ວັນທີ 26 ມິຖຸນາ, ກອງບັນຊາການສູນກາງ ອາເມລິກາ (CENTCOM) ແຈ້ງໃຫ້ຊາບວ່າ ກຳລັງ ອາເມລິກາ ດຳເນີນບັນດາບັ້ນບຸກໂຈມຕີ ແນໃສ່ ອີຣານ ເພື່ອໂຕ້ຕອບເຫດບຸກໂຈມຕີກ່ຳປັ່ນການຄ້າທີ່ພວມແລ່ນຜ່ານຊ່ອງແຄບທະເລ Hormuz ເມື່ອວັນທີ 25 ມິຖຸນາ. ບັນດາບັ້ນບຸກໂຈມຕີຂອງ ອາເມລິກາ ໄດ້ດຳເນີນໃນວັນທີ 27 ມິຖຸນາ, ເຮັດໃຫ້ ອີຣານ ດຳເນີນການໂຕ້ຕອບດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ (UAV) ເຂົ້າຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢູ່ ບາເຣນ ແລະ ກູເວດ.
ໂຕ້ຕອບທັນຄວັນ
ບັນດາການກະທຳໂຕ້ຕອບເຊິ່ງກັນ ແລະ ກັນ ໃນທ້າຍອາທິດຜ່ານມາແມ່ນການກະທຳດ້ານການທະຫານລະຫວ່າງ ອາເມລິກາ ແລະ ອີຣານ ເພີ່ມຂຶ້ນຢ່າງຮ້າຍແຮງ ນັບແຕ່ເມື່ອສອງປະເທດລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ກ່ຽວກັບການຢຸດຕິການປະທະກັນ (ຫຼືຍັງເອີ້ນວ່າ ບົດບັນທຶກຄວາມເຂົ້າໃຈ Islamabad) ເມື່ອວັນທີ 17 ມິຖຸນາ. ໄປຄຽງຄູ່ກັບບັນດາການບຸກໂຈມຕີແມ່ນຄຳກ່າວຫາເຊິ່ງກັນ ແລະ ກັນ ກ່ຽວກັບເລື່ອງລະເມີດຄຳສັ່ງຢຸດຍິງພ້ອມກັບຄຳປາໄສທີ່ແຂງກະດ້າງ ໂດຍມີລັກສະນະນາບຂູ່ມາຈາກການນຳສອງຝ່າຍ. ໃນຂະນະທີ່ ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນວ່າ “ອີຣານ ຈະຢຸດຕິການຄົງຕົວ””ຖ້າ ອາເມລິກາ ເຊື່ອມຕໍ່ບັ້ນການທະຫານຄືນໃໝ່ນັ້ນ ບັນດາເຈົ້າໜ້າທີ່ ອີຣານ ຖະແຫຼງວ່າ ປະເທດນີ້ພ້ອມແລ້ວທີ່ຈະເພີ່ມທະວີການປະທະກັນ ຖ້າຫາກວ່າ ອາເມລິກາ ບໍ່ຢຸດຕິບັນດາບັ້ນບຸກໂຈມຕີ.
ຕາມວົງການນັກສັງເກດການແລ້ວ, ການປະທະກັນລະຫວ່າງ ອາເມລິກາ ແລະ ອີຣານ ເກີດຂຶ້ນແບບກະທັນຫັນ ຍ້ອນເລີ່ມຈາກບັນດາບັນຫາທີ່ຫຍຸ້ງຍາກທີ່ສຸດໃນການປະທະກັນລະຫວ່າງສອງຝ່າຍ, ນັ້ນແມ່ນເລື່ອງຄຸ້ມຄອງຊ່ອງແຄບທະເລຍຸດທະສາດ Hormuz, ຊ່ອງທາງຂົນສົ່ງນ້ຳມັນ ແລະ ອາຍແກັດສົ່ງອອກກວມເອົາປະມານ 20% ຂອງໂລກ ແລະ ພາຍຫຼັງ 30 ວັນ ຈະເປີດປະຕູເສລີຄືນໃໝ່ຢ່າງສິ້ນເຊີງຄືກັນກັບໄລຍະກ່ອນເກີດການປະທະກັນ, ຄືດັ່ງຂໍ້ກຳນົດໃນ MoU ທີ່ ອາເມລິກາ ແລະ ອີຣານ ໄດ້ລົງນາມ. ບັນຫາວາງອອກແມ່ນຄວາມເຂົ້າໃຈຂອງແຕ່ລະຝ່າຍສຳລັບຂໍ້ຕົກລົງສະບັບດັ່ງກ່າວ. ຝ່າຍ ອີຣານ ຖືວ່າ ຕາມ MoU, ອີຣານ (ແລະ ສ່ວນໃດໜຶ່ງແມ່ນ ໂອມານ) ແມ່ນຝ່າຍໜຶ່ງດ່ຽວທີ່ມີສິດຕັດສິນເລື່ອງຍົກເລີກບັນດາສິ່ງກີດຂວາງງກໍຄືການຄຸ້ມຄອງການໄປມາຜ່ານຊ່ອງແຄບທະເລ Hormuz. ທ່ານລັດຖະມົນຕີ ການຕ່າງປະເທດ ອີຣານ Abbas Araghchi ກ່າວເຕືອນວ່າ:
“ບໍ່ວ່າການແຊກແຊງໃດເຂົ້າໃນບັນຫານີ້, ຫຼື ຄວາມມານະພະຍາຍາມໃດໆ ແນໃສ່ສ້າງຕັ້ງບັນດາກົນໄກໃໝ່ ຫຼື ແຕກຕ່າງກັບບັນດາສິ່ງທີ່ ສາທາລະນະລັດ ອິດສະລາມ ອີຣານ ພວມປະຕິບັດ, ຈະພຽງແຕ່ພາໄປເຖິງບັນດາການຜັນແປທີ່ສັບສົນກວ່າ, ໂຈະເລື່ອງເປີດຊ່ອງແຄບທະເລ Hormuz ແລະ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ; ສິ່ງດັ່ງກ່າວກໍຄ້າຍຄືກັນກັບບັນດາອຸປະຕິເຫດທີ່ເກີດຂຶ້ນຢູ່ຊ່ອງແຄບທະເລ Hormuz ໃນຊຸມວັນຜ່ານມາ, ເຮັດໃຫ້ຄວາມເຄັ່ງຕຶງ ແລະ ການສູ້ຢັນກັນເພີ່ມຂຶ້ນ.”
ເຖິງຢ່າງໃດກໍຕາມ, ຝ່າຍ ອາເມລິກາ ຄັດຄ້ານບັນດາຖະແຫຼງການຈາກຝ່າຍ ອີຣານ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງທັດສະນະເປັນຫຼາຍຄັ້ງແລ້ວວ່າ ຕາມ MoU ລະຫວ່າງສອງຝ່າຍ, ຊ່ອງແຄບທະເລ Hormuz ຈະໄດ້ເປີດຄືນໃໝ່ແບບເສລີຢ່າງສິ້ນເຊີງ ແລະ ອີຣານ ບໍ່ມີສິດເກັບຄ່າທຳນຽມການສົ່ງຕໍ່. ດັ່ງນັ້ນ, ເລື່ອງກ່ຳປັ່ນຂົນສົ່ງສິນຄ້າຜ່ານຊ່ອງແຄບທະເລ Hormuz ຖືກກີດກັ້ນນັ້ນ ແມ່ນລະເມີດຂໍ້ຕົກລົງ. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ Mike Waltz ກໍກ່າວເຕືອນວ່າ:
“ຄວາມອົດທົນຂອງທ່ານປະທານາທິບໍດີ Donald Trump ຈະບໍ່ແກ່ຍາວໄປນານ, ເຖິງວ່າບັນດາການປຶກສາຫາລືຍັງສືບຕໍ່ດຳເນີນ, ພິເສດແມ່ນຢູ່ລະດັບວິຊາການກ່ຽວກັບເລື່ອງເຮັດແນວໃດເພື່ອຈັດສົ່ງນັກກວດສອບເຂົ້າ, ແຜນການຫຼຸດຜ່ອນອັດຕານິວເຄຼຍ ແລະ ບັນດາແງ່ມູມອື່ນ ແນໃສ່ຮັບປະກັນວ່າ ອີຣານ ຈະບໍ່ມີວັນຖືກຳມະສິດອາວຸດນິວເຄຼຍ.’
ຄວາມບໍ່ລົງລອຍກັນໃນການບັນຍາຍຂໍ້ຕົກລົງ
ບັນດາຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ເພີ່ມຂຶ້ນແບບບັງເອີນໃນຈຸດເວລາສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ ແລະ ດຳເນີນການເຈລະຈານັ້ນ ໄດ້ຊີ້ໃຫ້ເຫັນບັນດາຄວາມສ່ຽງຂໍ້ຕົກລົງຖືກລົ້ມລະລາຍແມ່ນສູງທີ່ສຸດ, ພ້ອມດຽວກັນນັ້ນແມ່ນບັນດາຄຳສັບລະອຽດລະບຸໃນຂໍ້ຕົກລົງລວມມີ 14 ມາດຕານັ້ນ ແມ່ນຍັງມີບັນຫາຫຼາຍຝ່າຍ, ເຮັດໃຫ້ການບັນຍາຍຂໍ້ຕົກລົງລະຫວ່າງສອງຝ່າຍບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບ, ພິເສດແມ່ນໃນບັນດາບັນຫາແກ່ນສານແມ່ນຊ່ອງແຄບທະເລ Hormuz, ການປະທະກັນຢູ່ລີບັງ ແລະ ເລື່ອງກວດສອບບັນດາຮາກຖານຜະລິດນິວເຄຼຍ ຂອງ ອີຣານ. ເລື່ອງຂາດຄວາມເປັນເອກະພາບໃນຖະແຫຼງການຕ່າງໆຂອງບັນດາຝ່າຍໄດ້ເຮັດໃຫ້ທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA), ທ່ານ Rafael Grossi ຕ້ອງອອກສ່ຽງກ່າວເຕືອນວ່າ:
“ບາງເທື່ອ, ບັນດາຖະແຫຼງການທີ່ຂາດຄວາມຈະແຈ້ງ, ຫຼືຖືກຕ້ອງກວ່າແມ່ນບັນດາຖະແຫຼງການຂັດແຍ່ງກັນ ຈາກຝ່າຍ ອາເມລິກາ ຫຼື ອີຣານ, ມີສ່ວນໃດໜຶ່ງເລີ່ມຈາກປັດໄຈນີ້: ນັ້ນແມ່ນບັນຫາທັດສະນະການເມືອງ. ແຕ່ວ່າ, ໃນຕົວຈິງໄດ້ມີຂໍ້ຕົກລົງ ແລະ ເພື່ອປະຕິບັດຂໍ້ຕົກລົງນັ້ນ, ອົງການ IAEA ຈະຕ້ອງສຳຜັດ ແລະ ດຳເນີນການກວດສອບ”.
ຄຳຖາມວາງອອກໃນປັດຈຸບັນແມ່ນ ບັນດາຄວາມເຄັ່ງຕຶງດ້ານການທະຫານ ແລະ ວິທີການບັນລະຍາຍລະຫວ່າງ ອາເມລິກາ ແລະ ອີຣານ ມີຄວາມແຕກຕ່າງກັນ ພາໃຫ້ MoU ຖືກລົ້ມລະລາຍຫຼືບໍ? ວົງການນັກສັງເກດການຖືວ່າ ຄວາມສ່ຽງນີ້ແມ່ນບໍ່ສູງ, ຍ້ອນນັບທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຖືການທູດແມ່ນມາດຕະການບຸລິມະສິດ. ບັນດາຮອບເຈລະຈາໃນເບື້ອງຕົ້ນໄດ້ຮັບການຂຶ້ນແຜນການຈັດຕັ້ງຢູ່ ສະວິດ ແລະ ສຸມໃສ່ໂຄງການນິວເຄຼຍ ຂອງ ອີຣານ. ເຖິງຢ່າງໃດກໍຕາມ, ສະພາບຄວາມເຄັ່ງຕຶງຢູ່ ຊ່ອງແຄບທະເລ Hormuz ໄດ້ເຮັດໃຫ້ເຫດການນີ້ຕ້ອງຍ້າຍໄປຍັງ Doha, ພ້ອມທັງປ່ຽນເນື້ອໃນຈຸດສຸມໄປສູ່ຄວາມໝັ້ນຄົງໃນການເດີນເຮືອຢູ່ເສັ້ນທາງທະເລຍຸດທະສາດນີ້./.
