ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ໄດ້ເລີ່ມປຶກສາຫາລືກ່ຽວກັບບັນດາບັນຫາແກ່ນສານເພື່ອແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ເປີດທາງໃຫ້ແກ່ພື້ນທີ່ພັດທະນາໃໝ່.
ປະຖົມປັດໄຈສຳຄັນໃຫ້ແກ່ໄລຍະພັດທະນາໃໝ່
ໝາກຜົນໃຫຍ່ທີ່ສຸດ ແລະ ມີຄວາມໝາຍສຳຄັນທີ່ສຸດໃນກອງປະຊຸມຄັ້ງນີ້ແມ່ນວຽກງານບູລະນະກົງຈັກລັດໃຫ້ສົມບູນແບບ. ສະພາແຫ່ງຊາດໄດ້ປະຕິບັດສຳເລັດການເລືອກຕັ້ງ ແລະ ໃຫ້ສັດຕະຍາບັນບັນດາຕຳແໜ່ງການນຳຫຼັກແຫຼ່ງ ດ້ວຍຄວາມເຫັນດີເຫັນພ້ອມສູງ. ເລື່ອງປະຕິບັດສຳເລັດວຽກງານບຸກຄະລາກອນໃນອາທິດເຮັດວຽກທຳອິດນັ້ນ ໄດ້ຮັບປະກັນລັກສະນະສະຖຽນລະພາບ, ຕໍ່ເນື່ອງ ແລະ ລຸລ່ວງຂອງລະບົບການເມືອງ, ສ້າງປະຖົມປັດໄຈເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ. ທ່ານນາງ ຫງວຽນທິຫວຽດງາ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:
“ສະມາຊິກສະພາແຫ່ງຊາດທຸກສະຫາຍ ກໍຄືຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດໄດ້ຕັ້ງຄວາມຫວັງຕໍ່ກົງຈັກໃໝ່ ຈະມີກຳລັງຄວາມສາມາດຢ່າງພຽງພໍ, ມີຄວາມໝັ້ນໃຈ ແລະ ຕັດສິນໃຈເພື່ອສາມາດປະຕິບັດເປົ້າໝາຍທັງໝົດທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ, ໃນສະພາບການໂລກທີ່ນັບມື້ນັບມີການຜັນແປຢ່າງເລິກເຊິ່ງຫຼາຍຢ່າງຕໍ່ກັບພື້ນຖານເສດຖະກິດທີ່ມີລະດັບການເປີດກວ້າງໃຫຍ່. ດ້ວຍກົງຈັກໃໝ່ທີ່ມີປະສົບການກໍຄືກຳລັງຄວາມສາມາດຕົວຈິງ, ຄວາມຕັດສິນໃຈຢ່າງພຽງພໍນັ້ນ, ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມ ຍາມໃດກໍມີຄວາມໝັ້ນແກ່ນ”.
ໂດຍຕ່າງຈາກທຳນຽມທຳມະດາຂອງອາຍຸການກ່ອນ, ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ສະແດງບົດບາດອັນສ້າງສັນ ເມື່ອຜັນຂະຫຍາຍປະລິມານວຽກງານສ້າງກົດໝາຍເປັນຈຳນວນຫຼາຍ, ໃນນັ້ນ ມີມະຕິສຳຄັນຫຼາຍສະບັບກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດໃນໄລຍະ 5 ປີຈະມາເຖິງ. ທ່ານ ບຸ່ຍຮວ່າຍເຊີນ ສະມາຊິກສະພາແຫ່ງຊາດ ຄະນະນະຄອນ ຮ່າໂນ້ຍ ຖືວ່າ:
“ເມື່ອພວກເຮົາວາງອອກວິໄສທັດ 5 ປີໃຫ້ທັງອາຍຸການສະພາແຫ່ງຊາດ, ກໍ່ໝາຍຄວາມວ່າ ພວກເຮົາໄດ້ວາງອອກຂອບເຂດ, ລະບອບລະບຽບການ, ມີການກຳນົດທິດໃຫຍ່ເພື່ອປະຕິບັດໃນໄລຍະຈະມາເຖິງ ແລະ ເມື່ອພວກເຮົາມີວິໄສທັດໃຫຍ່ດ້ວຍບັນດາດັດຊະນີອັນລະອຽດແລ້ວ, ນັ້ນແມ່ນວິທີເພື່ອໃຫ້ພວກເຮົາຍົກອອກບັນດາເປົ້າໝາຍເພື່ອສູ້ຊົນ, ເຊັ່ນ: ການເຕີບໂຕ 2 ຕົວເລກ ຫຼື ບັນດາເປົ້າໝາຍ 100 ປີ… ຫຍັບເຂົ້າໃກ້ກັບຊີວິດຕົວຈິງດ້ວຍບັນດາການກະທຳລະອຽດຂອງສະພາແຫ່ງຊາດ”.
ຈາກສະພາແຫ່ງຊາດໄປສູ່ການດຳລົງຊີວິດຕົວຈິງ
ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມປະລຶກ ຍັງນອນຢູ່ທີ່ການແຜ່ກະຈາຍຄວາມເຊື່ອໝັ້ນຈາກສະພາແຫ່ງຊາດໄປເຖິງບັນດາຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ບັນດາວາລະປຶກສາຫາລືບໍ່ພຽງແຕ່ສຸມໃສ່ລະບອບລະບຽບການ, ນະໂຍບາຍ ຫຼື ບັນດາຕົວເລກເຕີບໂຕເທົ່ານັ້ນ ຫາກຍັງຕິດແທດກັບການດຳລົງຊີວິດຕົວຈິງ, ສຸມໃສ່ບັນດາບັນຫາທີ່ຕິດພັນເຖິງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນອີກດ້ວຍ. ທ່ານນາງ ເຈິ່ນທິຍິຮ່າ, ຮອງປະທານກຳມາທິການຄວາມມຸ່ງຫວັງຂອງປະຊາຊົນ ແລະ ການຕິດຕາມກວດກາຂອງ ສະພາແຫ່ງຊາດ, ຖືວ່າ:
“ສະພາແຫ່ງຊາດບໍ່ພຽງແຕ່ມີການປ່ຽນແປງໃໝ່ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດເທົ່ານັ້ນ ຫາກຍັງປ່ຽນແປງໃໝ່ກ່ຽວກັບຈິນຕະນາການສ້າງກົດໝາຍ ແລະ ຕິດຕາມກວດກາອີກດ້ວຍ. ສະພາແຫ່ງຊາດປັບປຸງລະບອບລະບຽບການໃຫ້ສົມບູນແບບຢ່າງເປັນເຈົ້າການ, ພົບເຫັນບັນດາບັນຫາທີ່ຍັງອຸດຕັນເພື່ອແກ້ໄຂໃຫ້ພັດທະນາ ແລະ ປະກາດໃຊ້ບັນດານະໂຍບາຍທີ່ໃກ້ຊິດກັບປະຊາຊົນ, ຕິດແທດກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການດຳລົງຊີວິດຕົວຈິງ. ກ່ຽວກັບການເຄື່ອນໄຫວ ແລະ ປະສິດທິຜົນ, ສະພາແຫ່ງຊາດ ໄດ້ວາງອອກບັນດາຄຳຮຽກຮ້ອງທີ່ແທ້ຈິງກວ່າ ສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດຕ້ອງມີໝາກຜົນລະອຽດທີ່ສາມາດວັກແທກໄດ້. ບັນຫາຕິດຕາມກວດກາຕ້ອງເຖິງກົກເຖິງປາຍຂອງບັນຫາ. ຖ້າພວກເຮົາປະຕິບັດການປ່ຽນແປງໃໝ່ສະພາແຫ່ງຊາດໄດ້ຢ່າງມີປະສິດທິຜົນນັ້ນ, ການເຄື່ອນໄຫວຈະສ້າງຄວາມເຊື່ອໝັ້ນຕໍ່ຜູ້ມີສິດເລືອກຕັ້ງ”.
ຈິດໃຈປ່ຽນແປງໃໝ່ຢ່າງແທ້ຈິງນີ້ ໄດ້ສ້າງບັນຍາກາດເຮັດວຽກຢ່າງມີປະສິດທິຜົນ, ທ່ານ ບຸ່ຍຮວ່າຍເຊີນ ສະມາຊິກສະພາແຫ່ງຊາດ ຄະນະນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:
“ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ແມ່ນການເລີ່ມຕົ້ນຂອງທັງອາຍຸການສະພາແຫ່ງຊາດຊຸດທີ XVI ເທົ່ານັ້ນ ຫາກຍັງແມ່ນກອງປະຊຸມດຳເນີນພາຍຫຼັງປະເທດຊາດຫັນປ່ຽນຮູບແບບແຫ່ງຊາດ, ເມື່ອພວກເຮົາມີອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ປັບປຸງກົງຈັກໃຫ້ກະທັດລັດ, ຊັບຊ້ອນປະເທດຄືນໃໝ່ ແລະ ພວກເຮົາວາງອອກຫຼາຍເປົ້າໝາຍ, ຄາດໝາຍ 100 ປີ ອີກດ້ວຍ. ດັ່ງນັ້ນ, ເລື່ອງພວກເຮົາວາງອອກກອບລະບອບລະບຽບການ, ຍົກອອກບັນດາແຜນການໄລຍະຍາວ ແລະ ບົນພື້ນຖານນັ້ນ, ພວກເຮົາປັບປຸງກົດໝາຍ, ສ້າງເງື່ອນໄຂສະດວກ, ສະພາບປອດໂປ່ງ, ຈາກນັ້ນ ປະເທດຊາດຈຶ່ງຈະມີບັນດາກົດໝາຍທີ່ບໍ່ພຽງແຕ່ “ສ້ອມແປງທາງ” ເທົ່ານັ້ນ ຫາກຍັງໄດ້ “ກໍ່ສ້າງທາງ”, ສ້າງສາບູລະນະ, ສ້າງເງື່ອນໄຂໃຫ້ປະເທດຊາດພັດທະນາໃນໄລຍະໃໝ່ອີກດ້ວຍ.”
ໝາກຜົນຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ຊີ້ໃຫ້ເຫັນວ່າ ສະພາແຫ່ງຊາດ ໄດ້ເປັນເຈົ້າການ ແລະ ມີຄວາມຂ້ຽວຂາດໃນການສ້າງພື້ນຖານພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ./.
