ມະຕິສູນ​ກາງເລກທີ 20, ລົງວັນທີ 28 ກໍລະກົດ 2026 ຂອງຄະນະບໍ​ລິ​ຫານ​ງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ກ່ຽວກັບການກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງດ້ານທະ​ເລ ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງຕ້ອງ​ປ່ຽນ​ແປງ​ໃໝ່​ຈີນ​ຕະ​ນາ​ການ, ຂຸດຄົ້ນເຂດທະເລແຫ່ງຊາດຢ່າງມີປະສິດທິ​ຜົນ ແລະ ​ເສີມ​ຂະ​ຫຍາຍບັນ​ດາ​ກຳ​ລັງຂັບເຄື່ອນ​ການເຕີບໂຕໃໝ່. ໃນ​ວິ​ວັດ​ການນັ້ນ, ການຮ່ວມມືສາກົນບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ, ​ພູມ​ປັນ​ຍາ ແລະ ເຕັກໂນໂລຊີທີ່ກ້າວໜ້າເທົ່ານັ້ນ, ຫາກຍັງ​ເປັນ​ກຳ​ລັງຂັບເຄື່ອນທີ່ສຳຄັນ​ເພື່​ອເປີດກວ້າງພື້ນທີ່ພັດທະນາ, ​ຍົກ​ສູງ​ຄວາມ​ສາ​ມາດແກ່ງ​ແຍ້ງ ແລະ ຢືນຢັນ​ຖາ​ນະ​ບົດ​ບາດ​ປະ​ເທດ​ແຄມທະເລ​ບົນ​ເວທີສາກົນ.

ໃນຕົວຈິງ, ຫວຽດນາມ ພວມຄ່ອຍໆ​ເປິດກວ້າງການຮ່ວມມື​ກັບສາກົນ ໃນ​ບັນ​ດາຂົງເຂດ​ຫຼັກ​ແຫຼ່ງຂອງເສດຖະກິດທະເລ ແລະ ການຄຸ້ມຄອງມະຫາສະໝຸດ. ​ນັບແຕ່​​ວາງແຜນພື້ນທີ່ທະເລ, ພັດ​ທະ​ນາພະລັງງານທົດແທນ​ຢູ່ນອກຝັ່ງທະເລ ​ຕະ​ຫຼອດ​ຮອດການຄົ້ນຄວ້າ​ວິທະຍາສາດ, ການປົກ​ຮັກ​ສາສິ່ງແວດລ້ອມ ແລະ ການອະນຸລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ທາງ​ທະ​ເລ... ໄດ້ປະກອບສ່ວນ​ເພີ່ມ​ເຕີມ​ແຫຼ່ງ​ຊັບ​ພະ​ຍາ​ກອນ, ເຕັກໂນໂລຊີ ແລະ ບົດ​ຮຽນ​ໃຫ້​ແກ່ເປົ້າໝາຍພັດທະນາປະເທດ​ຊາດ​ໃຫ້ເຂັ້ມ​ແຂງ​ດ້ານ​ທະ​ເລ.

ການຮ່ວມມືສາກົນ​ເປີດກວ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ເພື່ອພັດທະນາເສດຖະກິດທະເລ

ຄວາມຈຳເປັນຂອງການຮ່ວມມືກັບສາກົນແມ່ນ​ເລີ່ມມາຈາກລັກສະນະ​ສະ​ເພາະ​ບໍ່​ມີ​ພົມ​ແດນຂອງທະເລ ແລະ ມະຫາສະໝຸດ. ​ຕີ​ລາ​ຄາ​ກ່ຽວ​ກັ​ບວິທີເຂົ້າ​ເຖິງຂອງ ຫວຽດນາມ ບັນຫານີ້, ທ່ານນາງ Pauline Tamesis, ຜູ້ປະສານງານ​ປະ​ຈຳສະຫະປະຊາຊາດ​ຢູ່ ຫວຽດນາມ, ຖືວ່າ:

ວິໄສທັດຂອງ ຫວຽດນາມ ກ່ຽວ​ກັບນະໂຍບາຍກ່ຽວ​ກັບທະເລ​ຢ່າງ​ຮອບ​ດ້ານ​ແມ່ນ​ກວມ​ລວມ​ທີ່​ສຸດ; ມັນກວມເອົາຫຼາຍບັນຫາ, ​ຈາກກົດໝາຍສາກົນ, ການປ່ຽນແປງຂອງ​ດິນ​ຟ້າ​ອາ​ກາດ, ການ​ຫາ​ເງິນ​ລ້ຽວ​ຊີບ, ຕະ​ຫຼອດ​ຮອດການຫັນເປັນສີຂຽວ. ຂ້າພະເຈົ້າ​ຖືວ່າ ຫວຽດນາມ ພວມເຂົ້າ​ເຖິງບັນຫານີ້ຢ່າງສະຫຼາດສ່ອງ​ໃສ​ທີ່​ສຸດ ເມື່ອ​ເຫັນ​ວ່າ ຕົນ​ເອງບໍ່​ສາ​ມາດ​ປະ​ຕິ​ບັດ​​ແຕ່ຜູ້ດຽວໄດ້, ຍ້ອນມະຫາສະໝຸດແມ່ນ​ຄວາມເປັນເອກະພາບ​ອັນ​ດຽວ​ກັນ.

ໃນໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂຄງການ ສະຫະປະຊາຊາດ ເພື່ອ​ການ​ພັດ​ທະ​ນາ(UNDP) ແລະ ລັດຖະບານ ນອກ​ແວ ໄລຍະ 2022–2026, ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ໜູນ​ຊ່ວຍ ຫວຽດ​ນາມ ສ້າງ​ແຜນ​ກຳ​ນົດພື້ນທີ່ທະເລແຫ່ງຊາດ, ຄົ້ນຄວ້າຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານພະລັງງານ​ແຮງລົມ​ຢູ່ນອກຝັ່ງ, ເສດຖະກິດສີຂຽວ ແລະ ການທົດ​ລອງການຟື້ນຟູແນວປະກາລັງຢູ່​ເຂດອ່າວ ບາຍຕືລອງ. ​ໄລ​ຍະ 2026 – 2029, ການຮ່ວມມື​ສືບ​ຕໍ່ເປີດກວ້າງ, ສຸມໃສ່ຍົກ​ສູງ​ຄວາມສາມາດ​ປະຕິບັດ​ແຜນກຳ​ນົດ, ​ລະ​ດົມການເງິນສີຂຽວ ແລະ ພັດທະນາບັນ​ດາ​ເຂດທະເລທີ່ມີ​ຄວາມ​ສາ​ມາດ​ດຶງ​ດູດ​ການລົງທຶນ.

ໃນ​ຂົງ​ເຂດພະລັງງານ, ຫວຽດນາມ ​ພວມ​ເປີດກວ້າງ​ການຮ່ວມມືກັບ​ບັນ​ດາຄູ່​ຮ່ວມ​ມື​ສາ​ກົນເພື່ອ​ພັດ​ທະ​ນາພະລັງງານ​ແຮງລົມ​ຢູ່ນອກຝັ່ງ. ​ພົ້ນ​ເດັ່ນ, ເດືອນ ມິຖຸນາ 2026, ຫວຽດນາມ ແລະ ລາຊະອານາຈັກ ອັງ​ກິດ ເລີ່ມດຳ​ເນີນ​ໂຄງການຄູ່ຮ່ວມມື​ຊຸກ​ຍູ້ພະລັງງານ​ແຮງລົມ​ຢູ່ນອກຝັ່ງ. ທ່ານ ປະ​ລິ​ຍາ​ເອກ ຢື​ວັນຕ໋ວານ, ສະຖາບັນວິ​ທະ​ຍາ​ສາດອຸຕຸນິຍົມອຸ​ທົກ​ກະ​ສາດ, ສິ່ງແວດລ້ອມ ແລະ ທະເລ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດ​ນາມ, ຢືນຢັນວ່າ:

​ບໍ່​ພຽງ​ແຕ່​ເປີດ​ໂອ​ກາດໃຫ້ແກ່ການສ້າງລະບົບຕ່ອງ​ໂສ້ການຜະລິດ ແລະ ສະ​ໜອງ​ການ​ບໍ​ລິ​ການ​​ທີ່ມີ​ຂອບຂະໜາດໃຫຍ່ເທົ່ານັ້ນ, ພະລັງງານແຮງລົມ​ຢູ່ນອກຝັ່ງຍັງສ້າງ​ທ່າ​ແຮງ​ໃນການ​ລົງ​ທຶນ​ຫຼາຍ​ພໍ​ສົມ​ຄວນ​ໃຫ້​ແກ່​ບັນ​ດາທ້ອງຖິ່ນແຄມຝັ່ງທະເລ. ປະຈຸບັນ, ຫວຽດນາມ ມີ 21 ແຂວງ ແລະ ນະຄອນຕິດ​ກັບທະເລ ແລະ ສ່ວນຫຼາຍແມ່ນມີເງື່ອນໄຂສະ​ດວກເພື່ອພັດທະນາໄຟ​ຟ້າພະລັງງານ​ແຮງລົມຢ​ູ່ນອກຝັ່ງທະ​ເລ. ​ບັນ​ດາ​ໂຄງ​ການໄດ້ສ້າງ​ກຳ​ລັງ​ໜູນ​ການເຕີບໂຕຂອງແຕ່ລະທ້ອງຖິ່ນ, ພ້ອມທັງ ປະ​ກອບ​ສ່ວນສຳຄັນເຂົ້າເປົ້າໝາຍການເຕີບໂຕເສດຖະກິດສອງຕົວເລກຂອງທົ່ວປະເທດ.

ຈາກການເຊື່ອມໂຍງກັບສາກົນເຖິງການຢືນຢັນ​ຖາ​ນະ​ບົດ​ບາດປະເທດແຄມທະເລ

ໃນແງ່​ມູມຫຼາຍຝ່າຍ, ຫວຽດນາມ ເປັນ​ເຈົ້າ​ການ​ເຂົ້າຮ່ວມບັນ​ດາກົນໄກການຄຸ້ມຄອງ​ມະ​ຫາ​ສະໝຸດທົ່ວໂລກ, ​ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 ແລະ ສັນ​ຍາກ່ຽວ​ກັບການອະນຸລັກ​ຮັກ​ສາ, ການນຳໃຊ້ຊີ​ວະ​ນາໆ​ພັນ​ທະ​ເລ​ ​ຢູ່​ເຂດທະເລນອກ​​ອຳ​ນາດ​ສານແຫ່ງຊາດ (BBNJ)ແບບຍືນຍົງ. ທ່ານນາງ Gillian Bird, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້​ຂໍ້​ສັງ​ເກດວ່າ:

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ໃຫ້ສັດຕະຍາບັນສັນຍາ BBNJ. ຂ້າພະເຈົ້າຖື​ວ່າ ສິ່ງດັ່ງ​ກ່າວສະແດງໃຫ້ເຫັນເຖິງການ​ເຂົ້າ​ຮ່ວມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ, ບໍ່ພຽງແຕ່ສຳ​ລັບ​ການປົກປ້ອງມະຫາສະໝຸດເທົ່ານັ້ນ ​ຫາກຍັງ​ສະ​ແດງ​ໃຫ້​ເຫັນ​ບົດບາດຂອງ ຫວຽດ​ນາມ ໃນບັນ​ດາອົງການຈັດຕັ້ງຫຼາຍຝ່າຍ ແລະ ການ​ຮ່ວມ​ມືຫຼາຍຝ່າຍ​ອີກ​ດ້ວຍ.

ດ້ວຍການ​ກຳ​ນົດ​ທິດຂອງມະຕິ​ສູນ​ກາງ​ເລກ 20, ຫວຽດນາມ ບໍ່ພຽງແຕ່ມຸ່ງ​ໄປ​ເຖິງ​ການ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທາງທະເລ​ໃຫ້​ມີ​ປະ​ສິດ​ທ​ິ​ຜົນເທົ່ານັ້ນ, ຫາກ​ຍັງເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນການຄຸ້ມຄອງ​ບໍ​ລິ​ຫານມະຫາສະໝຸດທົ່ວໂລກ, ຢືນຢັນ​ຖາ​ນະບົດ​ບາດ ແລະ ຄວາມ​ຮອບ​ຜິດ​ຊອບ​ຂອງ​ປະເທດທີ່ເຂັ້ມແຂງ​​ດ້ານ​ທະ​ເລ, ພັດທະນາແບບຍືນຍົງ./.