ຫວຽດ​ນາມ ແມ່ນ​ປະ​ເທດ​ມີຫຼາຍ​ສາ​ສະ​ໜາ, ກ່​ວາ 95% ຈຳ​ນວນ​ພົນ​ລະ​ເມືອງ​ໄດ້​ເຊື່ອ​ຖື​ສາສະ​ໜາ. ພາບ​ພົດ​ດຳ​ເນີນ​ຊີ​ວິດ​ການ​ເຫຼ​ື້ອມ​ໃສ​ສາດ​ສະ​ໜາ​ແມ່ນ​ມີ​ຊີ​ວິດ​ຊີ​ວາ, ກົມ​ກຽວ​ໃນ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ. ຢູ່​ບັນ​ດາ​ຕົວ​ເມືອງຫຼື​ເຂດ​ບ້ານ​ນາ, ບັນ​ດາ​​ສາ​ສະ​ໜາ​ສະ​ຖານ​ບູ​ຊາ ລ້ວນ​ແຕ່​ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ບັນ​ດາ​ສາ​ສະ​ນິກ​ກະ​ຊົນ​​ມາ​ດຳ​ເນີນ​ຊີ​ວິດ​ຕາມ​ແຕ່​ລະ​ວັນ ແລະ ໃນ​ບັນ​ດາ​ໂອ​ກາດ​ວັນ​ບຸນ​ໃຫ່​ຍ.

ສິດ​ເສ​ລີ​ໃນ​ການ​ເຫຼື້ອ​ມໃສ, ສາ​ສະ​ໜາ

ໃນ​ຕອນ​ເຊົ້າ​ຂອງ​ທຸກວັນ​ອາ​ທິດ, ໂບດ​ໂປ​​ເຕັດ​ສະ​ຕັງ ເປີ​ໄລ ເມີ​ນູ, ຕາ​ແສງ ອານ​ຝູ, ນະ​ຄອນ ເປີ​ໄລ​ກູ, ແຂວງ ຢາ​ລາຍ ເຕັມ​ໄປ​ດ້ວຍ​ສຽງ​ສວດ​ມົນ​ພາ​ວະ​ນາ ແລະ ເພງ​ສວດ​ມົນ.

ຈາກ​ບັນ​ດາ​ຖະ​ໜົນ​ຫົນ​ທາງ, ບັນ​ດາ​ສາ​ສະ​ນິກ​ກະ​ຊົນ​ມາ​ແຫ່ງນີ້​ເພື່ອ​ທຳ​ພິ​ທີ, ມີ​ແມ່​ຍິງຫຼາຍ​ຄົນ​ໄດ້ເຈ່ຍ​ລູກ​ໄປ​ນຳ. ທ່ານ Puih Blik, ຜູ້​ຮັບ​ຜິ​ດ​ຊອບ​ສາ​ຂາ​ສະ​ມາ​ຄົມ ເປີ​ໄລ ເມີ​ນູ ໃຫ້​ຮູ້​ວ່າ:

ກ່ອນນີ້, ໂບດ​ຢູ່​ໃນ​ໝູ່​ບ້ານ, ​ມຸ່ງຫຼັງ​ຄາດ້ວຍ​ສັງ​ກະ​ສີ​ແມ່ນ​ຮ້ອນ​ທີ່​ສຸດ, ການ​ດຳ​ເນີນ​ຊີ​ວິດ​ທາງ​ສາດ​ສະ​ໜາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ. ປະ​ຈຸ​ບັນ​ມີ​ໂບດ​ສະ​ເພາະ​ແລ້ວ, ປ​ຊ​ຊ ໃນ​ບ້ານ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ, ມີ​ໂບດ​ໃໝ່​ຢ່າງ​ໃຫຍ່ໂຕ ແລະ ສວຍ​ງາມ. ຕາມ​ປົກ​ກະ​ຕິ​ຈະ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາ​ໃນ​ວັນ​ອາ​ທິດ. ວັນ​ພຸດ​ພາ​ວະ​ນາ​ໃນ​ຕອນ​ເຊົ້າ…

ສະ​ພາບ​ຕົວ​ຈິງ​ໃນ​ການ​ດຳ​ເນີນ​ຊີ​ງິດ​ທາງ​ສດ​ສະ​ໜາ​ຢ່າງ​ຟົດ​ຟື້ນພາຍ​ໃນ​ປະ​ເທດ ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ ຫວຽດ​ນາມ ກາຍ​ເປ​ັນ​ຈຸດ​ນັດ​ພົບ​ທີ່​ປອດ​ໄພ, ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ການ​ຈັດ​ບັນ​ດາ​ເຫດ​ການ​ທາງ​ສາດ​ສະ​ໜາ​ຂະ​ໜາດ​ໃຫ່​ຍ​ຂອງ​ໂລກ. ການ​ພິ​ສູດ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ເລື່ອງ ສ​ປ​ຊ ໄດ້​ຄັດ​ເລືອກ ຫວຽດ​ນາມ ຈັດ​ງານບຸນ​ວິ​ສາ​ຂະ​ບູ​ຊາ ສ​ປ​ຊ ເປັນ 4 ເທື່ອ (ປີ 2008, 2014, 2019 ແລະ ປີ 2025). ທ່ານ Khemachara Bhikkhu, ຮອງ​ເລ​ຂາ​​ທິ​ການ​​ສະ​ຫະ​ພັນ​ສາດ​ສະ​ໜາ​ສາ​ກົນ ເຂົ້າ​ຮ່ວມ​ງານ​ບຸນ​ວິ​ສາ​ຂະ​ບູ​ຊາ ສ​ປ​ຊ ປີ 2025 ຖື​ວ່າ:

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາຍ​ການ​ທີ່​​ສຳ​ຄັນ ແລະ ມີ​ຄວາມ​ໝາຍທີ່​ສຸດ. ທຸກ​ຄົນ​ມາກ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ມາ ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນນີ້.

ແງ່​ມູມ​ໜຶ່ງ​ເພື່ອ​ສະ​ແດງ​ຢ່າງ​ຈະ​ແຈ້ງ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ເປີດ​ອົກ​ເປີດ​ໃຈ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ສາດ​ສະ​ໜາ​ຢູ່ ຫວຽດ​ນາມ ນັ້ນ​ແມ່ນ​ການ​ໜູນ​ຊ່ວຍ​ບັນ​ດາ​ຜູ້​ທີ່​ໄປ​ຫຼົງ​ເດີນ​ບັນ​ດາ​ອົງ​ການປອມ​​ຊື່ແອ​ບ​ອ້າງ ​ສາ​ສະ​ໜາ. ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຄົມ​ໄດ້​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ, ຮັບ ແລະ ໜູນ​ຊ່ວຍ​ບັນ​ດາ​ຜູ້​ທີ່​ໄປ​​ຜິດ​ທາງ ​ໄດ້ກັບ​ຄືນ​ມາ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາ​ເປັນ​ປົກ​ກະ​ຕິ. ອ້າຍ ເກີ​ປາ ປີ (Kpă Pih) ຢູ່​ຕາ​ແສງ ຈື​ເຊ ແມ່ນ​ກໍ​ລະ​ນີ​ຄື​ແນວ​ນັ້ນ:

ຂ້າ​ພະ​ເຈົ້າ​ໄດ້​ໄປ​ຕາມ​ສາດ​ສະ​ໜາ​ໂປ​ເຕັດສະ​ຕັງ ເດ​ກາ, ເຫັນ​ວ່ານັ້ນ​ແມ່ນ​ວຽກ​​ທີ່ບໍ່​ຖືກ​ຕ້ອງ, ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ຄື​ນ​ມາ, ພະ​ນັກ​ງານ​ຕາ​ແສງກໍ່​ລະ​ດົມ​ກຳ​ລັງ​ໃຈ, ເມື່ອ​ປະ​ສົບ​ກັບ​ຄ​ວາມ​ຫຍຸ້ງ​ຍາກ​ພະ​ນັກ​ງານຕາ​ແສງກໍ່​​ໄດ້ໃຫ້​ການ​ຊ່ວຍ​ເຫຼືອ.

ສາດ​ສະ​ໜາ​ປະ​ກົດ​ຢ່າງ​ເປີດ​ເຜີຍ, ເປັນ​ປົກ​ກະ​ຕິ

ບັນ​ດາ​ກາ​ນ​ເຄື່ອນ​ໄຫວເຫຼື້ອມ​ໃສ​ສາ​ສະ​ໜາ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ, ບັນ​ດາ​ອົງ​ການ​ສາດ​ສະ​ໜາ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ ແລະ ບັນ​ດາ​ເ​ຫດ​ການ​ທາງ​ສາດ​ສະ​ໜາ​ມີ​ລັກ​ສະ​ນະ​ສາ​ກົນ​ໄດ້​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ແມ່ນ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ແວດ​ລ້ອມ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ ພວມ​ເຄື່ອ​ນ​ໄຫວ​ຕາມ​ທິດ​ຕັ້ງ​ໜ້າ.

ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາດ​ສະ​ໜາ (ສະ​ບັບ​ປັບ​ປຸງ) ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2027 ຈະ​ສືບ​ຕໍ່​ຮັບ​ປະ​ກັນ​ສິດ​ເສ​ລີ​ພາບ​ໃນການ​ເຫຼື້ອມ​ໃສ, ສາດ​ສະ​ໜາຂອງ ປ​ຊ​ຊ ​ເປັນ​ຢ່າງ​ດີ​ກ່​ວາ, ພ້ອມ​ທັງ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ສາດ​ສະ​ໜາ ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ຖຶກ​ຕ້ອງ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ.

ສິດ​ເສ​ລີ​​ທາງ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສ້າງ​ຂຶ້ນ​ດ້ວຍ​ລົມ​ຫາຍ​ໃຈ​ຂອງ​ສະ​ພາບ​ ​ການ​ດຳ​ລົ​ງຊີ​ວິດ​ຕົວ​ຈິງຂອງ​ສາ​ສະ​ນິກ​ກະ​ຊົນ​ກ່​ວາ 27 ລ້ານ​ຄົນ. ພາບ​ພົດ​ສາ​ສະ​ໜາ​ທີ່​ກົມ​ກ່ຽວ, ເປີດ​ເຜີຍ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຂໍ້​ມູນ​ທີ່​ຜິດ​ເຂວ​ກ່ຽວ​ກັບການ​ເຫຼື້ອມ​ໃສ, ສາດ​ສະ​ໜາຢູ່ ຫວຽດ​ນາມ ລ້ວນ​ແຕ່​ແມ່ນ​ບັນ​ດາ​ຖ້ອຍ​ທຳ​ນອງ​ທີ່ບໍ່​ມີ​ເຈດ​ຕະ​ນາ​ດີ ແນ​ໃສ່​ແບ່ງ​ແຍກ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ທຳ​ລາຍ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ./.