ປີ 2026, ເສດ​ຖະ​ກິດ ຫ​ວຽດ​ນາມ ໄດ້​ຮັບ​ຮູ້​ໝາກ​ຜົນ​ການ​ເຕີບ​ໂຕ​ທີ່​ຕັ້ງ​ໜ້າ, ສ້າງ​ພື້ນ​ຖານ​ເພື່ອ​ວາງ​ອອກ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ແຕ່ 10% ຂຶ້ນ​ໄປໃນ​ປີ 2027. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ເພື່ອ​ຫັນ​ເປົ້າ​ໝາຍນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຄຳ​ຮຽກ​ຮ້ອງ​ໄດ້​ວາງ​ອອກ​ ບໍ່​ພຽງ​ແຕ່​ແມ່ນ​ຂອບ​ຂະ​ໜາດ​ການ​ເຕີບ​ໂຕ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄຸນ​ນະ​ພາບ, ລັກ​ສະ​ນະ​ຍືນ​ຍົງ ແລະ ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ອີກ​ດ້ວຍ.

ໃນ​ວິ​ວັດ​ການພິ​ຈາ​ລະ​ນາ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ​ປີ 2027 ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັ​ນ​ດາ ສ​ສ​ຊ ໄດ້​ເອົາໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ບັນ​ດາ​ເງື່ອນ​ໄຂ​ເພື່ອຫັນ​ເປົ້າ​ໝາຍການ​ເຕີບ​ໂຕ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຈາກ​ການ​ລະ​ດົມ​ແຫຼ່ງ​ກຳ​ລັງ, ແກ້​ໄຂ​ຈຸດ​ອັດ​ຕັນ​ດ້ານ​ລະ​ບອບ​ລະ​ບຽບ​ການ ຕະຫຼອດ​ຮອດ​ສ້າງ​ກຳ​ລັງ​ໜູນ​ໃໝ່ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.

ຮັບ​ປະ​ກັນ​ແຫຼ່ງ​ກຳ​ລັງ ແລະ ແກ້​ໄຂ​ຈຸດ​ອັດ​ຕັນ

ເພື່ອ​ບັນ​ລຸ​ໄດ້ເປົ້າ​ໝາຍ​ການ​ເຕີບ​ໂຕ​ແຕ່ 10% ຂຶ້ນ​ໄປ​ໃນ​ປີ 2027, ບົດ​ໂຈດ​ການ​ລະ​ດົມ​ເງິນ​ລົງ​ທຶນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ທີ່ ​ທ່ານ ເຈິ່ນ​ຮວ່າງ​ເງິນ ​ຄະ​ນະ ສ​ສ​ຊ ນະ​ຄອນ ໂຮ່​ຈິ​ມິນ ມີ​ຄວາມ​ສົນ​ໃຈ:

​ພວກ​ເຮົາ​ຕ້ອງ​ບຸ​​ລິມະ​ສິດລະ​ບອ​ບ​ລະ​ບຽບ​ການ​ກ່ອນ ແຕ່​ບົດ​ໂຈດ​ການ​ລົງ​ທຶນ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ຫັນ​ບັນ​ດາ​ບັນ​ດານີ້​ເປັນ​ລະ​ອຽດ. ຍ້ອນຄື​ແນວນັ້ນ ບົດ​ໂຈດ​ການ​ລົງ​ທຶນ​ຈະ​ເປັນຄື​ແນວ​ໃດ? ຕາມ​ແຜນ​ການ​ໄດ້​ວາງ​ອອກ, ພວກ​ເຮົາ​ຕ້ອງ​ລະ​ດົມ​ໄດ້ 35-40% GDP. ຄາດ​ວ່າ GDP ຂອງ​ ຫວຽດ​ນາມ ປີ 2026 ຈະບັນ​ລຸ​ປະ​ມານ 564 ຕື້ USD.

ສ້າງ​ກຳ​ລັງ​ໜູນ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຕີບ​ໂຕ

ຄ​ຽງ​ຂ້າງແຫຼ່ງ​ທຶນ ແລະ ລະ​ບອບ​ລະ​ບຽບ​ການ, ເລື່ອງ​ລາວ​ກ່ຽວ​ກັບ​ກຳ​ລັງ​ໜູນ​ການ​ເຕິບ​ໂຕກໍ່​ໄດ້​ວາງ​ອອກໃນ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ໃຫ້​ແຜນ​ການ​ປີ 2027. ເມື່ອ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໄດ້​ຍົກ​ສູງ​ຂຶ້ນ, ຄຳ​ຮຽກ​ຮ້ອງ​ແມ່ນບໍ່​ພຽງ​ແຕ່​ໄດ້​ເພີ່ມ​ຂອບ​ຂະ​ໜາດ​ການ​ລົງ​ທຶນ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ປົວ​ແປງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ຍົກ​ສູງ​ສະ​ມັດ​ຕະ​ພາບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ຝູ່ງ​ດຶກ​ຕຽນ, ຄະ​ນະ ສ​ສ​ຊ ແຂວງ ແຄັງ​ຮວ່າ ຖື​ວ່າ:

ສູ້​ຊົ​ນໃຫ້ການ​ລົງ​ທຶນ​ພາກ​ລັດ​ບັນລຸ​ໄດ້ 100%. ທີ​ສອງ​ແມ່ນ​ມະ​ຕິ​ເລກ​ທີ 57 ຂອງ​ສູນ​ກາງ​ໄດ້​ຊີ້​ແຈ້ງ​ທີ່​ສຸດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ປະ​ຈຸ​ບັນ, ເພື່ອ​ປ່ອຍ​ເງິນ​ລົງ​ທຶນ​ໃຫ້​ແກ່່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຍັງ​ຕ່ຳ​ຢູ່. ດັ່ງນັ້ນ, ພວກ​ເຮົາ​ຕ້ອງ​ແກ້​ໄຂ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີແມ່ນ​ໜ້າ​ທີ່, ມາດ​ຕະ​ການ​ບຸກ​ທະ​ລຸ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ.

ຈາກ​​ຄຳຮຽກ​ຮ້ອງ​ສ້າງ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ, ລັກ​ສະ​ນະ​ຍືນ​ຍົງ​ຂອງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ກໍ່​ແມ່ນ​ບັນ​ຫາທີ່​ຕ້ອງ​ພິ​ຈາ​ລະ​ນາ​ໃນ​ແຜນ​ການ​ຂອງ​ປີ 2027. ການ​ເຕີບ​ໂຕ​ສູງ​ຕ້ອ​ງ​ໄປ​ພ້ອມ​ກັບ​ຄວາມ​ສາ​ມາດ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸລະ​ກິດ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ແຫຼ່ງ​ກຳ​ລັງ.

ຕາມ​ບັນ​ດາ ສ​ສ​ຊ, ປີ 2027, ກຳ​ລັງ​ໜູນ​ການ​ເຕີບ​ໂຕບໍ່​ພຽງ​ແຕ່​ໄດ້​ສັງ​ເກດ​ຈາກ​ການ​ລົງ​ທຶນ​ພາກ​ລັດ ຫຼື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຕິດ​ພັນ​ກັບ​ເງື່ອນ​ໄຂ​ການເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ ແລະ ຄວາມ​ສາ​ມາດ​ຮັກ​ສາ​ໝາກ​ຜົນ​ການ​ພັດ​ທະ​ນາ​ອີກ​ດ້ວຍ. ບັນ​ດາ​ເນື້ອ​ໃນ​ນີ້​ໄດ້​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ຕ້ອງ​ສົມ​ທົບ​ບັນ​ດາ​ມາດ​ຕະ​ການ, ຈາກ​ການ​ຈັດ​ແບ່ງ​ເງິນ​ລົງ​ທຶນ, ແກ້​ໄຂ​ລະ​ບຽບ​ການ ຕະຫຼອດ​ຮອດ​ການ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ, ເພື່ອໃຫ້​ການ​ເຕີບ​ໂຕບໍ່​ພຽງ​ແຕ່​ບັນ​ລຸ​ກ່ຽວ​ກັບ​ດ້ານ​ຂອບ​ຂະ​ໜາດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປົວ​ແປງ​ດ້ານ​ຄຸນ​ນະ​ພາບ​ອີກ​ດ້ວຍ. ເພື່ອ​ບັນ​ດາ​ມາດ​ຕະ​ການ​ເຂົ້າ​ສູ່​ຕົວ​ຈິງ, ບັນ​ຫາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕ້ອງ​ໄດ້​ກຳ​ນົດ​ແຈ້ງ ນັບ​ແຕ່​ວິ​ວັດ​ການ​​ຜັນ​ຂະ​ຫຍາຍ​ແຜນ​ການ. ທ່ານ ຝຸ່ງ​ຫິ້ວ​ຕວານ ຄະ​ນະ ສ​ສ​ຊ ແຂວງ ລາຍ​ເຈົາ ເນັ້ນ​ໜັກ​ວ່າ:

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແມ່ນ​ຂອດ​ຕັດ​ສິນ. ສະ​ເໜີ​ໃຫ້​ຕ້ອງ​ກຳ​ນົດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ, ການ​ກຳ​ນົດ​ເວ​ລາ, ແຫຼ່ງ​ກຳ​ລັງ ແລະ ໝາກ​ຜົນ​ສົ້ນ​ອອກ​ຂອງ​ແຕ່​ລະ​ໜ້າ​ທີ່; ເພີ່ມ​ທະ​ວີ​ກາ​ນກວດ​ກາ, ຕິດ​ຕາມກວດ​ກາ ຕິດ​ພັນ​ຄວາມ​ຮັບ​ຜິດ​ຊອບ​ກັບ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຂອງ​ຜູ້​ນຳ​ໜ້າ. ຄຳ​ຮຽກ​ຮ້ອງ​ລຸ​ລ່ວງ​ແມ່ນ ຍົກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ພາຍ​ໃນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ຕິດ​ພັນ​ການ​ເຕີບ​ໂຕ​ສູງ​ກັບ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຍົກ​ສູງ​ຊີ​ວິດ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ ປ​ຊ​ຊ ຢ່າງແທ້​ຈິງ.

ເປົ້າ​ໝາຍ​ການ​ເຕີບ​ໂຕ​ສູງ​ໃນ​ປີ 2027 ຮຽກ​ຮ້ອງບໍ່​ພຽງ​ແຕ່​ຄວາມ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ດ້ານ​ຄາດ​ໝາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຕ້ອງ​ມີ​ຄວາມ​ສາ​ມາດ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ ກາຍ​ເປັນ​ໝາກ​ຜົນ​ຕົວ​ຈິງ​ອີກ​ດ້ວຍ. ນີ້ກໍ່​ແມ່ນ​ພື້ນ​ຖານ​ເພື່​ອ​ຮັບ​ປະ​ກັນ​ໃຫ້​ການ​ເຕີບ​ໂຕ ໄປ​ຄຽງ​ຄູ່​ກັບ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລ​ະ ປົວ​ແປງ​ຊີ​ວິດ​ຂອງ ປ​ຊ​ຊ./.