ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ຖະ​ແຫຼງ​ຈຳ​ນວນ​ໜຶ່ງ​ຂອງ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ຈະ​ບັ​ນລຸ​ຂໍ້​ຕົກ​ລົງ​ກັບ ອີ​ຣານ ທີ່​ປິ່ນອ​້ອມ​ບັນ​ຫາ​ຊ່ອງ​ແຄບ​ທະ​ເລ Hormuz ໂດຍ​ໄວ, ແຕ່​​ຕົວ​ຈິງ ໃນ​ຊຸມມື້​ຜ່ານ​ມາ ການ​ປະ​ທະ​ກັນ​ຢູ່ຕາ​ເວັນ​ອອກ​ກາງ ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ການບໍ່​ມີ​ທາງ​ອອກ​ທີ່ແກ່​ຍາວ​ພວມ​ນັບ​ມື້​ນັບ​ປະ​ກົດ​ຂຶ້ນ, ໄປພ້ອມກັບການ​ສົ່ງ​ຜົນ​ສະ​ທ້ອນ​ທາງ​ເສ​ດ​ຖະ​ກິດ ແລະ ພູມ​ສາດ​ການ​ເມືອງ​ໃຫ້ແກ່​ພາກ​ພື້ນ ແລະ ໂລກ​ຫຼາຍ​ຢ່າງ.

ວັນ​ທີ 05 ສິງ​ຫາ, ທ່ານ Scott Bessent​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ຖະ​ແຫຼງວ່າ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ອາດ​ສາ​ມາດ​ບັນ​ລຸ​ໄດ້​ໃນ 1 ຫາ 2 ວັນ”. ກ່ອນ​ໜ້ານັ້ນ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ​ຢືນ​ຢັນ​ວ່າ ການ​ປະ​ທະ​ກັ​ນ​ໃກ້​ຈະ​ສິ້ນ​ສຸດ​ລົງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກ​ໍ​ຄ້າຍ​ຄື​ກັບ​ຫຼາຍ​ຄຳ​ຖະ​ແຫຼງ​ກ່ອນນີ້​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ສະ​ພາບ​ການ​ບໍ່​ມີ​ທາງ​ອອກ​ຍັງ​ສືບ​ຕໍ່​ແກ່​ຍາວ.

ຖະ​ແຫຼງ​ການ​ກົງ​ກັນ​ຂ້າມ

ພາຍ​ຫຼັງ​ຄຳ​ຖະ​ແຫຼງ​ຂອງບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ເມ​ລິ​ກາ 2 – 3 ວັນ, ວັນ​ທີ 08 ສິງ​ຫາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໄດ້​ຍົກ​ອອກ​ບັນ​ດາ​ເງື່ອນ​ໄຂ​ຕໍ່ກັບ​ ອາ​ເມ​ລິ​ກາ ເພື່​ອ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່, ໃນ​ນັ້ນ ຮຽກ​ຮ້ອງ​ໃຫ້ ວໍ​ຊິງ​ຕັນ ຢຸ​ດ​ຕິ​ສົງ​ຄາມ, ຖອນ​ທະ​ຫານ​ອອກ​ຈາກ​ພາກ​ພື້ນ ແລະ ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ ເຕ​ເຮ​ຣານ. ລະ​ອຽດ​ແມ່ນ, ອີ​ຣານ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້​ນ​ສັນ​ຍາບໍ່​ນາບ​ຂູ່​ປະ​ເທດນີ້​ໃນ​ອະ​ນາ​ຄົດ; ຢຸດ​ຕິ​ສົງ​ຄາມ​ກັບ ອີ​ຣານ ຕະຫຼອດການ ແລະ ບັນ​ດາ​ກຳ​ລັງ​ພັນ​ທະ​ມິດ​ຂອງ ເຕ​ເຮ​ຣານ ຢູ່​ພາກ​ພື້​ນ, ລວມ​ມີ: ​ເຮັກ​ໂບ​ລາ, ຮາ​ມາດ​ສ ແລະ ຮູທີ; ຍົກ​ເລີກ​ການ​ປິດ​ລ້ອມ​ທາງ​ທະ​ເລ​ສຳ​ລັບ​ບັນ​ດາ​ທ່າ​ກຳ​ປັ່ນ​ຂອງ ອີ​ຣານ ແລະ ຖອນ​ກຳ​ລັງ​ທະ​ຫານ ອາ​ເມ​ລິ​ກາ ອອກ​ຈາກ​ພາກ​ພື້ນ. ນອກນັ້ນ, ອີ​ຣານ ກໍ່​ຮຽກ​ຮ້ອງໃຫ້​ຊົດ​ເຊີຍ​ບັນ​ດາ​ຄວາມ​ເສຍ​ຫາຍ​ຍ້ອນ​ສົງ​ຄາມ​ຢ່າງ​​ຄົບ​ຖ້ວນ, ຍົກ​ເລີກ​ບັນ​ດາ​ມາ​ດ​ຕະ​ການ​ລົ​ງ​ໂທດ ແລະ ປ່ອຍ​ຊັບ​​ສິນ​ຂອງ ອີ​ຣານ ​ທີ່​ພວມ​ຖືກອາຍັດທັງ​ໝົດຢ່າງບໍ່ມີເງື່ອນໄຂ.ໃນ​ຖະ​ແຫຼງ​ການ​ທີ່​ເອົາ​ລົງ​ໃນ​ສື່​ມວນ​ຊົນ​ແຫ່ງ​ລັດ ອີ​ຣານ, ທ່ານ Mohammad Bagher Zolghadr, ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອ​ີ​ຣານ ຢືນ​ຢັນ​ວ່າ ເຕ​ເຮ​ຣານ ຈະ​ບໍ່​ເປີດ​ຊ່ອງ​ແຄບ​ທະ​ເລ​ Hormuz ຄືນຈົນ​ກວ່າ ອາ​ເມ​ລິ​ກາຈະ “ປ່ຽນ​ແປງວິ​ທີ​ການ​ປະ​ພຶດ”.

ພ້ອມ​ກັບ​ບັນ​ຊີ​ບັນ​ດາ​ເງື່ອນ​ໄຂ​ດັ່ງ​ກ່າວ, ຝ່າຍ ອີ​ຣານ ກໍ່​ປະ​ຕິ​ເສດ​ບັນ​ດາ​ຄ​ຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ທີ່​ຖື​ວ່າ 2 ຝ່​າຍ​ພວມ​ດຳ​ເນີນ​ “ການ​ເຈ​ລະ​ຈາ​ເຄິ່ງ​ໜຶ່ງ”. ທ່ານ Abbas Araqchi, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ອີ​ຣານ ຖະ​ແຫຼງວ່າ:

“ການ​ເຈ​ລ​ະ​ຈາ​ມີ​ນິ​ຍາມ​ສະເພາະຂອງ​ມັນ​ເອງ; ເຖິງວ່າ​ໃນ​ກໍ​ລະ​ນີ​ໃດ, ການ​ເຈ​ລະ​ຈາ​ກໍ່ດຳ​ເນີນ​​ປິ່ນ​ອ້ອມ​ຫົວ​ຂໍ້​ລະ​ອຽດ​ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ. ປ​ະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ. ແມ່ນ​ວ່າ​ມີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຜ່ານ​ບັນ​ດາ​ຜູ້​ເປັນ​ກາງ​ໄກ​ເກ່ຍ, ແຕ່​ສິ່ງ​ດັ່ງ​ກ່າວບໍ່​ໄດ້​ເອີ້ນ​ວ່າ​ການ​ເຈ​ລະ​ຈາ; ນັ້ນ​ພຽງ​ແຕ່​ແມ່ນ​ການ​ແລກ​ປ່ຽນ​ສານ​ຂໍ້​ມູນ​ເທົ່າ​ນັ້ນ. ຕາມ​ທັດ​ສະ​ນະ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ເມື່ອ​ໃດ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ ແລະ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ຊົດ​ເຊີຍ​ໃຫ້​ບັນ​ດາ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ລະ​ເມີ​ດ​ໃນ​ເອ​ກະ​ສານນັ້ນ, ກໍ່ຈະ​ບໍ່​ສາ​ມາດ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາໄດ້”.

ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ພາຍ​ຫຼັງ​ໄລ​ຍະຄວາມເຄັ່ງຕຶງໂດຍ​ຖະ​ແຫຼງ​ຢຸດ​ຕິ​ຂໍ້​ຕົກ​ລົງ​ຢຸດ​ຍິງ ແລະ ຍູ້​ແຮງບັ້​ນ​ບຸກ​ໂຈ​ມ​ຕີ​ຢ່າງ​ຕໍ່​ເນື່ອງ​ແນ​ໃສ່​ເປົ້າ​ໝາຍ​ຂອງ ອີ​ຣານ ໃນ​ເວ​ລາ​ກາງ​ເດືອນ ກໍ​ລະ​ກົດ ຫາກບໍ່​ສາມາດບັງຄັບ​ໃຫ້ ອີ​ຣານ ຖອຍ​ໄປໄດ້, ສະ​ພາບ​ການ​ຕົວ​ຈິງ​ຢູ່​ສະ​ໜາມ​ຮົບ​ໄດ້​ເຮັດ​ໃຫ້ ອາ​ເມ​ລິ​ກາ ຕ້ອງຍອມ​ຮັບການ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ​ຄື​ໃນ​ປະ​ຈຸ​ບັນ, ຊ້ຳ​ບໍ່​ໜຳ​ແມ່​ນ​ພວມ​ຄ່ອຍໆ​ເສຍ​ຄວາມ​ເປັນ​ເຈົ້າ​​ການໃຫ້​ແກ່​ຝ່າຍ ອີ​ຣານ.

ຈະບໍ່​ມີ​ທາງ​ອອກ​ຈົ​ນ​ຮອດ​ເວ​ລາ​ໃດ?

ສະ​ພາບບໍ່​ມີ​ທາງ​ອອກໃນ​ປະ​ຈຸ​ບັນ​ໄດ້​ວາງ​ອອກ​ຄຳ​ຖາມ​ທີ່​ວ່າ ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ຈະສາ​ມາດ​ຮັກ​ສາ​ຍຸດ​ທະ​ສາດ “ສ້າງ​ຄວາມ​ກົ​ດ​ດັນ​ຢ່າງ​ສຸ​ດ​ຂີດ” ຮອດ​ເວ​ລາ​ໃດ. ໃນ​ບົດ​ລາຍ​ງານ​​ສະ​ບັບຫຼ້າ​ສຸດ, ສູນ​ຄົ້ນ​ຄວ້າ​ສາ​ກົນ ແລະ ຍຸດ​ທະ​ສາດ (CSIS) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ວໍ​ຊິງ​ຕັ​ນ ດີ​ຊີ, ອາ​ເມ​ລິ​ກາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ເລື່ອງ ອາ​ເມ​ລິ​ກາ ສົມ​ທົບ​ການ​ປິດ​ລ້ອມ, ຈັດ​ວາງ​ຄວາມ​ກົດ​ກັນ​ຢ່າງ​ສຸດ​ຂີດ ແລະ ດຳ​ເນີນ​ບັນ​ດາ​ກາ​ນ​ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ໂດຍ​ມີ​ຂອບເຂດ​ຈຳ​ກັດ ໃນ​ຂະ​ນະ​ທີ່​ຍັງ​ຮັກ​ສາ​ບັນ​ດາ​ຊ່ອງທາງການ​ເຈ​ລະ​ຈາ​ທາ​ງ​ອ້ອມ​ (ຜ່ານ ໂອ​ມານ, ປາ​ກິດ​ສະ​ຖານ) ເນື້ອແທ້​ແມ່ນ​ຮູບ​ແບບ​ຕໍ່​ລອງ​ຜ່ານ​​ຄວາມ​ເຄັ່ງຕຶງ.

ນອກນັ້ນ, ເພື່​ອ​ຮັກ​ສາ​ຍຸດ​ທະ​ສາດ​ດັ່ງ​ກ່າວ, ອາ​ເມ​ລິ​ກາ ຕ້ອງ​ຜ່ານ​ຜ່າ​ສິ່​ງ​ທ້າ​ທາຍ​ຫຼາ​ຍ​ຢ່າງ​ທາງດ້ານ​ການ​ທະ​ຫານ ແລະ ​ບົດໂຈດ​ລາຍ​ຈ່າຍ - ປະສິດທິຜົນ. ລະ​ອຽດ​ແມ່ນ, ເລື່ອງ ​ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ​ຕ້ອງ​ໃຊ້​ລູກ​ສອນ​ໄຟ​ສະ​ກັດຕີ​ທີ່ມີ​ລາ​ຄາ​ແພງ​ (ຄື THAAD, SM-3, Aegis) ຢ່າງລຽນຕິດເພື່ອ​ຕ້ານ​ຄືນ​ບັນ​ດາ​ເປົ້າ​ໝາຍ​ທີ່ມີ​ລາ​ຄາ​ຖືກ​ຂອງ ອີ​ຣານ ພວມສ້າງ​ຄວາມ​ກົດ​ດັນ​ຢ່າງ​ຮ້າຍ​ແຮງ​ຕໍ່​ສາງ​ອາ​ວຸດສຳຮອງ​ຂອງ ອາ​ເມ​ລິ​ກາ, ເຮັດ​ໃຫ້ເສຍຜົນປະໂຫຍດ​ຖ້າ​ການ​ປະ​ທະ​ກັນ​ຖືກ​ແກ່​ຍາວ. ສິ່ງ​ສຳ​ຄັນ​ທີ່​ສຸດ, ​ເຖິງວ່າຄວາມ​ກົດ​ດັນ​ດ້ານ​ການ​ທະ​ຫານ​ແກ່​ຍາວ​ນານ ກໍ່​ບໍ່​ແນ່​ວ່າ​ຈະປ່ຽນ​ແປງ​ບັນ​ດາ​ທັດ​ສະ​ນະ​ຂອງ ເຕ​ເຮ​ຣານ ໄດ້. ທ່ານ J.D Vance, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ຍອມ​ຮັບ​ວ່າ:

“ບາງ​ເທື່ອ​ເບິ່ງ​ຄື​ວ່າ​ ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ, ແຕ່​ມີ​ບາງ​ເທື່ອ​ເບິ່ງ​ຄື​ວ່າບໍ່​ແມ່ນຄື​ແນວນັ້ນ. ຕົວ​ຈິງ​ແມ່ນ, ທີ 1, ຊາວ ອີ​ຣານ ແມ່ນ​ບັນ​ດາ​ຜູ້ແຂງ​ກະ​ດ້າງ​ທີ່​ສຸດ. ທີ 2, ລະ​ບົບ​ຂອງ​ເຂົາ​ເຈົ້າ​ຖືກ​ແບ່ງ​ແຍກ. ພາຍ​ໃນ​ລະ​ບົບ​ນັ້ນ, ມີ​ຜູ້​ຢາກ​ຢຸດ​ຕິ​ການ​ປ​ະ​ທະ​ກັນ, ແຕ່ກໍ່​ມີ​ຜູ້​ຢາກ​ໃຫ້​ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ໄປ. ໜ້າ​ທີ່​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຊອກ​ຫາ​ວິ​ທີ​ໃນ​ສະ​ພາບ​ການ​ນັ້ນ ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດີ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຖື​ວ່າ ໝາກ​ຜົນ​ສຸ​ດ​ທ້າຍ​ຈະ​ສັບ​ສົນ​ພໍ​ສົມ​ຄວນ ແລະ ຕ້ອງ​ມີ​ເວ​ລາ​ເພື່ອ​ບັນ​ລຸ​ໄດ້”.

​ ການ​ຕີ​ລາ​ຄາ​ຂອງ​ນັກ​ຊ່ຽວ​ຊານ​ຈຳ​ນ​ວນ​ໜຶ່ງ​ພວມ​ອ່ຽງ​ໃສ່​ແຜນ​ການ​ສະ​ພາບບໍ່​ມີ​ທາງ​ອອກ​ທີ່ແກ່ຍ​າວ, ຍ້ອນ​ທັງ ອາ​ເມ​ລິ​ກາ ແລະ ອີ​ຣານ ລ້ວນ​ແຕ່​ຍາກ​ທີ່​ຍົກ​ອອກ​ບັນ​ດາ​ການ​ປະ​ໜິ​ປະ​ນອມ​ໃຫຍ່​ປິ​່ນ​ອ້ອມ​ບັນ​ຫາ​ຫຼັກ​ແມ່ນ​ຄຸ້ມ​ຄອງ​ຊ່ອງ​ແຄບ​ທະ​ເລ Hormuz. ປັດ​ໄຈ “ເລືອກ​ຕັ້ງ​ກາງ​ສະ​ໄໝ” ຢູ່ ອາ​ເມ​ລິ​ກາ ໃນ​ເດືອນ ກັນ​ຍາ ນີ້​ເບິ່ງ​ຄື​ວ່າບໍ່​ແມ່ນ​ຄວ​າມ​ສົນ​ໃຈ​ໃຫຍ່​ຂອງ ວ​ໍ​ຊິງ​ຕັນ ອີກ ຍ້ອນວ່າ​ໃນ​ບົດ​ກ່າ​ວ​ປາ​ໄສ​ຕໍ່​ໜ້າ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ຫວ່າງມໍ່ໆ​ມານີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ເຕື້ອງ​ເຖິງ​ແຜນ​ການ​ທີ່​ວ່າ ອາ​ເມ​ລິ​ກາ ຕ້ອງຍອມ​ຮັບ​ລາ​ຄາ​ນ້ຳ​ມັນ​ສູງ​ໃນ​ໄລ​ຍະ​ໜຶ່ງ, ເຖິງວ່າການ​​ຫຼຸດ​ລາ​ຄາ​ນ້ຳ​ມັນ​ລົງເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ຄ່າ​ຄອງ​ຊີບ​ຂອງຜ​ູ້ມ​ີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ໄດ້​ຮັ​ບ​ຖື​ວ່າ​ແມ່ນ​ປັດ​ໄຈ​ແຖວ​ໜ້າ​ເຊິ່ງ ອາ​ເມ​ລິ​ກາ ຕ້ອງຊັ່ງ​ຊາ​ໃນ​ການ​ປະ​ທະ​ກັນກັບ ອີ​ຣານ.