ຫວຽດນາມ ແມ່ນປະເທດມີຫຼາຍສາສະໜາ, ກ່ວາ 95% ຈຳນວນພົນລະເມືອງໄດ້ເຊື່ອຖືສາສະໜາ. ພາບພົດດຳເນີນຊີວິດການເຫຼື້ອມໃສສາດສະໜາແມ່ນມີຊີວິດຊີວາ, ກົມກຽວໃນຈັງຫວະການດຳລົງຊີວິດປະຈຳວັນ. ຢູ່ບັນດາຕົວເມືອງຫຼືເຂດບ້ານນາ, ບັນດາສາສະໜາສະຖານບູຊາ ລ້ວນແຕ່ໄດ້ເປີດປະຕູຕ້ອນຮັບບັນດາສາສະນິກກະຊົນມາດຳເນີນຊີວິດຕາມແຕ່ລະວັນ ແລະ ໃນບັນດາໂອກາດວັນບຸນໃຫ່ຍ.
ສິດເສລີໃນການເຫຼື້ອມໃສ, ສາສະໜາ
ໃນຕອນເຊົ້າຂອງທຸກວັນອາທິດ, ໂບດໂປເຕັດສະຕັງ ເປີໄລ ເມີນູ, ຕາແສງ ອານຝູ, ນະຄອນ ເປີໄລກູ, ແຂວງ ຢາລາຍ ເຕັມໄປດ້ວຍສຽງສວດມົນພາວະນາ ແລະ ເພງສວດມົນ.
ຈາກບັນດາຖະໜົນຫົນທາງ, ບັນດາສາສະນິກກະຊົນມາແຫ່ງນີ້ເພື່ອທຳພິທີ, ມີແມ່ຍິງຫຼາຍຄົນໄດ້ເຈ່ຍລູກໄປນຳ. ທ່ານ Puih Blik, ຜູ້ຮັບຜິດຊອບສາຂາສະມາຄົມ ເປີໄລ ເມີນູ ໃຫ້ຮູ້ວ່າ:
ກ່ອນນີ້, ໂບດຢູ່ໃນໝູ່ບ້ານ, ມຸ່ງຫຼັງຄາດ້ວຍສັງກະສີແມ່ນຮ້ອນທີ່ສຸດ, ການດຳເນີນຊີວິດທາງສາດສະໜາປະສົບກັບຄວາມຫຍຸ້ງຍາກຫຼາຍ. ປະຈຸບັນມີໂບດສະເພາະແລ້ວ, ປຊຊ ໃນບ້ານມີຄວາມປິຕິຊົມຊື່ນທີ່ສຸດ, ມີໂບດໃໝ່ຢ່າງໃຫຍ່ໂຕ ແລະ ສວຍງາມ. ຕາມປົກກະຕິຈະດຳເນີນຊີວິດທາງສາສະໜາໃນວັນອາທິດ. ວັນພຸດພາວະນາໃນຕອນເຊົ້າ…
ສະພາບຕົວຈິງໃນການດຳເນີນຊີງິດທາງສດສະໜາຢ່າງຟົດຟື້ນພາຍໃນປະເທດ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ກາຍເປັນຈຸດນັດພົບທີ່ປອດໄພ, ມີອິດທິພົນຊື່ສຽງໃນການຈັດບັນດາເຫດການທາງສາດສະໜາຂະໜາດໃຫ່ຍຂອງໂລກ. ການພິສູດຢ່າງຈະແຈ້ງທີ່ສຸດແມ່ນເລື່ອງ ສປຊ ໄດ້ຄັດເລືອກ ຫວຽດນາມ ຈັດງານບຸນວິສາຂະບູຊາ ສປຊ ເປັນ 4 ເທື່ອ (ປີ 2008, 2014, 2019 ແລະ ປີ 2025). ທ່ານ Khemachara Bhikkhu, ຮອງເລຂາທິການສະຫະພັນສາດສະໜາສາກົນ ເຂົ້າຮ່ວມງານບຸນວິສາຂະບູຊາ ສປຊ ປີ 2025 ຖືວ່າ:
ນີ້ແມ່ນໜຶ່ງໃນບັນດາລາຍການທີ່ສຳຄັນ ແລະ ມີຄວາມໝາຍທີ່ສຸດ. ທຸກຄົນມາກຈາກຫຼາຍປະເທດໃນໂລກລ້ວນແຕ່ໄດ້ມາ ຫວຽດນາມ ເພື່ອເຂົ້າຮ່ວມງານບຸນນີ້.
ແງ່ມູມໜຶ່ງເພື່ອສະແດງຢ່າງຈະແຈ້ງລັກສະນະວັດທະນະທຳມະນຸດ ແລະ ເປີດອົກເປີດໃຈໃນບັນດານະໂຍບາຍສາດສະໜາຢູ່ ຫວຽດນາມ ນັ້ນແມ່ນການໜູນຊ່ວຍບັນດາຜູ້ທີ່ໄປຫຼົງເດີນບັນດາອົງການປອມຊື່ແອບອ້າງ ສາສະໜາ. ອຳນາດການປົກຄອງ ແລະ ປະຊາຄົມໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ, ຮັບ ແລະ ໜູນຊ່ວຍບັນດາຜູ້ທີ່ໄປຜິດທາງ ໄດ້ກັບຄືນມາດຳເນີນຊີວິດທາງສາສະໜາເປັນປົກກະຕິ. ອ້າຍ ເກີປາ ປີ (Kpă Pih) ຢູ່ຕາແສງ ຈືເຊ ແມ່ນກໍລະນີຄືແນວນັ້ນ:
ຂ້າພະເຈົ້າໄດ້ໄປຕາມສາດສະໜາໂປເຕັດສະຕັງ ເດກາ, ເຫັນວ່ານັ້ນແມ່ນວຽກທີ່ບໍ່ຖືກຕ້ອງ, ເມື່ອຂ້າພະເຈົ້າກັບຄືນມາ, ພະນັກງານຕາແສງກໍ່ລະດົມກຳລັງໃຈ, ເມື່ອປະສົບກັບຄວາມຫຍຸ້ງຍາກພະນັກງານຕາແສງກໍ່ໄດ້ໃຫ້ການຊ່ວຍເຫຼືອ.
ສາດສະໜາປະກົດຢ່າງເປີດເຜີຍ, ເປັນປົກກະຕິ
ບັນດາການເຄື່ອນໄຫວເຫຼື້ອມໃສສາສະໜາໄດ້ຮັກສາເປັນປົກກະຕິ, ບັນດາອົງການສາດສະໜາມີເງື່ອນໄຂພັດທະນາ ແລະ ບັນດາເຫດການທາງສາດສະໜາມີລັກສະນະສາກົນໄດ້ຈັດຕັ້ງຢ່າງສຳເລັດຜົນ ແມ່ນບັນດາຂີດໝາຍສຳຄັນ, ສະແດງໃຫ້ເຫັນສະພາບແວດລ້ອມທາງສາສະໜາຢູ່ ຫວຽດນາມ ພວມເຄື່ອນໄຫວຕາມທິດຕັ້ງໜ້າ.
ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາດສະໜາ (ສະບັບປັບປຸງ) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນປີ 2027 ຈະສືບຕໍ່ຮັບປະກັນສິດເສລີພາບໃນການເຫຼື້ອມໃສ, ສາດສະໜາຂອງ ປຊຊ ເປັນຢ່າງດີກ່ວາ, ພ້ອມທັງໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາການເຄື່ອນໄຫວທາງສາດສະໜາ ດຳເນີນໄປຢ່າງສະດວກ, ຖຶກຕ້ອງຕາມການກຳນົດຂອງກົດໝາຍ.
ສິດເສລີທາງສາສະໜາ ຫວຽດນາມ ໄດ້ສ້າງຂຶ້ນດ້ວຍລົມຫາຍໃຈຂອງສະພາບ ການດຳລົງຊີວິດຕົວຈິງຂອງສາສະນິກກະຊົນກ່ວາ 27 ລ້ານຄົນ. ພາບພົດສາສະໜາທີ່ກົມກ່ຽວ, ເປີດເຜີຍ ແລະ ນັບມື້ນັບໄດ້ຮັບການພັດທະນາ ໄດ້ສະແດງໃຫ້ເຫັນບັນດາຂໍ້ມູນທີ່ຜິດເຂວກ່ຽວກັບການເຫຼື້ອມໃສ, ສາດສະໜາຢູ່ ຫວຽດນາມ ລ້ວນແຕ່ແມ່ນບັນດາຖ້ອຍທຳນອງທີ່ບໍ່ມີເຈດຕະນາດີ ແນໃສ່ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ທຳລາຍການພັດທະນາຂອງບັນດາສາສະໜາຢູ່ ຫວຽດນາມ./.
