ນັບແຕ່ພາຍຫຼັງຄຳຖະແຫຼງເມື່ອວັນທີ 08 ກໍລະກົດ ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ທີ່ວ່າ “ຂໍ້ຕົກລົງຢຸດຍິງລະຫວ່າງ ອາເມລິກາ - ອີຣານ ໄດ້ສິ້ນສຸດລົງ”, ກອງທັບ ອາເມລິກາ ໄດ້ດຳເນີນການບຸກໂຈມຕີຂະໜາດໃຫຍ່ຫຼາຍຄັ້ງຢ່າງລ້ຽນຕິດ ໃສ່ ອີຣານ ແລະ ເພື່ອໂຕ້ຕອບ, ອີຣານ ກໍ່ບຸກໂຈມຕີທຳລາຍບັນດາຮາຖານດ້ານການທະຫານຂອງ ອາເມລິກາ ແລະ ບັນດາປະເທດພັນທະມິດຂອງ ອາເມລິກາ ຢູ່ເຂດ ອ່າວ.
ແຜນການຍາກທີ່ຈະຫຼີກລ່ຽງໄດ້
ບັນດາການກະທຳດ້ານການທະຫານນັບມື້ນັບຮ້າຍແຮງໃນປະຈຸບັນລະຫວ່າງ ອາເມລິກາ ແລະ ອີຣານ ຍ້ອນບັນດາຄຳຖະແຫຼງແຂງກະດ້າງຈາກການນຳ 2 ຝ່າຍ. ວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ Donald Trump ຖະແຫຼງປິດລ້ອມທະຫານເຮືອກັບບັນດາທ່າກຳປັ່ນຂອງ ອີຣານຄືນໃໝ່ , ແລະ ອາເມລິກາອາດຈະ ເກັບ “ຄ່າປົກປ້ອງ” ເທົ່າກັບ 20% ມູມຄ່າສິນຄ້າຂອງບັນດາກຳປັ່ນໄປຜ່ານຊ່ອງແຄບທະເລ Hormuz, ໝາຍຄວາມວ່າອາເມລິກາມີກຳສິດຄວບຄຸມຊ່ອງແຄບທະເລນີ້. ໃນຂະນະນັ້ນ, ໄປພ້ອມກັບການບຸກໂຈມຕີໂຕ້ຕອບທີ່ເລັ່ງໃສ່ບັນດາຖານທີ່ໝັ້ນດ້ານການທະຫານ ແລະ ຜົນປະໂຫຍດຂອງ ອາເມລິກາ ແລະ ພັນທະມິດ ໃນພາກພື້ນ, ອີຣານ ຍັງຖະແຫຼງ ປິດຊ່ອງແຄບທະເລ Hormuz ແຕ່ວັນທີ 12 ກໍລະກົດ.
ບັນດາການຜັນແປໃນປະຈຸບັນສະແດງໃຫ້ເຫັນຄວາມເຄັງຕຶງທີສຸດໃນການປະທະກັນຮອບດ້ານລະຫວ່າງ 2 ຝ່າຍ. ສາຍເຫດຫຼັກ, ຄືດັ່ງຄຳໃຫ້ຂໍ້ສັງເກດຂອງນັກຊ່ຽວຊານສ່ວນຫຼາຍໃນຫຼາຍມື້ຜ່ານມານັ້ນ, ແມ່ນຄວາມບໍ່ລົງລອຍກັນຢ່າງຮ້າຍແຮງລະຫວ່າງ 2 ຝ່າຍໃນການອະທິບາຍບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບຂໍ້ຕົກລົງຢຸດຍິງ ເຊິ່ງ 2 ຝ່າຍໄດ້ລົງນາມໃນວັນທີ 17 ມິຖຸນາ, ພິເສດແມ່ນບັນດາມາດຕາກ່ຽວຂ້ອງເຖິງຊ່ອງແຄບທະເລ Hormuz. ທ່ານ Thomas Juneau, ນັກຊ່ຽວຊານຄົ້ນຄວ້າທີ່ໂຄງການຕາເວັນອອກກາງ ແລະ ອາຟະລິກາເໜືອ ຂອງສະຖາບັນ Chatham House, ອັງກິດ, ໃຫ້ຂໍ້ສັງເກດວ່າ:
“ໃນເບື້ອງຕົ້ນ, ບົດບັນທຶກຊ່ວຍຈຳ (MOU) ລະຫວ່າງ ອາເມລິກາ ແລະ ອີຣານ ມີ 2 ເປົ້າໝາຍ: ຢຸດຕິການປະທະກັນ ແລະ ເປີດຊ່ອງແຄບທະເລ Hormuz ຄືນໃໝ່. ນອກນັ້ນ, ເອກະສານສະບັບນີ້ຍັງວາງອອກບັນດາຂອບເຂດອັນກວ້າງໃຫຍ່ ແລະ ບໍ່ຈະແຈ້ງໃຫ້ແກ່ການເຈລະຈາບັນດາບັນຫາທີ່ສັບສົນກວ່າ. ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍຍັງນອນຢູ່ບ່ອນວ່າ, ຍ້ອນຄວາມບໍ່ຈະແຈ້ງໃນບັນດາຂໍ້ມາດຕາຂອງບົດບັນທຶກຊ່ວຍຈຳໄດ້ພາໃຫ້ເກີດຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍເຊິ່ງຫຼີກລ່ຽງໄດ້ຍາກ. ສິ່ງດັ່ງກ່າວໄດ້ຮັບການຄາດຄະເນໄວ້ກ່ອນ, ແລະ ຄວາມຈິງມັນຖືກັບທຸກສິ່ງທຸກຢ່າງທີ່ພວມເຮົາໄດ້ເຫັນນັບແຕ່ນັ້ນມາຮອດປະຈຸບັນ”.
ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ທ່ານ Aaron David Miller, ນັກຊ່ຽວຊານຂັ້ນສູງຂອງກອງທຶນ Carnegie ເພື່ອສັນຕິພາບສາກົນ, ທັງເປັນອະດີດນັກຊ່ຽວຊານໄຈ້ແຍກ ແລະ ເຈລະຈາກ່ຽວກັບຕາເວັນອອກກາງຂອງກະຊວງການຕ່າງປະເທດ ອາເມລິກາ, ຖືວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ຕີລາຄາຜິດຕໍ່ກັບຄວາມຕັດສິນໃຈຂອງ ອີຣານ ໃນການປົກປ້ອງສິດຄວບຄຸມຊ່ອງແຄບທະເລ Hormuz, ຍ້ອນບັນດາເຈົ້າໜ້າທີ່ຂັ້ນສູງ ອີຣານ ເຄີຍຖະແຫຼງຫຼາຍເທື່ອວ່າ ສຳລັບ ອີຣານ, ຊ່ອງແຄບທະເລ Hormuz ມີຄວາມສຳຄັນກວ່າອາວຸດນິວເຄຼຍ. ທ່ານ Aaron David Miller ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າບໍ່ຄິດວ່າ ອຳນາດການປົກຄອງຂອງທ່ານ Donald Trump ຢາກເຮັດສິ່ງດັ່ງກ່າວ. ສະນັ້ນ, ນີ້ອາດຈະກາຍເປັນສະພາບເປັນປົກກະຕິໃໝ່, ເຖິງວ່າ ຂ້າພະເຈົ້າຖືວ່າ ສະພາບການນີ້ຍາດທີ່ຈະແກ່ຍາວໄດ້. ຄຳສັ່ງປິດລ້ອມທະຫານເຮືອອາດຈະໄດ້ຈັດວາງຄືນໃໝ່ ແລະ ອີຮານເລີ່ມຖືກເສຍຫາຍດ້ານເສດຖະກິດ, ແຕ່ກໍ່ຕ້ອງໃສ່ໃສ່ວ່າ ພື້ນຖານເສດຖະກິດນ້ຳມັນທົ່ວໂລກກໍ່ຈະຖືກຜົນສະທ້ອນເຊັນດຽວກັນ”.
(ພາບ: REUTERS)
ການທູດເບື້ອງຫຼັງ
ການປະທະກັນລະຫວ່າງ ອາເມລິກາ - ອີຣານ ຮ້າຍແຮງຄືນໃໝ່ຢ່າງວ່ອງໄວນັ້ນ ເຮັດໃຫ້ບັນດາແງ່ຫວັງກ່ຽວກັບມາດຕະການດ້ານການທູດ, ຍິ່ງມືດມົວຂື້ນຕື່ມ. ເຖິງຢ່າງໃດກໍ່ຕາມ, ເສັ້ນທາງດ້ານການທູດຍັງບໍ່ທັນປິດລ້ອມຢ່າງສິ້ນເຊິງເທື່ອ. ວົງການນັກສັງເກດການເນັ້ນໜັກວ່າ ເລື່ອງທ່ານປະທານາທິບໍດີ Donald Trump ຖະແຫຼງ “ຂໍ້ຕົກລົງຢຸດຍິງສິ້ນສຸດລົງ” ບໍ່ໝາຍຄວາມວ່າ “ທຸກສິ່ງທຸກຢ່າງໄດ້ສິ້ນສຸດລົງ”. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ ອາເມລິກາ ອາດຈະຍົກອອກຖະແຫຼງການໃນໄລຍະສັ້ນໆ, ຫຼັງຈາກນັ້ນຈະມີການກະທຳກົງກັນຂ້າມ. ທ່ານ Thomas Juneau, ນັກຊ່ຽວຊານຂອງສະຖາບັນ Chatham House, ອັງກິດ, ໃຫ້ຂໍ້ສັງເກດວ່າ:
“ເມື່ອທ່ານ Donald Trump ຖະແຫຼງຂໍ້ຕົກລົງຢຸດຍິງໄດ້ສິ້ນສຸດລົງນັ້ນ, ຄວາມໝາຍສ່ວນໜຶ່ງສະແດງໃຫ້ເຫັນຄວາມລະແວງສົງໃສຂອງທ່ານຕໍ່ກັບຂໍ້ຕົກລົງນີ້, ແມ່ນທັດສະນະທີ່ຂ້າພະເຈົ້າຄິດວ່າ ແລະ ທຸກຄົນລ້ວນແຕ່ແບ່ງປັນ. ໄປຄຽງຄູ່ກັນນັ້ນ, ທ່ານກໍ່ສະແດງຄວາມກຽມພ້ອມທີ່ຈະສືບຕໍ່ດຳເນີນການເຈລະຈາກັບ ອີຣານ, ເຖິງວ່າພຽງແຕ່ຜ່ານບັນດາຊ່ອງທາງອ້ອມ. ສະນັ້ນ, ຖ້າສັງເກດບັນຫາແບບກວມລວມກວ່າ, ພວກເຮົາເຫັນວ່າ ເຖິງວ່າຂໍ້ຕົກລົງຢຸດຍິງພວມຢູ່ໃນໄລຍະໂອນເອນ ແລະ ຫຍຸ້ງຍາກ, ແຕ່ຍັງບໍ່ທັນຢຸດຕິຢ່າງສິ້ນເຊິງເທື່ອ”.
ກ່ຽວກັບສະພາບການລວມ, ວົງການນັກໄຈ້ແຍກຍັງຖືວ່າ ມາດຕະການດ້ານການທູດຍັງແມ່ນທາງອອກໜຶ່ງດຽວທີ່ມີລັກສະນະຍືນຍົງ ຍ້ອນທັງ 2 ຝ່າຍລ້ວນແຕ່ບໍ່ສາມາດອົດທົນຕື່ມອີກ. ຄຽງຂ້າງນັ້ນ, ບັນດາຊ່ອງເຈລະຈາເບື້ອງຫຼັງຍັງເປີດຢູ່. ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາປະເທດທີ່ມີບົດບາດໃນພາກພື້ນ, ຄື: ຊະອຸດີ ອາຣັບບີ, ສະຫະລັດອາຣັບເອັມມີເຣດ (UAE), ປາກິດສະຖານ… ເພື່ອແນໃສ່ຫຼຸດຜ່ອນຄວາມເຄັງຕຶງຢູ່ຊ່ອງແຄບທະເລ Hormuz ຍາມໃດກໍ່ແມ່ນຄວາມກົດດັ່ນສາກົນອັນໃຫຍ່ຫຼວງ ເພື່ອບັງຄັບໃຫ້ ອາເມລິກາ ແລະ ອີຣານ ຕ້ອງຊັ່ງຊາ.
