ຂີດໝາຍໃຫຍ່ທີ່ສຸດຂອງອາຍຸການນີ້ແມ່ນຕິດພັນກັບ ມາດຕາທີ 10 ລັດຖະທຳມະນູນ 2013 (ສະບັບປັບປຸງ, ເພີ່ມເຕີມ ເຊິ່ງມີຜົນສັກສິດແຕ່ວັນທີ 16 ມິຖຸນາ 2025). ຂໍ້ກຳນົດໃໝ່ຢັ້ງຢືນວ່າ: “ກຳມະບານຫວຽດນາມ ແມ່ນອົງການຕົວແທນໜຶ່ງດຽວຂອງຜູ້ອອກແຮງງານລະດັບຊາດ ໃນການພົວພັນແຮງງານ ແລະ ການພົວພັນສາກົນ ກ່ຽວກັບກຳມະບານ”. ຖານະບົດບາດດ້ານນິຕິກຳນີ້ບໍ່ພຽງແຕ່ຍົກສູງບົດບາດຂອງອົງການເທົ່ານັ້ນ, ຫາກຍັງວາງອອກຄວາມຮຽກຮ້ອງຕ້ອງການທີ່ຕ້ອງປ່ຽນແປງໃໝ່ໂດຍດ່ວນເພື່ອຕອບສະໜອງສະພາບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.
ກຳລັງຕາງໜ້າທີ່ມີກຳລັງຄວາມສາມາດ, ມີຄຸນນະທາດຢ່າງພຽງພໍເພື່ອປົກປ້ອງຜູ້ອອກແຮງງານ
ໃນສະພາບການປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ອົງການກຳມະບານຫວຽດນາມ ຢືນຢູ່ຕໍ່ໜ້າບັນດາຄວາມຮຽກຮ້ອງຕ້ອງການທີ່ບໍ່ເຄີຍມີມາກ່ອນ. ໂຄງປະກອບແຮງງານປ່ຽນແປງໂດຍໄວ, ແຮງງານໃນເຂດວິສາຫະກິດເອກະຊົນ, ເຂດນອກລະບົບນັບມື້ນັບເພີ່ມຂຶ້ນ; ການຫັນເປັນອັດຕະໂນມັດ, ປັນຍາປະດິດ ແລະ ຫັນເປັນດີຈີຕອນ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ວຽກເຮັດງານທຳ, ລາຍຮັບ, ທັກສະອາຊີບຂອງຜູ້ອອກແຮງງານ. ພ້ອມກັນນັ້ນ, ການພົວພັນແຮງງານເຄື່ອນໄຫວຕາມກົນໄກຕະຫຼາດ ກໍ່ນັບມື້ນັບຄົບຖ້ວນກວ່າ.
ບັນດາບັນຫາຕົວຈິງນີ້ຮຽກຮ້ອງໃຫ້ອົງການກຳມະບານບໍ່ພຽງແຕ່ປະຕິບັດບົດບາດເບິ່ງແຍງດູແລໃຫ້ເປັນຢ່າງດີເທົ່ານັ້ນ ຫາກຍັງຕ້ອງກາຍເປັນກຳລັງຕາງໜ້າທີ່ມີກຳລັງຄວາມສາມາດ, ຄຸນນະທາດ ແລະ ມີແບບວິທີການທີ່ທັນສະໄໝຢ່າງພຽງພໍ ເພື່ອປົກປ້ອງຜູ້ອອກແຮງງານໃນສະພາບການໃໝ່.
ແທນທີ່ອີງຕາມບັນດາຂະບວນການເຄື່ອນໄຫວແບບເກົ່າ, ກຳມະບານອາຍຸການ 2026 – 2031 ຕ້ອງຫັນປ່ຽນໄປຍັງວິທີການເຂົ້າເຖິງຢ່າງຮອບດ້ານ: ຖືຜູ້ອອກແຮງງານເປັນໃຈກາງ, ຖືຮາກຖານເປັນສະຖານທີ່ກະທຳ. ອົງການຈະນຳໃຊ້ການໂອ້ລົມສົນທະນາ, ເຈລະຈາລວມໝູ່ຢ່າງແທ້ຈິງ ເພື່ອປົກປ້ອງຜູ້ອອກແຮງງານ ແຕ່ໄກແຕ່ໄວ - ນັບແຕ່ຂັ້ນຕອນເຂົ້າຮ່ວມການສ້າງນະໂຍບາຍ ແລະ ຕິດຕາມກວດກາ ການປະຕິບັດກົດໝາຍ.
ສັງກາດໃໝ່ສຳລັບອົງການກຳມະບານ, ກ່ອນອື່ນໝົດຕ້ອງແມ່ນສັງກາດໃໝ່ຂອງກຳມະບານຮາກຖານ. ທ່ານ ເງາະຢຸຍຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ 5 ບັນຫາຈຸດສຸມທີ່ໄດ້ຮັບຄຳເຫັນ, ຂໍ້ສະເໜີນັບໝື່ນຂໍ້ຈາກຜູ້ອອກແຮງງານໃນທົ່ວປະເທດທີ່ສົ່ງມາຍັງກອງປະຊຸມໃຫຍ່ແມ່ນ:
ບັນດາບັນຫາຜູ້ອອກແຮງງານສົນໃຈທີ່ສຸດ ຕົວຢ່າງແມ່ນ ເງິນເດືອນຂັ້ນຕ່ຳສຸດແມ່ນເງິນເດືອນທີ່ພໍຢູ່ພໍກິນ, ນີ້ແມ່ນຄວາມປາດຖະໜາອັນຊອບທຳຂອງຜູ້ອອກແຮງງານ. ເງິນເດືອນພໍຢູ່ພໍກິນໄດ້ວາງອອກບັນດາບັນຫາແມ່ນ ຜູ້ອອກແຮງງານຕ້ອງມີເງິນເກັບສະສົມເພື່ອເມື່ອພົບບັນຫາ ເຂົາເຈົ້າຈະມີແຫຼ່ງເງິນຕື່ມອີກເພື່ອແກ້ໄຂບັນຫາໃນການດຳລົງຊີວິດ. ບັນຫາທີສອງແມ່ນ ຫຼຸດເວລາເຮັດວຽກລົງ ເຊິ່ງໄດ້ລະບຸໃນມະຕິຂອງສະພາແຫ່ງຊາດແຕ່ປີ 2019. ບັນຫາຕໍ່ໄປແມ່ນຫຼຸດອາຍຸກະສຽນບຳນານລົງໃຫ້ສຳລັບເປົ້າໝາຍແຮງງານຈຳນວນໜຶ່ງ, ເປັນຕົ້ນແມ່ນແຮງງານໃນຂົງເຂດເຮັດວຽກໜັກ, ມີຜົນຮ້າຍ. ອີກບັນຫາໜຶ່ງແມ່ນວັນພັກບຸນ.
ຂະຫຍາຍສະມາຊິກກຳມະບານ
ຮ່າງເອກະສານຂອງຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຊຸດທີ XIII ຢູ່ກອງປະຊຸມໃຫຍ່ຄັ້ງທີ XIV ກຳມະບານ ຫວຽດນາມ, ອາຍຸການ 2026 – 2031 ພາຍຫຼັງໄດ້ຮັບເອົາບັນດາຄຳເຫັນປະກອບທີ່ໄດ້ວາງເປົ້າໝາຍ “ຂະຫຍາຍສະມາຊິກກຳມະບານຢ່າງໜ້ອຍສຸດ 4 ລ້ານຄົນ”, ສູງກວ່າ 1 ລ້ານຄົນເມື່ອທຽບໃສ່ກັບຮ່າງເອກະສານກ່ອນການຮັບເອົາຄຳເຫັນປະກອບ.
ເພື່ອບັນລຸໄດ້ຕົວເລກທີ່ເຕັມໄປດ້ວຍສິ່ງທ້າທາຍນີ້, ກຳມະບານທັນສະໄໝໄດ້ກຳນົດສອງປາຍແຫຼມບຸກທະລຸ. ທີໜຶ່ງແນພິຊິດການສ້າງພື້ນທີ່ດີຈີຕອນ. ເມື່ອກຳມະກອນນຳໃຊ້ອິນເຕີເນັດນັບມື້ນັບຫຼາຍເພື່ອຊອກຮູ້ຂໍ້ມູນ ແລະ ສະແດງຄວາມໃນໃຈ, ກຳມະບານຕ້ອງເປັນເຈົ້າການມີໜ້າຢູ່ໃນພື້ນທີ່ອິນເຕີເນັດ. ການນຳໃຊ້ພື້ນທີ່ດີຈີຕອນ ບໍ່ພຽງແຕ່ແມ່ນວິທີການດ້ານເຕັກນິກເທົ່ານັ້ນ ຫາກຍັງແມ່ນໜ້າທີ່ຍຸດທະສາດເພື່ອໜູນຊ່ວຍ, ກຳນົດທິດທາງຂອງຂໍ້ມູນຂ່າວ ແລະ ປົກປ້ອງຜູ້ອອກແຮງງານຕໍ່ແລວແຫຼ່ງຂ່າວທີ່ຜິດເຂວຢ່າງທັນການ.
ທີສອງແມ່ນຊຸກຍູ້ສະມັດຕະພາບເພື່ອຍົກສູງສະຫວັດດີການ. ກຳມະບານບໍ່ຮັດແຄຊຢູ່ພຽງຈິນຕະນາການ “ແບ່ງແຍງດູແລຕາມທ່າຮັບ” ເທົ່ານັ້ນ ຫາກຍັງຮ່ວມເດີນທາງພ້ອມກັບການພັດທະນາກຳລັງການຜະລິດ. ອົງການຈະສົ່ງເສີມຜູ້ອອກແຮງງານໃຫ້ຮ່ຳຮຽນ, ເປັນເຈົ້າເຕັກໂນໂລຢີເພື່ອກາຍເປັນກຳມະກອນດີຈີຕອນ.
ບັນດາຈິນຕະນາການໃໝ່ຂອງອົງການກຳມະບານໃນອາຍຸການ 2026 – 2031 ລ້ວນແຕ່ເຕົ້າໂຮມຢູ່ຈຸດໜຶ່ງ ນັ້ນແມ່ນ: ສ້າງກຳມະບານທີ່ທັນສະໄໝ, ແທ້ຈິງ, ໃກ້ກັບຜູ້ອອກແຮງງານກວ່າ ແລະ ມີຄວາມສາມາດຮັບມືສູງກວ່າ. ນັ້ນແມ່ນກຳມະບານທັງມີຄວາມຢຶດໝັ້ນຕໍ່ບົດບາດການເມືອງ - ສັງຄົມ ພາຍໃຕ້ການຊີ້ນຳນຳພາຂອງພັກ, ທັງມີໄຫວພິບໃນກົນໄກຕະຫຼາດ, ທັງເບິ່ງແຍງດູແລຊີວິດໃນສະເພາະໜ້າ, ທັງຮ່ວມເດີນທາງຍົກສູງຄວາມສາມາດຍາວນານຂອງຜູ້ອອກແຮງງານ, ທັງປົກປ້ອງສິດຜົນປະໂຫຍດ, ທັງປຸກລຸກຫົວຄິດປະດິດສ້າງ, ອຸທິດສ່ວນ ແລະ ມີຄວາມຮັບຜິດຊອບໃນການສ້າງສາປະເທດຊາດ
