(ພາບ: REUTERS/Kim Hong-Ji/Pool)
ໃນລະຫວ່າງວັນທີ 21 – 22 ເມສາ, ສະຫະປະຊາຊາດໄດ້ດຳເນີນບັນດາວາລະອະພິປາຍໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດ ອາຍຸການໃໝ່ (2027 – 2032). ເລື່ອງຄັດເລືອກຜູ້ນຳສະຫະປະຊາຊາດໃນໄລຍະຕໍ່ໄປ ໄດ້ດຳເນີນໄປໃນສະພາບການອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກນີ້ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງໃຫຍ່ຫຼວງ ທີ່ມີລັກສະນະໂຄງປະກອບ ແລະ ຍຸກສະໄໝ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອາຍຸການໃໝ່ຈະເລີ່ມຮັບໜ້າທີ່ແຕ່ວັນທີ 01 ມັງກອນ 2027, ແທນໃຫ້ທ່ານ Antonio Guterres, ສັນຊາດ ປອກຕຸຍການ, ຜູ້ໄດ້ຮັບດຳລົງຕຳແໜ່ງນີ້ໃນເວລາເກືອບ 10 ປີຜ່ານມາ (ແຕ່ປີ 2017).
ການແຂ່ງຂັນຂອງຜູ້ສະໝັກເລືອກຕັ້ງ 4 ທ່ານ
ຂັ້ນຕອນຄັດເລືອກບັນດາຜູ້ສະໝັກຮັບເລືອກຕັ້ງໃຫ້ແກ່ຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດ ອາຍຸການໃໝ່ ໄດ້ເລີ່ມແຕ່ວັນທີ 25 ພະຈິກ 2025. ວິວັດການສະເໜີ ຜູ້ສະໝັກຮັບເລືອກຕັ້ງສິ້ນສຸດລົງໃນວັນທີ 01 ເມສາ ປີ 2026 ແລະ ຜູ້ສະໝັກເລືອກຕັ້ງທີ່ຍັງເຫຼືອລວມມີ: ທ່ານນາງ Michelle Bachelet, ອະດີດປະທານາທິບໍດີ ຈີເລ; ທ່ານ Rafael Grossi, ຜູ້ອຳນວຍການອົງການພະລັງງານປະລະມານູສາກົນ (IAEA), ສັນຊາດ ອາເຊຣີ; ທ່ານນາງ Rebeca Grynspan, ເລຂາທິການໃຫຍ່ກອງປະຊຸມສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ພັດທະນາ (UNCTAD), ສັນຊາດ Costa Rica ແລະ ທ່ານ Macky Sall, ອະດີດປະທານາທິບໍດີ ເຊເນການ.
ຕາມ “ປະເພນີ” ກ່ອນນີ້, ຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດເຄີຍພັດປ່ຽນກັນແບກຫາບ ຍ້ອນບັນດາຜູ້ສະໝັກຮັບເລືອກຕັ້ງມາຈາກບັນດາເຂດທີ່ແຕກຕ່າງກັນ ແລະ ໃນການເລືອກຕັ້ງໃນຄັ້ງນີ້, ຕາມທິດສະດີ, ຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດຈະໄດ້ມອບໃຫ້ ຜູ້ສະໝັກຮັບເລືອກຕັ້ງໜຶ່ງທີ່ມາຈາກ ອາເມລິກາ ລາຕິງ. ສະນັ້ນ, ທ່ານນາງ Michelle Bachelet, ທ່ານ Rafael Grossi ແລະ ທ່ານນາງ Rebeca Grynspan ຈະມີທ່າແຮງໃດໜຶ່ງ. ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການຖືວ່າ ບັນດາການຜັນແປຢ່າງໃຫຍ່ຫຼວງໃນໂລກໃນຊຸມປີມໍ່ໆມານີ້ເຮັດໃຫ້ບັນດາຫຼັກການກ່ອນນີ້ຂອງສະຫະປະຊາຊາດ ອາດຈະບໍ່ເໝາະສົມອີກ… ເລື່ອງຄັດເລືອກເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ຈະຖືກຫຼາຍປັດໃຈບໍ່ເຄີຍມີມາກ່ອນຄອບງຳ.
ນີ້ກໍ່ແມ່ນໜຶ່ງໃນບັນດາສາຍເຫດທີ່ສະຫະປະຊາຊາດພວມມານະພະຍາຍາມສ້າງຂັ້ນຕອນຄັດເລືອກການນຳຄັ້ງນີ້ຄືນໃໝ່. ຕາມແຜນການ, ໃນລະຫວ່າງວັນທີ 21 – 22 ເມສາ, ສະຫະປະຊາຊາດຈະຖ່າຍທອດສົດໃນສືສັງຄົມອອນໄລຼບັນດາວາລະອະພິປາຍຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ເພື່ອໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດ ໄດ້ຮັບຟັງການສະເໜີກ່ຽວກັບວິໄສທັດຂອງບັນດາຜູ້ສະໝັກຮັບເລືອກຕັ້ງເທົ່ານັ້ນ ຫາກຍັງສາມາດຕັ້ງຄຳຖາມໂດຍກົງອີກດ້ວຍ. ທ່ານນາງ Annalena Baerbock, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃຫ້ຮູ້ວ່າ:
“ຜູ້ຮັບດຳລົງຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດຊຸດຕໍ່ໄປ ຕ້ອງມີທັກສະຊີ້ນຳຢ່າງແຮງ, ອຸທິດສ່ວນຈົນສຸດຄວາມສາມາດ ແລະ ມີປະສິດທິຜົນ, ພ້ອມກັບປະສົບການຄຸ້ມຄອງໂຄງສ້າງ, ແລະ ກ່ຽວຂ້ອງເຖິງສະຫະປະຊາຊາດ ກໍຕ້ອງການມີທັກສະຄຸ້ມຄອງອົງການນີ້ດ້ວຍການກຳນົດທິດມຸ່ງໄປເຖິງການປະຕິຮູບ”.
ມີປັດໃຈ “ໃໝ່” ໜຶ່ງອີກກໍ່ມີຄວາມສາມາດສົ່ງຜົນສະທ້ອນເຖິງການແຂ່ງຂັນຕຳລົງຕຳແໜ່ງເລຂາທິການໃຫຍ່ສະຫະປະຊາຊາດໃນອາຍຸການນີ້ແມ່ນ ນັບມື້ນັບມີຫຼາຍສຽງເວົ້າຖືວ່າ ຜ່ານ 80 ປີແຫ່ງການສ້າງຕັ້ງ ແລະ ຜ່ານ 9 ສະໄໝເລຂາທິການໃຫຍ່ສະຫະປະຊາຊາດເປັນເພດຊາຍ, ອົງການນີ້ຕ້ອງໃຫ້ບຸລິມະສິດຕຳແໜ່ງການນຳແມ່ນເພດຍິງ, ເພື່ອສ່ອງແສງບັນດາການປ່ຽນແປງໃຫຍ່ໃນໂລກໃນປະຈຸບັນ, ເມື່ອຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄດ້ເປັນປັດໃຈມີລັກສະນະພື້ນຖານໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງບັນດາລະບອບຫຼາຍຝ່າຍ.
ການທົດສອບຕໍ່ລັດທິຫຼາຍຝ່າຍ
ໃນບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາກ່ອນວາລະອະພິປາຍຄັ້ງທຳອິດ, ຜູ້ຮັບສະໝັກເລືອກຕັ້ງທັງ 4 ທ່ານລ້ວນແຕ່ສຸມໃສ່ບັນດາສິ່ງທ້າທາຍໃຫຍ່ຫຼວງທີ່ສຸດ ເຊິ່ງສະຫະປະຊາຊາດພວມປະເຊີນໜ້າ, ໃນນັ້ນພົ້ນເດັນແມ່ນເຮັດໃໝ່ຕົນເອງ, ຜ່ານນັ້ນ, ຍົກສູງບົດບາດຂອງອົງການນີ້ໃນໄລຍະທີ່ໂລກພວມມີການຜັນແປຫຼາຍຢ່າງ. ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA, ສັນຊາດ ອາກຊັງຕິນ, ໃຫ້ຂໍ້ສັງເກດວ່າ:
“ເມື່ອສັງເກດບັນດາສິ່ງທີ່ພວມເກີດຂຶ້ນໃນໂລກນັ້ນ, ພວກເຮົາສາມາດເຫັນແຈ້ງບັນດາສັນຍານຍຸກສະໄໝນີ້ແມ່ນບັນດາສັນຍານຂອງການປະທະກັນ ແລະ ພ້ອມກັບຄວາມເຄັງຕຶງດ້ານພູມສາດການເມືອງ ແລະ ຍຸດທະສາດ, ເຊິ່ງເຄີຍເຫັນລະຫວ່າງບັນດາປະເທດນັ້ນ, ໄດ້ມີການກັບຄືນມາຢ່າງບັງອາດຂອງສົງຄາມດ້ວຍ ທຸກຮູບແບບ ແລະ ການສະແດງ, ຢູ່ທຸກແຫ່ງໃນໂລກ”.
ໃນສະພາບການນັ້ນ, ຜູ້ຮັບສະໝັກເລືອກຕັ້ງທັງ 4 ທ່ານລ້ວນແຕ່ຖືວ່າ ຕ້ອງເຮັດທຸກສິ່ງທຸກຢ່າງເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ບົດບາດຂອງສະຫະປະຊາຊາດຄືນໃໝ່. ເຖິງຢ່າງໃດກໍ່ຕາມ, ຜູ້ຮັບສະໝັກເລືອກຕັ້ງແຕ່ລະທ່ານພັດສະເໜີບັນດາບຸລິມະສິດທີ່ແຕກຕ່າງກັນ, ຈາກການໃຫ້ບຸລິມະສິດປະຕິຮູບສະຫະປະຊາຊາດເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງພັນທະ ແລະ ແຫຼ່ງກຳລັງ (ການເງິນ, ມະນຸດ) ຕະຫຼອດຮອດບົດບາດ, ສຽງເວົ້າຂອງບັນດາປະເທດພວມພັດທະນາ ຫຼື ການນຳໃຊ້ເຕັກໂນໂລຊີເພື່ອໃຫ້ສະຫະປະຊາຊາດມີຄວາມໄວ້ເນື້ອເຊື່ອໃຈກວ່າ ແລະ ດຶງດູດໄວໜຸ່ມຫຼາຍກວ່າ… ທາງດ້ານສັງລວມ, ວົງການນັກສັງເກດການຖືວ່າ ການເລືອກຕັ້ງເລຂາທິການໃຫຍ່ສະຫະປະຊາຊາດໃນຄັ້ງນີ້ອາດຈະຮັບຖືວ່າແມ່ນການຫາສຽງເລືອກຕັ້ງທີ່ມີຄວາມໝາຍຕໍ່ລັດທິຫຼາຍຝ່າຍ.
