ໂດຍຮັບຄຳເຊີນຂອງທ່ານ Sam Mostyn, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຢ່າງເປັນທາງການແຕ່ວັນທີ 09 – 12 ສິງຫາ. ການຢ້ຽມຢາມມີຄວາມໝາຍປະຫວັດສາດສຳຄັນພິເສດ, ດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍໂອກາດໃໝ່ ແລະ ທ່າແຮງບົ່ມຊ້ອນຮ່ວມມືເປີດກວ້າງຫຼາຍຢ່າງ.
ການຢ້ຽມຢາມບໍ່ພຽງແຕ່ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອົດສະຕາລີ ໃນໄລຍະພັດທະນາຕໍ່ໄປເທົ່ານັ້ນ, ຫາກຍັງສືບຕໍ່ຢືນຢັນຄຸນຄ່າຍຸດທະສາດຂອງການພົວພັນນີ້ທີ່ມີຕໍ່ຜົນປະໂຫຍດຍາວນານຂອງແຕ່ລະປະເທດ, ກໍຄືຕໍ່ສັນຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.
ບັນດາຜົນງານແຫ່ງການຮ່ວມມືຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນ
ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973; ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2024. ພາຍຫຼັງ 2 ປີຜັນຂະຫຍາຍຂອບເຂດການຮ່ວມມືໃໝ່, ການພົວພັນ 2 ຝ່າຍໄດ້ພັດທະນາຢ່າງແຮງ, ສ່ອງແສງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ຄວາມຕັດສິນໃຈຂອງ 2 ປະເທດໃນການຫັນບັນດາຄຳໝັ້ນສັນຍາຂັ້ນສູງໃຫ້ປະກົດຜົນເປັນຈິງ. ທ່ານ ຟ້າມຮຸ່ງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ, ຕີລາຄາວ່າ:
“ພາຍຫຼັງ 2 ກວ່າປີທີ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຮ່ວມມື ຫວຽດນາມ - ອົດສະຕາລີ ບັນລຸໄດ້ຫຼາຍໝາກຜົນພົ້ນເດັນນັບທັງລວງກວາງ ແລະ ລວງເລິກ. ລະດັບຕິດພັນລະຫວ່າງ 2 ປະເທດໃນບັນດາເສົາຄ້ຳຮ່ວມມືນັບມື້ນັບໄດ້ຮັບການປັບປຸງ, ໃນຂະນະທີ່ບັນດາຂົງເຂດຮ່ວມມືໃໝ່ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ”.
ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ປະຈຸບັນ ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງ ຫວຽດນາມ, ແລະ ຫວຽດນາມ ນັບມື້ນັບຢືນຢັນຖານະບົດບາດແມ່ນຄູ່ຮ່ວມມືດ້ານການຄ້າທີ່ຂະຫຍັນຂັນເຄື່ອນຂອງ ອົດສະຕາລີ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນ 6 ເດືອນຕົ້ນປີ 2026, ວົງເງິນການຄ້າ 2 ຝ່າຍບັນລຸ 8,1 ຕື້ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ບາດກ້າວສຳຄັນໃນການຜັນຂະຫຍາແນວທາງການຕ່າງປະເທດຂອງພັກ
ກໍ່ຕາມທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ແລ້ວ, ການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ຈະສ້າງຂີດໝາຍສຳຄັນ, ປະກອບສ່ວນຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອົດສະຕາລີ ເລິກເຊິ່ງຂຶ້ນຕື່ມ.
“ໂດຍແມ່ນການເຄື່ອນໄຫວດ້ານການທູດຂັ້ນສູງສຸດຂອງພັກ ແລະ ລັດ, ທັງແມ່ນການຢ້ຽມຢາມທາງລັດຖະກິດເປັນຄັ້ງທຳອິດຂອງທ່ານປະທານປະເທດ ຫວຽດນາມ ຢູ່ ອົດສະຕາລີ, ການຢ້ຽມຢາມມີຄວາມໝາຍດ້ານການເມືອງ, ການຕ່າງປະເທດ ແລະ ເປັນສັນຍາລັກເລິກເຊິ່ງທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດເປີດໄລຍະພັດທະນາໃໝ່ຂອງການພົວພັນ 2 ຝ່າຍເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈຂອງການນຳ 2 ປະເທດໃນການສ້າງການພົວພັນ ຫວຽດນາມ - ອົດສະຕາລີ ໃຫ້ກາຍເປັນໜຶ່ງໃນບັນດາຂອບເຂດການຮ່ວມມືທີ່ມີປະສິດທິຜົນສູງ, ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບເຊິ່ງກັນແລະກັນ ແລະ ຜົນປະໂຫຍດລວມອີກດ້ວຍ”.
ການຢ້ຽມຢາມກໍ່ແມ່ນບາດກ້າວສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດທີ່ໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ, ໃຫ້ຂໍ້ສັງເກດວ່າ:
“ຈຸດສຸມຂອງການຢ້ຽມຢາມແມ່ນເພື່ອສືບຕໍ່ປັບປຸງ ແລະ ຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນຂັ້ນສູງສຸດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີປະສິດທິຜົນ, ພ້ອມທັງ ກຳກົດທິດບຸລິມະສິດຮ່ວມມືໃນໄລຍະໃໝ່ໃຫ້ບັນດາຂົງເຂດຫຼັກ, ຄື: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົບປະແລກປ່ຽນປະຊາຊົນ”.
ໂດຍມີທັດສະນະເຊັນດຽວກັນ, ທ່ານ ສ.ຈ Carl Thayer, ສັງກັດມະຫາວິທະຍາໄລ New South Wales, ຖືວ່າ:
“ປະຈຸບັນ, ເມື່ອໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2024 – 2027 ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໃກ້ຈະສິ້ນສຸດລົງ, 2 ປະເທດພວມເລີ່ມສ້າງແຜນການໃໝ່ໃຫ້ແກ່ອະນາຄົດ ໃນນັ້ນ ຊອກຫາບັນດາຂົງເຂດທີ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ຫວຽດນາມ ສາມາດສະໜອງຊິບຄອມພິວເຕີ, ແລະ ກໍ່ພວມພັດທະນາກະສິກຳເຕັກໂນໂລຊີສູງ, ພັດທະນາບັນດາທ່າກຳປັ່ນ ແລະ ພື້ນຖານໂຄງລ່າງ... ນັ້ນລ້ວນແຕ່ແມ່ນບັນດາຂົງເຂດເຊິ່ງ ອົດສະຕາລີ ແລະ ນິວຊີແລນ ສາມາດໜູນຊ່ວຍ ຫວຽດນາມ”.
ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນໝັ້ນແກ່ນ, ການຊ່ວຍຊູດ້ານເສດຖະກິດໃຫ້ແກ່ກັນຢ່າງສູງ ແລະ ພ້ອມກັນແບ່ງປັນຄວາມຕັດສິນໃຈຮ່ວມມືນັ້ນ, ການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ.
