(ພາບ: REUTERS/Kim Hong-Ji)
ວັນທີ 16 ສິງຫາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງຫຼຸດຜ່ອນຂອບຂະໜາດການຊ້ອມຮົບຮ່ວມປະຈຳປີທີ່ມີຊື່ວ່າ ໂລ້ປ້ອງກັນເສລີ Ulchi (UFS) ລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ, ເຊິ່ງຄາດວ່າຈະດຳເນີນແຕ່ວັນທີ 17 – 27 ສິງຫາ. ຮອດວັນທີ 19 ສິງຫາ, ທ່ານ Donald Trump ສືບຕໍ່ກໍ່ຄວາມສົນໃຈເມື່ອໃຫ້ຮູ້ວ່າ ທ່ານຢາກເຊື່ອມຕໍ່ການເຈລະຈາກັບການນຳ ສປປ.ເກົາຫຼີ Kim Jong-un ຄືນໃໝ່ໂດຍໄວ.
ພັນທະມິດແຕກແຫງ
ຂໍ້ຕົກລົງຫຼຸດຜ່ອນຂອບຂະໜາດຂອງການຊ້ອມຮົບ UFS ກໍຄວາມປະຫຼາດໃຈໃຫ້ທຸກຝ່າຍຍ້ອນວ່າ ທ່ານປະທານາທິບໍດີ ອາເມລິກາ ໄດ້ແຈ້ງໃນສື່ສັງຄົມອອນລາຍ Truth Social ໃນຈຸດເວລາໃກ້ຈະໄຂການຊ້ອມຮົບຮ່ວມ. ນີ້ແມ່ນຄັ້ງທຳອິດໃນສະໄໝທີ 2, ປະທານາທິບໍດີ Donald Trump ເປີດເຜີຍຄຳຮຽກຮ້ອງຫຼຸດຜ່ອນຂອບເຂດການຊ້ອມຮົບຮ່ວມກັບ ສ.ເກົາຫຼີ, ດ້ວຍເຫດຜົນທີ່ວ່າ ບັນດາການຊ້ອມຮົບຮ່ວມນີ້ທັງສິ້ນເປືອງລາຍຈ່າຍ, ທັງ “ສົ່ງສັນຍານເປັນປໍລະປັກກັບ ສປປ.ເກົາຫຼີ”.
ໃນສະໄໝການດຳລົງຕຳແໜ່ງທຳອິດ (2016 – 2020), ທ່ານ Donald Trump ເຄີຍຕຳໜິຕິຕຽນຫຼາຍເທື່ອວ່າບັນດາການຊ້ອມຮົບຮ່ວມ ສ.ເກົາຫຼີ - ອາເມລິກາ ແມ່ນສິ້ນເປືອງເງິນທອງ, ເຮັດໃຫ້ການເຄື່ອນໄຫວຝຶກຊ້ອມຈຳນວນໜຶ່ງຖືກໂຈະໄວ້ ຫຼື ຮັດແຄບຂອບຂະໜາດ. ທ່ານ Cha Du- hyeogn, ນັກຊ່ຽວຊານໄຈ້ແຍກຢູ່ສະຖາບັນຄົ້ນຄວ້ານະໂຍບາຍ Asan (ສ.ເກົາຫຼີ), ໃຫ້ຂໍ້ສັງເກດວ່າ:
“ເວົ້າລວມແລ້ວ, ສິ່ງນີ້ໄດ້ສ່ອງແສງຄວາມເສຍຫວັງເມື່ອ ສ.ເກົາຫຼີ, ເຖິງວ່າແມ່ນພັນທະມິດ, ແຕ່ບໍ່ຕັ້ງໜ້າສະໜັບສະໜູນ ອາເມລິກາ ໃນການປະທະກັນ ລະຫວ່າງອາເມລິກາ - ອີຣານ. ສິ່ງດັ່ງກ່າວມີຄວາມໝາຍຫຍັງແດ່ໃນອະນາຄົດ? ທາງດ້ານພື້ນຖານ, ມັນສົ່ງສານທີ່ວ່າ ຖ້າຫາກ ສ.ເກົາຫຼີ ບໍ່ແບ່ງຫາບຄວາມໜັກໜ່ວງ ແລະ ບໍ່ຕັ້ງໜ້າເຂົ້າຮ່ວມຍຸດທະສາດພາກພື້ນ ຫຼື ທົ່ວໂລກຂອງ ອາເມລິກາ, ອາເມລິກາ ສາມາດດັດປັບລະດັບຄຳໝັ້ນສັນຍາສຳລັບ ສ.ເກົາຫຼີ ໄດ້. ເລື່ອງເຕື້ອງເຖິງບັນດາການຊ້ອມຮົບຮ່ວມອາດໄດ້ຮັບຖືວ່າແມ່ນປະກົດການຂອງສານນັ້ນ”.
ພ້ອມກັບເລື່ອງຮຽກຮ້ອງໃຫ້ ສ.ເກົາຫຼີ ແບ່ງປັນຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງແລ້ວ, ວົງການນັກໄຈ້ແຍກກໍ່ເຕື້ອງເຖິງປັດໃຈເສດຖະກິດໃນຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump. ເດືອນ ກັນຍາ 2025, ທ່ານ Donald Trump ແຈ້ງໃຫ້ຊາບວ່າ ສ.ເກົາຫຼີ ຈະສະໜອງບ້ວງເງິນລົງທຶນ 350 ຕື້ USD “ໃນທັນທີ” ໃຫ້ແກ່ປະເທດ ອາເມລິກາ ພາຍໃຕ້ບັນດາບ້ວງເງິນໃຫ້ກູ້ຢືມ, ກໍຄືປະກອບຫຸ້ນ, ເພື່ອແລກເອົາເລື່ອງ ອາເມລິກາ ຫຼຸດຜ່ອນພາສິນຳເຂົ້າຈາກ 25% ລົງ 15%. ແຕ່ເກືອບ 1 ປີຕໍ່ມາ, ຄຳປະກາດນັ້ນ, ຍັງບໍ່ທັນມີໂຄງການລົງທຶນ - ການຄ້າໃດໃນຂໍ້ຕົກລົງດັ່ງກ່າວໄດຮັບການປະຕິບັດເທື່ອ ແລະ ທ່ານ Donald Trump ເຄີຍສະແດງຄວາມໂກດແຄ້ນຫຼາຍເທື່ອຕໍ່ຄວາມຊັກຊ້ານີ້.
(ພາບປະກອບ: REUTERS/Kim Hong-Ji)
ເຊື່ອມຕໍ່ການໂອ້ລົມສົນທະນາ ອາເມລິກາ - ສປປ.ເກົາຫຼີ
ໄປພ້ອມກັບຄວາມແຕກແຫງໃນການພົວພັນພັນທະມິດ ອາມລິກາ - ສ.ເກົາຫຼີ ເຊິ່ງເຄີຍເລີ່ມມາຈາກການຄິດໄລຜົນປະໂຫຍດຂອງ ວໍຊິງຕັນ, “ສປປ.ເກົາຫຼີ” ກໍ່ແມ່ນປັດໃຈທີ່ໜ້າສົນໃຈໃນບັນດາການຜັນແປຜ່ານມາ. ກ່າວຄຳເຫັນໃນວັນທີ 19 ສິງຫາ, ທ່ານ Donald Trump ໄດ້ຢືນຢັນຄືນໃໝ່ວ່າ ທ່ານຈະພົບປະກັບທ່ານ Kim Jong-un ໃນທ້າຍປີນີ້ ເພື່ອຟື້ນຟູການພົວພັນເຊິ່ງທ່ານຢືນຢັນວ່າ ໄດ້ສ້າງຕັ້ງກັບການນຳ ສປປ.ເກົາຫຼີ ໃນສະໄໝທຳອິດຂອງຕົນ. ທ່ານນາງ Jenny Town, ຫົວໜ້າໂຄງການ “38 North” ຂຶ້ນກັບອົງການໃຫ້ຄຳປຶກສານະໂຍບາຍ Stimson Center (ອາເມລິກາ), ຕີລາຄາວ່າ:
“ອາດເຫັນໄດ້ຢ່າງຈະແຈ້ງວ່າ ທ່ານ Donald Trump ຢາກພົບປະກັບທ່ານ Kim Jong-un ນັບແຕ່ເມື່ອເລີ່ມຕົ້ນສະໄໝດຳລົງຕຳແໜ່ງທີ 2 ນີ້. ທ່ານ Donald Trump ໄດ້ສຳຫຼວດຄວາມເຫັນກ່ຽວກັບການເຊື່ອມຕໍ່ການໂອ້ລົມສົນທະນາຫຼາຍເທື່ອແລ້ວ. ວິທີທີ່ທ່ານ Donald Trump ຜັນຂະຫຍາຍການກະທຳນີ້ ສະແດງໃຫ້ເຫັນວ່າທ່ານພວມມານະພະຍາຍາມສ້າງກາລະໂອກາດທາງການທູດ, ໃນນັ້ນ ການໂຈະໄວ້ ຫຼື ຫຼຸດຜ່ອນບັນດາການຊ້ອມຮົບດ້ານການທະຫານແມ່ນສັນຍານສະແດງໃຫ້ເຫັນຄວາມຕັ້ງໃຈນັ້ນ”.
ຄຳຖາມທີ່ວາງອອກແມ່ນ ບັນດາການກະທຳຢ່າງຕໍ່ເນື່ອງຂອງທ່ານ Donald Trump ໃນຊຸມມື້ຜ່ານມາຈະສົ່ງຜົນກະທົບຄືແນວໃດເຖິງສະພາບແວດລ້ອມຄວາມໝັ້ນຄົງໃນແຫຼມ ເກົາຫຼີ ເວົາສະເພາະ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ເວົ້າລວມ. ເຖິງຢ່າງໃດກໍ່ຕາມ, ດ້ວຍແງ່ຫວັງແຫ່ງການໂອ້ລົມສົນທະນາ ອາເມລິກາ - ເກົາຫຼີ, ບັນດາປັດໃຈຈະສັບສົນກວ່າຍ້ອນບັນດາປະຕິກິລິຍາຂອງ ເຊີອຸນ ແລະ ພຽງຢາງ ຕໍ່ກັບບັນດາການຜັນແປໃນປະຈຸບັນແມ່ນສິ່ງທີ່ຄາດຄະເນໄດ້ຍາກ. ທ່ານນາງ Jenny Town, ໃຫ້ຂໍ້ສັງເກດວ່າ:
“ສິ່ງທີ່ໜ້າສົນໃຈແມ່ນການຕິດຕາມໃນຊຸມອາທິດຈະມາເຖິງ, ກ່ອນອື່ນໝົດແມ່ນວິທີທີ່ ສປປ.ເກົາຫຼີມີປະຕິກິລິຍາຕໍ່ເຫດການນີ້, ແລະ ພ້ອມທັງເບິ່ງວ່າ ສ.ເກົາຫຼີ - ລວມທັງລັດຖະບານ ແລະ ກອງທັບຂອງປະເທດນີ້ ຈະມີປະຕິກິລິຍາຄືແນວໃດກໍ່ກັບການກະທຳກະທັນຫັນນັ້ນ”.
ເຖິງວ່າທ່ານ Donald Trump ຍັງບໍ່ທັນໃຫ້ຮູ້ເວລາ ແລະ ສະຖານທີ່ດຳເນີການພົບປະກັບທ່ານ Kim Jong-un ກໍຕາມ, ແຕ່ສື່ມວນຊົນ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການພົບປະອາດຈະດຳເນີນເມື່ອທ່ານ Donald Trump ໄປນະຄອນ ເຊິງເຈິງ ຂອງ ຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນເດືອນ ພະຈິກ ຈະມາເຖິງ.
