ວັນ​ທີ 10 ມິ​ຖຸ​ນາ, ກອງ​ທັບ​ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ຫຼາຍ​ເປົ້າ​ໝາຍ​ດ້ານ​ການ​ທະ​ຫານ​ຂອງ ອີ​ຣານ ເພື່ອ​ໂຕ້​ຕອບ​ເຫດເຮືອບິນ​ເຮ​ລີ​ກອບ​ເຕີ​ທະ​ຫານ ອາ​ເມ​ລິ​ກາ ຖືກ​ຕົກ​ຢູ່ ຊ່ອງ​ແຄບ​ທະ​ເລ Hormuz ກ່ອນ​ນັ້ນ 1 ວັນ. ເພື່ອ​ໂຕ້​ຕອບ​ຄືນ, ອີ​ຣານ​ໄດ້​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ.

ການ​ລະ​ເມີດ​ຢ່າງ​ຕໍ່​ເນື່ອງ

ໃນ​ແຈ້ງ​ການ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ, ກອງ​ບັນ​ຊາ​ການ​ສູນ​ກາງອາ​ເມ​ລິ​ກາ(CENTCOM) ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ກະ​ທຳ​ປ້ອງ​ກັນ​ຕົນ​ເລັ່ງ​ໃສ່​ອີຣານ ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump, ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ກ່ອນ​ນັ້ນ​ທີ່​ວ່າ ອີ​ຣານ ໄດ້​ຍິກ​ຕົກ​ ເຮ​ລີ​ກອບ​ເຕີ​ການ​ທະ​ຫານ Apache ຂອງ​ອາ​ເມ​ລິ​ກາ ໃນ​ຊ່ອງ​ແຄບ​ທະ​ເລ Hormuz ໃນ​ວັນ​ທີ 9 ມິ​ຖຸ​ນາ, ເຖິງວ່າ​ຝ່າຍ ອີ​ຣານ ປະ​ຕິ​ເສດ​ສິ່ງ​ນີ້. ບັນ​ດາ​ເປົ້າ​ໝາຍ​ເຊິ່ງກອງ​ທັບ​ອາ​ເມ​ລິ​ກາ ເລັ່ງ​ໃສ່​ໃນ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 10 ມິ​ຖຸ​ນາ ແມ່ນ​ບັນ​ດາ​ລະ​ບົບ ຣາ​ດາ ແລະ ປ້ອງ​ກັນ​ອາ​ກາດ​ຂອງ ອີ​ຣານ​ຢູ່​ພາກ​ພື້ນ​ອ້ອມ​ແອ້ມຊ່ອງ​ແຄບ​ທະ​ເລ Hormuz ພ້ອມ​ກັບ​ຮາກ​ຖານ​ຈຳ​ນວນ​ໜຶ່ງ​ຢູ່​ພາກ​ພື້ນ​ທາງ​ທິດ​ຕ​າ​ເວັນ​ອອກ​ແຂວງ Hormozgan, ທາງ​ທິດ​ໃຕ້ ອີ​ຣານ ແລະ ເກາະ Qeshm ນອນ​ໃນ​ຊ່ອງ​ແຄບ​ທະ​ເລ Hormuz.ໃນ​ຂະ​ນະ​ນັ້ນ, ອີ​ຣານ​ໄດ້​ນຳ​ໃຊ້​ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ກອງ​ເຮືອ​ຮົບ​ເລກ 5 ຂອງ​ອາ​ເມ​ລິ​ກາ​ຢູ່ Bahrain.

ບັນ​ດາ​ການ​ກະ​ທຳ​ນີ້​ຂອງ ອາ​ເມ​ລິ​ກາ ແລະ ອີ​ຣານ​ພຽງ​ແຕ່​ແມ່ນ​ເຫດ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ສະ​ບັບຫຼ້າ​ສຸດ​ໃນ​ບັນ​ດາ​ເຫດ​ການ​ຕ່າງໆ​ທີ່​ມີ​ຄວາມ​ຮຸ​ນ​ແຮງເພີ່ມ​ຂຶ້ນ​ໃນ​ສອງ​ອາ​ທິດ​ຜ່ານ​ມາ. ກ່ອນ​ໜ້າ​ນັ້ນ, ພາຍຫຼັງຫຼາຍ​ອາ​ທິດ​ປະ​ທະ​ກັນ, ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້​ເຫັນ​ດີ​ຢຸດ​ຍິງ​ໃນ​ວັນ​ທີ 8 ເມ​ສາ ແລະ ກ້າວ​ເຂົາ​ສູ່​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເພື່ອ​ເປີດ​ຊ່ອງ​ແຄບ​ທະ​ເລ Homuz ຄືນ​ໃໝ່ ແລະ ແກ້​ໄຂ​ບັນ​ຫາ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ. ນັບ​ແຕ່​ນັ້ນ​ມາ, ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢ່າງ​ໜ້ອນ​ສຸດ 4 ຄັ້ງ, ແຕ່​ໃນ​ແຕ່​ລະ​ກໍ​ລະ​ນີ, ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ວາດ​ພາບ​ການ​ກະ​ທຳ​ຂອງ​ຕົນ​ແມ່ນ​ມີ “ຂໍ້​ຈຳ​ກັດ”, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄຳ​ສັ່ງ​ຢຸ​ດ​ຍິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ການ​ສັງ​ເກດ​ການ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ບັນ​ດາ​ຂໍ້​ຈຳ​ກັດ ນີ້​ອາດ​ສາ​ມາດ​ຢຸດ​ຕິ​ໂດຍ​ໄວ ຖ້າ​ບັນ​ດາ​ຝ່າຍ​ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໂດຍ​ໄວ. ທ່ານ ສາດ​ສະ​ດາ​ຈານ​ການ​ພົວ​ພັນ​ຕ່າງ​ປະ​ເທ​ດ​ສາ​ກົນ, ທັງ​ແມ່ນ​ນັກ​ຊ່ຽວ​ຊານ​ໃຫ້​ຄຳ​ປຶກ​ສາ​ຢູ່​ສະ​ຖາ​ບັນ Chatham House (ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ກົນ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ) Yossi Mekelberg ອະ​ທິບາຍ​ວ່າ:

“ບັນ​ດາ​ຂໍ້​ຕົກ​ລົງ​ຢຸດ​ຍິ​ງບໍ່​ຈຳ​ເປັນ​ຕ້ອງ​ແກ່​ຍາວ. ບັນ​ດາ​ຂໍ້​ຕົ​ກ​ລົງ​ນັ້ນ​ແມ່ນ​ຄວນ​ໃນ​ໄລ​ຍະ​ຊົ່ວ​ຄາວ ແລະ ພາ​ໄປ​ເຖິງວິ​ທີ​ການ​ຍາວ​ນານ. ຄຳ​ສັ່ງ​ຢຸດ​ຍິງ​ໝາຍ​ຄວາມ​ວ່າ ບັນ​ດາ​ກົກ​ສາຍ​ປາຍ​ເຫດ​ຂອງ​ການ​ປະ​ທະ​ກັນ​ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ. ທຸກ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລ້ວນ​ແຕ່​ຖືກ​ລົ້ມ​ລະ​ລາຍ​ຢ່າງ​ງ່າຍ​ດາຍ​ຕາມ​ຄວາມ​ນິ​ຍາມ, ຍ້ອນ​ວ່າ ເຂົາເຈົ້າ​ພຽງ​ແຕ່​ຢຸດ​ຍິງ ເພື່​ອອະ​ນຸ​ຍາດ​ບັນ​ດາ​ຝ່າຍ​ເຈ​ລະ​ຈາ​ວິ​ທີ​ການ​ທີ່​ຍາວ​ນານກວ່າ.”

ບັນ​ດາ​ຄວາມ​ສ່ຽງ​ສຳ​ລັບ​ຄຳ​ສັ່ງ​ຢຸດ​ຍິງ​ບໍ່​ພຽງ​ແຕ່​ມາ​ຈາກ​ອາ​ເມ​ລິ​ກາ ແລະ ອີ​ຣານ​ເທົ່າ​ນັ້ນ. ວັນ​ທີ 7 ມິ​ຖຸ​ນາ, ຄຳ​ສັ່ງ​ຢຸດ​ຍິງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ເມື່​ອ​ອີ​ຣານ ຍິງ​ລູກ​ສອນ​ໄພ​ເລັ່ງ​ໃສ່​ອິດ​ສະ​ລາ​ແອັນ ເພື່ອ​ໂຕ້​ຕອບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສ​ະ​ລາ​ແອັນ ເລັ່ງ​ໃສ່​ເຂດ​ຊານ​ເມືອງ​ທາງ​ທິດ​ໃຕ້ ນະ​ຄອນຫຼວງ Beirut ຂອງ​ລີ​ບັງ. ຫຼັງ​ຈາກ​ນັ້ນ ກອງ​ທັບ​ອິດ​ສະ​ລາ​ແອັນໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ອີ​ຣານ ເພື່ອ​ໂຕ້​ຕອບ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ລະ​ຫວ່າງ​ສອງ​ປະ​ເທດ​ຄັ້ງ​ທຳ​ອິດ ນັບ​ແຕ່​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຮັບ​ການ​ລົງ​ນາມ, ການ​ກະ​ທຳ​ດັ່ງ​ກ່າວ​ໂດຍ​ນັກ​ຊ່ຽວ​ຊານ​ສ່ວນຫຼາຍ​ຕີ​ລາ​ຄາ​ວ່າ​ຮ້າຍ​ແຮງກວ່າຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ໃສ່​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີຣານ​ກ່ອນ​ນັ້ນ, ຍ້ອນ​ວ່າ ປັດ​ຈຸ​ບັນ ລັດ​ຖະ​ບານ ອິດ​ສະ​ລາ​ແອັນຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຍັງ​ຮັກ​ສາ​ຫຼັກ​ໝັ້ນ​ແຂງ​ກ້າ​ດ້າງ​ກັບ​ອີ​ຣານ, ຍາມ​ໃດ​ກໍ່​ປະ​ກາດ​ພ້ອມ​ທີ່​ຈະ​ເຊື່ອມ​ຕໍ່​ການ​ປະ​ທະ​ກັນ​ກັບ ອີ​ຣານ ໃນ​ບໍ່​ວ່າ​ເວ​ລາ​ໃດ, ຕ່າງ​ກັນ​ກັບ​ຄວາມມ​າ​ນະ​ພະ​ຍາ​ຍາມ​ໃຫ້​ບຸ​ລິມ​ະ​ສິດ​ແກ່​ວິ​ທີ​ການ​ທາງ​ການ​ທູດ​ຄື​ອຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ​ໃນ​ປັດ​ຈຸ​ບັນ.

ຄວາມ​ກົດ​ດັ່ນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ

ກ​ານ​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ຖະ​ແຫຼງ​ການ​ຢ່າງ​ຕໍ່​ເນື່ອງ​ຂອງ​ທ່ານ​ປະ​ທາ​ນາ​ທິບໍ​ດີ ອາ​ເມ​ລິ​ກາ Donald Trump ວ່າ ຂໍ້​ຕົກ​ລົງ​ຍາວ​ນານ​ກັບ ອີ​ຣານ ເກືອບ​ຈະ​ບັນ​ລຸ​ໄດ້, ຜ່ານ​ນັ້ນ​ອະ​ນຸ​ຍາດ​ໃຫ້​ຊ່ອງ​ແຄບ​ທະ​ເລ Hormuz ເປີດ​ປະ​ຕູ​ຄືນ​ໃໝ່​ໃຫ້​ການ​ຄົມ​ມະ​ນາ​ຄົມ ແລະ ເລີ່ມ​ຕົ້ນ​ວິ​ວັດ​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ໃໝ່. ເຖິງ​ຢ່າງ​ກໍ​ຕາມ, ໃນຫຼາຍ​ອາ​ທິດ​ຜ່ານ​ມາ, ບັນ​ດາ​ຖະ​ແຫຼງ​ການ​ຂອງ​ທ່ານ Donald Trump ຍັງ​ບໍ່​ທັນ​ປະ​ກົດ​ຜົນ​ເປັນ​ຈິງ, ນັບ​ທັງ​ເວ​ລາ​ການ​ປະ​ທະ​ກັນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ທີ່​ແກ່​ຍາວ​ຜ່ານ​ຂີດ​ໝາຍ​ສຳ​ຄັນ​ແມ່ນ 100 ວັນ​ແມ່ນ​ວັນ​ທີ 8 ມິ​ຖຸ​ນາ​ແລ້ວ.

ຕາມ​ວົງ​ການ​ສັງ​ເກດ​ການ​ແລ້ວ, ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ ອີ​ຣານ ພວມ​ຢູ່​ໃນ​ໄລ​ຍະ​ລະ​ອຽດ​ອ່ອນ. ໜັງ​ສື​ພິມ New York Times (ອາ​ເມ​ລິ​ກາ) ສະ​ບັບ​ອອກ​ຕົ້ນ​ເດືອນ​ນີ້​ໄດ້​ຄັດ​ສະ​ເໜີຫຼາຍ​ແຫຼ່ງ​ຂ່າວ​ຂັ້ນ​ສູງ​ໂດຍ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ ອີຣານ ໄດ້​ຮັດ​ແຄບ​ລົງ​ເຫຼືອ 4 ບັນ​ຫາ​ນິວ​ເຄຼຍ​ຈຸດ​ສຸມ​ລວມ​ມີ: ວໍ​ຊິງ​ຕັນ​ຮຽກ​ຮ້ອງ​ອີ​ຣານ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ເສີມ​ທາດ ຢູ​ຣາ​ນີ ໃນ​ເວ​ລາ​ຢ່າງ​ໜ້ອຍ​ສຸດ 15 ປີ, ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ເພື່ອຫຼຸດ​​ຈຳ​ນວນ​ທາດ​ຢູ​ຣາ​ນີ ໃນ​ສາງເກັບ​ສຳ​ຮອງລົງ, ມ້າງ​ທຳ​ລາຍ 3 ຮາກ​ຖານ​ນິວ​ເຄຼຍ​ໃຫຍ່​ທີ່​ສຸດ​ຢູ່ Natanz, Fordo ແລະ Isfahan; ແລະ ອ​ະ​ນຸ​ຍາດ​ປະ​ຕິ​ບັດ​ບັນ​ດາ​ການກວດ​ກາ​ສາ​ກົນ ໃນ​ບໍ່​ວ່າ​ເວ​ລາ​ໃດ ແລະ ສະ​ຖານ​ທີ່​ໃດ​ຂອງ​ອີ​ຣານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ອາ​ທິດ​ກ່ອນ, ຕົວ​ເອງ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ່​ຍອມ​ຮັບ​ວ່າ, ເຖິ​ງວ່າ​ຂໍ້​ຕົກ​ລົງ​ໃກ້​ຊີ້​ຈະ​ມີ​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ແລ້ວ​ກໍ່​ຈະ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ສຸດ​ທ້າຍ. ທ່ານ Jared Mondschein ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ຢູ່ ສູນ​ຄົ້ນ​ຄ້​ວາ​ອາ​ເມ​ລິ​ກາ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສຸດ​ທ້າຍ​ເບິ່ງ​ຄື​ວ່າ​ບໍ່​ມີ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ຈະ​ແຈ້ງ, ງ່າຍ​ດາຍ ແລະ ວ່ອງ​ໄວ ໃຫ້​ແກ່​ສະ​ພາບ​ການ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ. ບັນ​ຫາ​ນີ້​ອາດ​ສາ​ມາດ​ກໍ່​ຜົນ​ສະ​ທ້ອນ​ຕໍ່​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump ໃນຫຼາຍ​ເດືອນ​ຈະ​ມາ​ເຖິງ, ຍ້ອນ​ວ່າ​ເມື່ອ​ອຳ​ນາດ​ການ​ປົກ​ຄອງ​ທ່ານ Donald Trump ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າເຊິ່ງຫຼາຍ​ຄົນ​ຖື​ວ່າຫຼາຍ​ພໍ​ສົມ​ຄວນ​ໃນ​ບໍ່​ວ່າ​ຂໍ້​ຕົກ​ລົງ​ໃດ​ສຳ​ລັບ​ອີ​ຣານ, ມີ​ສະ​ມາ​ຊິກຫຼາຍ​ທ່ານ​ໃນ​ພັກ​ກ​ານ​ເມືອງ​ຂອງ ທ່ານ Donald Trump ພັດ​ຄັດ​ຄ້ານ​ຍ້ອນ​ວ່າ ເຂົາ​ເຈົ້າ​ຖື​ວ່ານັ້ນ​ແມ່ນ​ຂໍ້​ຕົກ​ລົງ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ Obama ໄດ້​ລົງ​ນາມ​ກັບ ອີ​ຣານ”

ສຳ​ລັບ​ຝ່າຍ​ອີ​ຣານ, ວັນ​ທີ 9 ມິ​ຖຸ​ນາ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Abbas Araghchi ໄດ້​ປະ​ກາດ​ວ່າ ເຕ​ເຮ​ຣານ​ຍັງ​ໃຫ້​ບຸ​ລິ​ມະ​ສິດ​ວິ​ທີ​ການ​ທາງ​ການ​ທູດ, ແຕ່​ຢັ້ງ​ຢືນ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຣານ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ທຸກ​ສິ່ງ​ທ້າ​ທາຍ​ຕໍ່ຄວາມ​ໝັ້ນ​ຄົງ. ນັກ​ການ​ທູດ ອີຣານ ກໍ່​ເນັ້ນ​ໜັກ​ວ່າ ຊ່ອງ​ແຄບ​ທະ​ເລ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ທະ​ເລ​ສາ​ກົນ ຢ່າງ​ສິ້ນ​ເຊິ່ງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຂດ​ທະ​ເລວວມ​ລະ​ຫວ່າງ ອີ​ຣານ ແລະ ໂອ​ມານ, ພ້ອມ​ທັງ​ຖື​ວ່າ​ວິ​ທີ​ການ​ດີ​ທີ່​ສຸດ​ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເກີດ​ຂຶ້ນ​ບັນ​ດາ​ບັນ​ຫາ​ແມ່ນ​ກຳ​ລັງ​ຕ່າງ​ປະ​ເທດ​ຖອນ​ຕົວ​ອອກ​ຈາກ​ພາກ​ພື້ນ.