ຂໍ້ຕົກລົງນີ້ບໍ່ພຽງແຕ່ກະທົບຕໍ່ຕະຫຼາດພະລັງງານຢ່າງແຮງເທົ່ານັ້ນ, ຫາກຍັງໄດ້ຖືກຖືວ່າ ແມ່ນການກະທຳທາງພູມສາດການເມືອງທີ່ສຳຄັນ ສຳລັບການຜັນແປຂອງການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ອີກດ້ວຍ.
ຂໍ້ມູນກ່ຽວກັບຂໍ້ຕົກລົງນ້ຳມັນ diesel ອາເມລິກາ-ລັດເຊຍ ໂດຍທ່ານ Donald Trump ປະທານນາທິບໍດີ ອາເມລິກາ ປະກາດເມື່ອວັນທີ 9 ຕຸລາ, ໃນຈຸດເວລາທີ່ບັນດາຄະນະຜູ້ແທນ ຢູແກຼນ ແລະ ເອີລົບ ພວມມີໜ້າຢູ່ Miami ລັດ Florida ປະເທດ ອາເມລິກາ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການໃຫ້ສຳລັບການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ.
ການຄິດໄລ່ໃນການເລືອກຕັ້ງ
ຕາມເນື້ອໃນແຈ້ງການຂອງ ທ່ານປະທານນາທິບໍດີ Donald Trump ແລະ ຫຼັງຈາກນັ້ນໄດ້ຮັບການຮັບຮູ້ຈາກ ມົດສະກູ, ອາເມລິກາ ແລະ ລັດເຊຍ ບັນລຸໄດ້ເລື່ອງ ລັດເຊຍ ສະໜອງນ້ຳມັນ diesel ກ່ວາ 300.000 ໂຕນໃຫ້ແກ່ ອາເມລິກາ ໃນທັນທີ, ຕື່ມ 500.000 ໂຕນໃນເດືອນພະຈິກ ປີ 2026 ແລະ 1 ລ້ານໂຕນໃນຄັ້ງຕໍ່ໄປ. ທ່ານ Trump ໃຫ້ຮູ້ຕື່ມອີກວ່າ ລັດເຊຍ ອາດຈະສະໜອງນ້ຳມັນ diesel ຕື່ມອີກ 3 ລ້ານໂຕນໃນໄລຍະສັ້ນໆນີ້, ຂຶ້ນກັບສະພາບການເຄື່ອນໄຫວຂອງບັນດາໂຮງງານກັ່ນຕອງນ້ຳມັນຂອງປະເທດນີ້. ເປັນອັນວ່າ, ປະລິມານເຊື້ອເພີງທັງໝົດທີ່ ລັດເຊຍ ໄດ້ສະໜອງອອກສູ່ຕະຫຼາດອາດຈະກາຍ 4,8 ລ້ານໂຕນ, ຖ້າຫາກວ່າ ທຸກບັ້ນສົ່ງສິນຄ້ານີ້ໄດ້ຮັບການປະຕິບັດ.
ທ່ານ Philip Verleger, ຜູ້ຊ່ຽວຊານເສດຖະກິດພະລັງງານ, ນັກຮຽນຮູ້ຂັ້ນສູງ ທັງເປັນຄູສອນຢູ່ໂຮງຮຽນການຄຸ້ມຄອງ ແລະ ການຈັດຕັ້ງ ຂຶ້ນກັບມະຫາວິທະຍາໄລ Yale, ທັງແມ່ນນັກຄົ້ນຄ້ວາຖືກເຊີນ ຢູ່ສະຖາບັນເສດຖະກິດສາກົນ Peterson (PIIE), ອາເມລິກາ ໃຫ້ຮູ້ວ່າ:
ລັດເຊຍ ເຄີຍສົ່ງອອກນ້ຳມັນ diesel ປະມານ 1 ລ້ານຖັງ/ວັນ. ບັນດາປະເທດຄື ບຣາຊິນ, ຕວກກີ ໄດ້ຫ້າມນຳເຂົ້າເຊື້ອເພີງປະເພດນີ້. ແລະ ຜົນຕາມມາແມ່ນພວກເຮົາໄດ້ເສຍແຫຼ່ງສະໜອງ 1 ລ້ານຖັງ/ວັນ ໃນຕະຫຼາດທັງໝົດທີ່ມີຂອບຂະໜາດປະມານ 25 ລ້ານຖັງ/ວັນ.
ການກະທຳທີ່ສັ່ນສະເທືອນ
ໃນສະພາບການທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ມີສັນຍານເພີ່ມຂຶ້ນຫຼາຍພໍສົມຄວນໃນໄລຍະມໍ່ໆມານີ້, ນີ້ບໍ່ພຽງແຕ່ແມ່ນເລື່ອງສອງຝ່າຍເພີ່ມບັນດາບັ້ນບຸໂຈມຕີໃສ່ພື້ນຖານໂຄງລ່າງພົນລະເຮືອນຂອງກັນເທົ່ານັ້ນ, ຫາກຍັງໄດ້ສູ້ຢັນກັນແບບເຊິ່ງໜ້າລະຫວ່າງ ລັດເຊຍ ກັບບັນດາປະເທດ ເອີລົບ ອີກດ້ວຍ,
ຂໍ້ຕົກລົງນ້ຳມັນ diesel ອາເມລິກາ-ລັດເຊຍ ແມ່ນການກະທຳທີ່ສ້າງຄວາມສັ່ນສະເທືອນ, ອາດຈະສົ່ງຜົນກະທົບໃຫຍ່ຕໍ່ບັນດາການຜັນແປຕໍ່ໄປຂອງການປະທະກັນ. ສ່ວນຝ່າຍ ຢູແກຼນ, ຂໍ້ຕົກລົງນີ້ໄດ້ນຳມາເຊິ່ງຄວາມວິຕົກກັງວົນຫຼາຍຢ່າງ, ຍ້ອນແມ່ນຂີດໝາຍຂອງການປ່ຽນແປງໃຫຍ່ໃນທັດສະນະຂອງ ວໍຊິງຕັນ ທີ່ມີຕໍ່ ມົດສະກູ ແລະ ມີຄວາມອາດສະມາດຈະເຮັດໃຫ້ປະມວນກົດໝາຍວ່າດ້ວຍການລົງໂທດ ລັດເຊຍ ແລະ ອີຣານ ທີ່ໃສ່ຊື່ອະດີດສະມາຊິກສະພາສູງ ເອມາລິກາ, ທ່ານ Lindsey Graham, ຊື່ງຄາດວ່າຈະມີຜົນສັກສິດນັບແຕ່ວັນທີ 19 ຕຸລາເປັນຕົ້ນໄປນັ້ນ ຖືກໝົດຜົນສັກສິດ ແລະ ອະນຸຍາດໃຫ້ຈັດວາງອັດຕາພາສີອາກອນຂຶ້ນເຖິງ 500% ສຳລັບສິນຄ້າຂອງ ລັດເຊຍ, ພ້ອມທັງນຳໃຊ້ບັນດາມາດຕະການລົງໂທດຂັ້ນສອງ ສຳລັບບັນດາປະເທດທີ່ຊື້ເຊື້ອເພີງຂອງ ລັດເຊຍ.
ທ່ານ Ian Kelly, ຜູ້ຊ່ຽວຊານຄົ້ນຄ້ວາສາກົນ ແລະ ພາສາ ແລະ ວັນນະຄະດີ Slav ຢູ່ ມະຫາວິທະຍາໄລ Northwestern ປະເທດ ອາເມລິກາ ຖືວ່າ: ໃນໄລຍະສັ້ນ, ຂໍ້ຕົກລົງນ້ຳມັນ diesel ອາເມລິກາ-ລັດເຊຍ ຈະບໍ່ກໍ່ຜົນສະທ້ອນໃຫ່ຍຫຼວງປານໃດຕໍ່ການພົວພັນລະຫວ່າງ ອາເມລິກາ-ເອີລົບ, ຍ້ອນວ່າ ຝ່າຍ ເອີລົບ ບໍ່ໄດ້ເຊື່ອໝັ້ນ ອາເມລິກາ ຄືດັ່ງຄູ່ຮ່ວມມືໃນຄວາມມານະພະຍາຍາມຮັກສາກຳລັງກົດດັນຕໍ່ ລັດເຊຍ ອີກຕໍ່ໄປ. ແຕ່ເຖິງແນວນັ້ນກໍ່ຕາມ, ນີ້ຈະແມ່ນບາດຄ້ອນອີກອັນໜຶ່ງທີ່ຕີເຂົ້າໃນຄວາມສາມັກຄີຂອງຝ່າຍ ຕາເວັນຕົກ ໃນຂະນະທີ່ໄດ້ນຳມາເຊິ່ງກຳລັງໜູນອັນໃຫ່ຍຫຼວງໃຫ່ແກ່ຝ່າຍ ລັດເຊຍ, ໂດຍສະເພາະແມ່ນໃນດ້ານການເມືອງ:
ຂ້າພະເຈົ້າບໍ່ຄິດວ່າ ຈຳນວນເງິນທີ່ພວກເຮົາກຳລັງປຶກສາຫາລືນັ້ນ ແມ່ນຫຼາຍພໍເພື່ອຈະຖົມງົບປະມານຂອງ ລັດເຊຍ ໃຫ້ເຕັມຕາມລະດັບຄວາມປາດຖະໜາຂອງເຂົາເຈົ້າ. ແຕ່ເຖິງແນວນັ້ນກໍ່ຕາມ, ຖ້າພິຈາລະນາທາງດ້ານການເມືອງ, ຂ້າພະເຈົ້າເຫັນວ່າ ສິ່ງນີ້ແມ່ນມີປະໂຫຍດໃຫ້ແກ່ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຫຼາຍທີ່ສຸດ. ເຫດຜົນແມ່ນມັນໄດ້ສົ່ງສານທີ່ວ່າ ຝ່າຍ ລັດເຊຍ ຈະສາມາດຢືນຢູ່ຢ່າງໝັ້ນຄົງກວ່າຄູ່ແຂ່ງ.
ສຳລັບ ມົດສະກູ, ຂໍ້ຕົກລົງນ້ຳມັນ diesel ກັບ ອາເມລິກາ ແມ່ນໄຊຊະນະໃນຫຼາຍດ້ານ. ໃນດ້ານເສດຖະກິດ, ຂໍ້ຕົກລົງນີ້ໄດ້ແກ້ໄຂຫຼາຍຄວາມກົດດັນຕໍ່ຂະແໜງພະລັງງານ ຊື່ງເຄີຍຖືກລົງໂທດຈາກ ລັດເຊຍ, ນຳມາເຊິ່ງແຫຼ່ງລາຍຮັບຫຼາຍພໍສົມຄວນໃຫ້ແກ່ງົບປະມານ. ສິ່ງສຳຄັນກວ່າ ນັ້ນແມ່ນ, ໃນດ້ານການເມືອງ, ຂໍ້ຕົກລົງນີ້ ໃຫ້ເຫັນວ່າ ມົດສະກູ ຍັງກຳ “ໃບໄພ້” ທີ່ເປັນປະໂຫຍດໃນການພົວພັນກັບ ວໍຊິງຕັນ ເພື່ອປັບປຸງບັນດານະໂຍບາຍຂອງ ອາເມລິກາ ໃນດ້ານພູມສາດການເມືອງທີ່ຍາວໄກກວ່າ, ລວມມີ ການຮ່ວມມືໃນການແກ້ໄຂຫຼາຍຈຸດຮ້ອນເຮັ່ງອື່ນໆໃນໂລກ ຫາກບໍ່ແມ່ນພຽງແຕ່ຢູ່ອ້ອມແອ້ມການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ./.
