ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ 8,18%, ລະ​ດັບ​ສູງ​ສຸດ​ໃນ 15 ປີ​ຜ່າ​ນ​ມາ. ນີ້​ແມ່ນ​ໝາກ​ຜົນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​ບໍ​ລິ​ຫານ​ທີ່​ຂ້ຽວ​​ຂາດ, ການ​ຟື້ນ​ຟູ​ຢ່າງ​ແຮງ​ຂອງ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ ແລະ ບັນ​ດາ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ທີ່​ພວມ​ເສີມ​ຂະ​ຫຍາຍ​ຜົນ​ປ​ະ​ໂຫຍດ​ໄດ້​ເທື່ອ​ລະ​ກ້າວ.

ບັນ​ດາ​ສິ່ງ​ທີ່​ສ້າງ​ຄ​ວາມ​ແຕກ​ຕ່າງ​ຂອງສະ​ພາບ​ເສດ​ຖະ​ກິດ 6 ເດືອນ​ຕົ້ນ​ປີ ບໍ່​ພຽງ​ແຕ່ນອນ​ຢູ່​ຕົວ​ເລກ 8,18%. ສຳ​ຄັນ​ກວ່ານັ້ນ, ແມ່ນ​ການ​ເຕີບ​ໂຕ​ພວມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່, ຍືນ​ຍົງ​ກວ່າ, ແທນ​ທີ່​ພຽງ​ແຕ່​ເປີດກວ້າງ​ການ​ລົງ​ທຶນ ຫຼື ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ທີ່​ເປັນ​ມູນ​ເຊື້ອ​ຄື​ເມື່ອ​ກ່ອນ.

ລະ​ບອບ​ລະ​ບຽບ​ເປີດ​ແລ້ວ, ພຽງ​ແຕ່​ລໍ​ຖ້າ​ການ​ປະ​ຕິ​ບັດ

ຖ້າ​ເມື່ອ​ກ່ອນ​ລ​ະ​ບອ​ບ​ລະ​ບຽບ​ການ​ໄດ້​ຮັບ​ຖື​ວ່າແມ່ນ “ຈຸດ​ອຸດ​ຕັນ​ຂອ​ງ​ການ​ອຸດ​ຕັນ”, ປັດ​ຈຸ​ບັນ​ນີ້ ​ນະ​ໂຍ​ບາຍ​ຊີ້​ຂາດ​ໃຫຍ່ຫຼາຍ​ສະ​ບັບໄດ້ ກ່ຽວ​ກັບ​ການ​ປັບ​ປຸງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ແບ່ງ​ຂັ້ນ, ແບ່ງ​ສິ​ດ, ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ ແລະ ຫັນ​ເປັນ​ດີ​ຈີ​ຕອນ ​ຮັບ​ການ​ປະ​ກ​າດ​ໃຊ້. ບັນ​ດາບັນ​ຫາ​ທີ່​ວາງ​ອອກ​ໃນ​ປັ​ດ​ຈຸ​ບັນ ບໍ່​ພຽງ​ແຕ່​ແມ່ນ​ຂາດ​ກົນ​ໄກເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ອີກ​ດ້ວຍ. ຄື​ດັ່ງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ຢັ້ງ​ຢືນ​ວ່າ, ລະ​ບອ​ບ​ລະ​ບຽບ​ການ​ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ອຸດ​ຕັນອີກ​ແລ້ວ, ສິ່ງ​ທີ່ສຳ​ຄັນ​​ແມ່ນ​ຕ້ອງ​ນຳ​ບັນ​ດາ​ແຜນ​ນະ​ໂຍ​ບາຍເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​ຢ່າງວ່ອງ​ໄວ.

“ພວກ​ເຮົາ​ແກ້​ໄຂ​ໄດ້​ບັນ​ຫາ​ລະ​ບອບ​ລະ​ບຽບ​ການ​ແລ້ວ, ດຽວ​ນີ້​ສຸມ​ໃສ່​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ແຫຼ່ງ​ກຳ​ລັງ​ທີ່​ດິນ… ບັນ​ດາ​ບັນ​ຫາ​ທັງ​ໝົດ​ເຫຼົ່າ​ນີ້ ສູນ​ກາງ​ຫາ​ກໍ່​ແກ້​ໄຂ​ໝົດ​ແລ້ວ. ພ້ອມ​ດຽວ​ກັນ​ນັ້ນ ແມ່ນ​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ພື້ນ​ຖານ​ໂຄ​ງ​ລ່າງ, ການ​ຕະຫຼາດ, ນະ​ໂຍ​ບາຍ, ນັບ​ທັງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ພະ​ນັກ​ງານ​ອີກ​ດ້ວຍ. ຖ້າ​ພວກ​ເຮົາ​ບໍ່​ເຮັດ​ ຫຼື​ເຮັດ​ຊ້າ ແມ່ນ​ຈະ​ເສຍ​ໂອ​ກາດ”.

ສານ​ເຫຼົ່າ​ນັ້ນ ກໍ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ທັງ​ລະ​ບົບ​ປະ​ຕິ​ບັດ. ລັດ​ຖະ​ບານ​ພວມ​ຫັນ​ຈາກ​ການ​ຄຸ້ມ​ຄອງ​ຕ​າມ​ຂັ້ນ​ຕອນ​ໄປ​ສູ່​ການ​ຄຸ້ມ​ຄອງ​ຕາມ​ໝາກ​ຜົນ, ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບຂອງ​ຜູ້​ນຳ​ໜ້າ ຕໍ່​ກັບ​ຄວາມ​ຄືບ​ໜ້າ​ປະ​ຕິ​ບັດ ແລະ ການ​ປ່ອຍ​ເງິນ.

ກຳ​ລັງ​ບົ່ມ​ຊ​້ອນ​ເຕີບ​ໂຕ​ແມ່ນ​ຍັງ​ໃຫຍ່ຫຼວງ​ທີ່​ສຸດ

ໄປ​ຄຽງ​ຄູ່​ກັບ​ພື້ນ​ຖານ​ລະ​ບອບ​ລະ​ບຽບ​ການ, ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ແມ່ນ​ຍັງ​ເປີດກວ້າງ​ຢູ່. ການ​ລົງ​ທຶນ​​ສາ​ທາ​ລະ​ນະ​ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ເມື່ອ​ມີຫຼາຍ​ໂຄງ​ການ​ໂຄງ​ລ່າງ​ຈຸດ​ສຸມ​ກ້າວ​ເຂົ້າ​ສູ່​ໄລ​ຍະເລັ່ງ​ລະ​ດັບ​ຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ, ສ້າງ​ຜົນ​ກະ​ທົບ​ແຜ່​ກະ​ຈາຍ​ໃຫ້​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ. ການ​ບໍ​ລິ​ໂພກ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ. ດ້ວຍ​ຂ​ອ​ບ​ຂະ​ໜາດ​ຕະຫຼາດ​ທີ່​ມີ​ປະ​ຊາ​ກອນ​ເກືອບ 110 ລ້ານ​ຄົນ, ກຳ​ລັງ​​ຊື້​ຢູ່​ພາຍ​ໃນ​ປະ​ເທດ​ຈະ​ສືບ​ຕໍ່​ແມ່ນ “ຖານ” ອັນ​ສຳ​ຄັນ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ຍັງ​ມີ​ການ​ຜັນ​ແປຫຼາຍ​ຢ່າງ. ທ່ານ ເຈິ່ນ​ຫືວ​ລິງ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ ​ແລະ ພັດ​ທະ​ນາ​ການ​ຕະຫຼາດ​ຢູ່​ພາຍ​ໃນ​ປະ​ເທດ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ​້າ ຫວຽດ​ນາມ ໃຫ້​ຮູ້​ວ່າ ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ບໍ​ລິ​ໂພກ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ໃນ​ຊຸມ​ເດືອນ​ທ້າຍ​ປີ.

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຸມ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ປັບ​ຕົວ​ເຂົ້າ​ກັບ​ທ່າ​ອ່ຽງ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍຫຼາຍ​ຊ່ອງ​ທາງ​ທີ່​ນັບ​ມື້​ນັບໄດ້​ຮັບ​ຄວາມ​ນິ​ຍົມ. ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ແບບ​ວິ​ທີ​ການ​ແນະ​ນຳ, ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອ, ວິ​ສາ​ຫາ​ກິດ​ພວມ​ສົ່ງ​ເສີມ​​ໝູນ​ໃຊ້ບັນ​ດາ​ພື້ນ​ຖານ​ດີ​ຈ​ີ​ຕອນ​, ການ​ຄ້າ​ເອ​ເລັກ​ໂຕ​ນິກ, livestream ຂາຍ​ເຄື່ອງ ​ແລະ ບັນ​ດາ​ຊ່ອງ​ທາງ​ອອນ​ໄລ ເພື່ອ​ເຂົ້າ​ເຖິງ​ຜູ້​ບໍ​ລິ​ໂພກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ພ້ອມ​ດຽວ​ກັນ​ນັ້ນ, ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ຍັງ​ສຸມ​ໃສ່​ການ​ໃຫ້​ຄຳ​ປຶກ​ສາ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ວິ​ສາ​ຫະ​ກິດອີກ​ດ້ວຍ”.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ ພວມ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີ​ບ​ໂຕ​ໃໝ່, ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ​ຂອ​ງ​ພື້ນ​ຖານ​ເສດ​ຖະ​ກິດ. ນີ້​ກໍ​ແມ່ນ​ຄຳ​ຮຽກ​ຮ​້ອງ ໂດຍ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ເຖິງ.

“ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ຜ່ານ​ການ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ແອັບ​ຟ​ຼີ​ເຄ​ຊັນ​ພັດ​ທະ​ນາ​ວ​ິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ແຮງກວ່າ​ອີກ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ປະ​ກາດ​ໃຊ້​ກອບ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສັງ​ລວມ​ແຫ່ງ​ຊາດ​ດີ​ຈີ​ຕອນ​ໂດຍ​ດ່ວນ, ສ້າງ​ໃຫ້​ສຳ​ເລັດ, ກັ່ນ​ຕອງ​ຂໍ້​ມູນ ແລະ ຫັນ​ເປັນ​ມາດ​ຕະ​ຖານ ເຊື່ອມ​ຕໍ່​ກັບ​ບັນ​ດາ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ຖານ​ຂໍ້​ມູນ​ລະ​ຫວ່າງ​ຂະ​ແໜງ​ກັບ​ສູນ​ຂໍ້​ມູນ​ແຫ່ງ​ຊາດ ເພື່ອ​ລະ​ບຽບ​ການບໍ​ລິ​ຫານ​ຜ່ານ​ປະ​ຕູ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ, ປະ​ກອບ​ສ່ວນຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ເວ​ລາ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ພິ​ເສດ ໃນ​ປີ​ນີ້ ຕ້ອງ​ມີ​ໝາກ​ຜົນ​ຜະ​ລິດ​ຕະ​ພັນລະ​ອຽດ ແລະ ມີ​ຄຸນ​ຄ່າ”.

ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ເຕີບ​ໂຕ​ສູງ​ຂອງ​ທັງ​ປີ, ສິ່ງ​ທີ່​ຕັດ​ສິນ​ຊີ້​ຂາດ​ຍັງ​ຄົງ​ແມ່ນ​ນຳ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ຂຸດ​ຄົ້ນ​ທຸກ​ແຫຼ່ງ​ກຳ​ລັງ​ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຂໍ້​ກຸນ​ແຈ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ປີ 2026 ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ​ ​ແລະ ມີ​ຄຸນ​ນະ​ພາບກວ່າ​ໃນ​ຊ​ຸມ​ປີ​ຕໍ່​ໄປ​ອີກ​ດ້ວຍ./.