ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ, ບໍ່ພຽງແຕ່ໄດ້ດຳເນີນໄປໃນສະພາບການ ຫວຽດນາມ ພວມຜັນຂະຫຍາຍບັນດາຂອບເຂດຄູ່ຮ່ວມມືຮອບດ້ານຢ່າງແຮງກັບທັງສອງປະເທດເທົ່ານັ້ນ, ຫາກຍ້ອນບັນດາໝາກຜົນທີ່ຮອບດ້ານ, ແທດຈິງ ແລະ ບັນດາທິດຮ່ວມມືໃໝ່ທີ່ຫາກໍ່ໄດ້ສ້າງຂຶ້ນອີກດ້ວຍ, ອັນໄດ້ເປີດໜ້າໃໝ່ໃນການພົວພັນກັບສອງປະເທດຄູຮ່ວມມືຢູ່ທາງທິດໃຕ້ປາຊີຟິກ.
ຈຸດພິເສດຂອງການຢ້ຽມຢາມຢູ່ບ່ອນວ່າ ນີ້ແມ່ນຄັ້ງທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດ, ການນຳສູງສຸດຂອງ ຫວຽດນາມ ໄດ້ຢ້ຽມຢາມທາງລັດຖະກິດທັງອົດສະຕາລີ ແລະ ນິວຊີແລນ, ໃນຂະນະທີ່ການພົວພັນຂອງ ຫວຽດນາມ ກັບສອງປະເທດ ລ້ວນແຕ່ໄດ້ຍົກຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຈາກການຍົກລະດັບການພົວພັນຮອດການສ້າງກຳລັງໜູນພັດທະນາ
ລາຍການເຮັດວຽກຫຼວງຫຼາຍຢູ່ ອົດສະຕາລີ ແລະ ນິວຊີແລນ ສະແດງໃຫ້ເຫັນວ່າ ການຮ່ວມມືລະຫວ່າງ ຫວຽດນາມ ກັບ ສອງປະເທດພວມກ້າວເຂົ້າສູ່ໄລຍະໃໝ່, ໃນນັ້ນຖືຄຸນນະພາບ ແລະ ລວງເລິກຂອງການຮ່ວມມືເປັນແຖວໜ້າ. ທ່ານປະລິນຍາເອກ ຫງວຽນຮົ່ງຫາຍ, ອາຈານຂັ້ນສູງມະຫາວິທະຍາໄລວິນ (VinUni), ນັກຮຽນຮູ້ Fulbright ຢູ່ມະຫາວິທະຍາໄລ ອາເມລິກາ ໃຫ້ຂໍ້ສັງເກດວ່າ:
ສຳລັບ ອົດສະຕາລີ, ນັ້ນແມ່ນການເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບປະກັນຄວາມສາມາດທົນທານຂອງພື້ນຖານເສດຖະກິດ ໃນສະພາບການພາກພື້ນ ແລະ ໂລກ ມີສິ່ງທ້າທາຍຫຼາຍຢ່າງ; ແມ່ນການຍຸ້ແຮງການເຊື່ອມຕໍ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຖືວ່າ ນີ້ແມ່ນກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ສ່ວນສຳລັບ ນິວຊີແລນ, ນັ້ນແມ່ນການຮ່ວມມືກ່ຽວກັບການເປີດກ້ວາງການບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງ; ຊຸກຍູ້ການເປີດສາຍການບິນໂດຍກົງ ເພື່ອເພີ່ມທະວີການພົບປະແລກປ່ຽນ ປຊຊ ແລະ ສ້າງເງື່ອນໄຂໃຫ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ.
ຈາກ ອົດສະຕາລີ ຕະຫຼອດຮອດ ນິວຊີແລນ, ອາດເຫັນໄດ້ຈຸດລວມອັນພົ້ນເດັ່ນຄື: ການຮ່ວມມືພວມມຸ່ງໄປເຖິງບັນດາແຫຼ່ງກຳລັງສ້າງຄວາມສາມາດແກ້ງແຍ້ງນັບມື້ນັບຫຼາຍໃນໄລຍະຍາວນານ: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ, ຊັບພະຍາກອນມະນຸດ ແລະ ການເຊື່ອມຕໍ່ເສດຖະກິດ. ນີ້ແມ່ນສິ່ງທີ່ສ້າງເປັນລວງເລິກຂອງການຢ້ຽມຢາມ. ທີ່ເວທີປາໄສວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ, ການສຶກສາບຳລຸງສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ, ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ຫວຽດນາມ ພວມຫັນປ່ຽນຢ່າງແຮງ ຈາກເປົ້າໝາຍດຶງດູດເງິນລົງທຶນ ໄປສູ່ການຮ່ວມມືພ້ອມກັນພັດທະນາ; ຈາກການຮັບເຕັກໂນໂລຊີ ໄປສູ່ການປະດິດຄິດສ້າງເຕັກໂນໂລຊີຮ່ວມ; ຈາກການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າໄປສູ່ການຮັກສາບັນດາທີ່ຕັ້ງທີ່ມີມູນຄ່າເພີ່ມສູງກ່ວາ ໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກເທື່ອລະກ້າວ. ອົດສະຕາລີ ພວມຍູ້ແຮງຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040, ໂຄງການ “ອະນາຄົດການຜະລິດຢູ່ ອົດສະຕາລີ”, ສ້າງລະບົບຕ່ອງໂສ້ການສະໜອງຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ສິ່ງນີ້ກໍ່ຈະສ້າງບັນດາພື້ນຖານສຳຄັນ ເພື່ອໃຫ້ສອງປະເທດ ຊຸກຍູ້ບັນດາໂອກາດຮ່ວມມືໃນອະນາຄົດ.
ວິໄສທັດໃຫ້ແກ່ອະນາຄົດ
ຖະແຫຼງການຮ່ວມ 3 ສະບັບ ແລະ ເອກະສານຮ່ວມມືກັບ ອົດສະຕາລີ 13 ສະບັບ, ຖະແຫຼງການຮ່ວມ 1 ສະບັບ ແລະ ເອກະສານຮ່ວມມືກັບ ນິວຊີແລນ 5 ສະບັບ ແມ່ນບັນດາຂີດໝາຍສຳຄັນຂອງການຢ້ຽມຢາມ. ແຕ່ຄຸນຄ່າໃຫ່ຍກ່ວາຂອງການຢ້ຽມຢາມ ແມ່ນວິໄສທັດຮ່ວມມືໄດ້ເປີດອອກໃຫ້ຊຸມປີຕໍ່ໜ້າ. ທ່ານປະລີຍາເອກ ຫວຽນຮົ່ງຫາຍ ຖືວ່າ:
ພວກເຮົາເຫັນວ່າ ເລື່ອງເຊັນບັນດາເອກະສານຮ່ວມມືແມ່ນໝາກຜົນທີ່ພົ້ນເດັ່ນຂອງການຢ້ຽມຢາມຄັ້ງຕ່າງໆ. ເພາະສະນັ້ນ, ພາຍຫຼັງການໄປຢ້ຽມຢາມຕ່າງປະເທດຄັ້ງໃດກໍ່ຄືກັນ, ບັນຫາວາງອອກນັ້ນແມ່ນ ຕ້ອງເຮັດແນວໃດເພື່ອນຳບັນດາຄຳໝັ້ນສັນຍາເຂົ້າສູ່ຕົວຈິງ ແລະ ນຳມາເຊິ່ງບັນດາມູນຄ່າລະອຽດ. ແຜນນະໂຍບາຍໃນຮູບແບບພັດທະນາໃໝ່ຂອງພວກເຮົາ ແມ່ນຫັນປ່ຽນຢ່າງແຮງຈາກເປົ້າໝາຍດຶງດູດເງິນລົງທຶນ ໄປສູ່ການຮ່ວມມືພ້ອມກັນພັດທະນາ; ຈາກການຮັບເອົາເຕັກໂນໂລຊີໄປສູ່ການປະດິດຄິດສ້າງເຕັກໂນໂລຊີຮ່ວມກັນ.
ຈາກບັນດາທິດທີ່ໄດ້ກຳນົດໃນການຢ້ຽມຢາມຄັ້ງນີ້, ການພົວພັນລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ ພວມມີຂອບເຂດການຮ່ວມມືໃໝ່ຕື່ມອີກ. ການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ແລະ ນິວຊີແລນ ຂອງ ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ໄດ້ເປີດວິໄສທັດຮ່ວມມືໃໝ່, ຫັນຈາກການພົວພັນຮ່ວມມື ໄປສູ່ພ້ອມກັນສ້າງໂອກາດພັດທະນາ, ເຊື່ອມຕໍ່ຜົນປະໂຫຍດໃນປະຈຸບັນ, ເພື່ອສ້າງບັນດາພື້ນຖານໃຫ້ແກ່ອະນາຄົດ./.
