ບົດບັນທຶກຄວາມເຂົ້າໃຈ (MoU), ຫຼື ຍັງເອີ້ນວ່າ ບົດບັນທຶກ Islamabad (ໂດຍ ປາກິດສະຖານເປັນກາງໄກ່ເກ່ຍຕົ້ນຕໍ, ພ້ອມກັບການໜູນຊ່ວຍຈາກ ກາຕາ, ອາຣັບບິ ຊະອຸດິ, ຕວັກກີ ແລະ ອີຢິບ), ໄດ້ປະຕິບັດສຳເລັດຜ່ານຮູບແບບເຊັນເອເລັກໂຕນິກທາງໄກ ໃນວັນທີ 17 ມິຖຸນາ ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນຂະນະທີ່ພວມເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ - G7 ຢູ່ ຝລັ່ງ ແລະ ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ. ຄາດວ່າ, ຜູ້ຕາງໜ້າສອງຝ່າຍແມ່ນ ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ສືບຕໍ່ພົບປະກັນຢູ່ ສະວິດ ໃນວັນທີ 19 ມິຖຸນາ ເພື່ອປະຕິບັດບັນດາບາດກ້າວເຈລະຈາຕໍ່ໄປໃຫ້ປະກົດຜົນເປັນຈິງ.
ຢຸດຕິທຸກການປະທະກັນ
ຕາມບັນດາເນື້ອໃນລະອຽດກ່ຽວກັບຂໍ້ຕົກລົງໂດຍອຳນາດການປົກຄອງ ອາເມລິກາ ໄດ້ປະກາດ, ເອກະສານສະບັບທີ່ການນຳ ອາເມລິກາ ແລະ ອີຣານ ຫາກໍ່ໄດ້ລົງນາມນັ້ນ ລວມມີ 14 ຂໍ້, ແນໃສ່ຈຸດປະສົງສິ້ນສຸດການປະທະກັນທີ່ເກີດຂຶ້ນລະຫວ່າງສອງຝ່າຍແຕ່ທ້າຍເດືອນ ກຸມພາ 2026 ແລະ ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ. ຂໍ້ຕົກລົງໄດ້ເນັ້ນໜັກເຖິງເລື່ອງຢຸດຕິການເຄື່ອນໄຫວທາງການທະຫານຢ່າງສິ້ນເຊີງ, ບໍ່ບຸກໂຈມຕີ ແລະ ປະທະກັນໃນບັນດາສະໜາມຮົບທັງໝົດ, ລວມທັງຢູ່ສະໜາມຮົບທີ່ກ່ຽວຂ້ອງເຖິງ ລີບັງ. ສອງຝ່າຍເຫັນດີຕໍ່ກຳນົດເວລາຂອງຄຳສັ່ງຢຸດຍິງຕື່ມອີກ 60 ວັນ ເພື່ອຮັບໃຊ້ການເຈລະຈາຮອບຕໍ່ໄປ.
ບັນດາເນື້ອໃນທີ່ໜ້າສົນໃຈແມ່ນ ອີຣານ ເຫັນດີເປີດຊ່ອງແຄບທະເລ Hormuz ຄືນໃໝ່ໃນທັນທີ ເພື່ອໃຫ້ກ່ຳປັ່ນການຄ້າສາກົນສັນຈອນເຄື່ອນຍ້າຍຢ່າງປອດໄພ. ສ່ວນຝ່າຍ ອາເມລິກາ ໄດ້ເລີ່ມຕົ້ນວິວັດທະນາການຍົກເລີກຄຳສັ່ງປິດລ້ອມກອງທັບເຮືອສຳລັບບັນດາທ່າກ່ຳປັ່ນທະເລຂອງ ອີຣານ ຢ່າງສິ້ນເຊີງພາຍໃນ 30 ວັນ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເອງ ກໍຍອມຮັບເລື່ອງວິຕົກກັງວົນຕໍ່ບັນດາຜົນກະທົບທາງດ້ານເສດຖະກິດ ຈາກການປະທະກັນ ແມ່ນໜຶ່ງໃນບັນດາເຫດຜົນຊຸກຍູ້ທ່ານບັນລຸໄດ້ຂໍ້ຕົກລົງກັບ ອີຣານ.
“ສິ່ງໜຶ່ງດຽວທີ່ຂ້າພະເຈົ້າບໍ່ຢາກເຫັນ ນັ້ນແມ່ນວິນາດຕະກຳດ້ານເສດຖະກິດ. ຖ້າຫາກວ່າຈະສືບຕໍ່ຄືແນວນີ້, ສິ່ງນັ້ນ ກໍອາດຈະເກີດຂຶ້ນໄດ້. ບັນດາສິ່ງທີ່ຂ້າພະເຈົ້າຮູ້ ແມ່ນແຕ່ລະເທື່ອທີ່ພວກເຮົາປຶກສາຫາລືກ່ຽວກັບກໍລະນີສັນຕິພາບ, ຕະຫຼາດຫຼັກຊັບພັດເພີ່ມຂຶ້ນຢ່າງແຮງຄືດັ່ງລູກສອນໄຟ, ມັນບໍ່ຫຼຸດລົງຈັກເທື່ອ”.
ກ່ຽວກັບບັນຫານິວເຄຼຍຂອງ ອີຣານ, ສອງຝ່າຍໄດ້ຕົກລົງເປັນເອກະພາບ ໃນໄລຍະລໍຖ້າຂໍ້ຕົກລົງສຸດທ້າຍ, ອີຣານ ໃຫ້ຄຳໝັ້ນສັນຍາຢຸດຕິການເຄື່ອນໄຫວ ແລະ ຮັກສາສະພາບການໂຄງການນິວເຄຼຍ ໃນປັດຈຸບັນໄວ້ຄືເກົ່າ, ບໍ່ເສີມທາດຢູລານຽມລະດັບສູງ. ສ່ວນ ອາເມລິກາ ໃຫ້ຄໍາໝັ້ນສັນຍາ ບໍ່ຈັດວາງບໍ່ວ່າຄຳສັ່ງລົງໂທດໃໝ່ໃດໆ ແລະ ບໍ່ຜັນຂະຫຍາຍກຳລັງທະຫານເຂົ້າພາກພື້ນຕື່ມອີກ. ຂໍ້ຕົກລົງດັ່ງກ່າວກໍໄດ້ເຕື້ອງເຖິງບັນດາບັນຫາການເງິນ, ໃນນັ້ນ ມີເລື່ອງຍົກເລີກ ກໍລະນີຊັບສິນຂອງ ອີຣານ ທີ່ຖືກອາຍັດຢູ່ຕ່າງປະເທດ (ປະມານ 25 ຕື້ USD), ກໍຄືຄວາມອາດສາມາດສ້າງກອງທຶນທີ່ມີມູນຄ່າ 300 ຕື້ USD ໃຫ້ແກ່ການລົງທຶນ, ສ້າງສາ ອີຣານ ຄືນໃໝ່, ໄປຄຽງຄູ່ກັບວິວັດການຫຼຸດຜ່ອນບັນດາຄຳສັ່ງລົງໂທດດ້ານເສດຖະກິດຈາກຝ່າຍ ອາເມລິກາ.
ບັນດາສິ່ງທ້າທາຍ
ເລື່ອງ ອາເມລິກາ ແລະ ອີຣານ ລົງນາມໃນຂໍ້ຕົກລົງຢຸດຕິການປະທະກັນຢູ່ຕາເວັນອອກກາງ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນຢ່າງແຮງ. ເຖິງຢ່າງໃດກໍຕາມວົງການນັກສັງເກດການກໍຖືວ່າ, ເລື່ອງລົງນາມໃນຂໍ້ຕົກລົງສະບັບໃໝ່ນີ້ ພຽງແຕ່ແມ່ນບາດກ້າວເດີນທຳອິດຂອງວິວັດການທີ່ເຕັມໄປດ້ວຍສິ່ງທ້າທາຍທີ່ໃຫຍ່ຫຼວງກວ່າ ໃນຮອບເວລາ 60 ວັນຈະມາເຖິງ. ສິ່ງທ້າທາຍທຳອິດ ແມ່ນ ອິດສະຣາແອັນ ແລະ ສະໜາມຮົບ ລີບັງ. ອິດສະຣາແອັນ ໄດ້ພ້ອມກັບ ອາເມລິກາ ເຂົ້າຮ່ວມການຕໍ່ສູ້ຕ້ານຄືນ ອີຣານ ແຕ່ບໍ່ແມ່ນຝ່າຍໜຶ່ງທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງດັ່ງກ່າວ. ທ່ານ Benjeamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ກໍໄດ້ປະກາດວ່າ ນີ້ແມ່ນການຕັດສິນຂອງສະເພາະທ່ານປະທານາທິບໍດີ Donald Trump ແລະ ອິດສະຣາແອັນ ມີບັນດາເປົ້າໝາຍຄວາມໝັ້ນຄົງສະເພາະຕ່າງຫາກ. ດັ່ງນັ້ນ, ບັນດາການເຄື່ອນໄຫວການທະຫານ ຂອງ ອິດສະຣາແອັນ ທີ່ພວມສືບຕໍ່ດຳເນີນຢູ່ ລີບັງ ມີຄວາມສ່ຽງກະຕຸ້ນການໃຊ້ຄວາມຮຸນແຮງຄືນໃໝ່, ເຮັດໃຫ້ຄຳໝັ້ນສັນຍາ “ຢຸດຕິການປະທະກັນໃນທຸກສະໜາມຮົບ” ຂອງບົດບັນທຶກຄວາມເຂົ້າໃຈຖືກແຕກຫັກ.
ສິ່ງທ້າທາຍໃຫຍ່ຕໍ່ໄປ ແມ່ນບັນຫານິວເຄຼຍ. ໃນໄລຍະເວລາ 60 ວັນ ອາດຈະບໍ່ພໍເພື່ອໃຫ້ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມສຳລັບຫົວຂໍ້ທີ່ສັບສົນໄດ້ແກ່ຍາວເປັນເວລາກວ່າ 1 ສະຕະວັດຜ່ານມາ. ທ່ານ ຮສ Andreas Krieg ສັງກັດໂຮງຮຽນຄົ້ນຄວ້າຄວາມໝັ້ນຄົງຂອງ King’s College London (ອັງກິດ) ໃຫ້ຂໍ້ສັງເກດວ່າ:
“ສິ່ງທ້າທາຍໃຫຍ່ທີ່ສຸດສຳລັບຂໍ້ຕົກລົງນິວເຄຼຍ ຍັງຄົງແມ່ນບັນດາເນື້ອໃນລະອຽດ, ຫາກບໍ່ແມ່ນແນວຄວາມຄິດສັງລວມ. ກ່ຽວກັບຫຼັກການ, ທັງສອງຝ່າຍລ້ວນແຕ່ຕົກລົງເຫັນດີນຳກັນວ່າ ອີຣານ ຈະບໍ່ກາຍເປັນປະເທດຖືກຳມະສິດອາວຸດນິວເຄຼຍຕື່ມອີກ. ເບິ່ງຄືວ່າ ທັງສອງຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາຢ່າງແຮງ. ສິ່ງທີ່ຂ້າພະເຈົ້າຄິດວ່າຍັງມີບາງຈຸດທີ່ໂຕ້ຖຽງກັນ ນັ້ນແມ່ນ ກ່ຽວກັບລະດັບການເສີມທາດຢູລານຽມ ທີ່ສາມາດຍອມຮັບໄດ້. ຫຼັງຈາກນັ້ນແມ່ນບັນຫາຕິດຕາມກວດກາຂໍ້ຕົກລົງ ກໍຄືການປະຕິບັດຂໍ້ຕົກລົງ. ແລະສຸດທ້າຍແມ່ນ ຍັງມີບັນຫາກ່ຽວກັບເລື່ອງປະລິມານຢູລານຽມທີ່ ອີຣານ ໄດ້ເສີມໃນລະດັບສູງໃນປັດຈຸບັນ ຈະແກ້ໄຂຄືແນວໃດ?”
ສຳລັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump, ກຳລັງກົດດັນດ້ານການເມືອງພາຍໃນ ກໍແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ.
ນອກຈາກບັນດາບັນຫາດັ່ງກ່າວ, ບັນດາຮົ້ວກີດຂວາງທາງດ້ານເຕັກນິກຢູ່ຊ່ອງແຄບທະເລ Hormuz ກໍແມ່ນສິ່ງທ້າທາຍໃຫຍ່. ໃນສຸດທ້າຍ, ເລື່ອງຂາດບັນດາກົນໄກຕິດຕາມກວດກາຢ່າງແຂງແຮງກໍແມ່ນບັນຫາໜຶ່ງ. ບົດບັນທຶກຄວາມເຂົ້າໃຈໄດ້ສ້າງກົນໄກບໍລິຫານລວມ ແຕ່ຍັງຂາດບັນດາມາດຕານິຕິກຳທີ່ມີຄວາມເຂັ້ມແຂງຢ່າງພຽງພໍ ຖ້າໜຶ່ງໃນສອງຝ່າຍລະເມີດ. ໃນສະພາບການຄວາມວິຕົກກັງວົນລະຫວ່າງ ວໍຊິງຕັນ ແລະ ເຕເຣຣານ ຍັງຢູ່ໃນລະດັບສູງທີ່ສຸດນັ້ນ, ບໍ່ວ່າເຫດການເຕະຕ້ອງຂະໜາດໜ້ອຍເທົ່າໃດຢູ່ທະເລ ຫຼື ຂໍ້ກ່າວຫາໃດໆ ກໍອາດຈະເຮັດໃຫ້ຂໍ້ຕົກລົງຖືກຍົກເລີກໃນທັນທີ./.
