາມໝັ້ນຄົງທີ່ໃກ້ຊິດເທົ່ານັ້ນ, ຫາກ​ຍັງ​ທັງ​ສອງ​ຝ່າຍ​ພວມ​ພ້ອມ​ກັ​ນ​ເຄື່ອນ​ໄຫວ​ສັນ​ຍາ​ການ​ຄ້າເສລີ (CETA) ທີ່ປະສົບຜົນສຳ​ເລັດ​ທີ່​ສຸດໃນໂລກອີກ​ດ້ວຍ. ​ລະ​ອຽດ​ແມ່ນ, ຮອດປີ 2025, ​ວົງ​ເງິນ​ການ​ຄ້າ​ສິນ​ຄ້າ ແລະ ການບໍລິການລະຫວ່າງ ​ອີ​ຢູ ແລະ ການາດາ ບັນລຸປະມານ 130 ຕື້ເອີໂລ, ເພີ່ມຂຶ້ນ ກວ່າ 80% ເມື່ອທຽບໃສ່ປີ 2016.

ແບ່ງ​ປັນ​ສິ່ງ​ທ້າ​ທາຍ

ຍຸດທະສາດຫັນ​ຄູ່​ຮ່ວມ​ມື​ເປ​ັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ ການາດາ ກໍ​ຄ້າຍ​ຄື​ກັບ​ບັນ​ດາ​ສິ່ງ​ທີ່ ອີ​ຢູ ພວມ​ເດີນ​ຕາມ, ລະ​ອຽດແມ່ນຍຸດທະສາດໃນການຫຼຸດຜ່ອນຄວາມສ່ຽງ ​ໃນການພົວພັນ​ດ້ານເສດຖະກິດກັບຄູ່ຮ່ວມເສດຖະກິດ​ໃຫຍ່ຄື ອາ​ເມ​ລິ​ກາ ຫຼື ຈີນ ຫຼື ​ເລື່ອງ​ ເອີ​ລົບ ພວມ​ຊອ​ກ​ຫາວິ​ທີ​ເພື່ອ​ສ້າງທີ່​ຕັ້ງຢ່າງ​ເປັນ​ເຈົ້າ​ການກວ່າ, ເອກະລາດກວ່າ​ກ່ຽວ​ກັບຄວາມໝັ້ນຄົງ ແລະ ພູມສາດການເມືອງ. ວັນທີ 19 ຕຸລາ, ອີ​ຢູ ໄດ້ປະກາດຍຸດທະສາດ​ໃໝ່​ກ່ຽວ​ກັບ​ຂົ້ວ​ໂລກ​ເໜືອ ແລະ ກ່ອນຈັດກອງປະຊຸມ​ສຸດຍອດ ອີ​ຢູ - ການາດາ ຢູ່ Montreal, ທ່ານ​ນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ ​ສືບ​ຕໍ່​ເນັ້ນ​ໜັກ​ວ່າ:

"ເມື່ອ​ເຫັນ​ປະ​ຈັກ​ຕາ​ເລື່ອງ ລັດເຊຍ ປະກົດຕົວ ດ້ານທະຫານ​ຢູ່​ຂົ້ວ​ໂລກ​ເໜືອ​ຄືນ​ໃໝ່ ແລະ ​ກຳ​ນົດ​ຮູບ​ແບບ​ຄວາມໝັ້ນຄົງ​ຢູ່​ຂົ້ວ​ໂລກ​ເໜືອ, ພວກເຮົາເຫັນວ່າ ບັນ​ດາ​ການ​ກະ​ທຳເຫຼົ່ານີ້​ໄດ້ສົ່ງຜົນ​ສະ​ທ້ອນຕໍ່ທັງສະຫະພາບ ເອີລົບ ແລະ ການາດາ. ບັງ​ຄັບ​ໃຫ້ພວກເຮົາ​ຕ້ອງ​ມີ​ການ​ກະ​ທຳ, ປ່ຽນແປງທ່າທາງຍຸດທະສາດຂອງຕົນ."

ພ້ອມ​ກັບ​ບັນ​ດາຄວາມຄ້າຍຄືກັນ​ກ່ຽວ​ກັບຜົນປະໂຫຍດຍຸດທະສາດ, ​ອີ​ຢູ ແລະ ການາດາ ຍັງປະເຊີນໜ້າກັບສິ່ງທ້າທາຍຮ່ວມທີ່ສັບສົນພໍ​ສົມ​ຄວ​ນ ແລະ ສະ​ດຸ້ງ​ໄວ້, ນັ້ນ​ແມ່ນ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ, ພັນທະມິດສຳຄັນທີ່ສຸດຂອງທັງ​ສອງ​ຝ່າຍ. ​ປະ​ຕິ​ກິ​ລິ​ຍາຕໍ່​ເລື່ອງ ອີ​ຢູ ແລະ ການາດາ ຮັດ​ແໜ້ນ​ການ​ພົວ​ພັນ​ “ຂຶ້ນ​ລະ​ດັບ​ບໍ່​ເຄີ​ຍ​ມີ​ມາ​ກ່ອນ”, ​ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ​ເຄີຍ​ກ່າວເຕືອນວ່າ ອາດຈະນຳໃຊ້ບັນ​ດາມາດຕະການ​ແຂງ​ກະ​ດ້າງ​ດ້ານການຄ້າຕໍ່ທັງສອງຝ່າຍ ຖ້າ​ການພົວພັນນີ້ສົ່ງ​ຜົນ​ສະ​ທ້ອນ​ຕໍ່ຜົນປະໂຫຍດຂອງ ອາ​ເມ​ລິ​ກາ. ​ສະນັ້ນ, ການປະນີປະນອມ​ດ້ານຜົນປະໂຫຍດຂອງທັງ ເອີລົບ ແລະ ການາດາ ກັບ ອາ​ເມ​ລິ​ກາ ຈະເປັນບັນຫາບໍ່​ງ່າຍດາຍ.

ເມື່ອ​ເຕື້ອງ​ເຖິງ​ສິ່ງທ້າທາຍໃນການພົວພັນກັບ ອາ​ເມ​ລິ​ກາ, ກ່ອນ​ຈັດກອງ​ປະ​ຊຸມ​ສຸດຍອດ ​ອີ​ຢູ - ການາດາ, ທ່ານນາຍົກລັດຖະມົນຕີ Mark Carney ໃຫ້​ຮູ້ວ່າ ບັນ​ດາການເຈລະຈາລະຫວ່າງ ການາດາ ແລະ ອາ​ເມ​ລິ​ກາ ພວມບັນ​ລຸຄວາມຄືບໜ້າ ແລະ ສອງຝ່າຍພວມ​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງຢຸດຕິການ​ປະ​ທະ​ກັນ​ດ້ານການຄ້າ, ​ນຳ​​ຜົນ​ປະ​ໂຫຍດ​ມາໃຫ້ທັງສອງຝ່າຍ.