ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນສະໄໝທີ2, ພ້ອມທັງກໍ່ແມ່ນການພົບປະສຸດຍອດ ອາເມລິກາ - ຈີນ ຄັ້ງທີ 2 ໃນເວລາເກືອບ 1ປີຜ່ານມາ, ພາຍຫຼັງການພົບປະເມື່ອເດືອນຕຸລາ ປີກາຍນີ້ຢູ່ ບູຊານ (ສ.ເກົາຫຼີ), ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
ຈຸດຮ້ອນເຮັ່ງຕາເວັນອອກກາງ
ໂດຍໄດ້ຂຶ້ນແຜນການ ແລະ ປະກາດໃນສື່ມວນຊົນນັບແຕ່ທ້າຍປີກາຍນີ້, ການຢ້ຽມຢາມ ຈີນ ຄັ້ງທຳອິດໃນສະໄໝທີ 2 ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນເບື້ອງຕົ້ນຄາດວ່າຈະດຳເນີນໃນເດືອນມີນາ ປີນີ້. ເຖິງຢ່າງໃດກໍຕາມ, ການປະທະກັນໄດ້ແຜ່ລາມອອກສູ່ວົງກວ້າງຢູ່ ຕາເວັນອອກກາງ ພາຍຫຼັງ ອາເມລິກາ ແລະ ອິດສະລາແອັນ ບຸກໂຈມຕີ ອີຣານ ໃນວັນທີ 28 ກຸມພາ ບັງຄັບໃຫ້ອຳນາດການປົກຄອງ ອາເມລິກາ ຕ້ອງປັບປຸງແຜນການເພື່ອສຸມແຫຼ່ງກຳລັງຮັບມືກັບການປະທະກັນ.
ເຖິງວ່າໄດ້ເລື່ອນການຢ້ຽມຢາມມາເປັນເວລາເກືອບ 1 ເດືອນແລ້ວ, ແຕ່ອຳນາດການປົກຄອງ ອາເມລິກາ ຍັງບໍ່ທັນຊອກຫາໄດ້ທາງອອກໃຫ້ແກ່ການປະທະກັນ ແລະ ພາກພື້ນຕາເວັນອອກກາງໄດ້ຄາດຄະເນວ່າ ຍັງແມ່ນໜຶ່ງໃນບັນດາຫົວຂໍ້ສັບສົນປົກຄຸມບັນດາການປຶກສາຫາລືລະຫວ່າງການນຳຂັ້ນສູງ ອາເມລິກາ - ຈີນ.
ກ່ອນການຢ້ຽມຢາມ ຈີນ, ທ່ານປະທານາທິບໍດີ Donald Trump ໄດ້ເຕື້ອງເຖິງເປັນຫຼາຍຄັ້ງວ່າ ຈີນ ຄວນແຊກແຊງເຂົ້າການແກ້ໄຂການປະທະກັນຢູ່ພາກພື້ນຕາເວັນອອກກາງໃຫ້ຫຼາຍກວ່າອີກ. ດັ່ງນັ້ນ, ວົງການສັງເກດການຖືວ່າ ທ່ານ Donald Trump ແນ່ນອນວ່າຈະໝູນໃຊ້ການພົບປະກັບ ທ່ານປະທານປະເທດຈີນ ສີຈິ້ນຜິງ ເພື່ອຊຸກຍູ້ການບັນລຸໄດ້ຂໍ້ຕົກລົງກັບ ອີຣານ ໂດຍໄວ, ຫຼືຢ່າງໜ້ອຍສຸດແມ່ນ ຂໍ້ຕົກລົງກ່ຽວຂ້ອງເຖິງການເປີດຊ່ອງແຄບທະເລ Hormuz. ນັກຊ່ຽວຊານ Ryan Hass ຜູ້ອຳນວຍການສູນ ຈີນ ຢູ່ສະຖາບັນ Brookings (ອາເມລິກາ) ໃຫ້ຂໍ້ສັງເກດວ່າ:
ທັງທ່ານປະທານາທິບໍດີ Donald Trump ແລະ ຝ່າຍຈີນ ລ້ວນແຕ່ມີຜົນປະໂຫຍດລວມໃນການຮັກສາການປະທະກັນ (ລະຫວ່າງ ອາເມລິກາ) ກັບ ອີຣານ ບໍ່ໃຫ້ເພີ່ມຄວາມເຄັ່ງຕຶງຂຶ້ນ ຫຼື ແຜ່ລາມອອກສູ່ວົງກວ້າງ. ຂ້າພະເຈົ້າຄິດວ່າ ທັງສອງປະເທດລ້ວນແຕ່ຢາກຢຸດຕິການປະທະກັນໃນທັນທີ, ຖ້າອາດສາມາດເຮັດໄດ້, ຍ້ອນວ່າ ມັນບໍ່ຮັບໃຊ້ໃຫ້ຜົນປະໂຫຍດຂອງປະເທດໃດ.
ເຖິງຢ່າງໃດກໍຕາມ, ຕາມທ່ານ Ryan Haas ແລ້ວ, ລະດັບຄວາມສົນໃຈຂອງ ອາເມລິກາ ແລະ ຈີນ ຕໍ່ການປະທະກັນຢູ່ພາກພື້ນຕາເວັນອອກກາງແມ່ນແຕກຕ່າງກັນ, ເມື່ອຝ່າຍອາເມລິກາ ສະແດງໃຫ້ເຫັນເຈດຈຳນົງຢາກບັນລຸໄດ້ຂໍ້ຕົກລົງກັບ ອີຣານ ໂດຍໄວ ສ່ວນ ຈີນ ບໍ່ມີຄວາມວິຕົກກັງວົນຫຼາຍເກີນໄປຕໍ່ບັນດາຜົນຕາມມາຈາກການປະທະກັນ, ຍ້ອນມີໄມ້ຫງັດທີ່ໝັ້ນແກ່ນດ້ານຄວາມໝັ້ນຄົງ, ພະລັງງານ ແລະ ລະບົບສະໜອງ. ດັ່ງນັ້ນ, ເລື່ອງທ່ານ Donald Trump ສາມາດຊັກຊວນການນຳຈີນ ມີການກະທຳໃຫ້ແກ່ບັນຫາຕາເວັນອອກກາງຫຼາຍກ່ວາອີກ ໄດ້ຫຼືບໍ່ ຍັງແມ່ນຄຳຖາມໃຫຍ່.
ແບ່ງປັນກ່ຽວກັບທັດສະນະນີ້, ທ່ານ ສາດສະດາຈານ Alejandro Reyes ພະແນກການເມືອງ ແລະ ການບໍລິຫານສາທາລະນະ ຢູ່ມະຫາວິທະຍາໄລ ຮົ່ງກົງ (ຈີນ) ຖືວ່າ:
ຂ້າພະເຈົ້າຄິດວ່າ ອາເມລິກາ ແລະ ທ່ານ Donald Trump, ບາງຄັ້ງກໍ່ຕີລາຄາຜົນສະທ້ອນຂອງ ຈີນ ຕໍ່ຄູູ່ຮ່ວມມືຈຳນວນໜຶ່ງຂອງປະເທດນີ້ຢູ່ໃນໂລກສູງເກີນໄປ, ລວມມີທັງ ອີຣານ. ແນດຄິດທີ່ວ່າ ອີຣານ ຈະສົນໃຈ ຫຼື ເຮັດສິ່ງທີ່ ຈີນ ຢາກໃຫ້ປະເທດນີ້ເຮັດ ບໍ່ແມ່ນວິທີການທີ່ຖືກຕ້ອງເພື່ອເຂົ້າໃຈກ່ຽວກັບການພົວພັນລະຫວ່າງສອງປະເທດນີ້.
ກຳນົດຂອບເຂດການຮ່ວມມື - ແກ້ງແຍ້ງ
ການປະທະກັນຢູ່ພາກພື້ນຕາເວັນອອກກາງອາດຈະມີຜົນກະທົບຕໍ່ກອງປະຊຸມສຸດຍອດ ອາເມລິກາ - ຈີນ ແຕ່ນັກຊ່ຽວຊານສ່ວນຫຼາຍກໍ່ຖືວ່າ ຈາກບົດຮຽນປະສົບການຈາກການປະທະກັນ ລະຫວ່າງລັດເຊຍ - ຢູແກຼນ ສະແດງໃຫ້ເຫັນວ່າ ບັນດາການນຳ ຈີນ ບໍ່ເຄີຍປະໃຫ້ບັນດາບັນຫານີ້ແຊກເຂົ້າກຳລັງໜູນຫຼັກໃນການພົວພັນສອງຝ່າຍ ອາເມລິກາ - ຈີນ.
ນັກຊ່ຽວຊານ Henrietta Levin ສັງກັດສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ຖືວ່າ ເລື່ອງຄະນະຕິດຕາມ ທ່ານປະທານາທິບໍດີ ອາເມລິກາ Donald Trump ມາຍັງ ຈີນ ຄັ້ງນີ້ມີການເຂົ້າຮ່ວມຂອງການນຳບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ທີ່ສຸດ ອາເມລິກາ ຄື: Elon Musk (Tesla, SpaceX), Tim Cook (Apple)… ສະແດງໃຫ້ເຫັນວ່າ ການຄ້າ - ການລົງທຶນ ແລະ ພິເສດແມ່ນເຕັກໂນໂລຢີຍັງແມ່ນຄວາມສົນໃຈໃຫຍ່ທີ່ສຸດຂອງການນຳສອງປະເທດ. ທ່ານນາງ Henrietta Levin ໃຫ້ຂໍ້ສັງເກດວ່າ:
ຝ່າຍອາເມລິກາ ຈະສຸມໃສ່ການບັນລຸໄດ້ບັນດາຜົນປະໂຫຍດດ້ານການຄ້າຢູ່ບັນດາການພົບປະສຸດຍອດນີ້ໂດຍໄວ. ປັດຈຸບັນ ອາເມລິກາ ມີຄວາມສົນໃຈຕໍ່ເລື່ອງ ຈີນ ໝັ້ນໝາຍຈະສັ່ງຊື້ສິນຄ້າປະເພດກະສິກຳ ອາເມລິກາ, ພິເສດແມ່ນ ຖົ່ວເຫຼືອງ. ປັດຈຸບັນ, ອຳນາດການປົກຄອງ ອາເມລິກາ ພວມຊອກຫາບັນດາຜົນປະໂຫຍດດ້ານເສດຖະກິດທີີ່ມີຄວາມໝາຍໃຫຍ່ຕໍ່ວົງຄະນະຍາດຈຳນວນໜຶ່ງ, ເປັນຕົ້ນແມ່ນເມື່ອໃກ້ຈະຮອດການເລືອກຕັ້ງກາງສະໄໝໃນເດືອນພະຈິກຈະມາເຖິງ.
ບໍ່ພຽງແຕ່ມີຄວາມໝາຍໃຫຍ່ຫຼວງ ຕໍ່ການພົວພັນສອງຝ່າຍ ອາເມລິກາ - ຈີນ, ການພົວປະລະຫວ່າງ ທ່ານປະທານາທິບໍດີ Donald Trump ແລະ ທ່ານປະທານປະເທດ ສີຈິ້ນຜິງ ກໍ່ມີຄວາມສາມາດບົ່ມຊ້ອນໃຫຍ່ຕໍ່ຫຼາຍບັນຫາສຳຄັນອື່ນໃນໂລກ, ນັບແຕ່ບັນດາບັນຫາການຄ້າ - ພາສີອາກອນ, ການຄຸ້ມຄອງລະບົບສະໜອງຍຸດທະສາດທົ່ວໂລກ ຕະຫຼອດຮອດການຍາດແຍ່ງແຂ່ງຂັນຜົນກະທົບດ້ານພູມີສາດການເມືອງຢູ່ຫຼາຍພາກພື້ນ.
ກ່ຽວກັບສະພາບການສັງລວມ, ວົງການນັກສັງເກດການບໍ່ຕັ້ງຄວາມຫວັງຫຼາຍເກີນໄປຕໍ່ກອງປະຊຸມສຸດຍອດ ອາເມລິກາ - ຈີນ ໃນຄັ້ງນີ້ຈະສ້າງບາດກ້າວບຸກທະລຸໃຫ້ແກ່ການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ຕາມນັກຊ່ຽວຊານ Ryan Hass ແລ້ວ, ພຽງແຕ່ເລື່ອງການນຳສູງສຸດສອງປະເທດພົບປະສົນທະນາໂດຍກົງເຊິ່ງກັນແລະກັນເປັນປະຈຳ ກໍ່ແມ່ນສິ່ງທີ່ມີຄວາມໝາຍຢ່າງຍິ່ງໃຫ້ແກ່ ອາເມລິກາ - ຈີນ ແລະ ໂລກ, ແລະເລື່ອງ ອາເມລິກາ - ຈີນ ເປັນເອກະພາບໄດ້ຕໍ່ “ບັນດາສິ່ງທີ່ຕ້ອງຫຼີກລ້ຽງ” ເຮັດການພົວພັນສອງຝ່າຍຖືກເສຍຫາຍ ບາງເທື່ອກໍ່ສຳຄັນກວ່າບັນດາໝາກຜົນລະອຽດເຊິ່ງສອງປະເທດອາດສາມາດບັນລຸໄດ້.
