ພາຍ​ຫຼັງປະກາດຂໍ້ຕົກລົງນ້ຳມັນ diesel ກັບ ລັດເຊຍເປັນ​ເວ​ລາອງສາມ​ວັນ, ວັນ​ທີ 16 ຕຸ​ລາ, ​ທ່ານ Donald Trump ປະທານາທິບໍດີ ອາ​ເມ​ລິ​ກາ ສືບ​ຕໍ່​ເຊັ່ນ​ລັດ​ຖະ​ດຳ​ລັດ​ຍົກ​ເວັ້ນການ​ນຳ​ໃຊ້ບັນ​ດາຄຳສັ່ງ​ລົງ​ໂທດທີ່​​ຄາດ​ວ່າ​ຈະເລັ່ງໃສ່ ລັດເຊຍ. ​ບັນ​ດາ​ການ​ກະ​ທຳເຫຼົ່ານີ້​ສ່​ອງ​ແສງ​ໃຫ້​ເຫັນ​ເຖິງ​ການປ່ຽນແປງ​ຢ່າງ​ໃຫຍ່​ຫຼວງໃນ​ນະ​ໂຍ​ບາຍ ອ​າ​ເມ​ລິ​ກາ ຕໍ່ ລັດເຊຍ, ​ສ້າງ​ຄວາມກົດດັນອັນໃຫຍ່ຫຼວງຕໍ່ ຢູ​ແກຼນ ແລະ ບັນດາປະເທດ ເອີລົບ.

ອີງຕາມລັດ​ຖະ​ດຳ​ລັດ​ທີ່​ລົງໃນເວັບໄຊຂອງທຳນຽບຂາວໃນວັນທີ 16 ຕຸລາ, ທ່ານປະທານາທິບໍດີ Donald Trump ຕົກ​ລົງຍົກເວັ້ນ​ຫຼາຍມາດ​ຕະ​ການ​ລົງໂທດ, ຂໍ້ຈຳກັດ ແລະ ພາສີອາກອນທີ່ລະບຸໄວ້ໃນກົດໝາຍ Lindsey Graham ກ່ຽວກັບການລົງໂທດ ລັດເຊຍ ແລະ ອີຣານໃນ ປີ 2026. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ ​ທີ່ ອາ​ເມ​ລິ​ກາ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກ່ຽວກັບນໍ້າມັນ diesel ໜຶ່ງອາທິດ.

ຮັກ​ສາ​ການ​ເຈ​ລະ​ຈາ

ກົດໝາຍ Lindsey Graham ໄດ້​ເຊັ່ນ​ປະ​ກາດ​ໃຊ້ໃນວັນທີ 18 ກັນຍາ, ມຸ່ງ​ໄປ​ເຖິງ​ເພີ່ມທະວີການລົງໂທດ​ບັນ​ດາເຈົ້າໜ້າທີ່, ທະນາຄານ ແລະ ຂົງ​ເຂດພະລັງງານ, ການປ້ອງກັນຊາດ​ຂອງ​ລັດ​ເຊຍ... ເຖິງຢ່າງ​ໃດ​ກໍ່​ຕາມ, ລັດ​ຖະ​ດຳ​ລັດໃໝ່ຂອງ​ທ່ານປະທານາທິບໍດີ Trump ໄດ້ຍົກເວັ້ນ​ຫຼາຍ​ຂໍ້​ມາດ​ຕາລົງໂທດ ແລະ ພາສີອາ​ກອນດັ່ງ​ກ່າວ​ກ່ອນ​ທີ່ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ໂດຍປົກປ້ອງໃຫ້​ແກ່​ຂໍ້​ຕົກ​ລົງນີ້, ​ທ່ານປະທານາທິບໍດີ Trump ຖືວ່າ ການໂຈະ​ຊົ່ວ​ຄາວຄຳ​ສັ່ງລົງໂທດຕໍ່ ລັດເຊຍ ​​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ສອງ​ເປົ້າ​ໝາຍຄື: ໜຶ່ງ, ເພື່ອຮັກສາ ລັດດເຊຍ ໄວ້ຢູ່ໂຕະເຈລະຈາເພື່ອຢຸດຕິການຂັດແຍ້ງກັບ ຢູແກຼ​ນ, ແລະ ​ທີສອງແມ່ນ ເພື່ອ​ສະ​ກັດ​ກັ້ນ​ເລືອງ ລັດເຊຍ ສາ​ມາດເຮັດ​​ຫຼາຍ​ສິ່ງຫຼາຍ​ຢ່າງກວ່າເພື່ອ​ໜູນຊ່ວຍ ອີຣານ, ທ່ານ Chris Wright, ລັດຖະມົນຕີກະຊວງພະລັງງານ ອາ​ເມ​ລິ​ກາ ກໍ່ໍ່ໄດ້ເນັ້ນໜັກເຖິງ​ທັດ​ສະ​ນະນີ້ໃນ​ສື່​ມວນຊົນ ອາເມລິກາ.

"ນີ້ແມ່ນການໃຫ້ກຳລັງໃຈຕໍ່ ລັດເຊຍ. ຖ້າ​ເຂົາ​ເຈົ້າສາມາດຫຼຸດຜ່ອນ​ການ​ປະ​ທະ​ກັນ​ກັບ ຢູ​ແກຼນ, ຕົວຢ່າງຄືຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງຢຸດຍິງໃນ​ຂົງ​ເຂດພະລັງງານ ຫຼື ຫຼຸດຜ່ອນການ​ປະ​ທະ​ກັນເພື່ອໃຫ້​ສາ​ມາດ​ສົ່ງອອກນ້ຳມັນ diesel ໄປຍັງ​ຕະ​ຫຼາດ​ໂລກ, ນັ້ນຈະເປັນຜົນ​ປະ​ໂຫຍດທີ່ລະ​ອຽດ. ນີ້ແມ່ນ 'ແຄລອດ' ເພື່ອຊຸກຍູ້ການຢຸດຕິ​ການ​ປະ​ທະ​ກັນ, ຫາກບໍ່ແມ່ນ​ເ​ຄື່ອງ​ຊູ​ຊີບເພື່ອ​ກູ້​ເອົາເສດຖະກິດ​ໃຫ້​ແກ່ ລັດເຊຍ."

ໄປ​ພ້ອມ​ກັບເລື່ອງ ວໍ​ຊິງ​ຈັນ ໂຈະມາດຕະການລົງໂທດຕໍ່ ​ລັດ​ເຊຍ ​ໂດຍ​ຊົ່ວຄາວ, ​ມີ​ການ​ກະ​ທຳອີກ​ອັນ​ໜຶ່ງ​ໃນ​ຊຸມມື້ຜ່ານມາ ​ໄດ້​ກໍ່​ຄວາມ​ວິ​ຕົກ ກັງວົນໃຫ້​ແກ່ ຢູແກຼນ ແລະ ເອີ​ລົບ ​ນັ້ນແມ່ນ​ຂໍ້​ມູ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ອາ​ເມ​ລິ​ກາ ອາດ​ຈະຫ​ຼຸດ​ຄວາມໄວໃນການສົ່ງສັນຍານຂອງລະບົບອິນເຕີເນັດດາວທຽມ Starlink (​ເຊິ່ງ​ມີ​ເວີ​ຊັນການທະຫານແມ່ນ Star Shield), ​ໄດ້​ກໍ່​ຜົນ​ກະ​ທົບ​ທີ່​ຫຍໍ້​ທໍ້ຕໍ່​ບັນ​ດາແຜນການ​ສູ້​ຮົບຂອງກອງທັບ ຢູແກຼນ. ​ເຖິງວ່າ​ບັນ​ດາ​ເຈົ້າໜ້າ​ຂັ້ນ​ສູງຂອງ ອ​າ​ເມ​ລິ​ກາ ໄດ້ປະຕິເສດ​ເລື່ອງ​​ມີຂໍ້ຈຳກັດ​ໃດໆ​ຕໍ່​ກັບ​ກ່ຽວກັບ Star Shield, ແຕ່​ທ່ານ Douglas Barrie, ​ນັກຊ່ຽວຊານ​ຂັ້ນ​ສູງກ່ຽວກັບການບິນ​ດ້ານ​ການທະຫານ, ສະຖາບັນຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ (IISS, ອັງກິດ), ​ຖື​ວ່າ.

"ຍາກທີ່ຈະຮູ້ຢ່າງແນ່ນອນວ່າມີສິ່ງ​ໃດ​ໄດ້ເກີດຂຶ້ນ. ສິ່ງ​ທີ່​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຫວ່າງມໍ່ໆ​ມານີ້​ໄດ້​ປະ​ກົດມີຄວາມເຄັ່ງຕຶງຈຳ​ນວນ​ໜຶງລະຫວ່າງ ວໍຊິງຕັນ ແລະ ກີແອັບ. ຕາມ​ຂ້າ​ພ​ະ​ເຈົ້າ​ແລ້ວ, ​ເລື່ອງ​ທີ່​ສະ​ພາບ​ການ​ກ່ຽວ​ຂ້ອງ​ເຖິງ Starlink ຫຼື StarShield ​ໄດ້​ສ່​ອງ​ແສງ​ສິ່ງ​ດັ່ງ​ກ່າວ​​ໄດ້ຫຼືບໍ່ ແມ່ນ​ບັນ​​ຫາທີ່ໜ້າສົນໃຈ​ເພື່ອ​ຄາດ​ຄະ​ເນ. ເບິ່ງຄືວ່າ, ຢ່າງໜ້ອຍ​ສຸດ​ແມ່ນໃນ​ຈຸດເວລານີ້, ບັນຫາ​ດັ່ງ​ກ່າວ​ອາດ​ສາ​ມາດ​ໄດ້ຮັບ​ການແກ້ໄຂແລ້ວ."

ຄວາມ​ກົດ​ດັນ​ເພີ່ມ​ຂຶ້​ນ

ບັນ​ຫາ​ທີ່ວາງ​ອອກ​ສຳ​ລັບ ຢູ​ແກຼນ ແລະ ​ບັນ​ດາ​ປະ​ເທດພັນທະມິດ ເອີລົບ ຂອງ​ປະ​ເທດນີ້​ນັ້ນ​ແມ່ນ ການ​ປ່ຽນແປງນະໂຍບາຍຫວ່າງມໍ່ໆ​ມານີ້ຂອງ ວໍຊິງຕັນ ສຳ​ລັບການ​ປະ​ທະ​ກັນ​ລະ​ຫວ່າງ ລັດເຊຍ - ຢູ​ແກຼນ "ບໍ່ສາມາດ​ຕາວ​ປິ້ນໄດ້" ຫຼື ພຽງແຕ່ແມ່ນ​ຍຸດ​ໂທ​ບາຍຊົ່ວຄາວກ່ອນ​ທີ່​ດຳ​ເນີນການເລືອກຕັ້ງກາງ​ສະ​ໄໝ​ໃນ​ວັນ​ທີ 3 ພະຈິກ ທີ່​ຈະ​ມາ​ເຖິງ​ຢູ່ ອາ​ເມ​ລິ​ກາ ຫຼືບໍ່ ແລະ ຢູ​ແກຼນ ພ້ອມ​ກັບ ເອີ​ລົບ ຕ້ອງ​ຮັບ​ມື​ຄື​ແນວໃດ?

ທີ່ກອງປະຊຸມສຸດຍອດ ສະຫະພາບເອີ​ລົບ (EU), ຈັດຂຶ້ນໃນອາທິດແລ້ວນີ້ (ວັນທີ 15-16 ຕຸລາ) ຢູ່ ບຣຸກແຊນ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາບັນຫາ​ພາຍ​ໃນ, ຄື: ການເຕີບໂຕດ້ານເສດຖະກິດ ແລະ ຄວາມບໍ່​ລົງ​ລອຍກັນດ້ານງົບ​ປະ​ມານ​ຂອງ​ກຸ່ມ, ບັນດາປະເທດ EU ສ່ວນ​ຫຼາຍ​ລ້ວນ​ແຕ່ຢືນຢັນຈະ​ສືບ​ຕໍ່ສະໜັບສະໜູນ ຢູແກຼນ, ຖືນີ້​ແມ່ນບູລິມະສິດພູມສາດການເມືອງ​ທີ່ມີ​ຄວາມ​ໝາຍ​ເປັນ​ຕາຍ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ໃນ​ໄລ​ຍະຍາວຂອງ ເອີລົບ. ​ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ຖະ​ແຫຼງວ່າ:

"ພວກຂ້າ​ພະ​ເຈົ້າ​ຢາກ​ຢືນ​ຢັນ​ຢ່າງ​ຈະ​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຕົນ​ສຳ​ລັບ ຢູ​ແກຼນ. ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າກໍ່ເຂົ້າໃຈວ່າ ຝ່າຍ ອາ​ເມ​ລິ​ກາ ຍັງມີ​ຜົນ​ປະ​ໂຫຍດອື່ນໆ; ຂ້າພະເຈົ້າຮັບຮູ້​ສິ່ງນັ້ນ. ເຖິງຢ່າງໃດກໍ່ຕາມ, ພວກ​ຂ້າ​ພະ​ເຈົ້າ​ພວມ​ໜູນ​ຊ່ວຍ ຢູ​ແກຼນ, ແລະ ພວກຂ້າ​ພະ​ເຈົ້າ​ເຮັດແນວນັ້ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ ເອີລົບ​ເອງ."

ສຳລັບ ຢູແກຼນ, ການເລືອກ​ເຟັ້ນ​ຈະ​ຫຍຸ້ງຍາກກວ່າ. ​ພາຍ​ຫຼັງທີ່ ອາ​ເມລິ​ກາ - ລັດ​ເຊຍ ປະ​ກາດ​ຂໍ້​ຕົກ​ລົງນ້ຳມັນ diesel, ອາ​ເມ​ລິ​ກາ ກໍ່​ໂຈະ​ບັນ​ດາ​ຄຳ​ສັ່ງ​ລ​ົງ​ໂທດ​ຕໍ່ ລັດ​ເຊຍ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູ​ແກຼນ ໄດ້​ຖື​ວ່າ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ປ່ຽນ​ແປງ​ນະ​ໂຍ​ບາຍ​ກັບ ລັດເຊຍ ແມ່ນສິ່ງ​ທີ່ "ຜິດພາດ". ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ການ​ນັກສັງເກດການເຕືອນວ່າ ຄຳຖະແຫຼງຂອງ ປະທານາທິບໍດີ ຢູແກຼນ ອາດຈະສົ່ງຜົນສະ​ທ້ອນ​ກົງ​ກັນ​ຂ້າມ. ທ່ານ Marco Rubio, ລັດຖະມົນຕີກະຊວງການຕ່າງປະເທດ ອ​າ​ເມ​ລິ​ກາ ​ໄດ້ຢືນຢັນໃນວັນທີ 18 ຕຸລາ ວ່າ ຍາມ​ໃດ ຢູແກຼນ ກໍ່ໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງ Star Shield ແຕ່​ກໍ່​ໃຫ້​ຮູ້​ວ່າ ເປົ້າໝາຍຂອງ ອາ​ເມ​ລິ​ກາ ຍາ​ມ​ໃດ​ກໍ່​ແມ່ນ​ເລື່ອງ ຢຸດຕິການ​ປະ​ທະ​ກັນລະຫວ່າງ ລັດເຊຍ ແລະ ຢູ​ແກຼ​ນ ໂດຍໄວ​ທີ່​ສຸດເທົ່າ​ສາ​ມາດ, ສະນັ້ນ, ຢູແກຼນ (ແລະ ຣັດເຊຍ) ຄວນສຸມໃສ່​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອຢຸດຕິການ​ປະ​ທະ​ກັນ ແທນທີ່​ຕຳ​ໜິ​ຕິ​ຕຽນ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ.