ບັນ​ດາການໂຕ້ວາທີກ່ຽວກັບຄວາມສ່ຽງຂອງປັນຍາປະດິດ (AI) ​ພວມກາຍເປັນຈຸດສຸມ​ຂອງສາກົນໃນ​ຊຸມມື້ຜ່ານມາ, ​ເມື່ອ​ນັບ​ມື້​ນັບ​ມີ​ຫຼາຍຄຳ​ກ່າວເຕືອນ​ຈາກວົງ​ການ​ນັກຊ່ຽວຊານດ້ານເຕັກໂນໂລຊີກ່ຽວກັບຄວາມສ່ຽງຂອງມະນຸດທີ່ຈະຖືກສູນເສຍຄວາມສາ​ມາດຄວບຄຸມເຕັກໂນໂລຊີຍຸດທະສາດນີ້​ໄດ້​ອີກ. ນອກຈາກນັ້ນ, ​ບັນ​ດາຄວາມເຄັ່ງຕຶງດ້ານພູມສາດການເມືອງ ​ພວມ​ນັບ​ມື້​ນັບ​ສົ່ງຜົນກະທົບຢ່າງຈະແຈ້ງຕໍ່ການແຂ່ງຂັນ AI ທົ່ວໂລກ.

ວັນທີ 16 ກັນຍາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມໃນທົ່ວໂລກເພື່ອສ້າງ​ຕັ້ງ​ກົນ​ໄກຄວບຄຸມ, ຫຼື "ຮົ້ວປ້ອງກັນ", ສຳລັບປັນຍາປະດິດ (AI). ຄຳຮຽກຮ້ອງ​ໄດ້​ຍົກ​ອອກ​ມາພຽງແຕ່ສອງສາມມື້ ຫຼັງຈາກ​ການນຳຂອງ​ບັນ​ດາບໍ​ລິ​ສັດເຕັກໂນໂລຊີ​ແຖວ​ໜ້າ​ຂອງ ​ອາ​ເມ​ລິ​ກາ ກ່າວເຕືອນ​ວ່າ ຕ້ອງ​ຫຼ​ຸດ​ລະ​ດັບ​ຄວາມ​ໄວ​ໃນ​ວິ​ວັດ​ການພັດທະນາ AI, ຍ້ອນເຕັກໂນໂລຊີນີ້ມີຄວາມສ່ຽງທີ່​ລື່ນ​ກາຍ​ການຄວບຄຸມຂອງມະນຸດ.

ລະ​ດັບ​ການພັດ​ທະ​ນາ​ທີ່​ໜ້າ​ວິ​ຕົກ​ກັງ​ວົນ

ໃນບົດຂຽນວັນທີ 12 ກັນຍາ, ທ່ານ Dario Amodei, ຜູ້ອຳນວຍການໃຫຍ່ຂອງ Anthropic ໄດ້ກ່າວເຕືອນວ່າ ​ລະ​ດັບ​ການພັດທະນາ AI ໃນປະຈຸບັນອາດ​ເຮັດໃຫ້​ບັນ​ດາລະບົບ AI ມີຄວາມສາມາດປະຕິບັດບັນ​ດາ​ການ​ກະ​ທຳອັນຕະລາຍທາງອິນເຕີເນັດໄດ້ຢ່າງວ່ອງໄວ. ​ສະນັ້ນ, ​ບັນ​ດາ​ບໍ​ລິ​ສັດພັດທະນາ AI ແຖວ​ໜ້າ​ຕ້ອງຫຼຸດການຍົກ​ລະ​ດັບ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາຮູບແບບ AI, ພ້ອມ​ກັນ​ນັ້ນ​ຍົກ​ສູງ​​ບັນ​ດາມາດຕະການຄວາມປອດໄພ. ​ມີ​ນັກຊ່ຽວຊານດ້ານເຕັກໂນໂລຊີຫຼາຍ​ທ່ານ​ໃນ​ໂລກກໍ່​ເປີດ​ເຜີຍ​ການສະໜັບສະໜູນຂໍ້ສະເໜີນີ້.

ນັບແຕ່ທ້າຍປີ 2025, ບັນ​ດາການໂຈມຕີທາງໄຊເບີໂດຍ AI (agentic AI) ປະ​ຕິ​ບັດນັບ​ມື້​ນັບແນບ​ນຽນ​ກ​ວ່າ, ໃນ​ນັ້ນ, ມີ​ເຫດ​ຮາກ​ຖານຂໍ້ມູນຂອງ Hugging Face ຖືກ​ບັນ​ດາພາກສ່ວນ​ກ່ຽວ​ຂ້ອງ​ເຖິງ AI ບ​ຸກ​ໂຈມ​ຕີ​ເມື່ອເດືອນກໍລະກົດ 2026 ​ໄດ​້​ເປັນ​ການ​ກ່າວ​ເຕືອນ​ຢ່າງ​ຮ້າຍ​ແຮງ, ຍ້ອນ​ບັນ​ດາ​ພາກສ່ວນ​ກ່ຽວ​ຂ້ອງ AI ປະ​ຕິ​ບັດ ສ່ວນ​ຫຼາຍ​ແມ່ນ​ປະ​ຕິ​ບັດ​ດ້ວຍ​ຕົນ​ເອງ, ດ້ວຍ​ລະ​ດັບຄວາມໄວທີ່ແຮກເກີບໍ່ສາມາດ​ໄປທຽບ​ທັນໄດ້. ​ທ່ານ Brad Carson, ອະດີດສະມາຊິກສະພາຕ່ຳ ອາ​ເມ​ລິ​ກາ ແລະ ປະຈຸບັນ​ແມ່ນ​ປະ​ທານອົງການ "ຊາວ ອາ​ເມ​ລິ​ກາ​ ປ່ຽນ​ແປງ​ໃໝ່​ມີ​ຄວາມ​ຮັບ​ຜິດ​ຊອບ" (ARI), ​ໃຫ້​ຂໍ​້​ສັງ​ເກດວ່າ:

"ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ດຳ​ເນີນໄປຢ່າ​ງວ່ອງໄວ​ຈົນ​ເຖິງວ່າ ບັນ​ດາ​ນັກ​ຄົ້​ນ​ຄວ້າກໍ່​ຮູ້​ສຶກຢ້ານກົວ AI. ນັ້ນແມ່ນສິ່ງທີ່ພວກເຮົາໄດ້ເຫັນໃນ​ເວ​ລາສອງ, ສາມ ອາທິດຜ່ານມາ. ບັນ​ດາ​ຜູ້​ທີ່ເຮັດວຽກຢູ່ບໍລິສັດເຫຼົ່ານີ້ກໍ່​ໄດ້​ອອກ​ສຽງ. ຄຳກ່າວເຕືອນເລີ່ມມາຈາກພາຍໃນ​ເອງ, ຖື​ວ່າ​ບັນ​ດາ​ສິ່ງ​ທີ່​ເຂົາ​ເຈົ້າ​ພວມ​ປະ​ຕິ​ບັດມີຄວາມສ່ຽງກໍ່​ໃຫ້​ເກີດຜົນສະທ້ອນທີີ່​ຮ້າຍ​ແຮງ. ສະນັ້ນ, ຂ້າ​ພະ​ເຈົ້າຄິດວ່າ ພວກເຮົາຕ້ອງພິ​ຈາ​ລະ​ນາຄຳເຫັນຂອງເຂົາເຈົ້າຢ່າງຈິງຈັງ."

ພ້ອມ​ກັບ​ລະ​ດັບ​ການພັດທະນາເຕັກໂນໂລຊີ AI ​ຢ່າງວ່ອງໄວ​ທີ່​ສຸດນັ້ນ, ​ມີ​ແງ່​ມູມໜຶ່ງກໍ່​ສ້າງ​ຄວາມ​ສ່ຽງ​ກ່ຽວ​ກັບ AI ແມ່ນການຂາດການ​ຄວບ​ຄຸ້ມ​ບັນ​ດາບໍລິສັດເຕັກໂນໂລຊີ. ທ່ານ​ນາງ Marta Ziosi, ຮອງຜູ້ອຳນວຍການ​ຮັບ​ຜິດ​ຊອບເຕັກໂນໂລຊີທີ່​ຫາກໍ່ພົ້ນເດັ່ນ ແລະ ການປະຕິບັດອຸດສາຫະກຳ ຢູ່ສະຖາບັນ Ada Lovelace (ອັງກິດ), ໃຫ້​ຂໍ້​ສັງ​ເກດວ່າ:

"ສິ່ງທີ່ຂ້າ​ພະ​ເຈົ້າ​ມີ​ຄວາມ​ວິ​ຕົກກັງວົນໃນປະ​ຈຸ​ບັນ, ແລະ ອາດກໍ່​ແມ່ນ​ສິ່ງ​ທີ່​ໄດ້​ສ່ອງ​ແສງ​ຜ່ານ​ບັນ​ດາຄວາມວິ​ຕົກກັງວົນກ່ຽວກັບ​ຄວາມ​ສ່ຽງ​ທີ່​ວ່າມະນຸດ​ຈະ​ຖືກ​ດັບ​ສູນ, ນັ້ນ​ແມ່ນ​ເລື່ອງ​ທີ່​ບັນ​ດາບໍລິສັດ​ພວມ​ກຳ​ມະ​ສິດ​ສິດ​ອຳ​ນາດ​ຢ່າງ​ໃຫຍ່​ຫຼວງ ຫາກບໍ່ມີການຄວບຄຸມ ຫຼື ສະ​ກັດ​ກັນ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າຢ່າງແທ້ຈິງ. ​ຂ້າ​ພະ​ເຈົ້າ​ຖື​ວ່າ ສິ່ງດັ່​ງ​ກ່າວ​ໄດ້ສ້າງ​ຄວາມ​ອັນ​ຕະ​ລາຍ ແລະ ເວ​ລານັ້ນ​ຈຶ່ງແມ່ນສິ່ງທີ່ໜ້າເປັນວິ​ຕົກ​ກັງ​ວົນ."

ສີ​ສັນ​ພູມ​ສາດ​ການ​ເມືອງ

ໃນອາທິດທີ່ຜ່ານມາ, ບັນ​ດາເຈົ້າໜ້າ​ແຖວ​ໜ້າ​ຂອງ ອ​າ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ໄດ້ປະຕິເສດຄວາມວິ​ຕົກກັງວົນກ່ຽວກັບຄວາມສ່ຽງ​ຂອງ AI ແລະ ​ຖືວ່າ ສິ່ງທີ່ ອາ​ເມ​ລິ​ກາ ຕ້ອງເຮັດໃນປັດຈຸບັນແມ່ນ ຮັກສາທີ່​ຕັ້ງ​ນຳ​ໜ້າ​ດ້າຍເຕັກໂນໂລຊີຍຸດທະສາດນີ້. ​ສ່ວນຝ່າຍຈີນ, ​ຄຳຮຽກຮ້ອງຈາກ​ບັນ​ດາ​ການ​ນຳ​ເຕັກ​ໂລ​ໂຊ​ຊີ​ຂອງ ອາ​ເມ​ລິ​ກາ ໃນ​ການພັດທະນາ AI "ຊ້າລົງ" ກໍ່ໄດ້ຮັບການຮັບ​ຮອງດ້ວຍຄວາມລະມັດລະວັງ.

ທ່ານ Stuart Russell, ປະທານສະ​ຫະສະມາຄົມສາກົນ​ກ່ຽວ​ກັບ AI ປອດໄພ ແລະ ຄຸນ​ສົມ​ບັດ, ທັງ​ເປັນ​ສາດ​ສະ​ດາ​ຈານ​ສິດສອນວິທະຍາສາດຄອມພິວເຕີ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ UC Berkeley (ອາເມລິກາ), ກໍໍ່​ແບ່ງ​ປັນທັດສະນະ​ນີ້​ໂດຍ​ຖື​ວ່າ.

"ສັງ​ເກດ​ຈາກ​ແງ່​ມູມຄຸ້ມຄອງ, ຖ້າພວກເຮົາມີຄວາມກັງວົນ​ຕໍ່ຄວາມສ່ຽງມະ​ນຸດຖືກ​ດັບສູນຍ້ອນລະບົບ AI ກໍ​ໃຫ້​ເກີດນັ້​ນ, ​ການ​ນາບ​ຂູ່ນີ້ອາດຈະ​ເກີດ​ມາຈາກທຸກ​ສິ່ງ. ແລະ ເປັນທີ່​ຈະແຈ້ງແລ້ວ​ວ່າ ພວກ​ເຮົາບໍ່ຖືກຈຳກັດໂດຍຊາຍແດນ​ແຫ່ງ​ຊາດ. ສະນັ້ນ, ພວກເຮົາຕ້ອງ​ມີ​ບັນ​ດາຂໍ້ຕົກລົງສາກົນເພື່ອຮັບປະກັນວ່າ ທຸກປະເທດ​ລ້ວນ​ແຕ່ສ້າງກົນໄກຄວບຄຸມທີ່ຈຳເປັນເພື່ອສະ​ກັດ​ກັ້ນ​ແຜນການນັ້ນ​ອາດ​ຈະເກີດຂຶ້ນ."

ຄຳຖາມທີ່​ໄດ້​ຍົກ​ອອ​ມາແມ່ນກອບ​ນິ​ຕິ​ກຳ​ຄື​ແນວ​ໃດ​ຕ້ອງ​ໄດ້ສ້າງຂຶ້ນ ແລະ ຂໍ້​ກຳ​ນົດໃດ? ​ຍ້ອນວ່າ, ບັນ​ດາເຫດການໃນປີ 2025 ແລະ ຕົ້ນປີ 2026 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຄຳຖາມບໍ່ແມ່ນວ່າ AI ຈະກຳ​ນົດ​ຄວາມ​ເປັນລະບຽບ​ຮຽບ​ຮ້ອຍ​ຂອງໂລກຄືນໃໝ່ ຫຼື ບໍ່, ແຕ່ມັນ​ແມ່ນໄວປານໃດ ແລະ ​ຜູ້​ໃດຈະຮຽບຮຽງກົດລະບຽບ.