ວັນ​ທີ 3 ພະ​ຈິກ, ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ນັບ​ຮ້ອຍ​ລ້ານ​ຄົນ ໄດ້​ໄປ​ປ່ອນ​ບັດ​ເລືອ​ກ​ຕັ້ງ​ກາງ​ສະ​ໄໝ​ຢ່າງ​ເປັນ​ທາງ​ການ ເພື່ອ​ຄັດ​ເລືອກຄືນ​ທີ່​ນັ່ງ​ທັງ​ໝົດ​ຢູ່​ສະ​ພາ​​ຕ່ຳ ແລະ 1/3 ທີ່​ນັ່ງ​ຢູ່​ສະ​ພາ​ສູງ. ນີ້​ແມ່ນ​ເຫດ​ການ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ, ອາດສາ​ມາດ​ສ້າງ​ດຸນ​ສິດ​ອຳ​ນາດ​ຄືນ​ໃໝ່​ຢູ່​ສະ​ພາ​ຕ່ຳ ແລ​ະ ສະ​ພາ​ສູງ, ຜ່ານ​ນັ້ນ​ ກໍ່ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ພາຍ​ໃນ ແລະ ການ​ຕ່າງ​ປະ​ເທດ​ຂອງ​ ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີອາເມລິກາ ໃນ 2 ປີ​ທີ່​ຍັງ​ເຫຼືອ​​ໃນ​ອາ​ຍຸ​ການ​ຂອງ​ທ່ານ.

ທີ່ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ຈະ​ເລືອກ​ຕັ້ງ​ຄືນ 435 ທີ່​ນັ່ງ​​ໃນສະ​ພາ​ຕ່ຳ ແລະ 33 ໃນ​ຈຳ​ນວນ 100 ທີ່​ນັ່ງ​ໃນ​ສະ​ພາ​ສູງ. ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປະ​ມານ 54 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ​ຕາມ​ຮູບ​ແບບ​ໂດຍ​ກົງ ຫຼື​ທາງ​ໄປ​ສະ​ນີ​ກ່ອນ​ວັນ​ທີ 3 ພະ​ຈິກ.

ກວດ​ກາ “ອຸນ​ຫະ​ພູມ” ຂອງ​ຫາງ​ສຽງ

ໃນ​ປະ​ຫວັດ​ສາດ​ຕຸ​ລາ​ການ​ ອາ​ເມ​ລິ​ກາ, ບັນ​ດາການ​ເລືອກ​ຕັ້ງ​ກາງ​ສະ​ໄໝໄດ້​ຈັດ​ຂຶ້ນ ເພື່ອ​ແນ​ໃສ່​ສ້າງ​ໄມ້ຫຼາ​ວັດ​ແທກ ຫຼືເປັນ​ວິ​ທີການ​​ກຳໄດ້ “ອຸນ​ຫະ​ພູມ” ຂອງ​ຫາງ​ສຽງ, ໃນ​ກາງ​ອາ​ຍຸ​ການ​ປະ​ທາ​ນາ​ບໍ​ດີ, ເພື່ອ​ເບິ່ງວ່າ ປ​ຊ​ຊ ມີ​ຄວາມ​ຮູ້​ສຶກ​ຄື​ແນວ​ໃດ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປະ​ຈຸ​ບັນ. ບັນ​ດາ​ການ​ຢັ່ງ​ຫາງ​ສຽງ​ເກືອບ​ທັງ​ໝົດ​ຢູ່ ອາ​ເມ​ລິ​ກາ ກ່ອນ​ການ​ເລືອກ​ຕັ້ງ​ ໄດ້ສະແດງໃຫ້​ເຫັນ​ວ່າ ພັກ​ປະ​ຊາ​ທິ​ປະ​ໄຕ​ ມີ​ໂອ​ກາດ​ຍາດ​ໄດ້​ໄຊ​ຊະ​ນະ​ຢູ່​ສະ​ພາ​ຕ່ຳຫຼາຍ​ພໍ​ສົມ​ຄວນ, ພ້ອມ​ທັງ​ອາດ​ຈະ​ສ້າງ​ຄວາມບໍ່ຄາດຄິດ​ຈຳ​ນວນ​ໜຶ່ງ​ໃນ​ການ​ຊ່ວງ​ເສັງ​ຢູ່​ສະ​ພາ​ສູງ. ທ່ານ Larry Sabato, ຜູ້​ອຳ​ນວຍ​ການສູນ​ການ​ເມືອງ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Virginia (ອາ​ເມ​ລິ​ກາ) ໃຫ້​ຂໍ້​ສັງ​ເກດ​ວ່າ:

ບັນ​ຫາອັນ​ດັບ​ໜຶ່ງ​ແມ່ນ​ຄ່າ​ຄອງຊີບ, ບໍ່​ຕ້ອງ​ສົງ​ໄສ​ຫຍັງ​ອີກ. ທຸກ​ຄົນ​ພວມມີ​ຄວາມບໍ່​ພໍ​ໃຈ​ຕໍ່​ລາ​ຄາ​ທັນ​ຍາ​ຫານ, ສິ່ງ​ທີ່​ ທ່ານ Donald Trump ເຄີຍ​ໝັ້ນ​ໝາຍ​ວ່າຈະ​ຫລຸດ​ຜ່ອນ​ລົງ​ໃນ​ວັນ​ທຳ​ອິດ​ຂອງ​ອາ​ຍຸ​ການ​ທີ​ສອງ ແຕ່​ຕົ​ວ​ຈິງ​ແມ່ນ​ລາ​ຄາ​ມີ​ແຕ່​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ.

ໂດຍແບ່ງ​ປັນທັດ​ສະ​ນະ​ນີ້, ທ່ານ​ນາງ Samara Klar, ສາດ​ສະ​ດາ​ຈານ​ວິ​ທະ​ຍາ​ສາດການ​ເມືອງ​ ຢູ່​ ໂຮງ​ຮຽນລັດ​ຖະ​ບານ ແລະ ນະ​ໂຍ​ບາຍ​ລວມ ຂຶ້ນ​ກັບມະ​ຫ​າ​ວິ​ທະ​ຍາ​ໄລ Arizona, ຖື​ວ່າ:

ເລື່ອງບັນ​ດາ​ການ​ຢັ່ງ​ຫາງ​ສຽງ​ໄດ້​ຍົກ​ອອກ​ໝາກ​ຜົນ​ທີ່ບໍ່​ຊັດ​ເຈນ, ບວກ​ກັບ​ສະ​ພາບ​ການ​ສວຍ​ໃຊ້​ປັນ​ຍາ​ປະ​ດິດ ອາດ​ຈະ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ມີ​ການມອງ​ເຫັນ​ທີ່​ຜິດ​ເຂວ ກ່ຽວ​ກັບ​ການ​ຜັນ​ແປ​ຂອ​ງ​ການ​ເລືອກ​ຕັ້ງ​ຄັ້ງ​ຕ່າງໆ. ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ແມ່ນ ມັນ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ຄວາມ​ຕັດ​ສິນ​ໃຈຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ບໍ່​ພຽງ​ແຕ່​ແມ່ນ​ການທີ່​ເຂົາ​ເຈົ້າ​ເລືອກປ່ອນ​ບັດ​ໃຫ້​ໃຜ, ຊ້ຳ​ບໍ່​ໜຳ​ແມ່ນ​ເຂົາ​ເຈົ້າ​ຈະ​ຕັດສິນໃຈ​ໄປ​ປ່ອນ​ບັດຫຼືບໍ່.

ການ​ກະ​ທົບ​ການ​ຕ່າງ​ປະ​ເທດ

ໝາກ​ຜົນການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ ມີ​ການ​ກະ​ທົບ​ທີ່​ກວ້າງ​ອອກ​ໄປ​ສູ່ນອກ​ຂອບ​ເຂດ​ປະ​ເທດ ອາ​ເມ​ລິ​ກາ ແລະ ສາ​ມາດ​ສ່ອງ​ແສງ​ຢ່າງ​ຈະ​ແຈ້ງ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ອາ​ເມ​ລິ​ກາ. ໃນ​ສອງ​ປິ​ຜ່ານ​ມາ, ເລື່ອງ​ພັກ​ສາ​ທາ​ລະ​ນະ​ກຳ​​ທີ່​ນັ່ງ​ສ່ວນຫຼາຍ​ຢູ່​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ໄດ້​ຊ່ວຍ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ມີ​ຄວາມ​ສະ​ດວກໃນ​ການ​ຊຸກ​ຍູ້ ຫຼື​ປ່ຽນ​ແປງ​ບາງ​ນະ​ໂຍ​ບາຍຫຼັກ​ກ່ຽວ​ກັບ​ພາຍ​ໃນ (ສາ​ທາ​ລະ​ນະ​ສຸກ, ພະ​ລັງ​ງານ…) ແລະ ກ​ານ​ຕ່າງ​ປະ​ເທດ (ການ​ປະ​ທະ​ກັນ ອາ​ເມ​ລິ​ກາ-ອີ​ຣານ, ການ​ພົວ​ພັນ​ກັບ​ສຳ​ພັນ​ທະ​ມິດ​ໃນ ນາ​ໂຕ…). ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ຖ້າ​ຍາດ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ, ພັກ​ປະ​ຊາ​ທິ​ປະ​ໄຕ​ຈະ​ມີ​ຄວາມ​ສາ​ມາດ​ສະ​ກັດ​ກັ້ນ​ ທ່ານ Donald Trump ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ, ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ, ໜ້າ​ສົນ​ໃຈ​ທີ່​ສຸດ​ຈະແມ່ນ​ສິດ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ກັບ ອີ​ຣານ.

ທ່ານ Wang Jin, ຜູ້​ຊ່ຽວ​ຊານກ່ຽວ​ກັບ​ຕາ​ເວັນ​ອອກ​ກາງ, ຮອງ​ສາດ​ສະ​ດາ​ຈານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຕ​າ​ເວັນ​ຕົກ​ສ່ຽງ​ເໜືອ (ຈີນ) ໃຫ້​ຂໍ້​ສັງ​ເກດ​ວ່າ:

ວິ​ທີ ອາ​ເມ​ລິ​ກາ ເຂົ້າ​ເຖິງ​ ອີ​ຣານ ມີ​ຈຸດ​ພິ​ເສດ​ແມ່ນ​ການ​ສົມ​ທົບ​ກັນ​ທີ່​ອາດ​ຈະ​ມີ​ຄວາມ​ຂັດ​ແຍ້ງ​ກັ​ນ​ລະ​ຫວ່າງຫຼັກ​ໝັ້ນ​ແຂງ​ກະ​ດ້າງ ແລະ ທ່າທີກຽມພ້ອມ​ທີ່​ຈະ​ໂອ້​ລົມ​ສົນ​ທະ​ນາ. ຫຼັກ​ໝັ້ນ​ແຂງ​ກະ​ດ້າງ​ແມ່ນ​ຈຸດ​ພິ​ເສດຫຼັກ​ໃນ​ນະ​ໂຍ​ບາຍ​ຫວ່າ​ງມໍ່ໆ​ມານີ້​ຂອງ ອາ​ເມ​ລິ​ກາ. ເຫດ​ຜົນ​ໜຶ່ງ​ອີກ​ແມ່ນ​ຍ້ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ພວມ​ຫຍັບ​ມໍ່​ເຂົ້າ​ມາ​ແລ້ວ, ດັ່ງ​ນັ້ນ, ວໍ​ຊິງ​ຕັນ ຕ້ອງ​ສະ​ແດງ​ທັດ​ສະ​ນະ​ແຂງ​ກະ​ດ້າງ ເພື່ອ​ປັບ​ປຸງ​ຄວາມ​​ສະ​ໜັບ​ສະ​ໜູນ​ພາຍໃນ​ປະ​ເທດ ສຳ​ລັບ​ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ​ຢູ່​ຕາ​ເວັນ​ອອກ​ກາງ. ເຫດ​ຜົນ​ອື່ນ​ອີກ​ແມ່ນ ວໍ​ຊິງ​ຕັນ ຫວັງ​ຈະ​ຮັກ​ສາ​ກຳ​ລັງ​ກົດ​ດັນ ບັງ​ຄັບ​ໃຫ້​ ອີ​ຣານ ຕ້ອງ​ປະ​ນີ​ປະ​ນອມ.

ນອກ​ຈາກ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ-ອີ​ຣານ, ຈຸດ​ຮ້ອນ​ເຮັ່ງ​ໜຶ່ງ​ອີກກໍ່​ອາດ​ຈະ​ຕ້ອງ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ ແມ່ນການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ-ຢູ​ແກຼນ. ໃນທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ, ບັນ​ດາ​ນັກ​ເຈ​ລະ​ຈາ ອາ​ເມ​ລິ​ກາ, ລັດ​ເຊຍ ແລະ ຢູ​ແກຼນ ໄດ້​ເຫັນ​ດີ​ຈະ​ພົບ​ປະ​ກັນ​ໃນ​ເດືອນ​ພະ​ຈິກນີ້​ຢູ່ Abu Dhabi (ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ – UAE) ເພື່ອເຊ​ື່ອມ​ຕໍ່​ການ​ເຈ​ລະ​ຈາ​ຢຸດ​ຕິ​ການ​ປະ​ທະ​ກັນ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ບັນ​ດາ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ໄດ້​ເຕື້ອງ​ເຖິງ​​ເລື່ອງ​ການ​ເຈ​ລະ​ຈາ​ຈະ​ຈັດ​ຂຶ້ນຫຼັງ​ວັນ​ທີ 4 ພະ​ຈິກ ເປັນຫຼາຍ​ເທື່ອ, ໝາຍ​ຄວາມ​ວ່າ ແມ່ນ​ຈຸດ​ເວ​ລາ​ທີ່​ໄດ້​ຮູ້​ໝາກ​ຜົນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຢູ່ ອາ​ເມ​​ລິ​ກາ ແລ້ວ. ການ​ກະ​ທຳ​ນີ້​ໃຫ້​ເຫັນ​ວ່າ ມົດ​ສະ​ກູ ແລະ ທັງ ​ກີ​ແອບ ລ້ວນ​ແຕ່​ຢາກ​ຮູ້​ແຈ້ງ​ບັນ​ດາ​ການ​ປ່ຽນ​ແປງ (ຖ້າ​ມີ) ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ອາ​ເມ​ລິ​ກາ ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ./