ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ໃນ​ລະ​ດັບການ​ເຮັດ​ວຽກ​ເທົ່າ​ນັ້ນ, ​ຂີດ​ໝາຍ​ຂອງ​ໄລ​ຍະ​ທີ 1 ຍັງ​ນອນ​ໃນ​ຄ​ວາມຮຽກ​ຮ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການກຳນົດທາງນິຕິບັນຍັດ​ອີກ​ດ້ວຍ, ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່ວາງ​ອອກ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງຢ່າງ​ທັນ​ການ​ ແລະ ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ການ​ພັດ​ທະ​ນາ.

ດ້ວຍໜ້າ​ທີ່​ຈຸດ​ສຸມ​ແມ່ນ​ວຽກ​ງານ​ນິ​ຕິ​ບັນຍັດ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນຂອງປະ​ເທດ​ຊາດ​ທີ່​ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ຮຽກ​ຮ້ອງນັ້ນ, ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຊຸດ​ທີ 16 ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ຈິດ​ໃຈ​ເປັນ​ເຈົ້າ​ການ, ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ແທດ​ຈິງ​ຂອງ​ສະ​ພາບ​ແຫ່ງ​ຊາດ, ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ໃນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ ແລະ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ໃນ​ທັນ​ທີ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ, ຄວາມ​ມຸ່ງ​ຫວັງ​ຂອງ ປ​ຊ​ຊ, ວິ​ສາ​ຫະ​ກິດ, ບໍ່​ຊັກ​ຊ້າ, ບໍ່​ໃຫ້​ພ​າດ​ໂອ​ກາດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ສຸມ​ໃສ່​​ໜ້າ​ທີ່​ນິ​ຕິ​ບັນຍັດ

ໃນ​ການ​ເຮັດ​ວຽກ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ 11 ວັນ ດ້ວຍ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ເປັນ​ກຸ່ມ ແລະ ຢູ່​ຫໍ​ປະ​ຊຸມ, ຫຼາຍ​ເນື້ອ​ໃນ​ໄດ້​ແລກ​ປ່ຽນ​ລົງເລິກ​ເຂົ້າ​ໃນ​ແຕ່​ລະ​ຂໍ້​ກຳ​ນົດ​ລະ​ອຽດ. ທ່ານ​ນາງ ຫງວຽນ​ທິ​ທູ​ຮ່າ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວາງ​ນິງ ​ໃຫ້​ຮູ້​ວ່າ:

ບັນ​ດາ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​, ກຳ​ລັງ​ເຫື່ອ​ແຮງ ແລະ ວຽກ​ງານ​ທັງ​ໝົດໃຫ້​ແກ່​ໜ້າ​ທີ່​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ວ່າ​ສຳ​ຄັນ​ທີ່​ສຸດ, ນັ້ນ​ແມ່ນ​ໜ້າ​ທີ່​ນິ​ຕິບັນຍັດ. ຜ່ານນັ້ນ ກໍ່ໄດ້​ສ້າງ​ໂອ​ກາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ວາງ​ເປົ້າ​ໝາຍ​ເພື່ອ​ໃຫ້​ພວກ​ເຮົາ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃຫ້​ສຳ​ເລັດ ແລະ ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງ​ຍາກ.

ບັນ​ດາ ສ​ສ​ຊ ໄດ້​ສຸມ​ໃສ່ຫຼາຍ​ບັນ​ຫາເຂົ້າລວງ​ເລິກ​ໃນ​ແຕ່​ລະ​ວາ​ລະ​ປຶກ​ສາ​ຫາ​ລື, ຫຼາຍ​ຄຳ​ເຫັນ​ໄດ້ນຳ​ເຂົ້າ​ບັນ​ດາ​ຂໍ້ກຳ​ນົດ​ລະ​ອຽດ, ໄຈ້​ແຍກ​ບັນ​ດາ​ການ​ກະ​ທົບ ແລະ ຄວາມ​ສາ​ມາດ​ປະ​ຕິ​ບັດ, ຜ່ານນັ້ນ​ ກໍ່ສະ​ເໜີ​ບັນ​ດາ​ການ​ປັບ​ປຸງ​ໃຫ້​ໃກ້​ກັບ​ຈົວ​ຈິງ​ກວ່າ​ອີກ. ທ່ານ​ນາງ ຫງວຽນ​ທິ​ຫວຽດ​ງາ ສ​ສ​ຊ ນະ​ຄອນ ຫາຍ​ຟ່ອງ ຕີ​ລາ​ຄາ​ວ່າ:

ດ້ວຍ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ ສ​ສຊ ໄດ້​ສຸມ​ໃສ່​ທີ່​ສຸດ ແລະ ໄດ້​ຄົ້ນ​ຄ້​ວາລົງ​ເລິກ, ລະ​ອຽດ. ບັນ​ດາ​ການ​ປະ​ກອບ​ສ່ວນ​ໃນ​ແຕ່​ລະ​ວາ​ລະ​ປຶກ​ສາ​ຫາ​ລື​ເປັນ​ກຸ່ມ ກໍ່​ຄື​ຢູ່​ຫໍປະ​ຊຸມ​ແມ່ນ​ລະ​ອຽດ ແລະ ມີ​ຄຸນ​ຄ່າ​ທີ່​ສຸດ.

ລະ​ບອບ​ລະ​ບຽບ​ການ​ເປີດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ

ຫຼາຍ​ເນື້ອ​ໃນທີ່ ສ​ສ​ຊ ໄດ້​ປຶ​ກ​ສາ​ຫາ​ລື​ໃນ​ໄລ​ຍະ 1 ລ້ວນ​ແຕ່​ໄດ້​ຕິດ​ພັນ​ກັບ​ບັນ​ດາ​ບັນ​ຫາ​ໂດຍ​ກົງ​ຂອງ​ຊີ​ວິດ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັບ​ການ​ປັບ​ປຸງ​ບັນ​ດາ​ຂ້ຳ​ກຳ​ນົດ​ທີ່​ຍັງ​ຕິດ​ຂັດ, ບັນ​ດາ ສ​ສ​ຊ ກໍ່​ໄດ້​ວາງ​ຈຸດ​ສຸມ​ຂອງ​ການ​ປຶກ​ສາ​ຫາ​ລື​ເຂົ້າ​ໃນ​ຄວາມ​ສາ​ມາດ​ໝູນ​ໃຊ້​ຂອງ​ນະ​ໂຍ​ບາຍ. ທ່ານ ຈິ້ງ​ຊວັນ​ອານ ສ​ສ​ຊ ນະ​ຄອນ ດົ່ງ​ນາຍ ເນັ້ນ​ໜັກ​ວ່າ:

ໃນ​ສະ​ໄໝ​ປະ​ຊຸມ​ຄັ້ງ​ນີ້ ພວກ​ເຮົາ​ໄດ້​ສຸມ​ໃສ່ບາງ​ຈຸດ​ຄື: ທີ 1 ແມ່ນ​ສະ​ແດງໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​ເລື່ອງ​ຫລຸດ​ຜ່ອນ​ລະ​ບຽບ​ການ ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ, ສ້າງ​ແຫຼ່ງ​ກຳ​ລັງ, ສ້າງ​ໂອ​ກາດ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ຜ່ານ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ລະ​ອຽດ. ທີ 2 ແມ່ນ​ບັນ​ດາ​ປະ​ມວນ​ກົດ​ໝາຍ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ລ້ວນ​ແຕ່​ໄດ້​ມຸ່ງ​ໄປ​ເຖິງ​ເນື້ອ​ໃນ​ແບ່ງ​ຂັ້ນ, ແບ່ງ​ສິດ​ອຳ​ນາດ, ມອບ​ສິດ​ໃຫ້​ທ້ອງ​ຖິ່ນ, ມອບ​ສິດ​ໃຫ້​ແກ່​ຮາກ​ຖານ.

ຕາມນັ້ນ​ແລ້ວ, ການແບ່ງ​ຂັ້ນ, ແບ່ງ​ສິດ​ອຳ​ນາດ, ຕ້ອງ​ຕິດ​ພັນ​ກັບ​ຄວາມ​ສາ​ມາດ ແລະ ແຫຼ່ງ​ກຳ​ລັງ​ຂອງ​ຂັ້ນທີ່​ໄດ້​ມອບ​ສິດ; ຫລຸດ​ຜ່ອນ​ລະ​ບຽບ​ການ​ຕ້ອງ​ສ້າງ​ຄວາມ​ສະ​ດວກ​ທີ່​ແທດ​ຈິງ​ໃຫ້​ແກ່ ປ​ຊ​ຊ, ວິ​ສາ​ຫະ​ກິດ. ວິ​ທີ​ການສຳ​ຜັດ​ນີ້​ໄດ້​ນຳ​ຄວາມ​ຮຽກ​ຮ້ອງ​ດ້ານ​ນິ​ຕິ​ບັນຍັດ ຈາກ​ການ​ແກ້​ໄຂ​ບັນ​ດາ​ສິ່ງທີ່​ຍັງ​ຄົງ​ຄ້າງ​ໃນ​ປະ​ຈຸ​ບັນ ໄປ​ສູ່​ການ​ສ້າງ​ບັນ​ດາ​ເງື່ອນ​ໄຂ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ. ສ​ສ​ຊ ຈິ້ງ​ຊວັນ​ອານ ຊີ້​ແຈ້ງວ່າ:

ທຸກ​ຄຳເ​ຫັນ​ຂອງ ສ​ສ​ຊ ລ້ວນ​ແຕ່​ຕິດແທດ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ ແລະ ລ້ວນ​ແຕ່​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ, ຊຸກ​ຍູ້, ພາ​ທາງໃຫ້​ແກ່​ການ​ພັດ​ທະ​ນາ. ນີ້​ແມ່ນ​ສະ​ຕິ​ຄວາມ​ຮັບ​ຮູ້​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ບັນ​ດາ​ ສ​ສ​ຊ ແລະ ຂ້າ​ພະ​ເຈົ້າ​ຖື​ວ່າ​ ສິ່ງນີ້​ໄດ້​ສ້າງ​ເປັນການກະທົບຮ່ວມສຳ​ລັບ​ຈິດ​ໃຈ​ລວມ​ຂອງ​ພັກ ແລະ ສູນ​ກາງ ແລະ ​ຈິດໃຈ​ລວມ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ບັນ​ດາ​ສະ​ໄໝກອງປະ​ຊຸມ​ຫວ່າງມໍ່ໆ​ມານີ້.

ໃນ​ການ​ເຮັດ​ວຽກ​ເປັນ​ເວ​ລາ 11 ວັນ​ຂອງໄລຍະ​ທີ 1, ຈຳ​ນວນ​ວຽກ​ງານປະລິມານຫຼາຍ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໃນ​ໄລ​ຍະ​ເວ​ລາ​ສັ້ນໆ. ບັນ​ດາ​ຄຳ​ເຫັນ​ຂອງ ສ​ສຊ ໄດ້​ຮັບ​ຮູ້, ດັດ​ປັບ​ກ່ອນ​ທີ່​ສະ​ພາ​ແຫ່ງ​ຊາດຈະ​ພິ​ຈາ​ລະ​ນາ, ຕັດ​ສິນ​ໃນ​ໄລຍະທີ 2 ຂອງກອງ​ປະ​ຊຸມ ຊື່ງ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 19-24 ສິງ​ຫາ./.