ວັນ​ທີ 16 ສິງ​ຫ​າ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ອອກ​ຄຳ​ສັ່ງ​ຫຼຸດ​ຜ່ອນ​ຂອບ​ຂະ​ໜາດ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ຈຳ​ປີ​ທີ່​ມີ​ຊື່​ວ່າ ໂລ້ປ້ອງ​ກັນເສ​ລີ Ulchi (UFS) ລະ​ຫວ່າງ ສ.ເກົ​າ​ຫຼີ ແລະ ອາ​ເມ​ລິ​ກາ, ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 17 – 27 ສິງ​ຫາ. ຮອດ​ວັນ​ທີ 19 ສິງ​ຫາ, ທ່ານ Donald Trump ສືບ​ຕໍ່​ກໍ່ຄວາມ​ສົນ​ໃຈ​ເມື່ອ​​ໃຫ້​ຮູ້​ວ່າ ທ່ານຢາກ​ເຊື່ອມ​ຕໍ່​​ການ​ເຈ​ລະ​ຈາ​ກັບ​ການ​ນຳ ສ​ປ​ປ.ເກົາ​ຫຼີ Kim Jong-un ຄືນ​ໃໝ່​ໂດຍ​ໄວ.

ພັນ​ທະ​ມິດ​ແຕກ​ແຫງ

ຂໍ້​ຕົກ​ລົງ​ຫ​ຼຸດ​ຜ່ອນ​ຂອບ​ຂະ​ໜາດ​ຂອງ​ການ​ຊ້ອມ​ຮົບ UFS ກໍ​ຄວາມ​ປະຫຼາດ​ໃຈ​ໃຫ້​ທຸກ​ຝ່າຍຍ້ອນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ແຈ້ງ​ໃນ​ສື່​ສັງ​ຄົມ​ອອນ​ລ​າຍ Truth Social ໃນ​ຈ​ຸ​ດ​ເວ​ລ​າ​ໃກ້​ຈະ​ໄຂ​ການ​ຊ້ອມ​ຮົບ​ຮ່ວມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ສະ​ໄໝ​ທີ 2, ປະ​ທາ​ນາ​ທິ​ບໍ​ດີ Donald Trump ເປີດ​ເຜ​ີຍຄຳ​ຮຽກ​ຮ້ອງ​ຫຼຸ​ດ​ຜ່ອນ​ຂອບ​ເຂດ​ການ​ຊ້ອມ​ຮົບ​ຮ່ວມ​ກັບ ສ.ເກົ​າ​ຫຼີ, ດ​້ວຍ​ເຫດ​ຜົນ​ທີ່​ວ່າ ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມນີ້​ທັງສິ້ນ​ເປືອງ​ລາຍ​ຈ່າຍ, ທັງ “ສົ່ງ​ສັນ​ຍານເປັນ​ປໍ​ລະ​ປັກ​ກັບ ສ​ປ​ປ.ເກົ​າ​ຫຼີ”.

ໃນ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ທຳ​ອິດ​ (2016 – 2020), ທ່ານ Donald Trump ​ເຄີຍ​ຕຳ​ໜິ​ຕິ​ຕຽນ​ຫຼາຍ​ເທື່ອ​ວ່າບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ ສ.ເກົາ​ຫຼີ - ອາ​ເມ​ລິ​ກາ ແມ່ນ​ສິ້ນ​ເປືອງເງິນທອງ, ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຝຶ​ກ​ຊ້ອມ​ຈຳ​ນວນ​ໜຶ່ງ​ຖືກ​ໂຈະ​ໄວ້ ຫຼື ຮັດ​ແຄບ​ຂອບ​ຂະ​ໜາດ. ທ່ານ Cha Du- hyeogn, ນັກ​ຊ່ຽວ​ຊານ​ໄຈ້​ແຍກ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ Asan (ສ.ເກົາ​ຫຼີ), ໃຫ້​ຂໍ້​ສັງ​ເກດ​ວ່າ:

“ເວົ້າ​ລວມ​ແລ້ວ, ສິ່ງນີ້​ໄດ້​ສ່ອງ​ແສງ​ຄວາມ​ເສຍ​ຫວັງ​ເມື່ອ ສ.ເກົາ​ຫຼີ, ເຖິງ​ວ່າ​ແມ່ນ​ພັນ​ທະ​ມິດ, ​ແຕ່​ບໍ່​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງອາ​ເມ​ລິ​ກາ - ອີ​ຣານ. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​​​ຫຍັງແດ່​ໃນ​ອະ​ນາ​ຄົດ? ທາງ​ດ້ານ​ພື້ນ​ຖານ, ມັນ​ສົ່ງ​ສານ​ທີ່​ວ່າ ຖ້າ​ຫາກ ສ.ເກົາ​ຫຼີ ບໍ່​ແບ່ງ​ຫາບ​ຄວາມ​ໜັກ​ໜ່ວງ ແລະ ບໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ພາກ​ພື້ນ ຫຼື ທົ່ວ​ໂລກ​ຂອງ ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ ສາ​ມາດ​ດັດ​ປັບ​ລະ​ດັບ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ ສ.ເກົາ​ຫຼີ ໄດ້. ເລື່ອງ​ເຕື້ອງ​ເຖິງ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ອາດໄດ້​ຮັບ​ຖື​ວ່າ​ແມ່ນ​​ປະ​ກົດ​ການ​ຂອງ​ສານນັ້ນ”.

ພ້ອມ​ກັບເລື່ອງ​ຮຽກ​ຮ້ອງ​ໃຫ້ ສ.ເກົາ​ຫຼີ ແບ່ງ​ປັນ​ຄຳ​ໝັ້​ນ​ສັນ​ຍາ​​ກ່ຽວ​ກັບຄວາມ​ໝັ້ນ​ຄົງແລ້ວ, ວົງ​ການ​ນັກ​ໄຈ້​ແຍກກໍ່​ເຕື້ອງ​ເຖິງ​​ປັດ​ໃຈ​ເສດ​ຖະ​ກິດ​ໃນ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump. ເດືອນ ກັນ​ຍາ 2025, ທ່ານ Donald Trump ແຈ້ງ​ໃຫ້​ຊາບ​ວ່າ ສ.ເກົາ​ຫຼີ ຈະ​ສະ​ໜອງ​ບ້ວງ​ເງິນ​ລົງ​ທຶນ 350 ຕື້ USD “ໃນ​ທັນ​ທີ” ໃຫ້​ແກ່​ປະ​ເທດ ອາ​ເມ​ລິ​ກາ ພາຍ​ໃຕ​້​ບັນ​ດາ​ບ້ວງ​ເງິນ​ໃຫ້​ກູ້​ຢືມ, ກໍ​ຄື​ປະ​ກອບ​ຫຸ້ນ, ເພື່ອ​ແລກ​ເອົາ​ເລື່ອງ ອາ​ເມ​ລິ​ກາ ຫຼຸດ​ຜ່ອນ​ພາ​ສິ​ນຳ​ເຂົ້າ​ຈາກ 25% ລົງ 15%. ແຕ່​ເກືອບ 1 ປີ​​ຕໍ່​ມາ, ຄຳປະ​ກາດ​ນັ້ນ, ຍັງ​ບໍ່​ທັນ​ມີ​ໂຄງ​ການ​ລົງ​ທຶນ - ການ​ຄ້າ​ໃດ​ໃນ​ຂໍ້​ຕົກ​ລົງດັ່ງ​ກ່າວ​ໄດ​ຮັບ​ການ​ປະ​ຕ​ິ​ບັດ​ເທື່ອ ແລະ ທ່ານ Donald Trump ​ເຄີຍສະ​ແດງ​ຄວາມ​ໂກດ​ແຄ້ນຫຼາຍ​ເທື່ອ​ຕໍ່​ຄວາມ​ຊັກ​ຊ້ານີ້.

ເຊື່ອມ​ຕໍ່​ການ​ໂອ​້​ລົມ​ສົນ​ທະ​ນາ ອາ​ເມ​ລິ​ກາ - ສ​ປ​ປ.ເກົາ​ຫຼີ

ໄປ​ພ້ອມ​ກັບ​ຄວາມ​ແຕ​ກ​ແຫງ​ໃນ​ການ​ພົວ​ພັນ​ພັນ​ທະ​ມິດ ອາມ​ລິ​ກາ - ສ.ເກົ​າ​ຫຼີ ເຊິ່ງ​ເຄີຍ​ເລີ່ມ​ມາ​ຈາ​ກ​ການ​ຄິດ​ໄລ​ຜົນ​ປະ​ໂຫຍດ​ຂອງ ວໍ​ຊິງ​ຕັນ, “ສ​ປ​ປ.ເກົາ​ຫຼີ” ກໍ່​ແມ່ນ​ປັດ​ໃຈ​ທີ່​ໜ້າ​ສົນ​ໃຈ​ໃນ​ບັນ​ດາ​ການ​ຜັ​ນ​ແປ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 19 ສິງ​ຫາ, ທ່ານ Donald Trump ໄດ້​ຢືນ​ຢັນ​ຄືນ​ໃໝ່​ວ່າ ​ທ່ານຈະ​ພົບ​ປະ​ກັບ​ທ່ານ Kim Jong-un ໃນ​ທ້າຍ​ປີນີ້ ເພື່ອ​ຟື້ນ​ຟູ​ການ​ພົວ​ພັນ​ເຊິ່ງ​ທ່ານ​ຢືນ​ຢັນ​ວ່າ ໄ​ດ້​ສ້າງ​ຕັ້ງ​ກັບ​ການ​ນຳ ສ​ປ​ປ.ເກົາ​ຫຼີ ໃນ​ສະ​ໄໝ​ທຳ​ອິດ​ຂອງ​ຕົນ. ທ່ານ​ນາງ Jenny Town, ຫົວ​ໜ້າ​ໂຄງ​ການ “38 North” ຂຶ້​ນ​ກັບ​ອົງ​ການ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ Stimson Center (ອາ​ເມ​ລິ​ກາ), ຕີ​ລາ​ຄາ​ວ່າ:

“ອາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງວ່າ ທ່ານ Donald Trump ຢາກ​ພົບ​ປະ​ກັບ​ທ່ານ Kim Jong-un ນັບ​ແຕ່​ເມື່ອ​ເລີ່ມຕົ້ນ​ສະ​ໄໝ​ດຳ​​ລົງ​ຕຳ​ແໜ່ງ​ທີ 2 ນີ້. ທ່ານ Donald Trump ໄດ້​ສຳຫຼວດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ໂອ​້​ລົມ​ສົນ​ທະ​ນາຫຼາຍ​ເທື່ອ​ແລ້ວ. ວິ​ທີ​ທີ່​ທ່ານ​ Donald Trump ຜັນ​ຂະ​ຫຍາຍ​ການ​ກະ​ທຳ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ກ​າ​ລະໂອ​ກາດ​ທາງ​ການ​ທູດ, ໃນ​ນັ້ນ ການ​ໂຈ​ະ​ໄວ້ ຫຼື ຫຼຸດ​ຜ່ອນ​ບັນ​ດາ​ການ​ຊ້ອມ​ຮົບ​ດ້ານ​ການ​ທະ​ຫານ​​ແມ່ນສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັ້ງ​ໃຈນັ້ນ”.

ຄຳ​ຖາມ​ທີ່​​ວາງ​ອອກ​ແມ່ນ ບັນ​ດາ​ການ​ກະ​ທຳ​ຢ່າງ​ຕໍ່​ເນື່ອງ​ຂອງ​ທ່ານ Donald Trump ໃນ​ຊຸມມື້​ຜ່ານ​ມາ​ຈະ​ສົ່ງ​ຜົນ​ກະ​ທົບ​ຄື​ແນວ​ໃດເຖິງ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ໃນ​ແຫຼມ​ ເກົາ​ຫຼີ ເວົາ​ສະ​ເພາະ ແລະ ພາກ​ພື້ນ ອາ​ຊີຕາ​ເວັນ​ອອກ​ສ່ຽງ​ເໜືອ ເວົ້າ​ລວມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ແງ່​ຫວັງ​ແຫ່ງ​ການ​ໂອ​້​ລົມ​ສົນ​ທະ​ນາ ອາ​ເມ​ລິ​ກາ - ​ເກົາຫຼີ, ບັນ​ດາ​ປັດ​ໃຈ​ຈະ​ສັບ​ສົນ​ກວ່າ​ຍ້ອນ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຂອງ ເຊີ​ອຸນ ແລະ ພຽງ​ຢາງ ຕໍ່​ກັບ​ບັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ​ແມ່ນ​ສິ່ງ​ທີ່​​ຄາດ​ຄະ​ເນ​ໄດ້ຍາກ. ທ່ານ​ນາງ Jenny Town, ໃຫ​້​ຂໍ້​ສັງ​ເກດ​ວ່າ:

“ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນການຕິດ​ຕາມ​ໃນ​ຊຸມ​ອາ​ທິດ​ຈະ​ມາ​ເຖິງ, ກ່ອນ​ອື່ນ​ໝົດ​ແມ່ນ​ວິ​ທີ​ທີ່ ສ​ປ​ປ.ເກົາ​ຫຼີ​ມີ​ປະ​ຕິ​ກິ​ລິ​ຍາ​​ຕໍ່​ເຫດ​ການນີ້, ແລະ ພ້ອມ​ທັງເບິ່ງວ່າ ສ.ເກົາ​ຫຼີ - ລວມ​ທັງ​ລັດ​ຖະ​ບານ ແລະ ກອງ​ທັບ​ຂອງ​ປະ​ເທດນີ້ ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ຄື​ແນ​ວ​ໃດ​ກໍ່​ກັບ​ການ​ກະ​ທຳ​ກະ​ທັນ​ຫັນນັ້ນ”.

ເຖິງວ່າທ່ານ Donald Trump ຍັງ​ບໍ່​ທັນໃຫ້​ຮູ້​ເວ​ລາ ແລະ ສະ​ຖານ​ທີ່​ດຳ​ເນີ​ການ​ພົບ​ປະ​​ກັບ​ທ່ານ Kim Jong-un ກໍ​ຕາມ, ແຕ່​ສື່ມວນ​ຊົນ ອາ​ເມ​ລິ​ກາ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົບ​ປະ​ອາດ​ຈະ​ດຳ​ເນີນ​ເມື່ອ​ທ່ານ Donald Trump ໄປ​ນະ​ຄອນ ເຊິງ​ເຈິງ ຂອງ​ ຈີນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໃນ​ເດືອນ ພະ​ຈິກ ຈະ​ມາ​ເຖິງ.