ການຢ້ຽມຢາມໄດ້ສ່ອງແສງຢ່າງມີຊີວິດຊີວາຈິນຕະນາການການຕ່າງປະເທດ ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ການເຕີບໃຫຍ່ກ່ຽວກັບທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພູມສາດການເມືອງທົ່ວໂລກ.
(ພາບ: TTXVN)
ໝາກຜົນຂອງການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ສະແດງໃຫ້ເຫັນໃນທັງ 3 ເສົາຄຳ້້ທາງດ້ານການຕ່າງປະເທດ, ນັ້ນແມ່ນ: ຂອບຂະໜາດຫຼາຍຝ່າຍ, ສອງຝ່າຍທີ່ແທດຈິງ ແລະ ບຸກທະລຸໃນການພົວພັນຍຸດທະສາດ
ກຳນົດ ຫວຽດນາມ ແມ່ນສະມາຊິກເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ສປຊ
ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ, ເຊິ່ງເປັນເວທີປາໄສທົ່ວໂລກຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ການເຂົ້າຮ່ວມຂອງການນຳສູງສຸດຂອງ ຫວຽດນາມ ໄດ້ສະແດງສານທີ່ຈະແຈ້ງ, ນັ້ນແມ່ນ: ຫວຽນາມ ບໍ່ພຽງແຕ່ແມ່ນປະເທດມີສ່ວນຮ່ວມເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືເປັນເຈົ້າການ, ອຸທິດສ່ວນ ແລະ ສ້າງເປັນຮູບປະທຳ.
ບົດກ່າວຄຳເຫັນກ່ຽວກັບນະໂຍບາຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທີ່ວາລະປືກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດສ້າງໂຄງການດຳເນີນງານທົ່ວໂລກຂອງ ຫວຽດນາມ ເປັນຮູບປະທຳ ໃນຂະນະຍົກອອກບັນດາຂໍ້ລິເລີ່ມມີລັກສະນະຍຸກສະໄໝ. ໃນສະພາບການຫັນເປັນດີຈິີຕອນ ແລະ ປັນຍາປະດິດ (AI) ໄດ້ສ້າງສິ່ງທ້າທາຍກ່ຽວກັບດ້ານບໍລິຫານ, ຫວຽດນາມ ເນັ້ນໜັກເລື່ອງສ້າງບັນດາຫຼັກການ ແລະ ຂອບເຂດການບໍລິຫານກວມລວມ, ປອດໄພ , ໂປ່ງໃສ ແລະ ມີຄວາມຮັບຜິດຊອບ, ຮັບປະກັນເຕັກໂນໂລຊີຮັບໃຊ້ມະນຸດ, ເຄົາລົບອະທິປະໄຕແຫ່ງຊາດ, ອະທິປະໄຕທາງດ້ານດີຈີຕອນ ແລະ ສິດເປັນເຈົ້າການພັດທະນາ. ບັນດາປະເທດພວມພັດທະນາຕ້ອງໄດ້ເຂົ້າຮ່ວມແທດຈິງເຂົ້າວິວັດການສ້າງກົດລະບຽບ, ໄດ້ຮັບການໜູນຊ່ວຍດ້ານພື້ນຖານໂຄງລ່າງ, ກຳລັງຄວາມສາມາດດີຈີຕອນ ແລະ ສຳຜັດຢ່າງຍຸຕິທຳດ້ວຍບັນດາຜົນງານຂອງຄວາມກ້າວໜ້າວິທະຍາສາດ, ເຕັກໂນໂລຊີ.
ບົດບາດເປັນສະມາຊິກມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນຂອງ ຫວຽດນາມ ໄດ້ສະແດງຈະແຈ້ງໃນການພົບປະກັບທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ. ການນຳ ຫວຽດນາມ ໄດ້ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມເລິກເຊິ່ງ, ກ້ວາງຂວາງກວ່າເຂົ້າບັນດາການເຄື່ອນໄຫວຮັກສາສັນຕິພາບ, ໜູນຊ່ວຍໂດຍບໍ່ເກັບເງິນສຳລັບບັນດາສຳນັກງານຫ້ອງການເຮັດວຽກຂອງບັນດາອົງການ ສປຊ ປະຈຳ ຮ່າໂນ້ຍ ໃນຮອບເວລາ 10 ປີຈະມາເຖິງ ດ້ວຍມູນຄ່າປະມານ 3 ລ້ານໂດລາສະຫະລັດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຈະປະກອບຈຳນວນເງິນເກືອບ 1,3 ລ້ານໂດລາສະຫະລັດ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ ແລະ ກຽມພ້ອມເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມໃຫຍ່. ຈາກແງ່ມູມດ້ານການຕ່າງປະເທດ, ສິ່ງດັ່ງກ່າວໄດ້ສ່ອງແສງການຫັນປ່ຽນມີລັກສະນະບາດລ້ຽວກ່ຽວກັບທ່ວງທ່າ ແລະ ກຳລັງແຮງຂອງ ຫວຽດນາມ ໃນການບໍລິຫານທົ່ວໂລກ: ຈາກປະເທດທີ່ຕ້ອງຮັບການໜູນຊ່ວຍ ໄດ້ບືນຕົວກາຍເປັນສະມາຊິກເປັນເຈົ້າການ, ປະກອບສ່ວນມີຄວາມຮັບຜິດຊອບໃຫ້ແກ່ ສປຊ.
ດ້ານອື່ນ, ເລື່ອງມອບບັນດາໂຄງການຮ່ວມມືແຫ່ງຊາດ (CPC) ໄລຍະ 2027 – 2031 ລະຫວ່າງ ຫວຽດນາມ ກັບ UNDP, UNICEF, UNFPA ໄດ້ສະແດງໃຫ້ເຫັນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການ ສປຊ ໄດ້ກ້າວເຂົ້າສູ່ໄລຍະຮ່ວມມືພັດທະນາສະເໝີພາບ. ບັນດາຜົນງານນີ້ຖືກຕ້ອງກັບການຕີລາຄາຂອງທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ:
“ການຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ ແມ່ນ ຫວຽດນາມ ໄດ້ຫັນແນວທາງການຕ່າງປະເທດເປີດກ້ວາງ, ເອກະລາດ, ເປັນເຈົ້າຕົ້ນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສັນຕິພາບ, ມິດຕະພາບ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍເປັນລະອຽດ; ຢາກກາຍເປັນເພື່ອນ ແລະ ເປັນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ໄດ້ກຳນົດ ແລະ ຍົກລະດັບບົດບາດນຳໜ້າ ແລະ ໜ້າທີ່ສຳຄັນຍິ່ງ, ເປັນປະຈຳຂອງການພົວພັນຕ່າງປະເທດ, ເພື່ອຜ່ານນັ້ນ, ການພົວພັນຕ່າງປະເທດຮັບໃຊ້ໃຫ້ບັນດາເປົ້າໝາຍພັດທະນາ ແລະ ປົກປັກຮັກສາປະເທດຊາດໃຫ້ມີປະສິດທິຜົນ ແລະ ແທດຈິງ. ແລະຕາມນັ້ນແລ້ວ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນຕ້ອງສ້າງແຫຼ່ງກຳລັງ ແລະ ພະລັງງານເພື່ອພັດທະນາປະເທດຊາດ, ສ້າງກຳລັງແຮງແຫ່ງຊາດ”.
ສອງຝ່າຍແທດຈິງ ແລະ ບຸກທະລຸໃນການພົວພັນຍຸດທະສາດ
ທາງດ້ານສອງຝ່າຍ, ບັນດາການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເຮັດວຽກຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ ແມ່ນໝາກຜົນຂອງການພົວພັນຕ່າງປະເທດສອງຝ່າຍບັນລຸຜົນສຳເລັດຫຼາຍຢ່າງ.
ຢູ່ ອາເມລິກາ, ການພົບປະຫຼາຍຄັ້ງກັບວົງການຜູ້ວາງນະໂຍບາຍການຄ້າ, ສະພາແຫ່ງຊາດ, ບັນດາອົງການພັດທະນາ ແລະ ວົງການວິສາຫະກິດແຖວໜ້າ ໄດ້ສົ່ງສານຢ່າງແຮງກ່ຽວກັບປະເທດ ຫວຽດນາມ ເປັນເຈົ້າການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານເປັນ ຮຸບປະທຳ ດ້ວຍຈິດໃຈແທດຈິງ ແລະ ດຸນດຽງ. ຕໍ່ໜ້າບັນດາຄວາມເອົາໃຈໃສ່ຂອງ ວໍຊິງຕັນ ກ່ຽວກັບການຊັ່ງຊາດ້ານການຄ້າ, ຫວຽດນາມ ສຳຜັດໂດຍກົງ, ຊຸກຍູ້ບັນດາຂໍ້ຕົກລົງການຄ້າໂດຍຍຸຕິທຳ ເພື່ອແນໃສ່ສ້າງສະພາບແວດລ້ອມດຳເນີນທຸລະກິດທີມີສະຖຽນລະພາບ, ຍາວນານ. ໃນການພົວພັນກັບບັນດາກຸ່ມບໍລິສັດເຕັກໂນໂລຊີ ແລະ ອຸດສາຫະກຳແຖວໜ້າ, ຫວຽດນາມ ໄດ້ເປັນເຈົ້າການວາງບັນຫາຮ່ວມມື ເພື່ອກາຍເປັນຕາໂສ້ມູນຄ່າເພີ່ມສູງໃນລະບົບການສະໜອງທົ່ວໂລກ, ດຶງດູດແຫຼ່ງທຶນຍາວນານໃຫ້ແກ່ພື້ນຖານດີຈີຕອນ, ສູນຂໍ້ມູນ, ປັນຍາປະດິດ ແລະ ຫັນເປັນສີຂຽວ.
ຖ້າຫາກບັນດາການເຄື່ອນໄຫວຢູ່ ອາເມລິກາ ໄດ້ສຸມໃສ່ແກ້ໄຂຂໍ້ຕິດຂັດ ແລະ ດຶງດູດແຫຼ່ງກຳລັງເຕັກໂນໂລຊີສູງນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ການາດາ ດ້ວຍພິທີຕ້ອນຮັບຢ່າງສົມກຽດຢູ່ Ottawa ພ້ອມກັບຄຳຕັດສິນປະຫວັດສາດ ແມ່ນຍົດລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມ ແມ່ນຂີດໝາຍສຳຄັນກ່ຽວກັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ພາຍຫຼັງທີ່ໄດ້ຮ່ວມເດີນທາງມາເປັນເວລາກ່ວາເຄິ່ງສະຕະວັດ. ຄືດັ່ງຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ການາດາ Mark Carney, ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢ້ຽມຢາມທາງລັດຖະກິດ ການາດາ ວ່າ:
“ນີ້ແມ່ນການຢ້ຽມຢາມມີລັກສະນະປະຫວັດສາດ ໃນຈຸດເວລາສຳຄັນ ສຳລັບພື້ນຖານເສດຖະກິດສອງປະເທດ ແລະ ສຳລັບທົ່ວໂລກ. ພວກເຮົາບັນລຸໄດ້ບັນດາຂໍ້ຕົກລົງໃນຫຼາຍຂົງເຂດ, ຄື: ພະລັງງານ, ພະລັງງານສະອາດ, ພະລັງງານທີ່ເຄີຍມີຂໍ້ຕົກລົງມາແລ້ວ, ກະສິກຳ, ການຮ່ວມມືປ້ອງກັນຊາດ ແລະ ສຳຄັນພິເສດແມ່ນການພົວພັນແລກປ່ຽນປະຊາຊົນ. ມີບັນດາຂ່າວດີສຳລັບຜູ້ຢາກເດີນທາງຈາກ ການາດາ ໄປ ຫວຽດນາມ ແລະ ກົງກັນຂ້າມ, ພ້ອມນັ້ນແນ່ນອນວ່າມີການສະໜິດຕິດພັນເລິກເຊ່ິງກວ່າກ່ຽວກັບຂົງເຂດວັດທະນະທຳ”.
ເມື່ອເບິ່ງລວມແລ້ວ, ການເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ການຢ້ຽມຢາມທາງລັດຖະກິດ ການາດາ ແຕ່ວັນທີ 20 – 25 ກັນຍາ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມ ບັນລຸໄດ້ບັນດາໝາກຜົນຮອບດ້ານ. ຫວຽດນາມ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂະຫຍັນຂັນເຄື່ອນບັນລຸຜົນສຳເລັດ, ຢັ້ງຢືນພາບພົດ ຫວຽດນາມ ເຊື່ອໝັ້ນຕົນເອງ, ມີຄຸນນະທາດ, ກ້າວເຂົ້າສູ່ສັງກາດໃໝ່ພັດທະນາດ້ວຍທ່ວງທ່າແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈ ແລະ ສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ./.
Van
