(ພາບ:nhandan.vn)
ບໍ່ພຽງແຕ່ນຳບັນດາຄຸນຄ່າດ້ານວັດທະນະທຳເພື່ອແນະນຳເທົ່ານັ້ນ, ຫາກບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທະພວມມຸ່ງໄປເຖິງການສ້າງບັນດາປະສົບການ ແລະ ເຊື່ອມຈອດ ເພື່ອໃຫ້ປະຊາຄົມສາກົນເປັນເຈົ້າການໃນການຊອກຮູ້, ສຳຜັດ ຫວຽດນາມ ອີກດ້ວຍ.
ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 4 ຕຸລາ 2026, ງານບຸນວັດທະນະທຳໂລກ ຢູ່ຮ່າໂນ້ຍ ຄັ້ງທີ 2 ໄດ້ເຕົ້າໂຮມຜູ້ຕາງໜ້າມາຈາກ 50 ປະເທດ, ອົງການຈັດຕັ້ງສາກົນ ພ້ອມກັບນັກສິປະປິນສາກົນນັບຮ້ອຍຄົນ. ພະລາດຊະວັງທັງລອງ ໃນຊຸມວັນນີ້ໄດ້ກ່າຍເປັນເຂດເຕົ້າໂຮມຂອງຫຼາຍພື້ນຖານວັດທະນະທຳ, ຈາກສິລະປະ, ອາຫານການກິນ ຕະຫຼອດຮອດເຄື່ອງແຟຊັ່ນ ແລະ ມໍລະດົກ.
ການທູດວັດທະນະທຳຈາກເຂດພົບປະແລກປ່ຽນຕ່າງໆ
ບໍ່ພຽງແຕ່ແມ່ນສະຖານທີ່ເຊິ່ງບັນດາປະເທດແນະນຳບັນດາຈຸດທີ່ເປັນເອກະລັກສະເພາະກ່ຽວກັບດ້ານວັດທະນະທຳເທົ່ານັ້ນ, ງານບຸນວັດທະນະທຳໂລກ ຢູ່ ຮ່າໂນ້ຍ ຄັ້ງທີ 2 ດ້ວຍຫົວຂໍ້ “ເຕົ້າໂຮມມໍລະດົກ - ສ້າງອະນາຄົດ” ໄດ້ສ້າງເຂດເພື່ອໃຫ້ບັນດາພື້ນຖານວັດທະນະທຳໄດ້ພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຄຸນຄ່າຂອງຕົນ. ງານບຸນປີນີ້ມີເຂດວັດທະນະທຳ 45 ແຫ່ງ, ຮ້ານອາຫານການກິນ 35 ແຫ່ງ, ລາຍການສາຍຟິມຮູບເງົາຂອງ 18 ປະເທດ, ພ້ອມນັ້ນມີການປະກອບສ່ວນຂອງຄະນະສະແດງສິລະປະສາກົນ 20 ຄະນະ. ທ່ານນາງ ຫງວຽນເຟືອງຮ່ວາ, ກົມໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຖືວ່າ:
“ດ້ວຍການອອກມະຕິເລກທີ 80 ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳ ພ້ອມກັບມະຕິເລກທີ 59 ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການສ້າງບັນດາເຄື່ອງໝາຍກ່ຽວກັບງານບຸນວັດທະນະທຳສິລະປະໂລກ ຢູ່ ຫວຽດນາມ ແລະ ນຳ ຫວຽດນາມ ກາຍເປັນສະຖານທີ່ໃນແຜນທີ່ວັດທະນະທຳສິລະປະຂອງສາກົນ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ແລະ ສຳຄັນທີ່ສຸດ. ສຳລັບການຈັດຕັ້ງງານບຸນວັດທະນະທຳໂລກ ກາຍເປັນເຫດການປະຈຳປີ, ພວກຂ້າພະເຈົ້າຈະສ້າງເຄື່ອງໝາຍໃຫ້ແກ່ ຮ່າໂນ້ຍ, ທີ່ເຄີຍເປັນນະຄອນປະດິດຄິດສ້າງຂອງ UNESCO ຢູ່ແລ້ວ, ແຕ່ຈະກາຍເປັນສະຖານທີ່ຂາດບໍ່ໄດ້ໃນແຜນທີ່ວັດທະນະທຳ ສິລະປະຂອງພາກພື້ນ ແລະ ໂລກ”.
ດ້ວຍການສ້າງບັນດາເຂດພົບປະແລກປ່ຽນວັດທະນະທຳທີ່ມີຄວາມຄ້າຍຄືກັນໃນການກຳນົດທິດເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນດ້ານວັດທະນະທຳ. ມະຕິເລກທີ 80-ມຕ/ສກ ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳໄດ້ກຳນົດວັດທະນະທຳແມ່ນກຳລັງແຮງພາຍໃນ, ແຫຼ່ງກຳລັງພັດທະນາ ແລະ ແມ່ນພາກສ່ວນໜຶ່ງສຳຄັນຂອງອຳນາດອ່ອນແຫ່ງຊາດ; ພ້ອມທັງວາງອອກຄຳຮຽກຮ້ອງຕ້ອງການເສີມຂະຫຍາຍຄຸນຄ່າວັດທະນະທຳ ຫວຽດນາມ, ຮັບເອົາສິ່ງຍອດຍິ່ງດ້ານວັດທະນະທຳຂອງມະນຸດ ແລະ ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານວັດທະນະທຳ. ທ່ານຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ:
“ອຳນາດອ່ອນບໍ່ແມ່ນເລື່ອງງ່າຍວ່າ ພວກເຮົາແນະນຳຫຼາຍກ່ຽວກັບຕົນເອງ, ຄວາມສຳຄັນຍິ່ງນັ້ນແມ່ນເຮັດໃຫ້ໂລກມີຄວາມຮັກແພງ, ເຊື່ອໝັ້ນ ແລະ ຢາກຊອກຮູ້ກ່ຽວກັບ ຫວຽດນາມ. ສິ່ງສຳຄັນກ່ວາອີກແມ່ນພວກເຮົາຕ້ອງແນະນຳພາບພົດ ຫວຽດນາມ ໃຫ້ຄົບຖ້ວນກວ່າ, ຄື: ແມ່ນປະເທດມີລວງເລິກທາງດ້ານປະຫວັດສາດ ແລະ ສີສັນວັດທະນະທຳທີ່ອຸດົມສົມບູນ, ແຕ່ພ້ອມນັ້ນກໍ່ແມ່ນປະເທດ ຫວຽດນາມ ທັນສະໄມ, ມີຫົວຄິດປະດິດສ້າງ, ສະໜິດສະໜົມ, ມີຄວາມຮັບຜິດຊອບ ແລະ ໝັ້ນໃຈເຊື່ອມໂຍງເຂົ້າກັບໂລກ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຄິດວ່າ, ພວກເຮົາຕ້ອງຫັນປ່ຽນຢ່າງແຮງຈາກ “ໂຄສະນາວັດທະນະທຳ” ມາເປັນ “ສ້າງຄວາມດຶງດູດດ້ານວັດທະນະທຳ”; ຈາກການແນະນຳພຽງແຕ່ສິ່ງທີ່ເຮົາມີຢູ່ແລ້ວ, ໄດ້ປະດິດຄິດສ້າງບັນດາຜະລິດຕະພັນ ແລະ ສ້າງປະສົບການເຮັດໃຫ້ຄົນອື່ນເປັນເຈົ້່າການຊອກຮູ້ ຫວຽດນາມ, ຮັກແພງ ຫວຽດນາມ ແລະ ຢາກເລົ່າບັນດາເລື່ອງລາວທີ່ດີງາມກ່ຽວກັບ ຫວຽດນາມ”.
(ພາບ: Khanh Hoa/TTXVN)
ເມື່ອວັດທະນະທຳກາຍເປັນຂົວເຊື່ອມຕໍ່
ຈາກ ຮ່າໂນ້ຍ ຕະຫຼອດຮອດບັນດາງານບຸນແນະນຳວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ, ບັນດາການເຄື່ອນໄຫວນີ້ໄດ້ສ້າງເຂດ ເພື່ອໃຫ້ປະຊາຊົນປະເທດຕ່າງໆໄດ້ພົບປະ, ເຂົ້າຮ່ວມ ແລະ ຊອກຮູ້ກັນ. ເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ ຮ່າໂນ້ຍ, ທ່ານ Kohdayar Marri, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ຫວຽດນາມ, ຖືວ່າ:
“ເຫດການນີ້ໄດ້ສ້າງເງື່ອນໄຂເພື່ອໃຫ້ພວກເຮົາແນະນຳຄວາມເກັ່ງກ້າສາມາດ, ທັກສະ, ອາຊີບຫັດຖະທຳ, ສິລະປະ, ດົນຕີ ແລະ ບັນດາວາດຟ້ອນຂອງປະເທດຕົນ. ຜ່ານນັ້ນ, ພວກເຮົາມີກາລະໂອກາດໄດ້ພົວພັນແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳຂອງກັນ, ກໍ່ຄືວັດທະນະທຳຂອງບັນດາປະເທດມີອົງການຕາງໜ້າການທູດ ຢູ່ ຫວຽດນາມ. ບັນດາເຫດການຄືແນວນີ້ໄດ້ປະກອບສ່ວນນຳບັນດາພື້ນຖານວັດທະນະທຳຫຍັບເຂົ້າໃກ້ກັນກວ່າ. ເມື່ອຄວາມເຂົ້າອົກເຂົ້າໃຈ, ຄວາມເຊື່ອໝັ້ນ ແລະ ຄວາມສະໜິດສະໜົມລະຫວ່າງບັນດາປະເທດໄດ້ປັບປຸງ, ພວກເຮົາອາດສາມາດສືບຕໍ່ພັດທະນາການພົວພັນດ້ານການຄ້າ, ຊຸກຍູ້ການທ່ອງທ່ຽວ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດ, ລະຫວ່າງບັນດາທະວີບ ແລະ ລົບລ້າງຮົ້ວກີດຂວາງ”.
ບັນດາການພົບປະໄດ້ເລີ່ມມາຈາກວັດທະນະທຳ ອາດຈະສ້າງຄວາມເຂົ້າອົກເຂົ້າໃຈກັນ, ສ້າງຄວາມເຊື່ອໝັ້ນ ແລະ ບັນດາການພົວພັນເກີນຂອບເຂດຂອງເຫດການ. ຂະນະນັ້ນ, ວັດທະນະທຳບໍ່ພຽງແຕ່ແມ່ນເນື້ອໃນຂອງການພົວພັນແລກປ່ຽນເທົ່ານັ້ນ, ຫາກຍັງແມ່ນຊ່ອງເພື່ອໃຫ້ ຫວຽດນາມ ເຊື່ອມຕໍ່ເລິກເຊິ່ງກັບໂລກກວ່າອີກດ້ວຍ./.
Le Phuong - Ngoc Ha
