ຫວຽດ​ນາມ ​ໄດ້ຈັດ​ເຂົ້າໃນ​ກຸ່ມ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ຢ່າງ​ເປັນ​ທາງ​ການ ຕາມ​ການ​ຈັດ​ອັນ​ດັບ​ຄັ້ງຫຼ້າ​ສຸດ​ຂອງ ທະ​ນາ​ຄານ​ໂລກ (WB). ນີ້​ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ກ່ຽວ​ກັບ​ລາຍ​ຮັບ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຮັບ​ຮູ້​ຕໍ່​ເສັ້ນ​ທາງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ເຊື່ອມ​ໂຍງ ແລະ​ ພັດ​ທະ​ນາ​ຂອງ ຫວຽດ​ນາມ. ພາຍ​ຫຼັງ​ຂີດ​ໝາຍ​ນັ້ນ​ແມ່ນ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່, ແຕ່​ກໍ່​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການທີ່​ສູງກວ່າໃຫ້ ຫວຽດ​ນາມ ບົນ​ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ມີ​ລາຍ​ຮັບ​​ສູງ​ໃນ​ປີ 2045.

ຈາກ​ປະ​ເທດ​ທຸກ​ຍາກ​ພາຍຫຼັງ​ສົງ​ຄາມ, ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ພຽງ​ແຕ່ 200 – 300 USD ໃນ​ຊຸມ​ປີ 1990, ປັດ​ຈຸ​ບັນ ຫວຽດ​ນາມ ໄດ້​ລື່ນ​ກາຍ​ລະ​ດັບ 4.636 USD ເພື່ອ​ກ້າວ​ເຂົ້າ​ສູ່​ກຸ່ມ​ປະເທດມີລາຍ​ຮັບ​ປານ​ກາງ​ສູງ.

ນີ້​ແມ່ນ​ໝາກ​ຜົນ​ຂອງ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຂອງວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ຂອງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ - ສັງ​ຄົມ​ທີ່​ເປັນ​ປົກ​ກະ​ຕິ, ພ້ອມ​ກັບ​ການ​ຮ່ວມ​ເດີນ​ທາງ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ສານ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ເປັນ​ປົກ​ກະ​ຕິ

ຂີດ​ໝາຍ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກທີ່​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ, ແຕ່ ຫວຽດ​ນາມ ຍັງ​ຮັກ​ສາ​ໄດ້​ອັດ​ຕາ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ແລະ ປັບ​ປຸງ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ. ສິ່ງ​ນີ້​ຢັ້ງ​ຢືນ​ປະ​ສິດ​ທິ​ຜົນ​ຂອງ​ແນວ​ທາງ​ພັດ​ທະ​ນາ​ທີ່ຖື​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ເປັນ​ພື້ນ​ຖານ ແລະ ການ​ປະ​ຕິ​ຮູບ​ເປັນ​ກຳ​ລັງ​ໜູນ. ບັນ​ດາ​ການ​ປະ​ຕິ​ຮູບລະ​ບອບ​ລະ​ບຽບ​ການ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຂ້ຽວ​ຂາດ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ. ທ່ານ Max-F. Scheichenost, ອົງ​ການ​ພັດ​ທະ​ນາ​ການ​ລົງ​ທຶນ​ເອ​ກະ​ຊົນ, ນັກ​ລົງ​ທຶນ​ທີ່​ຄົ້ນ​ຄວ້າ​ຕະຫຼາດ ​ຫວຽດ​ນາມ ​ມາ​ເປັນຫຼາຍ​ປີ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ມີການປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຢູ່​ ຫວຽດ​ນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ, ພິ​ເສດ​ແມ່ນ​ຈິນ​ຕະ​ນາ​ການ​ຂອງ​ບັນ​ດາ​ຜູ້​ວາງ​ກຳ​ນົດ​ນະ​ໂຍ​ບາຍ, ກົດ​ໝາຍ. ຫວຽດ​ນາມ ໄດ້​ຮັບ​ຟັງ​ບັນ​ດານັກ​ຊ່ຽວ​ຊານ, ​ບັນ​ດາ​ຄຳ​ເຫັນ​ຈາກ​ສາ​ກົນ, ນັກ​ລົງ​ທຶນຫຼາຍຂຶ້ນ. ລະ​ອຽດ​ແມ່ນ, ໃນ​ໄລ​ຍະ​ເວ​ລາ 1 – 2 ປີ​ຜ່ານ​ມາ, ອາດ​ເຫັນ​ໄດ້​ເຖິງການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ທີ່​ມີ​ລັກ​ສະ​ນະ​ເປັນລະ​ບົບ. ຂ້າ​ພະ​ເຈົ້າ ສາ​ມາດ​ຢັ້ງ​ຢືນ​ໄດ້​ວ່າ ປັດ​ຈຸ​ບັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ພວມ​ມີ​ການ​ພັດ​ທະ​ນາ​ທີ່​ສຸດ ແລະ ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ອາດ​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ​ທີ່ເປັນ​ປົກ​ກະ​ຕິ​ຢູ່ ຫວຽດ​ນາມ”.

ຂໍ້​ສ​ັງ​ເກດ​ຂອງ​ທ່ານ Max-F. Scheichenost ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ບັນ​ດາ​ນັກ​ລົງ​ທຶນ​ສົນ​ໃຈ​ບໍ່​ພຽງ​ແຕ່​ແມ່ນ​ຂອບ​ຂະ​ໜາດ​ຕະຫຼາດເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄຸນ​ນະ​ພາບ​ໃນ​ການ​ບໍ​ລິ​ຫານ ແລະ ຄວາມ​ອາດສາ​ມາດ​ປະ​ຕິ​ຮູບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ເມື່ອ​ນະ​ໂຍ​ບາຍ​ນັບ​ມື້​ນັບ​ໂປ່ງ​ໃສ, ຈິນ​ຕະ​ນາ​ການ​ໃນ​ການ​ຄຸ້ມຄອງ​ບໍ​ລິ​ຫານ​ນັບ​ມື້​ນັບ​ເປີດ​ເຜີຍ ແລະ ບັນ​ດາ​ຄຳ​ເຫັນ​ຈາກວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ​ສາ​ກົນ​ໄດ້​ຮັບ​ຟັງຫຼາຍຂຶ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ກໍ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ. ນີ້​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ດ້ວຍ​ຄວ​າມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ສູງກວ່າ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ. ເມື່ອ​ທ່າ​ໄດ້​ປຽ​ບ​ກ່ຽວ​ກັບ​ຄ່າ​ແຮງ​ງານ​ຕ່ຳ​ຄ່ອຍໆຖືກຫຼຸດ​ລົງ, ກຳ​ລັງ​ໜູນ​ພັດ​ທະ​ນາ​ຕ້ອງ​ມາ​ຈາກ​ນະ​ວັດ​ຕະ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ສະ​ມັດ​ຕະ​ພາບ​​ແຮງ​ງານ ແລະ ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ທ່ານ Warrick Cleine ຜູ້​ອຳ​ນວຍ​ການ​ໃຫຍ່ KPMG ຫວຽດ​ນາມ ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ມີໂຊກ​ດີຫຼາຍ ເມື່ອປີ​ກາຍໄດ້​ມີ​ໂອ​ກາດເຮັດວຽກກັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ອາທິດ​ໜຶ່ງ​ຢູ່​ ລອນດອນ ໃນ​ໂອ​ກາດເພິ່ນ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ໃຫຍ່​. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Oxford ແລະ ບົດ​ກ່າວ​ຄຳ​ເຫັນ​ນັ້ນ ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແທ້​ຈິງ ເຊິ່ງ​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງທັດ​ສະ​ນະ​ຂອງ ຫວ​ຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ໃນ​ປີ 2045. ມັນ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຕີບ​ໂຕ GDP ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ແມ່ນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ. ການ​ປັບ​ປຸງ​ເສດ​ຖະ​ກິດໄປ​ພ້ອມ​ກັບ​ການ​ພັດ​ທະ​ນາ​ວັດ​ຖຸ​​ອື່ນໆ​ແມ່ນ​ໄມ້​ຫຼາວັດ​ແທກສຳ​ຄັນ ກ່ຽວ​ກັບ​ຖານ​ະ​ບົດ​ບາດ​ຂອງ​ປະ​ເທດ​ພັດ​ທະ​ນາ”.

ຈາກ​ຂີດ​ໝາຍ​ໄປເຖິງ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ

ເຖິງວ່າ​ບັນ​ລຸ​ໄດ້​ຂີດ​ໝາຍ​ສຳ​ຄັນ, ແຕ່ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ ຫວຽດ​ນາມ​ ຍັງ​ໃຫຍ່ຫຼວງຫຼາຍ. ດ້ວຍ​ຂອບ​ຂະ​ໜາດ​ປະ​ຊາ​ກອນ​ຂຶ້ນ​ກັບ​ກຸ່ມ​ແຖວ​ໜ້າ​ໂລກ ແຕ່​ຂອບ​ຂະ​ໜາດ​ເສດ​ຖະ​ກິດ​ຍັງ​ບໍ່​ເໝາະ​ສົມ, ຫວຽດ​ນາມ ​ມີຫຼາຍ​ໂອ​ກາດ​ເພື່ອ​ບຸກ​ທະ​ລຸ​ຖ້າ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ນັກ​ທຸ​ລະ​ກິດ ມາຍ​ຮຶວ​ຕິນ ຕີ​ລາ​ຄາ​ວ່າ:

“ກ່ຽວ​ກັບ​ປະ​ຊາ​ກອນ, ຫວຽດ​ນາມ ພວມ​ຢືນ​ຢູ່​ອັນ​ດັບ 16 ໃນ​ໂລກ, ໝາຍ​ຄວາມ​ວ່າ​ໃນ top ສູງ​ຂອງ​ໂລກ. ກ່ຽວ​ກັບ​ຂອບຂະໜາດພື້ນ​ຖານ​ເສດ​ຖະ​ກິດ​ນັ້ນ ຫວຽດນາມ ພວມ​ຢູ່​ໃນ​ອັນ​ດັບ​ທີ 32. ດັ່ງ​ນັ້ນ, ຫວຽດ​ນາມ​ ມີ​ໄລ​ຍະ​ຫ່າງ​ທີ່​ໃຫຍ່​ທີ່​ສຸດ ເພື່ອ​ດຶງ​ຂອບ​ຂະ​ໜາດ​ພື້ນ​ຖານ​ເສດ​ຖະ​ກິດ​ຂຶ້ນມາຢູ່​​ເທົ່າ​ທຽມ​​ກັບ​ອັນ​ດັບປະ​ຊາ​ກອນ. ຖ້າ​ພວກ​ເຮົາ​ເຮັດ​ໄດ້​ສິ່ງ​ນັ້ນ, ແລະ​ໃນ​ຕົວຈິງ​ບັນ​ດາ​ນະ​ໂຍ​ບາຍ​ ວ່າງ​ມາ​ນີ້ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນັ້ນ, ຖ້າ​ພວກ​ເຮົາ​ກ້າວໄປ​ໄວ​ໃນ​ໄລ​ຍະ​ນີ້ໄດ້, ລື່ນ​ກາຍແຮ້ວ​ລາຍ​ຮັບ​ປານ​ກາງ, ພວກ​ເຮົາ​ອາດ​ສາ​ມາດ​ລອດ​ເຂົ້າ top 20 ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ໂລກ”.

​ເປັນ​ກຳ​ລັງ​ແຮງ​ເມື່ອ​ຫັນ​ປ່ຽນ​ເປັນ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຄວາມ​ສາ​ມາດ​ນະ​ວັດ​ຕະ​ກຳ. ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດ​ນາມ ລື່ນ​ກາຍ​ລະ​ດັບ​ລາຍ​ຮັບ​​ປານ​ກາງ, ຍົກ​ສູງ​ຖາ​ນະທີ່ຕັ້ງ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ຫັນ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ​ໃນ​ປີ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ກ້າວ​ເຂົ້າ​ສູ່ງ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ແມ່ນ​ຂີດ​ໝາຍ​ທີ່​ເປັນ​ໜ້າ​ພາກ​ພູມ​ໃຈ, ແຕ່​ສິ່ງ​ສຳ​ຄັນ​ກ່​ວາ​ນັ້ນ​ແມ່ນ ຫວຽດ​ນາມ ຮັກ​ສາ​ທ່າ​ປະ​ຕິ​ຮູບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ພຽງ​ແຕ່​ເມື່ອ​ສ້າງໄດ້​ພື້ນ​ຖານ​ເສດ​ຖະ​ກິດມີ​ສະ​ມັດ​ຕະ​ພາບ​ສູງ, ກຳ​ລັງ​ແກ້ງ​ແຍ້ງ​ຢ່າງ​ແຮງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫວຽດ​ນາມ ​ຈຶ່ງຈະສາ​ມາດ​ຫັນ​ແງ່​ຫວັງ​ພັດ​ທະ​ນາ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໄດ້.