ບັນດາສັນຍານທີ່ດີຈາກການແລກປ່ຽນທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ໃນໄລຍະຜ່ານມາ ພວມເພີ່ມຄວາມຄາດຫວັງກ່ຽວກັບຄວາມສາມາດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ພາຍຫຼັງເກີດການປະທະກັນມາເປັນເວລາຫຼາຍເດືອນ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າທັງ ວໍຊິງຕັນ ແລະ ເຕເຮຣານ ລ້ວນແຕ່ຊີ້ໃຫ້ເຫັນວ່າ ຄວາມປາດຖະໜາຢາກຫຼີກລ່ຽງການປະເຊີນໜ້າທີ່ແກ່ຍາວກໍ່ຕາມ, ແຕ່, ເສັ້ນທາງພາໄປເຖິງຂໍ້ຕົກລົງຮອບດ້ານຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງ. ເບື້ອງຫຼັງບັນດາຄຳຖະແຫຼງທີ່ມີເຈດຕະນາດີນັ້ນ ຍັງຄົງມີບັນດາສິ່ງທີ່ແຕກຕ່າງກັນອັນເລິກເຊິ່ງຢູ່.
ບັນດາຝ່າຍກ່ຽວຂ້ອງຍັງຄົງຮັກສາຊ່ອງການທູດເປັນກາງ ຢູ່, ມີບາງເນື້ອໃນທີ່ມີລັກສະນະຂອບໃຫ້ແກ່ວິວັດການເຈລະຈາຄ່ອຍໆສ້າງເປັນຮູບເປັນຮ່າງແລ້ວ. ເຖິງຢ່າງໃດກໍ່ຕາມ, ບັນດາບັນຫາຫຼັກກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ຜົນປະໂຫຍດຍຸດທະສາດຍັງຄົງສ້າງຊ່ອງຫວ່າງລະຫວ່າງ 2 ຝ່າຍຫຼາຍພໍສົມຄວນ.
ຄວາມໄວ້ເນື້ອເຊື່ອໃຈຍັງແມ່ນຊ່ອງຫວ່າງໃຫຍ່ທີ່ສຸດ
ຫວ່າງມໍ່ໆມານີ້, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ສືບຕໍ່ສົ່ງສັນຍານທີ່ໜ້າປະເອີບໃຈກ່ຽວກັບແງ່ຫວັງຂອງການໂອ້ລົມສົນທະນາ ເມື່ອຢືນຢັນວ່າ: “ອີຣານ ຢາກບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງ, ແລະ ນັ້ນຈະແມ່ນຂໍ້ຕົກລົງທີ່ດີໃຫ້ແກ່ ອາເມລິກາ ພ້ອມກັບບັນດາຝ່າຍເປັນພັນທະມິດກັບພວກເຮົາ”. ການນຳ ອາເມລິກາ ກໍ່ຍອມຮັບວ່າ ວິວັດການເຈລະຈາພວມຖືກກົດດັ່ນຈາກຫຼາຍຄຳເຫັນທີ່ແຕກຕ່າງກັນຢູ່ພາຍໃນປະເທດ ອາເມລິກາ ເອງ. ຕາມທ່ານແລ້ວ, ເລື່ອງປະກົດມີບັນດາທັດສະນະທີ່ແຕກຕ່າງກັນກ່ຽວກັບວິທີເຂົ້າເຖິງສຳລັບ ອີຣານ ຢ່າງຕໍ່ເນື່ອງນັ້ນ ໄດ້ເຮັດໃຫ້ວິວັດການເຈລະຈາຫຍຸ້ງຍາກກວ່າ.
ໃນຂະນະນັ້ນ, ຝ່າຍ ອີຣານ ໄດ້ສຸມໃສ່ບັນຫາອື່ນ ນັ້ນແມ່ນ: ຄວາມໄວ້ເນື້ອເຊື່ອໃຈ. ທ່ານ Mohammad Baqer Qalibaf, ປະທານສະພາແຫ່ງຊາດ ອີຣານ ຖະແຫຼງວ່າ:
“ບັນດານັກຮົບໃນແນວຮົບການທູດ ບໍ່ເຊື່ອໃຈຕໍ່ບັນດາຄຳເວົ້າ ຫຼື ຄຳໝັ້ນສັນຍາຂອງຝ່າຍທີ່ເປັນປໍລະປັກຢ່າງເດັດຂາດ. ມາດຖານໜຶ່ງດຽວຂ້ອງພວກຂ້າພະເຈົ້າແມ່ນບັນລຸໝາກຜົນລະອຽດ, ແທດຈິງ ກ່ອນທີ່ປະຕິບັດບັນດາຄຳໝັ້ນສັນຍາທີ່ກົງກັນຂ້າມ. ຈົນຮອດເວລາທີ່ ບັນດາສິດຜົນປະໂຫຍດຂອງປະຊາຊົນ ອີຣານ ໄດ້ຮັບປະກັນຢ່າງແນ່ນອນ, ພວກຂ້າພະເຈົ້າຈະບໍ່ໃຫ້ສັດຕະຍາບັນບໍ່ວ່າຂໍ້ຕົກລົງໃດໆ. ບ່ອນອີງຢ່າງໝັ້ນແກ່ນຢູ່ເບື້ອງຫຼັງຍຸດທະສາດນີ້ນັ້ນແມ່ນຊີວິດຂອງພວກຂ້າພະເຈົ້າ, ບັນດາຜູ້ທີ່ຍາມໃກກໍ່ກຽມພ້ອມເສຍສະຫຼະຊີວິດເພື່ອປະຊາຊົນ ອີຣານ”.
ສານດັ່ງກ່າວໄດ້ສ່ອງແສງທັດສະນະຂອງ ເຕເຮຣານ ໃນບັນດາການພົບປະຫວ່າງມໍ່ໆມານີ້. ອີຣານ ບໍ່ປະຕິເສດຄວາມຕ້ອງການເຈລະຈາ, ແຕ່ຢາກເຫັນບັນດາບາດກ້າວເດີນແທດຈິງກ່ອນທີ່ຍົກອອກບັນດາຄຳໝັ້ນສັນຍາທຽບເທົ່າ. ນີ້ແມ່ນປັດໃຈທີ່ພວມຄອບງຳວິທີເຂົ້າເຖິງຂອງ ເຕເຮຣານ ຕໍ່ກັບວິວັດທະນາການເຈລະຈາທັງໝົດ.
ບັນດາຜົນປະໂຫຍດທາງຍຸດທະສາດຍາກທີ່ຈະກົມກຽວໄດ້
ພ້ອມກັບຄວາມໄວ້ເນື້ອເຊື່ອໃຈ, ບັນດາເນື້ອໃນທີ່ແທ້ຈິງຂອງການເຈລະຈາຍັງມີຄວາມແຕກຕ່າງກັນຫຼາຍຢູ່. ຈຸດສຸມໃຫຍ່ສຸດສືບຕໍ່ແມ່ນໂຄງການນິວເຄຼຍຂອງ ອີຣານ. ວໍຊິງຕັນ ຮຽກຮ້ອງໃຫ້ ເຕເຮຣານ ຕ້ອງແກ້ໄຂຈຳນວນຢູລານຽມທີ່ໄດ້ເສີມແລ້ວໃນລະດັບສູງຜ່ານບັນດາກົນໄກທີ່ 2 ຝ່າຍຈະເປັນເອກະພາບໃນອະນາຄົດ. ເຖິງຢ່າງໃດກໍ່ຕາມ, ອີຣານ ຍັງຮັກສາສິດພັດທະນາໂຄງການນິວເຄຼຍພົນລະເຮືອນ ແລະ ຍັງບໍ່ທັນຮັບຮູ້ບັນດາຄຳຮຽກຮ້ອງທີ່ມີລັກສະນະຜູກມັດໃນໄລຍະຍາວ. ທ່ານ Esmaeil Baghaei, ໂຄສົກກະຊວງການຕ່າງປະເທດ ອີຣານ ເນັ້ນໜັກວ່າ:
“ຂໍ້ຕົກລົງລວມຍັງບໍ່ທັນສຳເລັດບໍລິບຸນເທື່ອ. ກ່ຽວກັບບັນດາບັນຫາອື່ນທີ່ໄດ້ເຕື້ອງເຖິງ, ລວມທັງບັນຫານິວເຄຼຍ, ຂ້າພະເຈົ້າຂໍເນັ້ນໜັກອີກເທື່ອໜຶ່ງວ່າ ໃນໄລຍະນີ້ ພວກຂ້າພະເຈົ້າສຸມໃສ່ການຢຸດຕິສົງຄາມ. ສະນັ້ນ, ພວກຂ້າພະເຈົ້າຍັງບໍ່ທັນມີສິ່ງໃດເພື່ອຖະແຫຼງກ່ຽວກັບລາຍລະອຽດຂອງບັນຫານິວເຄຼຍໃນປະຈຸບັນ”.
ສິ່ງບໍ່ເຫັນດີເຫັນພ້ອມໃຫຍ່ອື່ນອີກນັ້ນແມ່ນອະນາຄົດຂອງຊ່ອງແຄບທະເລ Hormuz. ສິ່ງກີດຂວາງໃນປະຈຸບັນນອນຢູ່ຄວາມເຂົ້າໃຈທີ່ແຕກຕ່າງກັນກ່ຽວກັບຄຳນິຍາມ “ເປີດປະຕູ Hormuz”. ອາເມລິກາ ຢາກຟື້ນຟູການເຄື່ອນໄຫວເດີນທະເລສາກົນຢ່າງສົມບູນ ແລະ ບໍ່ຍ້ອມຮັບບໍ່ວ່າຮູບແບບຈຳກັດໃດໆສຳລັບກຳປັ່ນໄປມາຜ່ານເຂດນີ້. ໃນຂະນະນັ້ນ, ອີຣານ ສືບຕໍ່ຢືນຢັນສິດຄຸ້ມຄອງຂອງຕົນໃນຖານະເປັນປະເທດແຄມທະເລ.
ການພົວພັນລະຫວ່າງຜົນປະໂຫຍດດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ພູມສາດການເມືອງພວມເຮັດໃຫ້ ອາເມລິກາ ແລະ ອີຣານ ຍາກທີ່ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມນຳກັນ. ສະນັ້ນ, ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນ ວໍຊິງຕັນ ແລະ ເຕເຮຣານ ຈະຕ້ອງສືບຕໍ່ຊອກຫາວິທີແກ້ໄຂຄວາມແຕກຕ່າງກັນ ເຊິ່ງແຕ່ລະຝ່າຍລ້ວນແຕ່ຖືວ່າແມ່ນຜົນປະໂຫຍດຍຸດທະສາດທີ່ບໍ່ສາມາດປະລະໄດ້ ເພື່ອເຂົ້າໃກ້ກັບຂໍ້ຕົກລົງຢ່າງຮອບດ້ານ ແນໃສ່ຢຸດຕິການປະທະກັນໃນປະຈຸບັນ.
