(ພາບປະກອບ)
ການແຂ່ງຂັນເພື່ອຄັດເລືອກເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ ພວມເຂົ້າສູ່ໄລຍະສຸດທ້າຍ, ເມື່ອຍັງມີເວລາບໍ່ຮອດສາມເດືອນອີກ,ຜູ້ນຳໜ້າອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກຈະຕ້ອງຮັບຜິດຊອບໜ້າທີ່. ການຄັດເລືອກເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ຄັ້ງນີ້ໄດ້ຮັບຖືວ່າ ອາດຈະສ້າງບັນດາຜົນກະທົບທີ່ມີລັກສະນະປະຫວັດສາດໃນຈຸດເວລາພູມສາດການເມືອງຢູ່ໂລກພວມຜັນແປຢ່າງເລິກເຊິ່ງ.
ເຖິງວ່າຍັງບໍ່ທັນມີຜູ້ອອກສະໝັກຮັບເລືອກຕັ້ງຄົນໃດບຸກທະລຸໃນການແຂ່ງຂັນເພື່ອສືບຕໍ່ດຳລົງຕຳແໜ່ງແທນໃຫ້ທ່ານ Antonio Guterresເທື່ອ, ແຕ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81 ຜ່ານມາໄດ້ປັບປຸງທ່າອ່ຽງການຄັດເລືອກຢ່າງຈະແຈ້ງກວ່າກ່ຽວກັບເພດ ແລະ ເຂດພູມສາດ.
ສອງທ່າອ່ຽງໃຫຍ່
ກ່ອນສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81 (UNGA-81), ວັນທີ 18 ກັນຍາ, ການປ່ອນບັດຢັ້ງຫາງສຽງບໍ່ເປັນທາງການເທື່ອທີສາມກ່ຽວກັບຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດໄດ້ຈັດຂຶ້ນຢູ່ສະພາຄວາມໝັ້ນຄົງ, ອົງການມີສິດອຳນາດສູງສຸດຂອງສະຫະປະຊາຊາດ. ຕາມແຫຼ່ງຂ່າວ, ທີ່ການປ່ອນບັດຄັ້ງນີ້, ທ່ານນາງ Rebeca Grynspan, ອະດີດຮອງປະທານາທິບໍດີ Costa Rica, ປະຈຸບັນພວມດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ກອງປະຊຸມ ສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD), ໄດ້ຮັບ 9 ບັດສະໜັບສະໜູນ, 5 ບັດບໍ່ເຫັນດີ, ແລະ 1 ບັດເປົ່າ. ຢືນອັນດັບທີສອງແມ່ນທ່ານນາງ Carolyn Rodrigues Birkett, ເອກອັກຄະລັດຖະທູດ Guyana ປະຈຳ ສະຫະປະຊາຊາດ.
ພາຍຫຼັງການປ່ອນບັດດັ່ງກ່າວ, ທ່ານນາງ Michelle Bachelet, ອະດີດປະທານາທິບໍດີ ຈີເລ ໄດ້ຖະແຫຼງຖອນຕົວອອກຈາກການແຂ່ງຂັນແລະ ປະຈຸບັນມີຜູ້ສະໝັກຮັບເລືອກຕັ້ງຢ່າງເປັນທາງການ 8 ຄົນ. ເຖິງວ່າອາດຈະມີຜູ້ສະໝັກຮັບເລືອກຕັ້ງໃໝ່ຕື່ມອີກເຂົ້າຮ່ວມການແຂ່ງຂັນໃນຊຸມເດືອນທີ່ຍັງເຫຼືອກໍ່ຕາມ, ແຕ່ການຜັນແປໃນປະຈຸບັນສະແດງໃຫ້ເຫັນສອງປັດໄຈຫຼັກທີ່ພວມກຳນົດທິດທາງການແຂ່ງຂັນໃນປີນີ້ນັ້ນແມ່ນ: ເພດ ແລະ ຜັດປ່ຽນເຂດພູມສາດ. ໃນບົດກ່າວປາໄສຢູ່ UNGA-81 ໃນອາທິດແລ້ວນີ້, ທ່ານ Pedro Sanchez, ນາຍົກລັດຖະມົນຕີ ແອັດສະປາຍ ໄດ້ເປີດເຜີຍສະໜັບສະໜູນສອງທ່າອ່ຽງນີ້.
"ມີຜູ້ຊາຍ 9 ຄົນຮັບດຳລົງຕຳແໜ່ງເລຂາທິການໃຫຍ່ ຂອງອົງການນີ້ໃນໄລຍະ 80 ປີແລ້ວ. ຮອດເວລາແລ້ວທີ່ຈະໃຫ້ຜູ້ຍິງຮັບຜິດຊອບໜ້າທີ່ນັ້ນ, ຜູ້ຍິງນັ້ນຕ້ອງຈາກ ອາເມລິກາລາຕິນ. ສະຫາຍທີ່ຮັກແພງທັງຫຼາຍ, ເປັນຫຍັງອົງການຈັດຕັ້ງໜຶ່ງທີ່ເປັນຕົວແທນໃຫ້ມວນມະນຸດພັດບໍ່ເຄີຍມີຜູ້ຍິງຄົນໃດເປັນການນຳ? ເຮັດແນວໃດພວກເຮົາຈະເປັນຕົວແທນຂອງທຸກທະວີບໄດ້ ຖ້າໃນຕະຫຼອດສາມທົດສະວັດຜ່ານມາ, ພວກເຮົາບໍ່ໃຫ້ຜູ້ໃດຢູ່ພາກພື້ນທີ່ມີປະຊາກອນ ຫຼາຍທີ່ສາມຂອງໂລກຮັບບົດບາດໜ້າທີ່ນີ້?"
ທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80, ກໍຖືວ່າ ການຕັດສິນຜູ້ດຳລົງຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ ໄດ້ສົ່ງສານສຳຄັນກ່ຽວກັບເລື່ອງ ສະຫະປະຊາຊາດຕັດສິນໃຈປ່ຽນແປງໃໝ່ຢ່າງແທຈິ່ງຫຼືບໍ່.
"ການຕັດສິນຂອງສະຫະປະຊາຊາດກ່ຽວກັບຜູ້ດຳລົງຕຳແໜ່ງເລຂາທິການໃຫຍ່ຜູ້ທີ 10 ຈະສົ່ງສານງທີ່ວ່າ ອົງການນີ້ຈະເປັນຕົວແທນໃຫ້ບັນດາຄົນເຊິ່ງຕົນມີໜ້າທີ່ຮັບໃຊ້ຫຼືບໍ່, ຄືດັ່ງພວກທ່ານໄດ້ຮູ້ແລ້ວວ່າ, ເຄິ່ງໜຶ່ງໃນຈຳນວນນັ້ນ ແມ່ນແມ່ຍິງ ແລະ ເດັກຍິງ. ການນຳຂອງອົງການນີ້ບໍ່ພຽງມີຄວາມສຳຄັນ ຕໍ່ຜູ້ທີ່ເຮັດວຽກຢູ່ທີ່ນີ້ເທົ່ານັ້ນ, ຫາກຍັງມີຄວາມສຳຄັນຕໍ່ປະຊາຊົນນັບຕື້ຄົນໃນທົ່ວໂລກອີກດ້ວຍ."
ບັດຕັດສິນຂອງ 5 ປະເທດສະມາຊິກ
ເຖິງວ່າບັນດາທ່າອ່ຽງປ່ອນບັດແມ່ນຈະແຈ້ງແລ້ວ ແຕ່ບັນຫາໃຫຍ່ທີ່ໄດ້ວາງອອກໃຫ້ຂັ້ນຕອນການເລືອກຕັ້ງເລຂາທິການໃຫຍ່ ສະຫະປະຊາຊາດຄົນໃໝ່ພັດນອນຢູ່ບ່ອນວ່າບໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງຄົນໃດທີ່ໄດ້ຮັບບັດ ສະໜັບສະໜູນສ່ວນຫຼາຍກໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງສຸດທ້າຍທີ່ໄດ້ຄັດເລືອກ. ບັນຫາຫຼັກນັ້ນແມ່ນບັດເລືອກຕັ້ງຂອງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ) ມີສິດຢັບຢັ້ງ. ບໍ່ວ່າການຢັບຢັ້ງໃດໆຂອງ 5 ປະເທດສະມາຊິກນີ້ກໍ່ໝາຍຄວາມວ່າ ຜູ້ສະໝັກຮັບເລືອກຕັ້ງນັ້ນຈະບໍ່ໄດ້ຮັບຮອງເອົາ.
ວົງການນັກສັງເກດການຖືວ່າ ບັນດາປະເທດມະຫາອຳນາດຍາກທີ່ຈະ ສະໜັບສະໜູນຜູ້ສະໝັກຮັບເລືອກຕັ້ງ ເຊິ່ງເຂົາເຈົ້າຖືວ່າໄປຟືນກັບຜົນປະໂຫຍດດ້ານຍຸດທະສາດຂອງຕົນໄດ້. ທ່ານສາດສະດາຈານ Dirk Druet, ທີ່ປຶກສາຂັ້ນສູງບໍ່ປະຈຳການຢູ່ສະຖາບັນສັນຕິພາບສາກົນ (IPI) ຢູ່ນິວຢອກ, ອາຈານສອນຢູ່ໂຮງຮຽນນະໂຍບາຍສາທາລະນະ Max Bell ຂຶ້ນກັບມະຫາວິທະຍາໄລ McGill (ການາດາ), ໄດ້ໃຫ້ຂໍ້ສັງເກດວ່າ.
"ສິ່ງນີ້ຮຽກຮ້ອງບັນດາບຸກຄະລາກອນໃໝ່, ຂົງເຂດວິຊາສະເພາະໃໝ່ ແລະ ບັນດາຮູບແບບການຮ່ວມມືໃໝ່ກັບບັນດາພາກພື້ນພວມແມ່ນໃຈກາງ ຂອງການປ່ຽນແປງຢ່າງໄວວາ - ການປ່ຽນແປງທີ່ພວມກຳນົດຮູບແບບໂລກຄືນໃໝ່ຕາມວິທີທີ່ສຳຄັນເຊິ່ງສະຫະປະຊາຊາດຕ້ອງເຂົ້າຮ່ວມ."
ເຖິງຢ່າງໃດກໍ່ຕາມ, ເຖິງວ່າຜູ້ໃດປ່ຽນແທນທ່ານ Antonio Guterres ນັບແຕ່ວັນທີ 1 ມັງກອນ 2027 ເປັນຕົ້ນໄປ ກໍ່ຕາມ, ໜ້າທີ່ຮັບຜິດຊອບກໍ່ໜັກໜ່ວງທີສຸດ. ທ່ານເລຂາທິການໃຫຍ່ຄົນໃໝ່ຈະຕ້ອງປັບປຸງຄວາມສາມາດ ສ້າງສັນຕິພາບຂອງສະຫະປະຊາດ, ຄຸ້ມຄອງການພັດທະນາຂອງປັນຍາປະດິດ ແລະ ນຳພາປະຕິລິຍາທົ່ວໂລກໃນສະພາບວິກິດການນັບມື້ນັບສັບສົນ,ງົບປະມານສະຫງວນໃຫ້ແກ່ການເຄື່ອນໄຫວນັບມື້ນັບຫຼຸດລົງ.
