(ພາບ: Amirhosein Khorgooi/ISNA/WANA/REUTERS )
ວັນທີ 01 ພຶດສະພາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ບັ້ນຮົບການທະຫານເຊິ່ງປະເທດນີ້ໄດ້ດຳເນີນເພື່ອຕ້ານຄືນ ອີຣານ ໄດ້ຢຸດຕິແລ້ວ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍປັດໃຈບໍ່ແນ່ວແນ່ຍັງຄົງນາບຂູ່ຈະເກີດການປະທະກັນຄືນໃໝ່, ເມື່ອຄວາມຂັດແຍ້ງກັນລະຫວ່າງ 2 ຝ່າຍຍັງຫຼາຍຢູ່.
ຖະແຫຼງການກ່ຽວກັບການຢຸດຕິບັ້ນຮົບດ້ານການທະຫານຂອງ ອາເມລິກາ ໂດຍທ່ານປະທານາທິບໍດີ Donald Trump ຍົກອອກມາ ກ່ອນກຳນົດເວລາທາງກົດໝາຍ 60 ວັນຕາມມະຕິສິດອຳນາດສົງຄາມປີ 1973 ຂອງ ອາເມລິກາ ໝົດຜົນສັກສິດ.
ບາດກ້າວຍຸດທະວິທີ
ໃນຈົດໝາຍສົ່ງເຖິງບັນດານັກສ້າງກົດໝາຍ ອາເມລິກາ ໃນວັນທີ 01 ພຶດສະພາ, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ ບັ້ນຮົບດ້ານການທະຫານຂອງ ອາເມລິກາ ຢູ່ ອີຣານ ໄດ້ສິ້ນສຸດລົງ ດ້ວຍເລື່ອງ ອາເມລິກາ - ອີຣານ ບັນລຸຄຳສັ່ງຢຸດຍິງແຕ່ວັນທີ 07 ເມສາ. ສະນັ້ນ, ເລື່ອງທ່ານຖະແຫຼງຢຸດຕິບັ້ນຮົບດ້ານການທະຫານຢູ່ ອີຣານ, ເຖິງວ່າໄດ້ຍອມຮັບແລ້ວແຕ່ຍັງມີຄວາມວິຕົກກັງວົນກ່ຽວກັບຄວາມສາມາດດ້ານການທະຫານຂອງປະເທດນີ້ຢູ່, ບໍ່ແມ່ນຄວາມວິຕົກກັງວົນຍ້ອນກຳນົດເວລາດ້ານກົດໝາຍ 60 ວັນຕາມມະຕິສິດອຳນາດສົງຄາມ 1973 ໝົດຜົນສັກສິດ, ໝາຍຄວາມວ່າ ຕາມຂໍ້ກຳນົດນັ້ນ ປະທານາທິບໍດີ ອາເມລິກາ ພຽງແຕ່ມີສິດຜັນຂະຫຍາຍກຳລັງດ້ານການທະຫານໃນຮອບເວລາ 60 ວັນເມື່ອຍັງບໍ່ທັນໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ຄຳຖະແຫຼງຂອງທ່ານ Donald Trump ໄດ້ກໍ່ຄວາມໂຕ້ຖຽງກັນຫຼາຍຢ່າງ. ບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕຖືວ່າ ຄຳຖະແຫຼງຂອງທ່ານ Donald Trump ພຽງແຕ່ແມ່ນບາດກ້າວຍຸດທະວິທີເພື່ອຫຼຸດຜ່ອນຄວາມກົດດັນດ້ານກົດໝາຍຢູ່ພາຍໃນປະເທດ, ພ້ອມທັງແກ່ຍາວເວລາໃຫ້ແກ່ບັນດາຍຸດທະສາດກໍ່ຄວາມກົດດັນອື່ນຕໍ່ ອີຣານ.
ແບ່ງປັນທັດສະນະດັ່ງກ່າວ, ທ່ານນາງ Katherine Yon Ebright, ນັກຊ່ຽວຊານດ້ານສິດອຳນາດດ້ານສົງຄາມຢູ່ສູນ Brennan, ອາເມລິກາ, ໃຫ້ຂໍ້ສັງເກດວ່າ:
“ຄຳສັ່ງຢຸດຍິງບໍ່ພຽງແຕ່ບໍ່ຢຸດຍິງໃນໄລຍະເວລາ 60 ວັນຕາມມະຕິສິດອຳນາດສົງຄາມເທົ່ານັ້ນ, ຫາກໃນຕະຫຼອດໄລຍະຢຸດຍິງດັ່ງກ່າວ, ອຳນາດການປົກຄອງຂອງທ່ານ Donald Trump ຍັງດຳເນີນການເຄື່ອນໄຫວປິດລ້ອມທ່າກຳປັ່ນຕ່າງໆຂອງ ອີຣານ. ສະນັ້ນ, ບັນດາການກະທຳດັ່ງກ່າວສະແດງໃຫ້ເຫັນວ່າ ມະຕິສິດສົງຄາມ, ເຖິງວ່າຕາມການອະພິປາຍຂອງອຳນາດການປົກຄອງທ່ານ Donald Trump, ຍັງບໍ່ຢຸດຕິຊົ່ວຄາວ ຫຼື ສິ້ນສຸດລົງ”.
ບັນດາຍຸດທະສາດທີ່ມີຄວາມສ່ຽງ
ບັນດາຄວາມສ່ຽງກ່ຽວກັບການປະທະກັນຢູ່ ຕາເວັນອອກາງ ອາດຈະເພີ່ມຂຶ້ນຄືນໃໝ່ຢ່າງວ່ອງໄວ. ໃນວັນທີ 04 ພຶດສະພາ, ມື້ທຳອິດທີ່ກອງທັບເຮືອ ອາເມລິກາ ດຳເນີນການປົກປ້ອງບັນດາກຳປັ່ນໄປຜ່ານຊ່ອງແຄບທະເລ Hormuz ພວມຖືກປິດລ້ອມ, ບັນດາເຫດໄດ້ເກີດຂຶ້ນ. ຝ່າຍ ອີຣານ ຖະແຫຼງໄດ້ຍິງລູກສອນໄຟໃສ່ກຳປັ່ນສູ້ຮົບຂອງ ອາເມລິກາ, ໃນຂະນະທີ່ຝ່າຍ ອາເມລິກາ ໃຫ້ຮູ້ວ່າ ໄດ້ທຳລາຍກຳປັ່ນປະກອບອາວຸດຄວາມໄວສູງຂອງ ອີຣານ ຫຼາຍລຳ. ໃນຈຸດເວລານັ້ນ, ມີກຳປັ່ນສິນຄ້າຂອງ ສ.ເກົາຫຼີ ຖືກບຸກໂຈມຕີ ແລະ ເກີດໄຟໄໝ້ຢູ່ເຂດອ່າວ, ພ້ອມກັນນັ້ນ, ອີຣານ ກໍ່ເຊື່ອມຕໍ່ບັນດາການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ (UAV) ຄືນໃໝ່ ໃສ່ເຂດອຸດສາຫະກຳ Fujairah ຂອງສະຫະລັດ ອາຣັບ ເອມມີເລດ (UAE), ດ້ວຍຄຳອະທິບາຍທີ່ວ່າ ບັນດາການກະທຳຂອງ ອາເມລິກາ ເອງໄດ້ກໍ່ໃຫ້ເກີດເຫດບຸກໂຈມຕີນີ້.
ນັກຊ່ຽວຊານນາງ Sanam Vakil, ຫົວໜ້າໂຄງການຕາເວັນອອກກາງ ຢູ່ສະຖາບັນ Chatham House, ອັງກິດ, ຖືວ່າ ໃນຈຸດເວລາປະຈຸບັນ ທັງ ອາເມລິກາແລະ ອີຣານ ພວມທົດສອບລະດັບອົດທົນຄວາມເສຍຫາຍຂອງກັນ ເພື່ອແນໃສ່ບັນລຸທ່າໄດ້ປຽບໃຫ້ດີທີ່ສຸດໃນການເຈລະຈາ.
“ຂ້າພະເຈົ້າຄິດວ່າ ເມື່ອບັນດາການນຳ ອີຣານ ໄດ້ຄິດໄລ່ໄລຍະຍາວກວ່າແມ່ນທຸກສິ່ງທຸກຢ່າງເຊິ່ງບັນດານັກເສດຖະກິດ ແລະ ວາງນະໂຍບາຍຝ່າຍຕາເວັນຕົກໄດ້ຄາດຄະເນໄວ້ກ່ອນ. ເຂົາເຈົ້າອີງໃສ່ເລື່ອງສາມັນຊົນໄດ້ນຳໃຊ້ບ້ວງເງິນປະຢັດ, ສິ່ງທີ່ປະຊາຊົນ ອີຣານ ເຄີຍເຮັດໃນຫຼາຍປີຜ່ານມາ, ແລະ ສິ່ງດັ່ງກ່າວຍິ່ງຈະແຈ້ງກວ້ານັບແຕ່ເມື່ອເກີດການປະທະກັນ.”
ຕາມທ່ານນາງ Sanam Vakil ແລ້ວ, ເລື່ອງປະຕິບັດຕາມບັນດາຍຸດທະສາດນີ້ ຈະເປັນຄວາມສ່ຽງໃຫ້ທັງສອງຝ່າຍ. ສຳລັບ ອີຣານ ນັ້ນແມ່ນຄວາມສ່ຽງພື້ນຖານເສດຖະກິດຖືກລົ້ມລະລາຍ ຍ້ອນຄຳສັ່ງຂວ້ຳບາດ ແລະ ການປິດລ້ອມ, ສ່ວນສຳລັບ ອາເມລິກາ ແມ່ນອາດຈະຖືກຕົກເຂົ້າສູ່ການປະທະກັນຢ່າງເລິກກວ່າ, ພ້ອມກັບເລື່ອງລາຄາເພີ່ມຂຶ້ນໄດ້ສົ່ງຜົນກະທົບເຖິງສາມັນຊົນສ່ວນຫຼາຍ. ທ່ານ Joshua Landis, ຫົວໜ້າສູນຄົ້ນຄວ້າຕາເວັນອອກກາງ ຢູ່ມະຫາວິທະຍາໄລ Oklahoma, ອາເມລິກາ, ໃຫ້ຂໍ້ສັງເກດວ່າ:
“ຕະຫຼາດຫຼັກຊັບ ອາເມລິກາ ພວມຢູ່ລະດັບສູງສະຖິຕິ ແລະ ການເຕີບໂຕຂອງ ອາເມລິກາ ບໍ່ຖືກກີດຂວາງ, ແຕ່ສິ່ງນີ້ສ່ວນຫຼາຍແມ່ນຍ້ອນປັນຍາປະດິດ (AI) ແລະຫຼາຍຄົນໄດ້ພ້ອມກັນລົງທຶນເຂົ້າຂົງເຂດນີ້ ໃນຂະນະນັ້ນປະຊາຊົນ ອາເມລິກາ ກວ່າ 50% ບໍ່ເຂົ້າຮ່ວມຕະຫຼາດຫຼັກຊັບ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງ. ລາຄາທັນຍາຫານ ແລະ ເຊື້ອເພີງເພີ່ມຂຶ້ນສູງ ແລະ ຈະສືບຕໍ່ສົ່ງຜົນກະທົບຢ່າງແຮງກວ່າ”.
ໃນຕໍ່ໜ້າ, ຕະຫຼາດໂລກມີການຜັນຜວນຢ່າງແຮງ ພາຍຫຼັງຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຊ່ອງແຄບທະເລ Hormuz. ປະຈຸບັນ, ລາຄານ້ຳມັນດິບ Brent ໃນເດືອນ ກໍລະກົດ ໄດ້ເພີ່ມ 5,8% ຂຶ້ນເປັນ 114,44 USD/ຖັງ, ໃນຂະນະທີ່ລາຄານ້ຳມັນ WTI ອາເມລິກາ ເພີ່ມ 4,4% ຂຶ້ນເປັນ 106,42 USD/ຖັງ.
